ບັນດາຜູ້ນຳຫວຽດນາມ ໄດ້ສົ່ງສານອວຍພອນວັນຊາດ ຂອງ ສ.ເກົາຫຼີ

11:39 | 17/08/2020

ຍສໝ - ທ່ານຫງວຽນຟູຈ້ອງ - ເລຂາທິການໃຫຍ່, ປະທານປະເທດຫວຽດນາມ, ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ, ທ່ານນາງຫງວຽນທິກິມເງິນ - ປະທານສະພາແຫ່ງຊາດຫວຽດນາມ, ທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ສົ່ງສານອວຍພອນເວັນຊາດ ຂອງ ສ.ເກົາຫຼີ.

ບ ນດາຜ ນຳຫວຽດນາມ ໄດ ສ ງສານອວຍພອນວ ນຊາດ ຂອງ ສ ເກ າຫ ຫວຽດນາມ ໄດ້ສັ່ງຊື້ວັກຊີນຕ້ານ COVID-19 ຈຳນວນ 50 - 150 ລ້ານປະລິມານ ຈາກ ຣັດເຊຍ
ບ ນດາຜ ນຳຫວຽດນາມ ໄດ ສ ງສານອວຍພອນວ ນຊາດ ຂອງ ສ ເກ າຫ ຜ່ານການຮັບຮອງເອົາສັນຍາ EVFTA, ທີ່ຕັ້ງຂອງຫວຽດນາມ ສືບຕໍ່ໄດ້ຮັບການເພີ່ມທະວີກວ່າອີກ

ຕາມຖະແຫຼງການຂອງກະຊວງການຕ່າງປະເທດຫວຽດນາມ, ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນຊາດຂອງປະເທດ ສ. ເກົາຫຼີ (15 ສິງຫາ 1945 - 15 ສິງຫາ 2020) ໃນວັນທີ 15 ສິງຫາ, ທ່ານຫງວຽນຝູຈ້ອງ - ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ສົ່ງສານອວຍພອນຊົມເຊີຍ ທ່ານ Moon Jae In - ປະທານາທິບໍດີ ສ.ເກົາຫຼີ.

ບ ນດາຜ ນຳຫວຽດນາມ ໄດ ສ ງສານອວຍພອນວ ນຊາດ ຂອງ ສ ເກ າຫ
ທ່ານ ຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ແລະ ທ່ານ ປະທານາທິບໍດີ ສ.ເກົາຫຼີ Moon Jae In. (ພາບ: VGP)

ເນື່ອງໃນໂອກາດນີ້, ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ກໍ່ໄດ້ສົ່ງສານຊົມເຊີຍທ່ານນາຍົກລັດຖະມົນຕີ ສ.ເກົາຫຼີ Chung Sye Kyun ແລະ ທ່ານນາງຫງວຽນທິກິມເງິນ - ປະທານສະພາແຫ່ງຊາດຫວຽດນາມ ໄດ້ສົ່ງສານຊົມເຊີຍປະທານສະພາແຫ່ງຊາດ ສ.ເກົາຫຼີ Park Byeong Seug.

ໃນວັນດຽວກັນ, ທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ສົ່ງສານອວຍພອນເຖິງທ່ານລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ Kang Kyung Wha.

ຫວຽດນາມ ແລະ ສ.ເກົາຫຼີ ໄດ້ສ້າງຕັ້ງສາຍພົວພັນທາງການທູດໃນວັນທີ 22 ທັນວາ 1992. ພາຍຫຼັງກວ່າ 30 ປີ, ສອງປະເທດໄດ້ມີບາດກ້າວພັດທະນາຢ່າງບໍ່ຢຸດຢັ້ງໃນການພົວພັນສອງຝ່າຍ. ອີງຕາມການລາຍງານຂອງກະຊວງການຕ່າງປະເທດ ໃນຊຸມປີມໍ່ໆມານີ້, ການພົວພັນສອງຝ່າຍກຳລັງໄດ້ຮັບການເພີ່ມທະວີ, ປະສົບກັບຜົນສຳເລັດໃນຫລາຍຂົງເຂດ, ເຊັ່ນ: ການເມືອງ, ການລົງທືນ, ການຄ້າ ແລະ ການທ່ອງທ່ຽວ.

ບ ນດາຜ ນຳຫວຽດນາມ ໄດ ສ ງສານອວຍພອນວ ນຊາດ ຂອງ ສ ເກ າຫ ຫວຽດນາມ ເຂົ້າຮ່ວມພິທີເປີດກອງປະຊຸມກຸ່ມປຶກສາຫາລື AIPA ຄັ້ງທີ 11

ຍສມ - ໃນວັນທີ 14 ສິງຫາ 2020, ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມກຸ່ມປຶກສາຫາລື AIPA ຄັ້ງທີ 11 (AIPA Caucus) ດ້ວຍຮູບການອອນລາຍ ໂດຍສະພາແຫ່ງຊາດຟີລິບປິນເປັນເຈົ້າພາບ.

ບ ນດາຜ ນຳຫວຽດນາມ ໄດ ສ ງສານອວຍພອນວ ນຊາດ ຂອງ ສ ເກ າຫ ຫວຽດນາມ ໄດ້ສືບຕໍ່ນຳສົ່ງພົນລະເມືອງຈຳນວນ 313 ຄົນຈາກປະເທດເກົາຫຼີໃຕ້ ກັບຄືນບ້ານຢ່າງປອດໄພ

ຍສໝ - ວັນທີ 9 ສິງຫາ, ອົງການທີ່ມີໜ້າທີ່, ສະຖານທູດຫວຽດນາມປະຈຳ ສ.ເກົາຫຼີ ແລະ ສາຍການບິນແຫ່ງຊາດຫວຽດນາມ ໄດ້ສົມທົບກັບອົງການທີ່ມີໜ້າທີ່ ສ.ເກົາຫຼີ ເພື່ອນຳສົ່ງພົນລະເມືອງຫວຽດນາມຈຳນວນ 313 ຄົນໄດ້ກັບຄືນປະເທດຢ່າງປອດໄພ.

ບ ນດາຜ ນຳຫວຽດນາມ ໄດ ສ ງສານອວຍພອນວ ນຊາດ ຂອງ ສ ເກ າຫ ຍີ່ປຸ່ນ - ຈີນ - ເກົາຫຼີໃຕ້ ມີແຜນຈະຈັດກອງປະຊຸມສຸດຍອດສາມຝ່າຍ

ຍສໝ - ລັດຖະມົນຕີຕ່າງປະເທດຂອງສາມປະເທດ ອາດຈະພົບປະກັນ ຢູ່ຊານເມືອງປັກກິ່ງ (ສປ ຈີນ) ໃນວັນທີ 21 ສິງຫາ ເພື່ອປຶກສາຫາລືຮ່າງແຜນ ກ່ຽວກັບຕາຕະລາງຂັ້ນຕອນ ແລະ ເນື້ອໃນຕົ້ນຕໍຂອງກອງປະຊຸມສຸດຍອດຄັ້ງນີ້.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.