ຫວຽດນາມ - ໄທ: ຄູ່ຮ່ວມມືທີ່ຍືນຍົງເພື່ອອະນາຄົດທີ່ຈະເລີນຮຸ່ງເຮືອງ

16:20 | 11/08/2020

ຍສໝ - ມາຮອດປະຈຸບັນ, ໄທແມ່ນໜຶ່ງໃນ 10 ນັກລົງທືນຕ່າງປະເທດຢູ່ຫວຽດນາມດ້ວຍຍອດຈຳນວນເງິນລົງທຶນກ່ວາ 12.3 ຕື້ ໂດລາສະຫະລັດ, ປະກອບສ່ວນສ້າງວຽກເຮັດງານທຳໃຫ້ຄົນງານ ແລະ ພັດທະນາເສດຖະກິດ.

ຫວຽດນາມ ໄທ ຄ ຮ ວມມ ທ ຍ ນຍ ງເພ ອອະນາຄ ດທ ຈະເລ ນຮ ງເຮ ອງ ຫວຽດນາມ ໜູນຊ່ວຍລາວ ປັບປຸງສໍານວນເອກະສານເຂດອະນຸລັກຮັກສາທໍາມະຊາດຍື່ນສະເໜີຕໍ່ UNESCO
ຫວຽດນາມ ໄທ ຄ ຮ ວມມ ທ ຍ ນຍ ງເພ ອອະນາຄ ດທ ຈະເລ ນຮ ງເຮ ອງ ການແຂ່ງຂັນກິລາມິດຕະພາບຫວຽດນາມ-ລາວ
ຫວຽດນາມ ໄທ ຄ ຮ ວມມ ທ ຍ ນຍ ງເພ ອອະນາຄ ດທ ຈະເລ ນຮ ງເຮ ອງ

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ຕ້ອນຮັບທ່ານ Don Pramudwinai, ລັດຖະມົນຕີກະຊວງການຕ່າງປະເທດໄທ ທີ່ ເຮືອນຮັບແຂກລັດຖະບານ. ພາບ: ພັກກອມມູນິດຫວຽດນາມ.

ໃນເດືອນສິງຫາປີ 2020, ມີສອງເຫດການສຳຄັນໃນການພົວພັນລະຫວ່າງຫວຽດນາມ ແລະໄທ. ໃນລະດັບພາກພື້ນ, ວັນທີ 8 ສິງຫາ ແມ່ນວັນອາຊຽນ, ເຊິ່ງແມ່ນການສະເຫຼີມສະຫຼອງຂອງທຸກໆປະເທດສະມາຊິກອາຊຽນ, ໂດຍສະເພາະແມ່ນຫວຽດນາມ, ປະຈຸບັນພວມດຳລົງຕຳແໜ່ງປະທານອາຊຽນ 2020.

ໃນທ່າມກາງການລະບາດຂອງ Covid-19, ພວກເຮົາທຸກຄົນໄດ້ປະເຊີນໜ້າ ກັບສິ່ງທ້າທາຍໃຫຍ່. ເຖິງຢ່າງໃດກໍ່ຕາມ, ສາຍພົວພັນດ້ານເສດຖະກິດລະຫວ່າງ ໄທ ແລະ ຫວຽດນາມ ຍັງຄົງແຂງແຮງຕໍ່ໜ້າສະພາບເສດຖະກິດໂລກ. ໃນ 6 ເດືອນຕົ້ນປີ 2020, ໄທສືບຕໍ່ລົງທຶນເຂົ້າຫວຽດນາມ ບັນລຸ 1.58 ຕື້ໂດລາສະຫະລັດ, ຢືນອັນດັບ 2 ໃນບັນດານັກລົງທືນໂດຍກົງຈາກຕ່າງປະເທດຢູ່ຫວຽດນາມ. ມີຫລາຍກວ່າ 200 ບໍລິສັດຂອງໄທທີ່ມາເຮັດທຸລະກິດຢູ່ຫວຽດນາມ, ເຊິ່ງບໍລິສັດສ່ວນໃຫຍ່ແມ່ນຕັ້ງຢູ່ນະຄອນ ໂຮ່ຈີມີງ.

ໃນລະດັບສອງຝ່າຍ, ວັນທີ 6 ສິງຫາ 2020 ແມ່ນປີທີ່ 44 ປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງໄທ ແລະຫວຽດນາມ. ຜ່ານຫຼາຍໄລຍະປະຫວັດສາດ, ສອງປະເທດໄດ້ກາຍເປັນ "ຄູ່ຮ່ວມມືຍຸດທະສາດ" ຢ່າງເປັນທາງການໃນປີ 2013, ແລະຖືວ່າເປັນສອງປະເທດທຳອິດໃນອາຊຽນທີ່ສ້າງສາຍພົວພັນນີ້. ຕໍ່ໄປ, ໃນປີ 2019, ສອງຝ່າຍຍົກສູງລະດັບໃຫ້ “ຄູ່ຮ່ວມມືຍຸດທະສາດເສີມຂະຫຍາຍ” ເພື່ອຊຸກຍູ້ການຮ່ວມມືໃຫ້ແໜ້ນແຟ້ນ ແລະຮອບດ້ານກວ່າອີກ.

ມາຮອດປະຈຸບັນ, ໄທແມ່ນໜຶ່ງໃນ 10 ນັກລົງທືນຕ່າງປະເທດຢູ່ຫວຽດນາມດ້ວຍຍອດຈຳນວນເງິນລົງທຶນກ່ວາ 12.3 ຕື້ ໂດລາສະຫະລັດ, ປະກອບສ່ວນສ້າງວຽກເຮັດງານທຳໃຫ້ຄົນງານ ແລະ ພັດທະນາເສດຖະກິດ. ກ່ຽວກັບການຄ້າ, ໄທແມ່ນຄູ່ການຄ້າໃຫຍ່ທີ່ສຸດຂອງຫວຽດນາມໃນອາຊຽນເປັນເວລາຫລາຍປີ. ມູນຄ່າການຄ້າຂາເຂົ້າ - ສົ່ງອອກສອງຝ່າຍລະຫວ່າງຫວຽດນາມ ແລະໄທແມ່ນປະມານ 17.5 ຕື້ໂດລາສະຫະລັດໃນປີ 2019.

ຫວຽດນາມ ແລະໄທ ມີຄວາມຄ້າຍຄືກັນດ້ານວັດທະນະທຳຫຼາຍຢ່າງ; ຈາກອາຫານ, ອາກາດເຂດຮ້ອນ, ໝາກໄມ້ທົ່ວໄປຈົນເຖິງຜະລິດຕະພັນກະເສດ. ປະຊາຊົນຊາວຫວຽດນາມກວ່າ 100.000 ຄົນທີ່ ດຳລົງຊີວິດຢູ່ໄທກໍ່ມີບົດບາດສຳຄັນເປັນຂົວຕໍ່ເພື່ອສະ ໜັບສະໜູນສາຍພົວພັນນີ້. ທຸກມື້ນີ້, ພວກເຂົາແມ່ນນັກທຸລະກິດທີ່ປະສົບຜົນສຳເລັດ ແລະປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂ້າມຊາດ.

ຫວຽດນາມ ໄທ ຄ ຮ ວມມ ທ ຍ ນຍ ງເພ ອອະນາຄ ດທ ຈະເລ ນຮ ງເຮ ອງ ຄະນະກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມ Army Games 2020

ຍສໝ - ເຂົ້າຮ່ວມ Army Games 2020 ແມ່ນການເຄື່ອນໄຫວພົວພັນຕ່າງປະເທດດ້ານປ້ອງກັນຊາດທີ່ສໍາຄັນຂອງຫວຽດນາມ, ປະກອບສ່ວນໂຄສະນາຮູບພາບ, ປະເທດຊາດ, ຊາວຫວຽດນາມ ແລະກອງທັບປະຊາຊົນຫວຽດນາມ ຕໍ່ກັບເພື່ອນມິດສາກົນ.

ຫວຽດນາມ ໄທ ຄ ຮ ວມມ ທ ຍ ນຍ ງເພ ອອະນາຄ ດທ ຈະເລ ນຮ ງເຮ ອງ ລັດຖະບານຫວຽດນາມ ຍັງຮັກສາເປົ້າໝາຍຄວບຄູ່ເພື່ອໃຫ້ບັນດານັກລົງທຶນອິນເດຍ ມີຄວາມອຸ່ນອ່ຽນໃຈສຳລັບກາລະໂອກາດທຳມາຫາກິນຢູ່ຫວຽດນາມ

ຍສໝ - ຫວຽດນາມມີຄວາມສາມາດບົ່ມຊ້ອນພັດທະນາຢ່າງໃຫຍ່ຫຼວງໃນຂະແໜງເຕັກໂນໂລຢີຂໍ້ມູນຂ່າວສານ ຍ້ອນມີແຫຼ່ງຊັບພະຍາກອນມະນຸດໜຸ່ມ ແລະ ສະພາບແວດລ້ອມແຫ່ງການລົງທຶນ ທີ່ດຶງດູດໃຈ, ກາຍເປັນໜຶ່ງໃນບັນດາຈຸດນັດພົບຂອງການລົງທຶນທີ່ພົ້ນເດັ່ນທີ່ສຸດໃນພາກພື້ນ ສຳລັບບັນຫາວິສາຫະກິດ ອິນເດຍ.

ຫວຽດນາມ ໄທ ຄ ຮ ວມມ ທ ຍ ນຍ ງເພ ອອະນາຄ ດທ ຈະເລ ນຮ ງເຮ ອງ ຜູ້ຊ່ຽວຊານສາກົນ: ຫວຽດນາມ ໄດ້ຕອບສະໜອງຢ່າງໄວວາ ແລະ ເຂັ້ມແຂງຕໍ່ການຕິດເຊື້ອພະຍາດ COVID-19 ຄັ້ງໃໝ່

ຍສໝ - ໃນການໃຫ້ສຳພາດທີ່ສະຖານີວິທະຍຸກະຈາຍສຽງ BBC ໃນຕອນແລງຂອງວັນທີ 9 ສິງຫາ, ທ່ານສາດສະດາຈານ Michael Toole - ຜູ້ຊ່ຽວຊານການສຸຂາພິບານ ແລະ ເປັນຜູ້ນຳດ້ານການຄົ້ນຄ້ວາທີ່ສະຖາບັນ Burnet ໃນນະຄອນຫຼວງ Melbourne (ປະເທດອົດສະຕາລີ), ໄດ້ກ່າວວ່າ ຄ້າຍຄືກັບການລະບາດຂອງພະຍາດຕິດຕໍ່ລະບົບຫາຍໃຈ COVID-19 ໃນຄັ້ງທຳອິດ, ຫວຽດນາມ ໄດ້ສະແດງຄວາມຕອບສະໜອງຢ່າງວ່ອງໄວ ແລະ ...

ໄຊພອນ

ເຫດການ
302 Found

Found

The document has moved here.