ທະນາຄານຕ່າງປະເທດຫຼາຍແຫ່ງ ໄດ້ລົງທຶນເຂົ້າປະເທດຫວຽດນາມ

16:53 | 12/08/2020

ຍສໝ - ຊຸດອຸປະຖຳການເງິນຂອງ IFC ໄດ້ຖືວ່າເປັນການລົງທືນຄັ້ງທຳອິດ ໃນຂະແໜງການເກັບທ້ອນໄວ້ສິນຄ້າຂອງຫວຽດນາມ, ແລະ ຈະຊ່ວຍໃຫ້ ITL Corp ຫັນປ່ຽນ ແລະ ເຕີບໃຫຍ່ຜ່ານການເພີ່ມເຕີມຊັບສິນ.

ທະນາຄານຕ າງປະເທດຫ າຍແຫ ງ ໄດ ລ ງທ ນເຂ າປະເທດຫວຽດນາມ ບໍ​ລິ​ສັດ​ທີ່​ປຶກສາ​ McKinsey ຕີ​ລາຄາ​ຕໍ່​ຄວາມ​ສາມາດ​ຟື້ນ​ຟູ​ເສດຖະກິດ​ຂອງຫວຽດນາມ
ທະນາຄານຕ າງປະເທດຫ າຍແຫ ງ ໄດ ລ ງທ ນເຂ າປະເທດຫວຽດນາມ ໜັງສືພິມຍີ່ປຸ່ນ: EVFTA ຈະຊ່ວຍຊຸກຍູ້ຂະຫຍາຍຕົວ ພື້ນຖານເສດຖະກິດຫວຽດນາມ

ວັນທີ 11 ສິງຫາ, ອົງການ IFC - ສະມາຊິກຂອງກຸ່ມທະນາຄານໂລກ ໄດ້ປະກາດວ່າຈະສະໜອງໃຫ້ຮ່ວງເງິນກູ້ຢືມຈຳນວນ 70 ລ້ານໂດລາ ໃຫ້ແກ່ບໍລິສັດຫຸ້ນສ່ວນມອບຮັບ ແລະ ຂົນສົ່ງ Indo Tran (ITL Corp) ຂອງຫວຽດນາມ.

ຈຸດປະສົງຂອງການລົງທືນນີ້ ແມ່ນເພື່ອສະໜັບສະໜູນການພັດທະນາຂະແໜງການເກັບທ້ອນໄວ້ ສິນຄ້າຂອງຫວຽດນາມ, ສົ່ງເສີມການຄ້າ ແລະ ຍົກສູງຄວາມສາມາດໃນການແກ່ງແຍ່ງຂອງພື້ນຖານເສດຖະກິດຫວຽດນາມ ໃນສະພາບການລະບາດຂອງພະຍາດ COVID-19.

ທະນາຄານຕ າງປະເທດຫ າຍແຫ ງ ໄດ ລ ງທ ນເຂ າປະເທດຫວຽດນາມ
ທະນາຄານຕ່າງປະເທດຫຼາຍແຫ່ງ ໄດ້ລົງທຶນເຂົ້າປະເທດຫວຽດນາມ. (ພາບປະກອບ: AV)

ອີງຕາມທ່ານ Ben Anh, ຜູ້ອຳນວຍການໃຫຍ່ຂອງບໍລິສັດ ITL Corp, ຊຸດອຸປະຖຳການເງິນໄລຍະຍາວພ້ອມດ້ວຍຜູ້ຊ່ຽວຊານສາກົນຂອງອົງການ IFC, ໂດຍສະເພາະໃນສະພາບການລະບາດພະຍາດ COVID-19 ໃນປະຈຸບັນແມ່ນການສະໜັບສະໜູນທີ່ມີຄວາມລ້ຳຄ່າ ແລະ ໜັກແໜ້ນຈະຊ່ວຍໃຫ້ ITL Corp ໄດ້ປັບປຸງການປະຕິບັດລະບົບການເກັບທ້ອນໄວ້ໃນປະຈຸບັນ. ພ້ອມດຽວກັນນີ້, ບໍລິສັດ ITL Corp ຈະຂະຫຍາຍເຄືອຄ່າຍ ແລະ ສາລະບານດ້ານທຸລະກິດເພື່ອຮັບໃຊ້ລູກຄ້າໃຫ້ດີຂື້ນ.

ຂະແໜງການເກັບທ້ອນໄວ້ສິນຄ້າຂອງຫວຽດນາມ ມີການຂະຫຍາຍຕົວຢ່າງເຂັ້ມແຂງໃນຫຼາຍປີທີ່ຜ່ານມາ. ໂດຍສະເພາະ, ການຂະຫຍາຍຕົວຂອງຂະແໜງການເກັບທ້ອນໄວ້ ແມ່ນສ່ວນໜຶ່ງໂດຍຍ້ອນການລະດັບການລົງທືນຂອງຕ່າງປະເທດທີ່ສູງ, ສ່ວນໃຫຍ່ແມ່ນການຜະລິດ ແລະ ການປຸງແຕ່ງ (ຂະແໜງການສອງປະເພດ ທີ່ມີການດຳເນີນງານດ້ານການການເກັບທ້ອນໄວ້ທີ່ເຂັ້ມແຂງ, ແລະ ການຂະຫຍາຍຕົວຂອງການບໍລິໂພກພາຍໃນ).

ກ່ອນໜ້ານີ້, ໃນເດືອນມີນາປີ 2020, ທະນາຄານ Standard Chartered Bank ໄດ້ຜັນຂະຫຍາຍຊຸດການເງິນໂດຍມີອັດຕາດອກເບ້ຍເປັນບຸລິມະສິດ ເພື່ອສະໜັບສະໜູນທຸລະກິດໃຫ້ບໍລິການຜະລິດຕະພັນ ແລະ ການບໍລິການສະໜອງສຳລັບວຽກງານການປ້ອງກັນ ແລະ ສະກັດກັ້ນພະຍາດ COVID-19. ບ້ວງເງິນນີ້ ມີຈຸດປະສົງສຳລັບບໍລິສັດຜະລິດ ແລະ ຈຳໜ່າຍໃນຂະແໜງການຢາ ແລະ ສາທາລະນະສຸກ; ມີສ່ວນຮ່ວມໃນການຜະລິດຜະລິດຕະພັນ, ເຊັ່ນ: ເຄື່ອງຫາຍໃຈ, ອຸປະກອນປ້ອງກັນການລະບາດພະຍາດ, ທາດລະລາຍຢາຂ້າເຊື້ອ ແລະ ຜະລິດຕະພັນຜູ້ບໍລິໂພກເພື່ອປ້ອງກັນການລະບາດ.

ນອກນັ້ນໃນກຸ່ມທະນາຄານຕ່າງປະເທດ ທີ່ສະໜັບສະໜູນທຸລະກິດ ແລະ ພື້ນຖານເສດຖະກິດຫວຽດນາມ, ທະນາຄານຈຳກັດ HSBC ຫວຽດນາມ ໄດ້ກາຍເປັນທະນາຄານຕ່າງປະເທດແຫ່ງທຳອິດ ທີ່ຈຳໜ່າຍພັນທະບັດ ທີ່ມີມູນຄ່າຈຳນວນເງິນ 600 ຕື້ດົ່ງໃນທ້ອງຕະຫຼາດຫວຽດນາມ. ຈຳນວນເງິນທີ່ຈາກການຈຳໜ່າຍຄັ້ງນີ້ຈະໄດ້ນຳໃຊ້ໂດຍ HSBC ປະເທດຫວຽດນາມ ເພື່ອເພີ່ມຂອບຂະໜາດທຶນຂອງທະນາຄານ, ແລະ ເພື່ອຮັບໃຊ້ການຂະຫຍາຍຕົວທາງທຸລະກິດທີ່ຍືນຍົງຂອງທະນາຄານ ໃນໄລຍະຈະມາເຖິງ.

ທະນາຄານຕ າງປະເທດຫ າຍແຫ ງ ໄດ ລ ງທ ນເຂ າປະເທດຫວຽດນາມ ອົງການ AMRO ຄາດຄະເນວ່າ, ເສດຖະກິດຫວຽດນາມຈະເຕີບໂຕທາງບວກໃນປີ 2020

ຍສໝ - ເມື່ອບໍ່ດົນມານີ້, ຫວຽດນາມ ໄດ້ຄາດວ່າຈະຢູ່ໃນກຸ່ມ 5 ປະເທດມີພື້ນຖານເສດຖະກິດ ຈະປະສົບກັບຄວາມເຕີບໂຕ, ຄຽງຄູ່ກັບບັນດາປະເທດ, ເຊັ່ນ: ຈີນ, ບຣູໄນ, ລາວ, ແລະ ມຽນມາ.

ທະນາຄານຕ າງປະເທດຫ າຍແຫ ງ ໄດ ລ ງທ ນເຂ າປະເທດຫວຽດນາມ ອົດສະຕາລີ ໜູນຊ່ວຍຫວຽດນາມ ນໍາໃຊ້ ປັນຍາປະດິດ (AI) ເຂົ້າໃນການຟື້ນຟູເສດຖະກິດຫວຽດນາມ ພາຍຫຼັງພະຍາດໂຄວິດ-19

ຍສໝ - ລັດຖະບານອົດສະຕາລີ ໄດ້ແຈ້ງໃຫ້ຊາບກ່ຽວກັບການດຳເນີນບ້ວງເງິນອຸປະຖໍາທີ່ມີມູນຄ່າ 650.000 ໂດລາອົດສະຕາລີ ເພື່ອແນໃສ່ໜູນຊ່ວຍຂໍ້ລິເລີ່ມໃໝ່ໃຫ້ແກ່ການນໍາໃຊ້ປັນຍາປະດິດ (AI) ເຂົ້າໃນການຟື້ນຟູເສດຖະກິດຫວຽດນາມ ພາຍຫຼັງພະຍາດໂຄວິດ-19.

ທະນາຄານຕ າງປະເທດຫ າຍແຫ ງ ໄດ ລ ງທ ນເຂ າປະເທດຫວຽດນາມ ໜັງສືພິມຍີ່ປຸ່ນ: EVFTA ຈະຊ່ວຍຊຸກຍູ້ຂະຫຍາຍຕົວ ພື້ນຖານເສດຖະກິດຫວຽດນາມ

ຍສໝ - ຕາມໜັງສືພິມ Nikkei Asia Review ຂອງຍີ່ປຸ່ນ, ໃນວັນທີ 8 ມິຖຸນາ ສະພາແຫ່ງຊາດຫວຽດນາມ ໄດ້ຮັບຮອງເອົາສັນຍາການຄ້າເສລີກັບສະຫະພາບເອີຣົບ (ອີຢູ), ສັນຍາ EVFTA ຈະໃຫ້ກຳລັງໜູນທີ່ຈຳເປັນຢ່າງສຳຄັນ ເພື່ອຊຸກຍູ້ຂະຫຍາຍຕົວພື້ນຖານເສດຖະກິດຫວຽດນາມ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.