ທ່ານອະດີດເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ: ທ່ານ ເລຂາຟຽວ ອະດີດເລຂາທິການໃຫຍ່ ແມ່ນຄົນລຽບງ່າຍ, ນ້ຳໃສໃຈຈິງ, ສ້າງຄວາມດຶງດູດຄົນອື່ນຜ່ານການຈັບມື

13:20 | 15/08/2020

ຍສໝ - ທ່ານ ວິໄລວັນ ພົມເຂ ອະດີດລັດຖະມົນຕີກະຊວງກະສິກຳ ແລະປ່າໄມ້ລາວ; ອະດີດເລຂາ, ເຈົ້າແຂວງໆສະຫວັນນະເຂດ; ອະດີດເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ ໄດ້ມີການພົບປະຫຼາຍເທື່ອ ແລະມີຄວາມປະທັບໃຈທີ່ດີງາມຕໍ່ທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ.

ທ ານອະດ ດເອກອ ກຄະລ ດຖະທ ດລາວ ປະຈຳ ຫວຽດນາມ ທ ານ ເລຂາຟຽວ ອະດ ດເລຂາທ ການໃຫຍ ແມ ນຄ ນລຽບງ າຍ ນ ຳໃສໃຈຈ ງ ສ າງຄວາມດ ງດ ດຄ ນອ ນຜ ານການຈ ບມ ກອງບັນຊາການທະຫານຊາຍແດນແຂວງເງະອານ ສສ.ຫວຽດນາມ ແລະກອງບັນຊາການທະຫານແຂວງບໍລິຄໍາໄຊ ສປປ.ລາວ ຈັດຕັ້ງການລາດຕະເວນສອງຝ່າຍຕາມເສັ້ນຊາຍແດນ
ທ ານອະດ ດເອກອ ກຄະລ ດຖະທ ດລາວ ປະຈຳ ຫວຽດນາມ ທ ານ ເລຂາຟຽວ ອະດ ດເລຂາທ ການໃຫຍ ແມ ນຄ ນລຽບງ າຍ ນ ຳໃສໃຈຈ ງ ສ າງຄວາມດ ງດ ດຄ ນອ ນຜ ານການຈ ບມ ການສົ່ງອອກຂອງຫວຽດນາມ ໄດ້ວາງຄາດໝາຍໃຫ້ບັນລຸ 340 ຕື້ ໂດລາສະຫະລັດ ໃນປີ 2025
ທ ານອະດ ດເອກອ ກຄະລ ດຖະທ ດລາວ ປະຈຳ ຫວຽດນາມ ທ ານ ເລຂາຟຽວ ອະດ ດເລຂາທ ການໃຫຍ ແມ ນຄ ນລຽບງ າຍ ນ ຳໃສໃຈຈ ງ ສ າງຄວາມດ ງດ ດຄ ນອ ນຜ ານການຈ ບມ
ທ່ານ ວິໄລວັນ ພົມເຂ ອະດີດລັດຖະມົນຕີກະຊວງກະສິກຳ ແລະປ່າໄມ້ລາວ, ອະດີດເລຂາ, ເຈົ້າແຂວງໆສະຫວັນນະເຂດ, ອະດີດເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ.ພາບ: vov.vn

ຕາມທ່ານ ວິໄລວັນ ພົມເຂ ແລ້ວ, ທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ ແມ່ນຄົນສຸພາບຄ່ຽມຄົມ; ທ່າທີເປັນມິດ ແລະການຕັດສິນຢ່າງເດັດຂາດຂອງທ່ານ ເລຂາຟຽວ ອະດີດເລຂາທິການໃຫຍ່ ທີ່ການເຂົ້າຢ້ຽມຂ່ຳນັບ, ເມື່ອທ່ານເລີ່ມດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດຂອງຕົນ. ເມື່ອທ່ານສະເໜີເພີ່ມທຶນສຶກສາໃຫ້ນັກສຶກສາ ແລະພະນັກງານລາວ ໄປຮຽນຢູ່ຫວຽດນາມ ຫຼາຍກວ່າອີກເພື່ອຊ່ວຍລາວ ມີຖັນແຖວພະນັກງານກໍ່ສ້າງປະເທດ, ທ່ານ ເລຂາຟຽວ ໄດ້ເຫັນດີ ແລະໃຫ້ຄຳໝັ້ນສັນຍາວ່າ ຈະຊີ້ນຳແກ້ໄຂໃນທັນທີ.

ທ່ານ ວິໄລວັນ ພົມເຂ ແລ້ວຍັງຈື່ຈຳພິທີຕ້ອນຮັບທ່ານ ເລຂາຟຽວ ເລຂາທິການໃຫຍ່ ມາຢ້ຽມຢາມລາວ ໃນປີ 1998 ຄາວນັ້ນທ່ານແມ່ນຮອງລັດຖະມົນຕີການຕ່າງປະເທດ - ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ. ນັ້ນເປັນຄັ້ງທຳອິດທີ່ທ່ານໄດ້ພົບກັບທ່ານ ເລຂາຟຽວ, ໄດ້ຈັບມື, ໄດ້ຍິນສຽງເວົ້າ, ເຫັນໄດ້ທ່າທີ່ລຽບງ່າຍຂອງທ່ານເລຂາທິການໃຫຍ່ພໍແຕ່ເວລາລົງຈາກລົດ.

ຕາມທ່ານແລ້ວ, ທ່ານ ເລຂາຟຽວ ອະດີດເລຂາທິການໃຫຍ່ແມ່ນຄົນລຽບງ່າຍ, ນ້ຳໃສໃຈຈິງ, ສ້າງຄວາມດຶງດູດຜູ້ອື່ນດ້ວຍການຈັບມື, ທັກທາຍໄຕ່ຖາມເຖິງການໂອ້ລົມທີ່ກະຈ່າງແຈ້ງ, ເຂົ້າໃຈງ່າຍກ່ຽວກັບບັນດາບັນຫາການເມືອງ, ການທູດ, ການພົວພັນຕ່າງປະເທດ...

ທ່ານ ເລຂາຟຽວ ຍາມໃດກໍ່ຊີ້ນຳບັນດາອົງການກ່ຽວຂ້ອງຂອງຫວຽດນາມ ສົບທົບກັບລາວ ເພື່ອແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດ, ຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະບັນລຸປະສິດທິຜົນແທດຈິງ.

ທ່ານ ວິໄລວັນ ພົມເຂ ເລົ່າສູ່ຟັງວ່າ, ສຳລັບລາວ, ທ່ານ ເລຂາຟຽວ ໃຫ້ບູລິມະສິດທີ່ສຸດ, ແລະສຸດຈິດສຸດໃຈ, ຊີ້ນຳຢ່າງໃກ້ຊິດຕິດແທດ. ທ່ານ ເລຂາທິການໃຫຍ່ ມອບໜ້າທີ່ໃຫ້ອະນຸກຳມະທິການຮ່ວມມືຫວຽດນາມ-ລາວ ຊອກຮູ້, ຄົ້ນຄວ້າກ່ຽວກັບການພົວພັນຫວຽດນາມ-ລາວ ມີຂໍ້ຕິດຂັດໃດແດ່, ມີສິ່ງໃດຕ້ອງແກ້ໄຂ.

ຖະນຸຖະໜອມຮູບພາບທ່ານພ້ອມກັບທ່ານຂາຟຽວ ທີ່ຖ່າຍຮູບລວມຢູ່ກອງປະຊຸມສຳມະນາກ່ຽວກັບໄຊຊະນະທາງເລກ 9 ເຊິ່ງຈັດຕັ້ງຢູ່ແຂວງກວາງຈິ້ ໃນປີ 2006, ຄາວນັ້ນທ່ານ ວິໄລ ວັນ ພົມເຂ ແມ່ນເລຂາພັກແຂວງ - ເຈົ້າແຂວງໆສະຫວັນນະເຂດ, ຮູ້ສຶກຕື້ນຕັນໃຈສະແດງຄວາມຮູ້ບຸນຄຸນຕໍ່ທ່ານ ເລຂາຟຽວ ເລຂາທິການໃຫຍ່ ແລະກະຊວງປ້ອງກັນປະເທດ ຫວຽດນາມ ທີ່ໄດ້ຊ່ວຍເຫຼືອວັດຖຸພັນສົງຄາມຫຼາຍຢ່າງໃຫ້ຫໍພີພີທະພັນຮ່ວມສຳພັນສູ້ຮົບ ລາວ-ຫວຽດນາມ ເຂດທາງເລກ 9.

ຕໍ່ໜ້າການຈາກໄປຂອງສະຫາຍ ເລຂາຟຽວ, ອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ທ່ານ ຈຸມມະລີ ໄຊຍະສອນ ອະດີດເລຂາທິການໃຫຍ່, ປະທານປະເທດລາວ ແລະເຄີຍດໍາລົງຕໍາແໜ່ງເປັນລັດຖະມົນຕີກະຊວງປ້ອງກັນປະເທດລາວ ໄດ້ສະແດງຄວາມເສົ້າສະຫຼົດໃຈ ແລະອາໄລອາວອນຢ່າງສຸດຊຶ້ງເມື່ອໄດ້ຮັບຂ່າວວ່າສະຫາຍ ເລຂາຟຽວ ໄດ້ເຖິງແກ່ມໍລະນະກໍາ.

ຕາມທ່ານແລ້ວ, ນີ້ເປັນການສູນເສຍອັນໃຫຍ່ຫຼວງຕໍ່ພັກ, ລັດ ແລະປະຊາຊົນຫວຽດນາມ ກໍຄືຂອງຄອບຄົວສະຫາຍເອງ. ຕາມທ່ານ ຈຸມມະລີ ໄຊຍະສອນ ແລ້ວ, ສະຫາຍ ເລຂາຟຽວ ແມ່ນນັກປະຕິວັດອາວຸໂສທີ່ຈົງຮັກພັກດີ, ເປັນພະນັກງານທີ່ສະຫຼາດສ່ອງໃສ ແລະແຫຼມຄົມ, ແມ່ນພະນັກງານທີ່ເຕີບໃຫຍ່ເຂັ້ມແຂງໃນຍາມທຸກຍາກລໍາບາກ ແລະໄດ້ຮັບດຳລົງຫຼາຍຕໍາແໜ່ງ, ເຖິງວ່າໄດ້ຮັບດຳລົງຕໍາແໜ່ງໃດ, ສະຫາຍ ເລຂາຟຽວ ກໍປະຕິບັດສໍາເລັດໜ້າທີ່ຢ່າງດີເດັ່ນ.

ທ ານອະດ ດເອກອ ກຄະລ ດຖະທ ດລາວ ປະຈຳ ຫວຽດນາມ ທ ານ ເລຂາຟຽວ ອະດ ດເລຂາທ ການໃຫຍ ແມ ນຄ ນລຽບງ າຍ ນ ຳໃສໃຈຈ ງ ສ າງຄວາມດ ງດ ດຄ ນອ ນຜ ານການຈ ບມ ອະດີດການນຳລາວແບ່ງປັນຄວາມຊົງຈຳກ່ຽວກັບທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ

ຍ​ສ​ໝ - ຕາມ​ທ່ານ ຈຸມ​ມາ​ລີ ໄຊ​ຍະ​ສອນ​ແລ້ວ, ທ່ານ​ອະ​ດີດ​ເລ​ຂາ​ທິ​ການ​ໃຫຍ່ ເລ​ຂາ​ຟຽວ ແມ່ນ​ນັກ​ຮົບ​ທີ່​ກ້າ​ແກ່ນ, ແມ່ນ​ພະ​ນັກ​ງານ​ທີ່​ສະຫຼາດ​ສະຫຼຽວ. ແມ່ນ ພະ​ນັກ​ງານ​ທີ່​ໄດ້​ຜ່ານ​ຜ່າ​ຄວາມ​ທຸກ​ບາກ​ລຳ​ບາກ ແລະ ປະ​ຕິ​ບັດ​ຫຼາຍ​ບົດ​ບາດ​ຕຳ​ແໜ່ງ, ແຕ່​ວ່າ​ຢູ່​ຕຳ​ແໜ່ງ​ໃດ​ ທ່ານ​ກໍ່​ລ້ວນ​ແຕ່​ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ຢ່າງ​ດີ​ເດັ່ນ.

ທ ານອະດ ດເອກອ ກຄະລ ດຖະທ ດລາວ ປະຈຳ ຫວຽດນາມ ທ ານ ເລຂາຟຽວ ອະດ ດເລຂາທ ການໃຫຍ ແມ ນຄ ນລຽບງ າຍ ນ ຳໃສໃຈຈ ງ ສ າງຄວາມດ ງດ ດຄ ນອ ນຜ ານການຈ ບມ ການນຳບັນດາປະເທດສືບຕໍ່ສົ່ງໂທລະເລກແບ່ງເບົາຄວາມເສົ້າສະຫຼົດໃຈຕໍ່ການຈາກໄປຂອງທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ

ຍສໝ - ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ກໍ່ໄດ້ຮັບໂທລະເລກ ແລະຈົດໝາຍແບ່ງເບົາຄວາມເສົ້າສະຫຼົດໃຈຂອງຄະນະບໍລິຫານງານສູນກາງພັກແນວໂຮມປົດປ່ອຍຊາດ ຊານດີໂນ, ທ່ານປະທານາທິບໍດີ ແລະທ່ານຮອງປະທານາທິບໍດີ ສ. ນິກາຣາກວາ; ຄະນະບໍລິຫານງານສູນກາງພັກກອມມູນິດອິນເດຍມາກຊິດ; ການນຳພັກສັງຄົມນິຍົມເອກະພາບ ເວເນຊູເອລາ; ການນຳແນວໂຮມປົດປ່ອຍ ຟາຣາບູນໂດມາກຕິນ; ການນໍາພັກກອມມູນິດ ບຣາຊິນ...

ທ ານອະດ ດເອກອ ກຄະລ ດຖະທ ດລາວ ປະຈຳ ຫວຽດນາມ ທ ານ ເລຂາຟຽວ ອະດ ດເລຂາທ ການໃຫຍ ແມ ນຄ ນລຽບງ າຍ ນ ຳໃສໃຈຈ ງ ສ າງຄວາມດ ງດ ດຄ ນອ ນຜ ານການຈ ບມ ກອງທຶນສັນຕິພາບ ແລະ ການພັດທະນາຫວຽດນາມ: ສຸມໃສ່ 5 ເປົ້າໝາຍໃນໄລຍະຈະມາເຖິງ

ຍສໝ - ໃນ 7 ເດືອນຕົ້ນປີ, ເຖິງວ່າຈະປະສົບກັບຄວາມຫຍຸ້ງຍາກຍ້ອນສະຖານະການຂອງ COVID-19, ແຕ່ກອງທຶນໄດ້ມີຄວາມມານະພະຍາຍາມບາງຢ່າງເຊັ່ນ: ສະຖຽນລະພາບການຈັດຕັ້ງ, ສ້າງກົນໄກການດຳເນີນງານຂອງໄລຍະໃໝ່, ບັນດາສະມາຊິກຂອງກອງທຶນຍັງມີການຄົ້ນຄ້ວາ ແລະ ວິເຄາະກ່ຽວກັບບັນດາບັນຫາຂອງຫວຽດນາມ ແລະ ໂລກ; ເວບໄຊຂອງກອງທຶນກໍ່ໄດ້ຮັບການເຂົ້າຫາໂດຍປະຊາຊົນຫຼາຍຄົນ. ໃນຊຸມເດືອນສຸດທ້າຍຂອງປີ, ກອງທຶນຈະເລືອກເອົາເປົ້າໝາຍບຸລິມະສິດດ້ວຍວິທີແກ້ໄຂການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ.

ໄຊພອນ

ເຫດການ
302 Found

Found

The document has moved here.