ໂທລະສັບສາຍດ່ວນຈະໄດ້ຮັບການສ້າງຕັ້ງຂຶ້ນເພື່ອສະໜັບສະໜູນ ນັກເຝິກງານ ຫວຽດນາມ ຢູ່ ຍີ່ປຸ່ນ

14:29 | 13/08/2020

ຍສໝ - ເພື່ອເພີ່ມທະວີການປະສານສົມທົບລະຫວ່າງ ອຳນາດການປົກຄອງຂອງສອງປະເທດໃນການຄຸ້ມຄອງ ແລະ ສະໜັບສະໜູນ ນັກເຝິກງານຫວຽດນາມ, ທ່ານລັດຖະມົນຕີ Kato ສະເໜີສ້າງຕັ້ງສາຍດ່ວນ ລະຫວ່າງ ກະຊວງ ແລະ ສະຖານທູດຫວຽດນາມປະຈຳ ຍີ່ປຸ່ນ. ຕາມທ່ານແລ້ວ, ສິ່ງດັ່ງກ່າວສະແດງໃຫ້ເຫັນຄວາມປາດຖະໜາໃນການ “ປົກປ້ອງ ແລະ ຊ່ວຍເຫຼືອນັກສຶກສາ ຫວຽດນາມ” ຂອງລັດຖະບານຍີ່ປຸ່ນ.    

ໂທລະສ ບສາຍດ ວນຈະໄດ ຮ ບການສ າງຕ ງຂ ນເພ ອສະໜ ບສະໜ ນ ນ ກເຝ ກງານ ຫວຽດນາມ ຢ ຍ ປ ນ ກອງປະຊຸມທາງອອນລາຍ ການເຄືອຂ່າຍປະຕິບັດກົດລະບຽບ ອາຊຽນ - OECD
ໂທລະສ ບສາຍດ ວນຈະໄດ ຮ ບການສ າງຕ ງຂ ນເພ ອສະໜ ບສະໜ ນ ນ ກເຝ ກງານ ຫວຽດນາມ ຢ ຍ ປ ນ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມທາງອອນລາຍ ອາຊຽນ - ການາດາ ຄັ້ງທີ 17
ໂທລະສ ບສາຍດ ວນຈະໄດ ຮ ບການສ າງຕ ງຂ ນເພ ອສະໜ ບສະໜ ນ ນ ກເຝ ກງານ ຫວຽດນາມ ຢ ຍ ປ ນ
ສະພາບການຂອງການພົບປະລະຫວ່າງກະຊວງສາທາລະນະສຸກ, ແຮງງານ ແລະ ສະຫວັດດີການຂອງຍີ່ປຸ່ນ ແລະ ສະຖານທູດຫວຽດນາມປະຈຳ ຍີ່ປຸ່ນ. (ພາບ: TTXVN)

ກະຊວງສາທາລະນະສຸກ, ແຮງງານ ແລະ ສະຫວັດດີການແຫ່ງປະເທດຍີ່ປຸ່ນ ແລະ ສະຖານທູດຫວຽດນາມ ປະຈຳ ຍີ່ປຸ່ນ ຈະຕັ້ງໂທລະສັບສາຍດ່ວນເພື່ອສະໜັບສະໜູນ ແລະ ປົກປ້ອງ ນັກເຝິກງານຫວຽດນາມ ຢູ່ ຍີ່ປຸ່ນ. ນີ້ແມ່ນຄຳສະເໜີຂອງທ່ານລັດຖະມົນຕີກະຊວງສາທາລະນະສຸກຍີ່ປຸ່ນ Katsunobu Kato ໃນການພົບປະກັບທ່ານເອກອັກຄະລັດຖະທູດຫວຽດນາມປະຈຳ ຍີ່ປຸ່ນ ຫວູຮົ່ງນາມ, ໃນວັນທີ 11 ສິງຫາ.

ເພື່ອເພີ່ມທະວີການປະສານສົມທົບລະຫວ່າງ ອຳນາດການປົກຄອງຂອງສອງປະເທດໃນການຄຸ້ມຄອງ ແລະ ສະໜັບສະໜູນ ນັກເຝິກງານຫວຽດນາມ, ທ່ານລັດຖະມົນຕີ Kato ສະເໜີສ້າງຕັ້ງສາຍດ່ວນ ລະຫວ່າງ ກະຊວງ ແລະ ສະຖານທູດຫວຽດນາມປະຈຳ ຍີ່ປຸ່ນ. ຕາມທ່ານແລ້ວ, ສິ່ງດັ່ງກ່າວສະແດງໃຫ້ເຫັນຄວາມປາດຖະໜາໃນການ “ປົກປ້ອງ ແລະ ຊ່ວຍເຫຼືອນັກສຶກສາ ຫວຽດນາມ” ຂອງລັດຖະບານຍີ່ປຸ່ນ.

ສ່ວນທ່ານເອກອັກຄະລັດຖະທູດ ຫວູຮົ່ງນາມ, ໄດ້ເຫັນດີກັບຂໍ້ສະເໜີຂອງທ່ານລັດຖະມົນຕີ Kato ໃນການສ້າງຕັ້ງສາຍດ່ວນເພື່ອແນໃສ່ເພີ່ມທະວີການປະສານງານລະຫວ່າງສອງຝ່າຍໃນການຄຸ້ມຄອງ ແລະ ໜູນຊ່ວຍນັກເຝິກງານຂອງຫວຽດນາມ. ພ້ອມດຽວກັນນີ້, ທ່ານໄດ້ສະແດງຄວາມປາດຖະ ໜາ ຢາກຮ່ວມມືກັບກະຊວງເພື່ອແກ້ໄຂບັນຫາທີ່ເກີດຂື້ນທີ່ກ່ຽວຂ້ອງກັບບັນດາເປົ້າໝາຍດັ່ງກ່າວ.

ໂທລະສ ບສາຍດ ວນຈະໄດ ຮ ບການສ າງຕ ງຂ ນເພ ອສະໜ ບສະໜ ນ ນ ກເຝ ກງານ ຫວຽດນາມ ຢ ຍ ປ ນ
ທ່ານເອກອັກຄະລັດຖະທູດ ຫວູຮົ່ງນາມ ແລະ ທ່ານ Katsunobu Kato ລັດຖະມົນຕີກະຊວງສາທາລະນະສຸກ. (ພາບ: VOV)

ນອກຈາກນີ້, ທ່ານເອກອັກຄະລັດຖະທູດ ຫວູຮົ່ງນາມ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ບັນດາມາດຕະການສະ ໜັບສະໜູນ ຂອງລັດຖະບານ ຍີ່ປຸ່ນ ໂດຍທົ່ວໄປ ແລະ ກະຊວງສາທາລະນະສຸກ, ແຮງງານ ແລະ ສະຫວັດດີການ ໂດຍສະເພາະ ໃຫ້ແກ່ຊຸມຊົນຊາວຫວຽດນາມ ຢູ່ ປະເທດນີ້ ໃນຄະນະເກີດພະຍາດ Covid-19 ເປັນຕົ້ນຄື: ການອຸດໜູນເງິນສົດໂດຍກົງໃຫ້ແກ່ແຮງງານຫວຽດນາມໃນປະເທດນີ້ຄືກັບພົນລະເມືອງຍີ່ປຸ່ນ; ສະໜັບສະໜູນການປິ່ນປົວໃຫ້ແກ່ນັກເຝິກງານຫວຽດນາມຜູ້ທີ່ຕິດເຊື້ອໄວຣັດ SARS-CoV-2; ອະນຸຍາດໃຫ້ນັກເຝິກງານສືບຕໍ່ເຮັດວຽກຈົນກວ່າຈະມີຖ້ຽວບິນກັບປະເທດ...

ຕາມຕົວເລກສະຖິຕິຂອງກະຊວງສາທາລະນະສຸກ, ແຮງງານ ແລະ ສະຫວັດດີການ ຍີ່ປຸ່ນ, ໃນ ເດືອນຕຸລາ 2019, ຫວຽດນາມມີຜູ້ອອກແຮງງານຢູ່ຍີ່ປຸ່ນ 401.326 ຄົນ, ເຊິ່ງກວມເອົາເກືອບ 24,2% ຂອງຈຳນວນແຮງງານຕ່າງປະເທດທັງໝົດໃນປະເທດນີ້ ແລະ ຢືນອັນດັບ 2 ໃນບັນຊີປະເທດທີ່ມີແຮງງານໃນປະເທດຍີ່ປຸ່ນ. ໃນຈຳນວນດັ່ງກ່າວ, ນັກສຳມະນາກອນທີ່ມີທັກສະປະມານ 50%.

ໂທລະສ ບສາຍດ ວນຈະໄດ ຮ ບການສ າງຕ ງຂ ນເພ ອສະໜ ບສະໜ ນ ນ ກເຝ ກງານ ຫວຽດນາມ ຢ ຍ ປ ນ ແນະນຳຄວາມສາມາດບົ່ມຊ້ອນດ້ານກະສິກຳ ຂອງຫວຽດນາມ ຢູ່ ເວເນຊູເອລາ

ຍສໝ - ກອງປະຊຸມສຳມະນາມີແຂກຖືກເຊີນ ເກືອບ 60 ຄົນ ແລະ ບັນດານັກວິສາຫະກິດ, ນັກທຸລະກິດ ຫວຽດນາມ ແລະ ເວເນຊູເອລາເຂົ້າຮ່ວມ.

ໂທລະສ ບສາຍດ ວນຈະໄດ ຮ ບການສ າງຕ ງຂ ນເພ ອສະໜ ບສະໜ ນ ນ ກເຝ ກງານ ຫວຽດນາມ ຢ ຍ ປ ນ ຫວຽດນາມ ແມ່ນປະເທດສະມາຊິກທີ່ມີຄວາມຮັບຜິດຊອບ

ຍສໝ - ທ່ານປະລິນຍາເອກ Munir Majid - ປະທານທະນາຄານ Muamalat ມາເລເຊຍ ໄດ້ຢືນຢັນວ່າ, ຫວຽດນາມ ແມ່ນປະເທດສະມາຊິກທີ່ມີຄວາມຮັບຜິດຊອບ ໃນສະມາຄົມອາຊຽນ ໃນໄລຍະ 25 ປີທີ່ຜ່ານມາ.

ໂທລະສ ບສາຍດ ວນຈະໄດ ຮ ບການສ າງຕ ງຂ ນເພ ອສະໜ ບສະໜ ນ ນ ກເຝ ກງານ ຫວຽດນາມ ຢ ຍ ປ ນ ນຳສົ່ງພົນລະເມືອງຫວຽດນາມ ຈຳນວນ 270 ຄົນຈາກປະເທດ UAE ກັບຄືນປະເທດຢ່າງປອດໄພ

ຍສໝ - ຜູ້ໂດຍສານໄດ້ນຳສົ່ງກັບຄືນປະເທດໃນຄັ້ງນີ້ ແມ່ນບັນດາຜູ້ທີ່ຖືກຕິດຄ້າງຍ້ອນການລະບາດຂອງພະຍາດ COVID-19 ແລະ ກໍລະນີທີ່ປະສົບຄວາມຫຍຸ້ງຍາກໂດຍສະເພາະ, ເຊັ່ນ: ແມ່ຍິງຖືພາ, ເດັກນ້ອຍອາຍຸຕໍ່າກວ່າ 18 ປີ, ຄົນເຈັບປ່ວຍໜັກ, ແລະ ຜູ້ອອກແຮງງານໝົດກຳນົດວີຊາ ຫຼື ສັນຍາແຮງງານ, ນັກຮຽນທີ່ບໍ່ມີບ່ອນຢູ່ອາໄສ ຍ້ອນຫໍພັກອັດປະຕູ.

ໄຊພອນ

ເຫດການ
302 Found

Found

The document has moved here.