ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມທາງອອນລາຍ ອາຊຽນ - ການາດາ ຄັ້ງທີ 17

00:00 | 13/08/2020

ຍສໝ - ວັນທີ 11 ສິງຫາ, ອົງການອາຊຽນ ແລະ ປະເທດການາດາ ໄດ້ຈັດກອງປະຊຸມສົນທະນາທາງອອນລາຍຄັ້ງທີ 17. ນີ້ແມ່ນກອງປະຊຸມປະຈຳປີ ໃນຂອບການພົວພັນຄູ່ເຈລະຈາອາຊຽນ - ການາດາ ເພື່ອແລກປ່ຽນ ແລະ ກຳນົດທິດທາງການຮ່ວມມືອາຊຽນ - ການາດາ, ແລກປ່ຽນການປະເມີນຜົນກ່ຽວກັບບັນຫາສາກົນ ແລະ ພາກພື້ນທີ່ມີຄວາມສົນໃຈເຊິ່ງກັນ ແລະ ກັນ, ແລະ ກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ - ການາດາໃນເດືອນກັນຍາ.

ຫວຽດນາມ ໄດ ເຂ າຮ ວມກອງປະຊ ມທາງອອນລາຍ ອາຊຽນ ການາດາ ຄ ງທ 17 ຫວຽດນາມ ແມ່ນປະເທດສະມາຊິກທີ່ມີຄວາມຮັບຜິດຊອບ
ຫວຽດນາມ ໄດ ເຂ າຮ ວມກອງປະຊ ມທາງອອນລາຍ ອາຊຽນ ການາດາ ຄ ງທ 17 ຫວຽດນາມ - ໄທ: ຄູ່ຮ່ວມມືທີ່ຍືນຍົງເພື່ອອະນາຄົດທີ່ຈະເລີນຮຸ່ງເຮືອງ

ທ່ານ Paul Thoppil - ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດການາດາ ໄດ້ຢືນຢັນເຖິງຄວາມສຳຄັນຂອງການຮ່ວມມືກັບອາຊຽນ, ແລະ ໄດ້ສະແດງຄວາມສະໜັບສະໜູນບົດບາດເປັນໃຈກາງຂອງອາຊຽນ ໃນໂຄງປະກອບພາກພື້ນ, ແລະ ສືບຕໍ່ເນັ້ນໜັກເຖິງຄວາມປາດຖະໜາທີ່ຈະເຂົ້າຮ່ວມກົນໄກການຮ່ວມມືໃນພາກພື້ນຫຼາຍກວ່າເກົ່າເຊິ່ງໄດ້ລິເລີ່ມ ແລະ ນຳພາໂດຍອາຊຽນ, ເຊັ່ນ: ກອງປະຊຸມສຸດຍອດອາຊີຕາເວັນອອກ (EAS), ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນ (ADMM +), ແລະ ເວທີເປີດກວ້າງການເດີນທະເລອາຊຽນ (EAMF).

ຫວຽດນາມ ໄດ ເຂ າຮ ວມກອງປະຊ ມທາງອອນລາຍ ອາຊຽນ ການາດາ ຄ ງທ 17
ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມທາງອອນລາຍ ອາຊຽນ - ການາດາ ຄັ້ງທີ 17. (ພາບ: baoquocte)

ທີ່ກອງປະຊຸມ, ທ່ານ Paul Thoppil - ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດການາດາ ໄດ້ຕີລາຄາສູງບົດບາດຂອງຫວຽດນາມ ໃນຖານະເປັນປະທານອາຊຽນປີ 2020 ໃນການປະສານສົມທົບຄວາມມານະພະຍາຍາມຂອງປະຊາຄົມອາຊຽນທັງໝົດ, ຮ່ວມມືຢ່າງແໜ້ນແຟ້ນກັບບັນດາຄູ່ຮ່ວມມື ແລະ ປະຊາຄົມສາກົນຢ່າງຕັ້ງໜ້າ ແລະ ວ່ອງໄວ ເພື່ອຮັບມືກັບການລະບາດຂອງພະຍາດ COVID-19.

ສອງຝ່າຍໄດ້ເຫັນດີສືບຕໍ່ຊຸກຍູ້ການຮ່ວມມືດ້ານເສດຖະກິດ - ການຄ້າ, ຮັກສາການເຊື່ອມຕໍ່ລະບົບຕ່ອງໂສ້ການສະໜອງ, ສະໜັບສະໜູນການພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ (MSMEs) ລະຫວ່າງສອງຝ່າຍ, ເປີດທ້ອງຕະຫຼາດ, ສ້າງເງື່ອນໄຂສະດວກໃຫ້ແກ່ການຂະຫຍາຍຄວາມຫຼາຍຮູບຫຼາຍແບບຂອງທ້ອງຕະຫຼາດທຸລະກິດ ແລະ ການລົງທືນ, ສືບຕໍ່ສຶກສາໃນການພັດທະນາສັນຍາການຄ້າເສລີ (FTA).

ປະເທດການາດາ ກໍ່ໃຫ້ຄຳໝັ້ນສັນຍາວ່າຈະສະໜັບສະໜູນອາຊຽນ ທີ່ສົ່ງເສີມບົດບາດຂອງຕົນໃນການຊຸກຍູ້ການຮ່ວມມື, ການສົນທະນາ, ສ້າງຄວາມໄວ້ເນື້ອເຊື່ອໃຈໃນພາກພື້ນ, ຍົກສູງກົດໝາຍສາກົນ, ສ້າງກົດລະບຽບພາກພື້ນທີ່ອີງໃສ່ກົດລະບຽບ ແລະ ແກ້ໄຂຂໍ້ຂັດແຍ່ງໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີ UNCLOS 1982, ແລະ ສຳເລັດການພັດທະນາກົດໝາຍແຫ່ງການປະພຶດຢູ່ທະເລຕາເວັນອອກ (COC).

ກ່າວຄຳປາໄສໃນຖະນະບົດບາດເປັນປະທານອາຊຽນ, ຄະນະຜູ້ແທນຫວຽດນາມ ໄດ້ເນັ້ນໜັກວ່າໃນສະພາບການທີ່ຫຍຸ້ງຍາກ ແລະ ສັບສົນ, ບັນດາປະເທດຕ້ອງສົມທົບກັນ ເພື່ອເພີ່ມທະວີການພົວພັນຄູ່ຮ່ວມມື, ຮັກສາກົດໝາຍສາກົນ ແລະ ມາດຕະຖານທີ່ສອດຄ່ອງ; ຮັບປະກັນຄວາມສະຫງົບ ແລະ ສະຖຽນລະພາບ, ສ້າງສະພາບແວດລ້ອມທີ່ສະດວກດີໃຫ້ແກ່ການຟື້ນຟູ ແລະ ພັດທະນາ, ພ້ອມກັນນັ້ນຢັ້ງຢືນຄືນ ໃໝ່ຫຼັກໝັ້ນຂອງອາຊຽນກ່ຽວກັບທະເລຕາເວັນອອກ; ຢືນຢັນວ່າອາຊຽນໂດຍທົ່ວໄປ ແລະ ຫວຽດນາມ ໂດຍສະເພາະ ຈະສືບຕໍ່ເພີ່ມທະວີການຮ່ວມມືທີ່ມີລັກສະນະສ້າງສັນກັບທຸກໆຄູ່ຮ່ວມມື ໃນນັ້ນມີການາດາ, ຊຸກຍູ້ການເຈລະຈາ, ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ.

ຫວຽດນາມ ໄດ ເຂ າຮ ວມກອງປະຊ ມທາງອອນລາຍ ອາຊຽນ ການາດາ ຄ ງທ 17 ແນະນຳຄວາມສາມາດບົ່ມຊ້ອນດ້ານກະສິກຳ ຂອງຫວຽດນາມ ຢູ່ ເວເນຊູເອລາ

ຍສໝ - ກອງປະຊຸມສຳມະນາມີແຂກຖືກເຊີນ ເກືອບ 60 ຄົນ ແລະ ບັນດານັກວິສາຫະກິດ, ນັກທຸລະກິດ ຫວຽດນາມ ແລະ ເວເນຊູເອລາເຂົ້າຮ່ວມ.

ຫວຽດນາມ ໄດ ເຂ າຮ ວມກອງປະຊ ມທາງອອນລາຍ ອາຊຽນ ການາດາ ຄ ງທ 17 ນຳສົ່ງພົນລະເມືອງຫວຽດນາມ ຈຳນວນ 270 ຄົນຈາກປະເທດ UAE ກັບຄືນປະເທດຢ່າງປອດໄພ

ຍສໝ - ຜູ້ໂດຍສານໄດ້ນຳສົ່ງກັບຄືນປະເທດໃນຄັ້ງນີ້ ແມ່ນບັນດາຜູ້ທີ່ຖືກຕິດຄ້າງຍ້ອນການລະບາດຂອງພະຍາດ COVID-19 ແລະ ກໍລະນີທີ່ປະສົບຄວາມຫຍຸ້ງຍາກໂດຍສະເພາະ, ເຊັ່ນ: ແມ່ຍິງຖືພາ, ເດັກນ້ອຍອາຍຸຕໍ່າກວ່າ 18 ປີ, ຄົນເຈັບປ່ວຍໜັກ, ແລະ ຜູ້ອອກແຮງງານໝົດກຳນົດວີຊາ ຫຼື ສັນຍາແຮງງານ, ນັກຮຽນທີ່ບໍ່ມີບ່ອນຢູ່ອາໄສ ຍ້ອນຫໍພັກອັດປະຕູ.

ຫວຽດນາມ ໄດ ເຂ າຮ ວມກອງປະຊ ມທາງອອນລາຍ ອາຊຽນ ການາດາ ຄ ງທ 17 ສະຖານທູດຫວຽດນາມ ປະຈຳອາເມລິກາ ໄດ້ມອບຜ້າບັງປາກ ໃຫ້ແກ່ລັດ Maryland ເພື່ອປ້ອງກັນການລະບາດຂອງ COVID-19

ຍສໝ - ວັນທີ 8 ສິງຫາ, ຢູ່ສູນສຳນັກງານແຫ່ງລັດ Maryland - ສະຫະລັດອາເມລິກາ, ທ່ານ ຫ່າກິມຫງອກ - ເອກອັກຄະລັດຖະທູດຫວຽດນາມ ປະຈຳອາເມລິກາ ແລະ ທ່ານ John Wobensmith - ລັດຖະມົນຕີກະຊວງການຕ່າງປະເທດລັດ Maryland ໄດ້ມອບຜ້າບັງປາກ 10,000 ໃບໃຫ້ແກ່ລັດ Maryland ...

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.