ບັນດາການເຄື່ອນໄຫວທີ່ຫຼາກຫຼາຍ ເພື່ອຊອກຮູ້ພາສາ ແລະ ວັດທະນະທໍາຂອງບັນດາປະເທດທີ່ເວົ້າພາສາ ປອກຕຸຍການ.

06:10 | 14/05/2024

ຍສໝ - ພິທີ​ສະ​ເຫຼີມ​ສະ​ຫຼອງ​ວັນ​ພາ​ສາ​ ​ແລະ ວັດ​ທະ​ນະ​ທຳ​ຂອງ​ບັນ​ດາ​ປະ​ເທດ​ທີ່​ເວົ້າ​ພາ​ສາ​ ປອກ​ຕຸຍ​ການ ຫາກໍ​ໄດ້​ຮັບ​ການ​ຈັດ​ຕັ້ງ ໂດຍພະແນກພາ​ສາ ປອກ​ຕຸຍ​ການ, ມະ​ຫາ​ວິ​ທະ​ຍາ​ໄລ​ ຮ່າ​ໂນ້ຍ ສົມທົບກັບສະ​ຖາ​ບັນ​ພາ​ສາ ​ແລະ ​ການ​ຮ່ວມ​ມື Camões.

ນັກຮຽນ ເດນມາກ ຊອກຮູ້ກ່ຽວກັບປະຫວັດສາດ, ວັດທະນະທໍາ ຫວຽດນາມ ນັກຮຽນ ເດນມາກ ຊອກຮູ້ກ່ຽວກັບປະຫວັດສາດ, ວັດທະນະທໍາ ຫວຽດນາມ
ຊຸກຍູ້ການຮ່ວມມືລະຫວ່າງຫ້ອງການກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ແລະຫ້ອງການກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວລາວ ຊຸກຍູ້ການຮ່ວມມືລະຫວ່າງຫ້ອງການກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ແລະຫ້ອງການກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວລາວ

ພິທີ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້ຕາງໜ້າ​ຫຼາຍສະຖານທູດ​ຄື: ສາທາລະນະ​ລັດ ໂມຊຳບິກ, ສາທາລະນະ​ລັດ​ສະຫະພັນ ບຣາຊິນ, ສາທາລະນະ​ລັດ ອັງໂກລາ, ສາທາລະນະ​ລັດ ກິເນ-ບິດຊາວ ແລະ ສາທາລະນະ​ລັດ ຕິມໍ ຕາ​ເວັນ​ອອກ ປະຈຳ ຫວຽດນາມ.

ບັນດາການເຄື່ອນໄຫວທີ່ຫຼາກຫຼາຍ ເພື່ອຊອກຮູ້ພາສາ ແລະ ວັດທະນະທໍາຂອງບັນດາປະເທດທີ່ເວົ້າພາສາ ປອກຕຸຍການ.

ງານ​ວາງສະ​ແດງ “500 ປີ​ແຫ່ງ​ວັນຄ້າຍວັນ​ເກີດ​ຂອງນັກກະວີໃຫຍ່ Luiz Vaz de Camoes” ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ຜູ້​ແທນ​ພາຍ​ໃນ ​ແລະ ສາກົນ. (ພາບ: hanu.vn)

ກ່າວ​ຄຳປາໄສທີ່ເຫດການນີ້, ທ່ານ ປອ ​ນາງ ຫງວຽນ​ທິ​ກຸກ​ເຟືອງ, ຮອງ​ອຳນວຍການໂຮງຮຽນມະຫາວິທະຍາ​ໄລ ​ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ປະຈຳ​ປີ​ທີ່​ຊ່ວຍ​ໃຫ້​ນັກ​ສຶກສາໄດ້ພົບປະແລກປ່ຽນ ເພື່ອຊອກຮູ້ ແລະ ຍົກ​ສູງ​ຄວາມເຂົ້າ​ໃຈ​ດ້ານ​ພາສາ ​ປອກຕຸຍການ ກໍຄືເພີ່ມ​ທະວີ​ຄວາມ​ຮູ້ ແລະ ວັດທະນະທຳ​ຂອງ​ຄົນທີ່ຂຶ້ນກັບປະຊາ​ຄົມ​ບັນດາ​ປະ​ເທດ​ທີ່​ເວົ້າ​ພາສາ​ ປອກຕຸຍການ. ນີ້​ກໍ່​ແມ່ນ​ໂອກາດ ​ເພື່ອ​ຊ່ວຍ​ໃຫ້ພະແນກ​ພາສາ​ ປອກຕຸຍ​ການ ຂອງໂຮງຮຽນ ໄດ້ເປີດກ້ວາງ ແລະ ຮັດ​ແໜ້ນ​ການ​ພົວພັນ​ກັບ​ບັນດາ​ສະຖານທູດ, ອົງການ, ອົງການຈັດຕັ້ງຂອງ​ບັນດາ​ປະ​ເທດ​ທີ່​ເວົ້າ​ພາສາ​ ປອກຕຸຍການ.

ປີ 2024 ​ແມ່ນ​ປີ​ທີ່​​ມີຂີດ​ໝາຍ​ສຳຄັນ​ຫຼາຍ​ຢ່າງ​ໃນ​ປະຫວັດສາດ​ຂອງ​ມະຫາວິທະຍາ​ໄລ​ ຮ່າ​ໂນ້ຍ ​​ແລະ ປະຊາ​ຄົມ​ບັນດາ​ປະ​ເທດ​ທີ່​ເວົ້າ​ພາສາ ​ປອກຕຸຍ​ການ, ນັ້ນແມ່ນ: ສະເຫຼີມສະຫຼອງ 65 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ມະຫາວິທະຍາ​ໄລ​ຮ່າ​ໂນ້ຍ, ຄົບຮອບ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ພາກວິຊາພາສາ ​ປອກຕຸຍ​ການ ແລະ 35 ປີແຫ່ງການສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ບຣາຊິນ (ປະເທດທີ່ນຳໃຊ້ພາສາ ປອກຕຸຍການ ເປັນພາສາທາງການ).

ເຫດການປະກອບມີການເຄື່ອນໄຫວທີ່ຫຼາກຫຼາຍເຊັ່ນ: ຊິມອ​າຫານກັບນັກຮຽນ; ເປີດວັນພາສາ ປອກຕຸຍການ; ງານ​ວາງ​ສະ​ແດງ​ສະເຫຼີມສະຫຼອງ 500 ປີ​ແຫ່ງວັນຄ້າຍວັນເກີດຂອງນັກກະວີໃຫຍ່ Luiz Vaz de Camoes; ການສະແດງຮູບເງົາ "2 Filhos de Francisco" ...

ບັນດາຜູ້ແທນ ແລະ ແຂກຮັບເຊີນ ຍັງໄດ້ຊົມບົດຄັດຫຍໍ້ຈາກຜົນງານ“ຕົ້ນໝາກກ້ຽງຫວານຂອງຂ້າພະເຈົ້າ” ຂອງນັກປະພັນ José Mauro de Vasconcelos (ຊາວ ບຣາຊິນ, ເຊື້ອສາຍ ອິນເດຍ ແລະ ປອກຕຸຍການ) ໂດຍນັກສຶກສາຂອງພະແນກພາສາ ປອກຕຸຍການ ສະແດງ. ພ້ອມກັນນັ້ນ ​ແມ່ນ​ການ​ເຕັ້ນ​ລໍາ​ພື້ນ​ເມືອງ​ຂອງ ​ປອກ​ຕຸຍ​ການ​.

ມິງດຶກ

ເຫດການ
ອ່ານຫຼາຍທີ່ສຸດ
302 Found

Found

The document has moved here.