ຮ່າໂນ້ຍ ຊຸກຍູ້ການຮ່ວມມືກັບບັນດາທ້ອງຖິ່ນ ກຳປູເຈຍ

10:45 | 13/08/2020

ຍສໝ - ວັນທີ 12 ສິງຫາ, ທ່ານ ເວືອງດີ່ງເຫວ້, ກຳມະການກົມການເມືອງ, ເລຂາຄະນະພັກນະຄອນ, ຫົວໜ້າ ຄະນະຜູ້ແທນສະພາແຫ່ງຊາດນະຄອນຮ່າໂນ້ຍ ໄດ້ໃຫ້ການຕ້ອນຮັບ ທ່ານ Chay Navuth ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງລາຊະອານາຈັກ ກຳປູເຈຍ ປະຈຳ ຫວຽດນາມ.    

ຮ າໂນ ຍ ຊ ກຍ ການຮ ວມມ ກ ບບ ນດາທ ອງຖ ນ ກຳປ ເຈຍ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມທາງອອນລາຍ ອາຊຽນ - ການາດາ ຄັ້ງທີ 17
ຮ າໂນ ຍ ຊ ກຍ ການຮ ວມມ ກ ບບ ນດາທ ອງຖ ນ ກຳປ ເຈຍ ທະນາຄານຕ່າງປະເທດຫຼາຍແຫ່ງ ໄດ້ລົງທຶນເຂົ້າປະເທດຫວຽດນາມ
ຮ າໂນ ຍ ຊ ກຍ ການຮ ວມມ ກ ບບ ນດາທ ອງຖ ນ ກຳປ ເຈຍ

ທ່ານ ເວືອງດີ່ງເຫວ້, ກຳມະການກົມການເມືອງ, ເລຂາຄະນະພັກນະຄອນ, ຫົວໜ້າ ຄະນະຜູ້ແທນສະພາແຫ່ງຊາດນະຄອນຮ່າໂນ້ຍ ໄດ້ໃຫ້ການຕ້ອນຮັບ ທ່ານ Chay Navuth ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງລາຊະອານາຈັກ ກຳປູເຈຍ ປະຈຳ ຫວຽດນາມ.(ພາບ:HNM)

ທ່ານເລຂາຄະນະພັກນະຄອນຮ່າໂນ້ຍ ເວືອງດີ່ງເຫວ້ ຫວັງວ່າກຳປູເຈຍ ຈະສ້າງເງື່ອນໄຂອັນສະດວກໃຫ້ແກ່ບັນດາວິສາຫະກິດຮ່າໂນ້ຍເວົ້າສະເພາະ ແລະ ຫວຽດນາມເວົ້າລວມ ສາມາດລົງທຶນເຂົ້າກຳປູເຈຍ, ປະກອບສ່ວນເຂົ້າໃນການພັດທະນາການພົວພັນລະຫວ່າງສອງປະເທດ.

ວັນທີ 12 ສິງຫາ, ທ່ານ ເວືອງດີ່ງເຫວ້, ກຳມະການກົມການເມືອງ, ເລຂາຄະນະພັກນະຄອນ, ຫົວໜ້າ ຄະນະຜູ້ແທນສະພາແຫ່ງຊາດນະຄອນຮ່າໂນ້ຍ ໄດ້ໃຫ້ການຕ້ອນຮັບ ທ່ານ Chay Navuth ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງລາຊະອານາຈັກ ກຳປູເຈຍ ປະຈຳ ຫວຽດນາມ.

ທ່ານເລຂາຄະນະພັກນະຄອນຮ່າໂນ້ຍ ເວືອງດີ່ງເຫວ້ ສະເໜີໃຫ້ທ່ານເອກອັກຄະລັດຖະທູດ Chay Navuth ແລະ ສະຖານທູດ ກຳ ປູເຈຍສືບຕໍ່ຊຸກຍູ້ການຮ່ວມມື, ເສດຖະກິດ, ການຄ້າ, ການລົງທືນ ແລະການທ່ອງທ່ຽວ ລະຫວ່າງ ສອງຝ່າຍ, ພ້ອມກັນນັ້ນກໍ່ສະແດງຄວາມປາດຖະໜາ ການຄ້າຂາຍສອງປະເທດຈະກັບຄືນສູ່ສະພາບປົກກະຕິໂດຍໄວ ແລະ ສືບຕໍ່ໄດ້ຮັບການເພີ່ມທະວີເຂັ້ມແຂງເມື່ອການລະບາດຖືກຄວບຄຸມ.

ຮ າໂນ ຍ ຊ ກຍ ການຮ ວມມ ກ ບບ ນດາທ ອງຖ ນ ກຳປ ເຈຍ
ບັນດາຜູ້ແທນໄດ້ຖ່າຍຮູບຮ່ວມກັນ ທີ່ການພົບປະ.(ພາບ:HNM)

ທ່ານເລຂາຄະນະພັກນະຄອນຮ່າໂນ້ຍ ເວືອງດີ່ງເຫວ້ ຢືນຢັນວ່າຄະນະພັກນະຄອນ ແລະ ອຳນາດການປົກຄອງນະຄອນຮ່າໂນ້ຍ ພ້ອມແລ້ວທີ່ຈະໜູນຊ່ວຍ, ສ້າງທຸກເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວຂອງສະຖານທູດກຳປູເຈຍ. ພ້ອມກັນນັ້ນ, ກໍ່ສະແດງຄວາມປາດຖະໜາ ກຳປູເຈຍ ກໍ່ຈະສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດຂອງຮ່າໂນ້ຍເວົ້າສະເພາະ ແລະຫວຽດນາມເວົ້າລວມ ເພື່ອລົງທຶນ ຢູ່ ກຳປູເຈຍ, ປະກອບສ່ວນເຂົ້າໃນການພັດທະນາການພົວພັນລະຫວ່າງສອງປະເທດ.

ສ່ວນທ່ານເອກອັກຄະລັດຖະທູດ Chay Navuth ໄດ້ຕີລາຄາສູງຄວາມມານະພະຍາຍາມໃນການປ້ອງກັນ ແລະຄວບຄຸມພະຍາດລະບາດຂອງ COVID-19 ຂອງນະຄອນຫຼວງຮ່າໂນ້ຍ ໃນໄລຍະທີ່ຜ່ານມາ, ສະແດງຄວາມຂອບໃຈຕໍ່ນະຄອນຮ່າໂນ້ຍ ທີ່ຍາມໃດກໍ່ເອົາໃຈໃສ່ຊ່ວຍເຫຼືອ ແລະ ອຳນວຍຄວາມສະດວກໃນບັນດາກິດຈະກຳຂອງສະຖານທູດ. ທ່ານເອກອັກຄະລັດຖະທູດກໍ່ໄດ້ສະແດງຄວາມເຄົາລົບຕໍ່ການສະໜັບສະໜູນ ອຸປະກອນການແພດຈາກພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ໃຫ້ປະເທດ ກຳປູເຈຍ ໃນໄລຍະຜ່ານມາ, ໂດຍກ່າວວ່າມັນໄດ້ປະກອບສ່ວນ ສຳຄັນເຂົ້າໃນຄວາມພະຍາຍາມໃນການປ້ອງກັນ ແລະຄວບຄຸມພະຍາດລະບາດຂອງ COVID-19 ຂອງ ກຳປູເຈຍ.

ຮ າໂນ ຍ ຊ ກຍ ການຮ ວມມ ກ ບບ ນດາທ ອງຖ ນ ກຳປ ເຈຍ ແນະນຳຄວາມສາມາດບົ່ມຊ້ອນດ້ານກະສິກຳ ຂອງຫວຽດນາມ ຢູ່ ເວເນຊູເອລາ

ຍສໝ - ກອງປະຊຸມສຳມະນາມີແຂກຖືກເຊີນ ເກືອບ 60 ຄົນ ແລະ ບັນດານັກວິສາຫະກິດ, ນັກທຸລະກິດ ຫວຽດນາມ ແລະ ເວເນຊູເອລາເຂົ້າຮ່ວມ.

ຮ າໂນ ຍ ຊ ກຍ ການຮ ວມມ ກ ບບ ນດາທ ອງຖ ນ ກຳປ ເຈຍ ຫວຽດນາມ ແມ່ນປະເທດສະມາຊິກທີ່ມີຄວາມຮັບຜິດຊອບ

ຍສໝ - ທ່ານປະລິນຍາເອກ Munir Majid - ປະທານທະນາຄານ Muamalat ມາເລເຊຍ ໄດ້ຢືນຢັນວ່າ, ຫວຽດນາມ ແມ່ນປະເທດສະມາຊິກທີ່ມີຄວາມຮັບຜິດຊອບ ໃນສະມາຄົມອາຊຽນ ໃນໄລຍະ 25 ປີທີ່ຜ່ານມາ.

ຮ າໂນ ຍ ຊ ກຍ ການຮ ວມມ ກ ບບ ນດາທ ອງຖ ນ ກຳປ ເຈຍ ນຳສົ່ງພົນລະເມືອງຫວຽດນາມ ຈຳນວນ 270 ຄົນຈາກປະເທດ UAE ກັບຄືນປະເທດຢ່າງປອດໄພ

ຍສໝ - ຜູ້ໂດຍສານໄດ້ນຳສົ່ງກັບຄືນປະເທດໃນຄັ້ງນີ້ ແມ່ນບັນດາຜູ້ທີ່ຖືກຕິດຄ້າງຍ້ອນການລະບາດຂອງພະຍາດ COVID-19 ແລະ ກໍລະນີທີ່ປະສົບຄວາມຫຍຸ້ງຍາກໂດຍສະເພາະ, ເຊັ່ນ: ແມ່ຍິງຖືພາ, ເດັກນ້ອຍອາຍຸຕໍ່າກວ່າ 18 ປີ, ຄົນເຈັບປ່ວຍໜັກ, ແລະ ຜູ້ອອກແຮງງານໝົດກຳນົດວີຊາ ຫຼື ສັນຍາແຮງງານ, ນັກຮຽນທີ່ບໍ່ມີບ່ອນຢູ່ອາໄສ ຍ້ອນຫໍພັກອັດປະຕູ.

ໄຊພອນ

ເຫດການ
302 Found

Found

The document has moved here.