ທ່ານເລຂາທິຫານໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໂອ້ລົມທາງໂທລະສັບ ກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ

09:49 | 14/08/2020

ຍ​ສ​ໝ - ສ່ວນທ່ານເລ​ຂາ​ທິ​ຫານ​ໃຫຍ່​, ປະ​ທານ​ປະ​ເທດ ​ຫວຽດນາມ ຫງວຽນ​ຝູ​ຈ້ອງ ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ລາວ​ ທີ່​ໄດ້​ສົມ​ທົບ​ກັບ​ຫວຽດ​ນາມ​ຢ່າງ​ແໜ້ນ​ແຟ້ນ​ໃນ​ຂອບ​ເຂດ​ສອງ​ຝ່າຍ​ກໍ່​ຄື ການ​ຮ່ວມ​ມື​ໃນ​ອາ​ຊຽນ; ທ່ານ​ກໍ່​ຕີ​ລາ​ຄາ​ສູງ​ຕໍ່​ການ​ນຳ​ພາ​ຂອງ​ພັກ, ລັດ​ຖະ​ບານ ຄວາມ​ສາ​ມັກ​ຄີ​ຂອງ​ປະ​ຊາ​ຊົນ​ລາວ​ ໃນ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ ຢ່າງ​ຂ້ຽ​ວ​ຂາດ ແລະ ຮັບ​ປະ​ກັນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດສັງຄົມ.

ທ ານເລຂາທ ຫານໃຫຍ ປະທານປະເທດ ຫວຽດນາມ ຫງວຽນຝ ຈ ອງ ໂອ ລ ມທາງໂທລະສ ບ ກ ບທ ານເລຂາທ ການໃຫຍ ປະທານປະເທດລາວ ບ ນຍ ງ ວ ລະຈ ດ ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ສົ່ງຈົດໝາຍສະແດງຄວາມຊົມເຊີຍເຖິງທ່ານປະທານາທິບໍດີ ລັດເຊຍ Vladimir Putin
ທ ານເລຂາທ ຫານໃຫຍ ປະທານປະເທດ ຫວຽດນາມ ຫງວຽນຝ ຈ ອງ ໂອ ລ ມທາງໂທລະສ ບ ກ ບທ ານເລຂາທ ການໃຫຍ ປະທານປະເທດລາວ ບ ນຍ ງ ວ ລະຈ ດ ບົດອວຍພອນປີໃໝ່ລາວ ປີຊວດ ພສ 2563 ຂອງທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ
ທ ານເລຂາທ ຫານໃຫຍ ປະທານປະເທດ ຫວຽດນາມ ຫງວຽນຝ ຈ ອງ ໂອ ລ ມທາງໂທລະສ ບ ກ ບທ ານເລຂາທ ການໃຫຍ ປະທານປະເທດລາວ ບ ນຍ ງ ວ ລະຈ ດ
ທ່ານເລ​ຂາ​ທິ​ຫານ​ໃຫຍ່​, ປະ​ທານ​ປະ​ເທດ ​ຫວຽດນາມ ຫງວຽນ​ຝູ​ຈ້ອງ (ພາບ: TTXVN)

ຕອນ​ບ່າຍ​ວັນ​ທີ 13 ສິງ​ຫາ, ທ່ານເລ​ຂາ​ທິ​ຫານ​ໃຫຍ່​, ປະ​ທານ​ປະ​ເທດ ​ຫວຽດນາມ ຫງວຽນ​ຝູ​ຈ້ອງ ແລະ ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ລາວ ບຸນ​ຍັງ ວໍ​ລະ​ຈິດ ໄດ້​ມີ​ການ​ໂອ້​ລົມ​ທາງໂທ​ລະ​ສັບ​ກ່ຽວ​ກັບ​ສະ​ພາບ​ການ​ປະ​ຈຸ​ບັນ ແລະ ການ​ພົວ​ພັນ​ ຫວຽດ​ນາມ - ລາວ.

ໃນ​ການ​ໂອ້​ລົມ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ລາວ ບຸນ​ຍັງ ວໍ​ລະ​ຈິດ ໄດ້​ສະ​ແດງຄວາມ​ເສົ້​າ​ສະຫຼົດ​ໃຈ​ມາ​ຍັງ​ພັກ, ລັດ ແລະ ປະ​ຊາ​ຊົນ​ຫວຽດ​ນາມ ກ່ຽວ​ກັບ​ການ​ເຖິງ​ແກ່​ມໍ​ລະ​ນະ​ກຳຂອງທ່ານ​ອະ​ດີດ​ເລ​ຂາ​ທິ​ການ​ໃຫຍ່ ເລ​ຂາ​ຟ​ຽວ​ ແລະ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ, ປະ​ຊາ​ຊົນ​ຫວຽດ​ນາມ​ຈະ​ສືບຕໍ່ຍ​າດ​ໄດ້​ຜົນ​ງານ​ໃຫມ່, ຍິ່ງ​ໃຫຍ່ຫຼາຍ​ຢ່າງ​ກ່​ວາ​ອີກ; ຕີ​ລາ​ຄາ​ສູງ​ຕໍ່ຄວາ​​ມມາ​ນະ​ພະ​ຍາ​ຍາມ, ບົດ​ຮຽນ, ປະ​ສົບ​ການ ຂອງ​ຫວຽດ​ນາມ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ ແລະ ຄວບ​ຄຸມໂລກ​ລະ​ບາດ Covid – 19 ໃນ​ໄລ​ຍະ​ຜ່າ​ນ​ມາ ແລະ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ຫວຽດ​ນາມ ຈະ​ສືບ​ຕໍ່​ສະ​ກັດ​ກັ້ນ ແລະ ຄວບ​ຄຸມ​ໂລກ​ລະ​ບາດ Covid – 19 ໄດ້​ເປັນ​ຢ່າງ​ດີ. ປະ​ທານ​ປະ​ເທດ​ລາວ​ປາດ​ຖະ​ໜາ​ຢາກ​ໃຫ້​ສອງ​ປະ​ເທດເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ, ສົມ​ທົບ ແລະ ໜູນ​ຊ່ວຍ​ກັນ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid – 19.

ສ່ວນທ່ານເລ​ຂາ​ທິ​ຫານ​ໃຫຍ່​, ປະ​ທານ​ປະ​ເທດ ​ຫວຽດນາມ ຫງວຽນ​ຝູ​ຈ້ອງ ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ ​ລາວ​ ທີ່​ໄດ້​ສົມ​ທົບ​ກັບ​ຫວຽດ​ນາມ​ຢ່າງ​ແໜ້ນ​ແຟ້ນ​ໃນ​ຂອບ​ເຂດ​ສອງ​ຝ່າຍ​ກໍ່​ຄື ການ​ຮ່ວມ​ມື​ໃນ​ອາ​ຊຽນ; ທ່ານ​ກໍ່​ຕີ​ລາ​ຄາ​ສູງ​ຕໍ່​ການ​ນຳ​ພາ​ຂອງ​ພັກ, ລັດ​ຖະ​ບານ ຄວາມ​ສາ​ມັກ​ຄີ​ຂອງ​ປະ​ຊາ​ຊົນ​ລາວ​ ໃນ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ ຢ່າງ​ຂ້ຽ​ວ​ຂາດ ແລະ ຮັບ​ປະ​ກັນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດສັງຄົມ; ທ່ານ​ກໍ່​ສະ​ເໜີ​ໃຫ້​ສອງ​ປະ​ເທດ​ສືບ​ຕໍ່​ຮ່ວມ​ມື​ກັນ​ຢ່າງ​ແໜ້ນ​ແຟ້ນ, ຮ່ວມ​ແຮງ​ຮ່ວມ​ໃຈ ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ກັນ, ຄຽງ​ບ່າ​ຄຽງ​ໄລ່​ພ້ອມ​ກັນ​ຕ້​ານ ແລະ ເອົາ​ຊະ​ນະ​ໂລກ​ລະ​ບາດ Covid – 19 ໃຫ້​ໄດ້​ເພື່ອ​ໃຫ້​ສອງ​ປະ​ເທດ​ມີ​ສະ​ພາບ​ການ​ເປັນ​ປົກ​ກະ​ຕິ​ໂດຍ​ໄວ, ສືບ​ຕໍ່​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ ແລະ ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ.

ທີ່​ການ​ໂອ້​ລົມ​ໂທ​ລະ​ສັບ, ສອງ​ຝ່າຍ​ຕີ​ລາ​ຄ​າ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ບັນ​ດາ​ກະ​ຊວງ, ຄະ​ນະ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ​ໄດ້​ມີຫຼາຍ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ໃນ​ການ​ສົມ​ທົບ​ກັນ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ສອງ​ພັກ, ບັນ​ດາ​ສົນ​ທິ​ສັນ​ຍາ, ຂໍ້​ຕົກ​ລົງ​ການ​ຄ້າ​ລະ​ຫວ່າງສອງ​ປະ​ເທດ, ຢັ້ງ​ຢືນ​ສືບ​ຕໍ່​ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ​ຢ່າງ​ທັນ​ການ ແລະ ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ, ສະ​ໜັບ​ສະ​ໜູນ​ກັນ​ໃນ​ບັນ​ດາ​ບັນ​ຫາ​ສາ​ກົນ ແລະ ພາກ​ພື້ນ, ສົມ​ທົບ​ກັນ​ກັບ​ກຳ​ປູ​ເຈຍ ປະ​ຕິ​ບັດ​ບັນ​ດາ​ຂໍ້​ຕົ​ກ​ລົງ​ລະ​ຫວ່າງ​ ນາ​ຍົກ​ລັດ​ຖະ​ມົນ​ຕີ 3 ທ່ານກ່ຽວ​ກັບ​ເຂດ​ສາມ​ລຽມ​ພັດ​ທະ​ນາ​ລະ​ຫວ່າງ ສາມປະ​ເທດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ພ້ອມ​ທັງ​ສົມ​ທົບ​ກັບ​ບັນ​ດາ​ປະ​ເທດ​ໃນ​ການ​ຄຸ້ມ​ຄອງ ແລະ ນຳ​ໃຊ້​ແຫຼ່ງ​ແມ່​ນ້ຳ​ຂອງແບບ​ຍືນ​ຍົງ ແລະ ມີ​ປະ​ສິດ​ທິ​ຜົນ​ເພື່ອ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ໃນ​ພາກ​ພື້ນ.

ທ ານເລຂາທ ຫານໃຫຍ ປະທານປະເທດ ຫວຽດນາມ ຫງວຽນຝ ຈ ອງ ໂອ ລ ມທາງໂທລະສ ບ ກ ບທ ານເລຂາທ ການໃຫຍ ປະທານປະເທດລາວ ບ ນຍ ງ ວ ລະຈ ດ ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ສົ່ງຈົດໝາຍສະແດງຄວາມຊົມເຊີຍເຖິງທ່ານປະທານາທິບໍດີ ລັດເຊຍ Vladimir Putin

ຍສໝ - ໄຊຊະນະຂອງການຕໍ່ສູ້ຕ້ານລັດທິຟາດຊິດ ກ່ອນນີ້ 75 ປີ ແມ່ນຂີດໝາຍທີ່ຮຸ່ງເຮືອງເຫລືອງເຫລື້ອມໃນປະຫວັດສາດມວນມະນຸດ, ແມ່ນໜຶ່ງໃນໄຊຊະນະຍິ່ງໃຫຍ່ທີ່ສຸດຂອງສະຕະວັດທີ 20, ມີຂອບຂະໜາດ, ຄຸນຄ່າ ແລະ ຄວາມໝາຍຍຸກສະໄໝເລິກເຊິ່ງ.

ທ ານເລຂາທ ຫານໃຫຍ ປະທານປະເທດ ຫວຽດນາມ ຫງວຽນຝ ຈ ອງ ໂອ ລ ມທາງໂທລະສ ບ ກ ບທ ານເລຂາທ ການໃຫຍ ປະທານປະເທດລາວ ບ ນຍ ງ ວ ລະຈ ດ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ 7 ປະເທດ ຍື່ນສານຕາຕັ້ງຕໍ່ທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ

ຍສໝ - ຕອນເຊົ້າວັນທີ 27 ກຸມພາ 2020, ຢູ່ນະຄອນຫຼວງ ຮ່າໂນ້ຍ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ 7 ປະເທດ ຍື່ນສານຕາຕັ້ງຕໍ່ທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ.

ທ ານເລຂາທ ຫານໃຫຍ ປະທານປະເທດ ຫວຽດນາມ ຫງວຽນຝ ຈ ອງ ໂອ ລ ມທາງໂທລະສ ບ ກ ບທ ານເລຂາທ ການໃຫຍ ປະທານປະເທດລາວ ບ ນຍ ງ ວ ລະຈ ດ ທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ອວຍ​ພອນ​ບຸນ​ເຕັດ​ການ​ນຳ, ອະ​ດີດ​ການ​ນຳ ພັກ, ລັດ

ຍສໝ - ຕອນເຊົ້າວັນທີ 22 ມັງກອນ, ຢູ່ຮ່າໂນ້ຍ, ທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ເປັນປະທານໃນການພົບປະ, ອວຍພອນປີໃໝ່ບັນດານັກປະຕິວັດຜູ້ອາວຸໂສ, ການນຳ, ອະດີດການນຳພັກ, ລັດ, ແນວໂຮມປະເທດຊາດ ຫວຽດນາມ, ພໍ່ແມ່ພີ່ນ້ອງ, ນັກຮົບໃນທົ່ວປະເທດ ແລະ ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.