ແນະນຳຄວາມສາມາດບົ່ມຊ້ອນດ້ານກະສິກຳ ຂອງຫວຽດນາມ ຢູ່ ເວເນຊູເອລາ

14:37 | 12/08/2020

ຍສໝ - ກອງປະຊຸມສຳມະນາມີແຂກຖືກເຊີນ ເກືອບ 60 ຄົນ ແລະ ບັນດານັກວິສາຫະກິດ, ນັກທຸລະກິດ ຫວຽດນາມ ແລະ ເວເນຊູເອລາເຂົ້າຮ່ວມ.    

ແນະນຳຄວາມສາມາດບ ມຊ ອນດ ານກະສ ກຳ ຂອງຫວຽດນາມ ຢ ເວເນຊ ເອລາ ຫວຽດນາມ ແມ່ນປະເທດສະມາຊິກທີ່ມີຄວາມຮັບຜິດຊອບ
ແນະນຳຄວາມສາມາດບ ມຊ ອນດ ານກະສ ກຳ ຂອງຫວຽດນາມ ຢ ເວເນຊ ເອລາ ນຳສົ່ງພົນລະເມືອງຫວຽດນາມ ຈຳນວນ 270 ຄົນຈາກປະເທດ UAE ກັບຄືນປະເທດຢ່າງປອດໄພ
ແນະນຳຄວາມສາມາດບ ມຊ ອນດ ານກະສ ກຳ ຂອງຫວຽດນາມ ຢ ເວເນຊ ເອລາ
ກອງປະຊຸມສຳມະນາກ່ຽວກັບການສົ່ງເສີມເສດຖະກິດ ແລະການຄ້າ ຢູ່ ເວເນຊູເອລາໃນຮູບແບບອອນລາຍ.

ກອງປະຊຸມສຳມະນາ ຄັ້ງນີ້ເພື່ອແນໃສ່ຊຸກຍູ້ການພົວພັນດ້ານເສດຖະກິດ ແລະ ເພີ່ມທະວີການຮ່ວມມືດ້ານການຄ້າສອງຝ່າຍໃນຂົງເຂດກະສິກຳ; ສົ່ງເສີມການນຳເຂົ້າ ແລະ ສົ່ງອອກ, ແນະນຳ ແລະ ໂຄສະນາຄວາມສາມາດບົ່ມຊ້ອນດ້ານກະສິກຳ ຂອງຫວຽດນາມ ແລະ ເວເນຊູເອລາ.

ພ້ອມກັນນັ້ນ, ກອງປະຊຸມສຳມະນາຍັງຊ່ວຍໃຫ້ບັນດາວິສາຫະກິດແນະນຳບັນດາຜະລິດຕະພັນກະເສດ ແລະ ສະບຽງອາຫານທີ່ຄວາມສາມາດບົ່ມຊ້ອນຂອງຫວຽດນາມ, ເຊື່ອມຕໍ່ການຄ້າ ລະຫວ່າງ ບັນດາວິສາຫະກິດທີ່ມີທ່າແຮງຂອງສອງປະເທດ.

ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານເອກອັກຄະລັດຖະທູດ ເລວຽດຢຽນ ຢືນຢັນວ່າລັດຖະບານ ແລະປະຊາຊົນຫວຽດນາມຍາມໃດກໍ່ຖືເປັນສຳຄັນການຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍ, ພິເສດແມ່ນໃນບັນດາຂົງເຂດເຊິ່ງສອງປະເທດມີຄວາມສາມາດບົ່ມຊ້ອນ.

ຫວຽດນາມພ້ອມແລ້ວທີ່ຈະແບ່ງປັນກັບເວເນຊູເອລາກ່ຽວກັບປະສົບການຂອງຕົນໃນການສ້າງສາ ແລະ ພັດທະນາປະເທດ, ໂດຍສະເພາະໃນສະພາບການຂອງການລະບາດຂອງ COVID-19 ທີ່ສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ຊີວິດເສດຖະກິດ ແລະ ສັງຄົມກ່ຽວກັບຄວາມໝັ້ນຄົງດ້ານສະບຽງອາຫານ ໃນໂລກ ແລະ ພາກພື້ນ.

ໃນຂົງເຂດເສດຖະກິດການຄ້າ, ເວເນຊູເອລາ ແມ່ນຕະຫຼາດທີ່ມີທ່າແຮງສຳລັບຫວຽດນາມ, ສາມາດຕອບສະໜອງເປົ້າໝາຍ ໃນການຂະຫຍາຍຕະຫຼາດໃຫ້ຫລາກຫລາຍ ຂອງບັນດາວິສາຫະກິດຫວຽດນາມ. ຫວຽດນາມ ແລະເວເນຊູເອລາ ກຳລັງປະເຊີນກັບໂອກາດໃນການເພີ່ມທະວີການຮ່ວມມືດ້ານເສດຖະກິດ ແລະ ການຄ້າສອງຝ່າຍ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດ.

ແນະນຳຄວາມສາມາດບ ມຊ ອນດ ານກະສ ກຳ ຂອງຫວຽດນາມ ຢ ເວເນຊ ເອລາ
ທ່ານເອກອັກຄະລັດຖະທູດ ເລວຽດຢຽນ ໄດ້ກ່າວຄຳເຫັນທີ່ກອງປະຊຸມສຳມະນາ.

ນອກຈາກການແລກປ່ຽນການຄ້າແລ້ວ, ສອງປະເທດຍັງມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງໃນການຮ່ວມມືໃນຂົງເຂດຕ່າງໆເຊັ່ນ: ພະລັງງານ, ນ້ຳມັນ ແລະ ອາຍແກັດ, ອາຫານທະເລ, ສຸຂະພາບ, ວິທະຍາສາດ - ເຕັກໂນໂລຢີ ແລະ ໂດຍສະເພາະແມ່ນກະສິກຳ. ທີ່ກອງປະຊຸມ, ຜ່ານບົດກ່າວປາໄສ ແລະຄວາມເຫັນຂອງແຂກຖືກເຊີນ ແລະ ນັກທຸລະກິດຂອງສອງປະເທດໃນຂົງເຂດກະສິກຳ, ບັນດາວິສາຫະກິດທີ່ໄດ້ມີການເຊື່ອມຕໍ່ ແລະແນະນຳບັນດາຜະລິດຕະພັນກະເສດ, ເຄື່ອງປ່າຂອງດົ່ງ, ສິນໃນນ້ຳ, ແລກປ່ຽນປະສົບການ ແລະ ແລກປ່ຽນໂອກາດທາງທຸລະກິດ.

ເວເນຊູເອລາມີທ່າແຮງອັນໃຫຍ່ຫຼວງຕໍ່ການພັດທະນາກະສິກຳແຕ່ປະຈຸບັນຍັງບໍ່ທັນໄດ້ນຳໃຊ້ເທື່ອ. ລັດຖະບານເວເນຊູເອລາພ້ອມແລ້ວທີ່ຈະສະເໜີແຮງຈູງໃຈສູງໃຫ້ແກ່ວິສາຫະກິດຫວຽດນາມໃນການລົງທືນໃນການຜະລິດແລະທຸລະກິດໃນຂົງເຂດນີ້. ປະຈຸບັນ, ໃນແຕ່ລະປີ, ເວເນຊູເອລາ ຍັງໄດ້ນຳເຂົ້າອາຫານແລະສະບຽງອາຫານເປັນຈຳນວນຫລວງຫລາຍສຳລັບຄວາມຕ້ອງການພາຍໃນປະເທດ, ໃນນັ້ນເຂົ້າສານປະມານ 500.000 ໂຕນ/ປີ.

ແນະນຳຄວາມສາມາດບ ມຊ ອນດ ານກະສ ກຳ ຂອງຫວຽດນາມ ຢ ເວເນຊ ເອລາ ຫວຽດນາມ ໜູນຊ່ວຍລາວ ປັບປຸງສໍານວນເອກະສານເຂດອະນຸລັກຮັກສາທໍາມະຊາດຍື່ນສະເໜີຕໍ່ UNESCO

ຍສໝ - ຫີນໜາມໜໍ່ ແມ່ນເຂດອະນຸລັກຮັກສາທໍາມະຊາດຂຶ້ນກັບແຂວງຄໍາມ່ວນ, ຕິດກັບລະບົບພູຫີນປູນຕາມເສັ້ນຊາຍແດນຫວຽດນາມ-ລາວ ຂອງປ່າສະຫງວນແຫ່ງຊາດຟອງຍາ-ແກ໋ບ່າງ (123.00 ເຮັກຕາ), ສະນັ້ນຈໍາເປັນຕ້ອງນອນໃນລະບົບດຽວກັນເພື່ອອະນຸລັກຮັກສາ ແລະສ້າງເປັນເຂດພູຫີນປູນໃຫຍ່ທີ່ສຸດຢູ່ອາຊີ.

ແນະນຳຄວາມສາມາດບ ມຊ ອນດ ານກະສ ກຳ ຂອງຫວຽດນາມ ຢ ເວເນຊ ເອລາ ການແຂ່ງຂັນກິລາມິດຕະພາບຫວຽດນາມ-ລາວ

ຍສໝ - ເມື່ອບໍ່ດົນມານີ້, ການແຂ່ງຂັນກິລາມິດຕະພາບເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນຊາດ ສສ ຫວຽດນາມ (2-9-1945/2-9-2020), ສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງຂະແໜງການທູດຫວຽດນາມ (28-8-1945/28-8-2020) ແລະ75 ປີແຫ່ງວັນມູນເຊື້ອຕໍາຫຼວດປະຊາຊົນຫວຽດນາມ (19-8-1945/19-8-2020) ໄດ້ດໍາເນີນຢູ່ນະຄອນຫຼວງວຽງຈັນ.

ແນະນຳຄວາມສາມາດບ ມຊ ອນດ ານກະສ ກຳ ຂອງຫວຽດນາມ ຢ ເວເນຊ ເອລາ ນໍາສົ່ງພົນລະເມືອງຫວຽດນາມ ກວ່າ 340 ຄົນຈາກອົດສະຕາລີ ກັບມາປະເທດ

ຍສໝ - ພາຍຫຼັງເຮືອບິນລົງຈອດຢູ່ສະໜາມບິນເຕິນເຊີນເຍິດ, ຜູ້ໂດຍສານທັງໝົດໄດ້ໄປກວດສຸຂະພາບ ແລະນຳສົ່ງໄປແຍກປ່ຽວຕາມກົດລະບຽບ.

ໄຊພອນ

ເຫດການ
302 Found

Found

The document has moved here.