ຫວຽດນາມ ໄດ້ສັ່ງຊື້ວັກຊີນຕ້ານ COVID-19 ຈຳນວນ 50 - 150 ລ້ານປະລິມານ ຈາກ ຣັດເຊຍ

06:15 | 16/08/2020

ຍສໝ - ໜັງສືພິມຕ່າງປະເທດຫລາຍສະບັບ ໄດ້ລົງຂ່າວອີກຄັ້ງວ່າ ຫວຽດນາມໄດ້ລົງທະບຽນສັ່ງຊື້ວັກຊີນຕ້ານ COVID-19 ຂອງຣັດເຊຍ, ພາຍຫຼັງທີ່ ປະເທດຣັດເຊຍປະກາດວັກຊີນທີ່ມີຊື່ວ່າ Sputnik V ໃນສະພາບການທົ່ວໂລກໄດ້ບັນທຶກຫລາຍກ່ວາ 21 ລ້ານກໍລະນີທີ່ຕິດເຊື້ອພະຍາດ COVID-19.

ຫວຽດນາມ ໄດ ສ ງຊ ວ ກຊ ນຕ ານ covid 19 ຈຳນວນ 50 150 ລ ານປະລ ມານ ຈາກ ຣ ດເຊຍ ຍອດຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ໃນທົ່ວໂລກ ແມ່ນ 20.768.722 ຄົນ, ໃນນັ້ນມີ 751.227 ຄົນເສຍຊີວິດ
ຫວຽດນາມ ໄດ ສ ງຊ ວ ກຊ ນຕ ານ covid 19 ຈຳນວນ 50 150 ລ ານປະລ ມານ ຈາກ ຣ ດເຊຍ ໂລກ​ລະ​ບາດ Covid – 19 ບໍ່​ສາ​ມາດ​ກີດ​ຂວາງ ຫວຽດ​ນາມ - ອິນ​ເດຍ ​ສືບ​ຕໍ່​ຮ່ວມ​ມື

ທີ່ກອງປະຊຸມຄະນະກຳມະການຊີ້ນຳລະດັບຊາດ ກ່ຽວກັບການປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດ COVID-19 ໃນຕອນບ່າຍວັນທີ 14 ສິງຫາ, ທ່ານ ຫງວຽນແທງລອງ - ຮັກສາລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ໃຫ້ຮູ້ວ່າຫວຽດນາມໄດ້ສັ່ງຊື້ວັກຊີນຕ້ານ COVID-19 ຈຳນວນ 50 - 150 ລ້ານປະລິມານທີ່ຜະລິດໂດຍປະເທດຣັດເຊຍ ເຊິ່ງແມ່ນຢາວັກຊີນລຸ້ນທຳອິດທີ່ໄດ້ຮັບການປະກາດທົ່ວໂລກ.

ຕາມນັ້ນແລ້ວ, ສະຖານທູດລັດເຊຍປະຈຳຫວຽດນາມ ກໍ່ໄດ້ສົ່ງເອກະສານເຖິງລັດຖະບານຫວຽດນາມ ເພື່ອສະໜັບສະໜູນເຄື່ອງຈັກ, ຜະລິດຕະພັນການແພດ ແລະ ອຸປະກອນຈຳນວນໜຶ່ງກ່ຽວກັບການປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດ COVID-19, ໃນນັ້ນມີວັກຊີນທີ່ຫາກໍ່ເປີດຕົວດັ່ງກ່າວ.

ຫວຽດນາມ ໄດ ສ ງຊ ວ ກຊ ນຕ ານ covid 19 ຈຳນວນ 50 150 ລ ານປະລ ມານ ຈາກ ຣ ດເຊຍ
ຫວຽດນາມ ໄດ້ສັ່ງຊື້ວັກຊີນຕ້ານ COVID-19 ຈຳນວນ 50 - 150 ລ້ານປະລິມານຈາກຣັດເຊຍ. (ພາບປະກອບ: AP)

ພາຍຫຼັງໄດ້ຮັບເອກະສານນີ້, ຜູ້ຕາງໜ້າຂອງຫວຽດນາມ ແລະ ລັດເຊຍໄດ້ແລກປ່ຽນສົນທະນາ ກ່ຽວກັບຈຳນວນວັກຊີນທີ່ຫວຽດນາມສາມາດສັ່ງຊື້ໄດ້ໃນລະດັບ 50 - 150 ລ້ານປະລິມານ, ໃນນັ້ນສ່ວນ ໜຶ່ງແມ່ນຝ່າຍຣັດເຊຍມອບໃຫ້ແກ່ຫວຽດນາມ, ສ່ວນໜຶ່ງແມ່ນຝ່າຍຫວຽດນາມ ຈະຈ່າຍເປັນເງິນ.

ກ່ອນໜ້ານັ້ນໃນວັນທີ 11 ສິງຫາ, ທ່ານ Vladimir Putin - ປະທານາທິບໍດີຣັດເຊຍ ໄດ້ປະກາດວ່າ ປະເທດລັດເຊຍໄດ້ລົງທະບຽນວັກຊີນປ້ອງກັນພະຍາດ COVID-19 ຢ່າງທຳອິດໃນໂລກທີ່ມີຊື່ວ່າ Sputnik V. ວັກຊີນນີ້ໄດ້ຄົ້ນຄວ້າຂະຫຍາຍ ໂດຍສະຖາບັນສຸຂາພິບານ ແລະ ຈຸນລະຊີບແຫ່ງຊາດ Gamaleya ປະສານສົມທົບກັບສະຖາບັນຄົ້ນຄ້ວາ 48 - ກະຊວງປ້ອງກັນປະເທດລັດເຊຍ.

ສະຖານີວິທະຍຸ CNN ໄດ້ອ້າງອີງເຖິງຂໍ້ມູນຈາກທ່ານ Kirill Dmitriev - ຫົວໜ້າກອງການລົງທືນໂດຍກົງຂອງຣັດເຊຍ (RDIF) ໃຫ້ຮູ້ວ່າຢາວັກຊີນຕ້ານພະຍາດ COVID-19 ຈາກຣັດເຊຍ ຈະໄດ້ ຜັນຂະຫຍາຍນຳໃຊ້ສຳລັບຄົນທີ່ຢູ່ໃນກຸ່ມທີ່ມີຄວາມສ່ຽງສູງກ່ອນ, ຫຼັງຈາກນັ້ນຈະນຳໃຊ້ຢ່າງກ້ວາງໃຫ້ແກ່ຊາວລັດເຊຍໃນເດືອນຕຸລາປີ 2020.

ຫວຽດນາມ ໄດ ສ ງຊ ວ ກຊ ນຕ ານ covid 19 ຈຳນວນ 50 150 ລ ານປະລ ມານ ຈາກ ຣ ດເຊຍ ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເຂົ້າຮ່ວມກອງປະຊຸມສົນທະນາຂັ້ນສູງ ສະພາຄວາມໝັ້ນຄົງສະຫະປະຊາຊາດ

ຍສໝ - ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີຫວຽດນາມ ກ່າວວ່າ “ການຕໍ່ສູ້ກັບ COVID-19 ແມ່ນສົງຄາມບໍ່ແມ່ນບັນຫາສ່ວນຕົວ”, ຢັ້ງຢືນຄຳໝັ້ນສັນຍາຂອງຫວຽດນາມ ແລະ ຮຽກຮ້ອງເພີ່ມທະວີການຮ່ວມມືສາກົນ ແລະ ຄວາມສາມັກຄີ ເພື່ອສະກັດກັ້ນໂລກລະບາດ.

ຫວຽດນາມ ໄດ ສ ງຊ ວ ກຊ ນຕ ານ covid 19 ຈຳນວນ 50 150 ລ ານປະລ ມານ ຈາກ ຣ ດເຊຍ ນະຄອນຫຼວງຮ່າໂນ້ຍ ຕ້ອງການການເກັບມ້ຽນສິນຄ້າເພີ່ມຂື້ນ 3 ເທົ່າເພື່ອຮັບມືກັບການລະບາດຂອງພະຍາດ COVID-19

ຍສໝ - ບັນດາວິສາຫະກິດທຸລະກິດຂາຍຍ່ອຍ ມີຄວາມຈຳເປັນຕ້ອງໃນການເກັບມ້ຽນສິນຄ້າໄວ້ທົບ 3 ເທົ່າທຽບໃສ່ຄວາມຕ້ອງການປົກກະຕິຂອງປະຊາຊົນ, ແລະ ປະຕິບັດໃນ 3 ເດືອນ (ເດືອນສິງຫາ, ກັນຍາ ແລະ ຕຸລາ).

ຫວຽດນາມ ໄດ ສ ງຊ ວ ກຊ ນຕ ານ covid 19 ຈຳນວນ 50 150 ລ ານປະລ ມານ ຈາກ ຣ ດເຊຍ ຜູ້ຊ່ຽວຊານສາກົນ: ຫວຽດນາມ ໄດ້ຕອບສະໜອງຢ່າງໄວວາ ແລະ ເຂັ້ມແຂງຕໍ່ການຕິດເຊື້ອພະຍາດ COVID-19 ຄັ້ງໃໝ່

ຍສໝ - ໃນການໃຫ້ສຳພາດທີ່ສະຖານີວິທະຍຸກະຈາຍສຽງ BBC ໃນຕອນແລງຂອງວັນທີ 9 ສິງຫາ, ທ່ານສາດສະດາຈານ Michael Toole - ຜູ້ຊ່ຽວຊານການສຸຂາພິບານ ແລະ ເປັນຜູ້ນຳດ້ານການຄົ້ນຄ້ວາທີ່ສະຖາບັນ Burnet ໃນນະຄອນຫຼວງ Melbourne (ປະເທດອົດສະຕາລີ), ໄດ້ກ່າວວ່າ ຄ້າຍຄືກັບການລະບາດຂອງພະຍາດຕິດຕໍ່ລະບົບຫາຍໃຈ COVID-19 ໃນຄັ້ງທຳອິດ, ຫວຽດນາມ ໄດ້ສະແດງຄວາມຕອບສະໜອງຢ່າງວ່ອງໄວ ແລະ ...

ຄຳຮຸ່ງ

302 Found

Found

The document has moved here.