ປະ​ທານ​ສະ​ພາ​ແຫ່ງ​ຊາດ ໃຫ້​ການ​ຕ້ອ​ນ​ຮັບ​ປະ​ທານ​ສະ​ພາ​ກຳ​ປູ​ເຈຍ

19:30 | 15/08/2020

ຍ​ສ​ໝ - ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຍັງປາດຖະໜາວ່າ, ໃນໄລຍະຈະມາເຖິງ, ກໍາປູເຈຍ ຈະສືບຕໍ່ສະໜັບສະໜູນຫຼັກໝັ້ນລວມຂອງ ອາຊຽນ, ສະໜັບສະໜູນ ແລະ ໃຫ້ການສົມທົບຢ່າງແໜ້ນແຟ້ນ ເພື່ອໃຫ້ຫວຽດນາມ ສາມາດປະຕິບັດສໍາເລັດໜ້າທີ່ສໍາຄັນຄື ເປັນປະທານ ອາຊຽນ, ປະທານ AIPA 41 ໃນປີ 2020 ແລະ ກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021. 

ປະ ທານ ສະ ພາ ແຫ ງ ຊາດ ໃຫ ການ ຕ ອ ນ ຮ ບ ປະ ທານ ສະ ພາ ກຳ ປ ເຈຍ ຫວຽດ​ນາມ ແລະ ກຳ​ປູ​ເຈຍ​ ມອບ​ຮັບ​ແຜນ​ທີ່​ພູ​ມີ​ປະ​ເທດ​ເຂດ​ຊາຍ​ແດນ
ປະ ທານ ສະ ພາ ແຫ ງ ຊາດ ໃຫ ການ ຕ ອ ນ ຮ ບ ປະ ທານ ສະ ພາ ກຳ ປ ເຈຍ ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ໃຫ້​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດກຳ​ປູ​ເຈຍ ປະ​ຈຳ​ຫວຽດ​ນາມ
ປະ ທານ ສະ ພາ ແຫ ງ ຊາດ ໃຫ ການ ຕ ອ ນ ຮ ບ ປະ ທານ ສະ ພາ ກຳ ປ ເຈຍ
ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຕ້ອນຮັບປະທານສະພາແຫ່ງຊາດກໍາປູເຈຍ Samdech Heng Samrin (ພາບ: VOV)

ຕອນ​ເຊົ້າ​ວັນ​ທີ 15 ສິງ​ຫາ, ຢູ່​ຫໍ​ສະ​ພາ​ແຫ່ງ​ຊາດ, ທ່າ​ນ​ນາງ​ສະ​ພາ​ແຫ່ງ​ຊາດ ຫງວຽ​ນ​ທິ​ກິມ​ເງິນ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ Samdech Heng Samrin ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ກຳ​ປູ​ເຈຍ ເນື່ອງ​ໃນ​ໂອ​ກາດ​ ຄະ​ນະ​ຜູ້​ແທນ​ເຂົ້າ​ພິ​ທີ​ໄວ້​ອາ​ໄລ​ທ່ານ ອະດີດເລ​ຂາ​ທິ​ການ​ໃຫຍ່ ເລ​ຂາ​ຟຽວ.

ໂດຍ​ເປັ​ນ​ຕາງ​ໜ້າ​ໃຫ້​ແກ່ພັກ, ລັດ, ສະ​ພາ​ແຫ່ງ​ຊາດ ແລະ ປະ​ຊາ​ຊົນ ຫ​ວຽດ​ນາມ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການນໍາຂັ້ນສູງຂອງ ກໍາປູເຈຍ ທີ່ໄດ້ສົ່ງໂທລະເລກສະແດງຄວາມເສົ້າສະຫຼົດໃຈ, ມາໄວ້ອາໄລທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ. ນີ້ແມ່ນການກະທໍາອັນຈົບງາມ ເຊິ່ງໄດ້ສະແດງໃຫ້ເຫັນຄວາມຜູກພັນ, ສະໜິດສະໜົມ, ການພົວພັນສາມັກຄີ, ໄມຕີຈິດມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ, ກໍຄືອາລົມຈິດຄວາມຮັກແພງຂອງພັກ CPP, ລັດ ແລະ ປະຊາຊົນ ກໍາປູເຈຍ ທີ່ມີຕໍ່ ທ່ານອະດີດເລຂາທິການໃຫຍ່ ເລຂ໋າຟຽວ.

ທີ່ການຕ້ອນຮັບ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ສະເໜີໃຫ້ສອງປະເທດ ສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ທັງຮັກສາການພົວພັນແລກປ່ຽນການຄ້າຊາຍແດນລະຫວ່າງສອງປະເທດ. ທ່ານນາງຖືວ່າ, ເລື່ອງສະພາແຫ່ງຊາດສອງປະເທດໄດ້ໃຫ້ສັດຕະຍາບັນສົນທິສັນຍາສະບັບປັບປຸງ ປີ 2019 ແລະ ອະນຸສັນຍາກ່ຽວກັບການຂີດແບ່ງເສັ້ນຊາຍແດນ, ປັກຫຼັກໝາຍຊາຍແດນ ບັນລຸໄດ້ 84% ນັ້ນ ແມ່ນພື້ນຖານທີ່ມີຄວາມສໍາຄັນຍິ່ງເພື່ອໃຫ້ສອງປະເທດສ້າງເຂດຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືແບບຍືນຍົງ.

ທ່ານນາງ ຫງວຽນທິກິມເງິນ ກໍປາດຖະໜາວ່າ, ສະພາແຫ່ງຊາດສອງປະເທດຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອສະໜັບສະໜູນສອງປະເທດປະຕິບັດໜ້າວຽກຕໍ່ໄປໃຫ້ສໍາເລັດໂດຍໄວ, ຕໍ່ສູ້, ປະຕິເສດບັນດາຖ້ອຍທໍານອງເສກສັນປັ້ນແຕ່ງ, ບໍ່ມີມູນຄວາມຈິງຂອງກໍາລັງເປັນປໍລະປັກ, ທໍາລາຍວຽກງານຂີດແບ່ງເສັ້ນຊາຍແດນ, ປັກຫຼັກໝາຍຊາຍແດນຂອງສອງປະເທດ.

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຍັງປາດຖະໜາວ່າ, ໃນໄລຍະຈະມາເຖິງ, ກໍາປູເຈຍ ຈະສືບຕໍ່ສະໜັບສະໜູນຫຼັກໝັ້ນລວມຂອງ ອາຊຽນ, ສະໜັບສະໜູນ ແລະ ໃຫ້ການສົມທົບຢ່າງແໜ້ນແຟ້ນ ເພື່ອໃຫ້ຫວຽດນາມ ສາມາດປະຕິບັດສໍາເລັດໜ້າທີ່ສໍາຄັນຄື ເປັນປະທານ ອາຊຽນ, ປະທານ AIPA 41 ໃນປີ 2020 ແລະ ກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021.

ສ່ວນ​ທ່ານ Heng Samrin ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ​ກຳ​ປູ​ເຈຍ ໄດ້​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ຢ່າງ​ສຸດ​ເຊິ້ງຂອງ​ການ​ນຳ​ພັກ, ລັດ, ປະ​ຊາ​ຊົນ​ຫວຽດ​ນາມ ແລະ ຄອບ​ຄົວ​ອະ​ດີດ​ເລ​ຂາ​ທິ​ຫານ​ໃຫຍ່ ເລ​ຂາ​ຟຽວ, ເນັ້ນ​ໜັກ​ວ່າ ອະ​ດີດ​ເລ​ຂາ​ທິ​ການ ເລ​ຂາ​ຟຽວ ແມ່ນ ເພື່ອນ​ມິດ​ທີ່​ດີ​ຂອງ​ກຳ​ປູ​ເຈຍ, ໂດຍ​ແມ່ນ​ຜູ້​ທີ່​ເຄີຍ​ເຂົ້າ​ຮ່ວມ​ພາ​ລະ​ກິດ​ສ້າ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ກຳ​ປູ​ເຈຍ ພາຍຫຼັງ ກຳ​ປູ​ເຈຍຫຼຸດ​ພົ້ນ​ອອກ​ຈາກ​ລະ​ບົບດັບສູນເຊື້ອຊາດ ແລະ ປະ​ກອບ​ສ່ວນ​ເຂົ້າ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ລະ​ຫວ່າງ ສອງ​ປະ​ເທດ ຫວຽດ​ນາມ - ກຳ​ປູ​ເຈຍ.

ທ່ານ Heng Samrin ໄດ້​ຮັບ​ຮອງ​ເອົາ ແລະ ຕີ​ລາ​ຄາ​ສູ​ງ​ສາຍ​ພົວ​ພັນ​ທີ່​ເປັນ​ມູນ​ເຊື້ອ ແລະ ການ​ຮ່ວມ​ມື​ຢ່າງ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ, ທ່ານ​ມີ​ຄວາມ​ຫວັງ​ຢາກ​ສືບ​ຕໍ່​ເພີ່​ມ​ພູ​ນ​ຄູນ​ສ້າງ, ພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ ສອງ​ປະ​ເທດ ຫວຽດ​ນາມ - ກຳ​ປູ​ເຈຍ​ຢ່າງ​ໝັ້ນ​ຄົງ ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ ເພື່ອ​ສັນ​ຕິພາບ, ສະ​ຖຽນ​ລະ​ພາບ ແລະ ພັດ​ທະ​ນາ​ຢູ່​ພາກ​ພື້ນ ແລະ ໃນ​ໂລກ.

ປະ ທານ ສະ ພາ ແຫ ງ ຊາດ ໃຫ ການ ຕ ອ ນ ຮ ບ ປະ ທານ ສະ ພາ ກຳ ປ ເຈຍ ຫວຽດ​ນາມ ແລະ ກຳ​ປູ​ເຈຍ​ ມອບ​ຮັບ​ແຜນ​ທີ່​ພູ​ມີ​ປະ​ເທດ​ເຂດ​ຊາຍ​ແດນ

ຍ​ສ​ໝ - ເລື່ອງ​ສອງ​ປະ​ເທດ​ປະ​ຕິ​ບັດ​ສຳ​ເລັດ​ວຽກ​ງານມອບ​ຮັບ​ແຜນ​ທີ່​ພູ​ມີ​ປະ​ເທດ​ເຂດ​ຊາຍ​ແດນ​ລະ​ຫວ່າງ ຫວຽດ​ນາມ ກຳ​ປູ​ເຈຍ​ແມ່ນ​ພື້ນ​ຖານ​ສຳ​ຄັນ​ເພື່ອ​ຊຸກ​ຍູ້​ການ​ຈັດ​ຕັ້ງ​ເພື່ອ​ຊຸກ​ຍູ້​ການ​ຈັດ​ຕັ້ງ​ພິ​ທີ່​ແລກ​ປ່ຽນ​ເອ​ກະ​ສາ​ຮັບ​ຮອງ​ເອົາ​ສັນ​ຍາ​​ວ່າ​ດ້ວຍ​ປັບ​ປຸງ​ສັນ​ຍາ​ວາງ​ແຜນ​ກຳ​ນົດ​ເຂດ​ຊາຍ​ແດນ​ແຫ່ງ​ຊາດ​ປີ 1985 ແລະ ສັນ​ຍາວ່າ​ດ້ວຍ​ການ​ປັບ​ປຸງ​ປີ 2005

ປະ ທານ ສະ ພາ ແຫ ງ ຊາດ ໃຫ ການ ຕ ອ ນ ຮ ບ ປະ ທານ ສະ ພາ ກຳ ປ ເຈຍ ຢາ​ລາຍ​ເລີ່ມ​ປ​ະ​ຕິ​ບັດ​ໜ້າ​ທີ່​ສ້າງ​ແຂວງ​ກາຍ​ເປັນ​ເຂດ​ກຳ​ລັງ​ໜູນ​ໃນ​ເຂດ​ສາມ​ລ່ຽມ​ພັດ​ທະ​ນາ​ລະ​ຫວ່າງ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ

ຍ​ສໝ - ການ​ສ້າງ​ແຜນ​ການ​ດ້ວຍ​ວິ​ໄສ​ທັດ ຮອດ​ປີ 2050, ຈະ​ຊ່ວຍ​ໃຫ້​ແຂວງ​ລະ​ດົມ​ບັນ​ດາ​ແຫຼ່ງ​ກຳ​ລັງ​ຂອງ​ຕົນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ເຊື່ອມ​ຕໍ່​ບັນ​ດາ​ແຫຼ່ງ​ກຳ​ລັງ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ເພື່ອ​ພັດ​ທະ​ນາ​​ເສດ​ຖະ​ກິດແບບ​ຍືນ​ຍົງ ​, ຮັກ​ສາ​ອະ​ທິ​ປະ​ໄຕ​ເຂດ​ຊາຍ​ແດນ.

ປະ ທານ ສະ ພາ ແຫ ງ ຊາດ ໃຫ ການ ຕ ອ ນ ຮ ບ ປະ ທານ ສະ ພາ ກຳ ປ ເຈຍ ກໍາປູ​ເຈຍ ​ຈັດ​ຕັ້ງ​ກອງ​ປະຊຸມ ASEM 13 ຕາມ​ເວ​ລາ​ກຳ​ນົດ

ຍ​ສໝ - ທ່ານ Luy David ຊີ້ແຈ້ງວ່າ ຄະນະກໍາມະການແຫ່ງຊາດກ່ຽວກັບການຈັດຕັ້ງ ກອງປະຊຸມ ASEM 13 ແລະ ຄະນະເລຂາຄະນະກໍາມະການນີ້ ພວມສືບຕໍ່ວຽກງານກະກຽມໃຫ້ແກ່ກອງປະຊຸມ ASEM 13 ທີ່ໄດ້ຮັບການເຫັນດີຈາກການນໍາບັນດາປະເທດສະມາຊິກ. ເພື່ອກະກຽມໃຫ້ແກ່ກອງປະຊຸມຂັ້ນສູງນີ້, ກໍາປູເຈຍພວມກະກຽມຫຼາຍກິດຈະກໍາ,

​ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.