ສະແດງຄວາມຮູ້ບຸນຄຸນຕໍ່ທຸກໆຄົນ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າ ໃນການພົວພັນຫວຽດນາມ - ລັດເຊຍ

06:35 | 14/08/2020

ຍສໝ - ສະຖານກົງສຸນໃຫຍ່ຂອງສະຫະພັນລັດເຊຍ ປະຈຳນະຄອນໂຮ່ຈີມິນ ແລະ ທີ່ປຶກສາທູດຂອງສະຖານກົງສຸນໃຫຍ່ຣັດເຊຍ ປະຈຳນະຄອນໂຮ່ຈີມິນໄດ້ປະກອບສ່ວນຢ່າງຕັ້ງໜ້າ ແລະ ມີປະສິດທິຜົນໃຫ້ສາຍພົວພັນຫວຽດນາມ - ລັດເຊຍ.

ສະແດງຄວາມຮ ບ ນຄ ນຕ ທ ກໆຄ ນ ທ ໄດ ປະກອບສ ວນຢ າງຕ ງໜ າເຂ າ ໃນການພ ວພ ນຫວຽດນາມ ລ ດເຊຍ ເພີ່ມພຸນຄູນສ້າງສາຍພົວພັນມິດຕະພາບ ລະຫວ່າງ ຫວຽດນາມ ແລະ ລັດເຊຍ
ສະແດງຄວາມຮ ບ ນຄ ນຕ ທ ກໆຄ ນ ທ ໄດ ປະກອບສ ວນຢ າງຕ ງໜ າເຂ າ ໃນການພ ວພ ນຫວຽດນາມ ລ ດເຊຍ ນະຄອນໂຮ່ຈີມິນ ແລະ St. Petersburg ເປັນແບບຢ່າງ ສຳລັບການພົວພັນລະຫວ່າງບັນດາທ້ອງຖິ່ນຂອງຫວຽດນາມ - ລັດເຊຍ

ຕອນບ່າຍວັນທີ 12 ສິງຫາ ຢູ່ນະຄອນໂຮ່ຈີມິນ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ມອບຫຼຽນກາລະນຶກ “ເພື່ອຄວາມສັນຕິພາບ ແລະ ມິດຕະພາບລະຫວ່າງບັນດາປະຊາຊາດ” ໃຫ້ທ່ານ Aleksei Vladimirovich Popov - ຜູ້ກົງສຸນໃຫຍ່ສະຫະພັນລັດເຊຍຢູ່ນະຄອນໂຮ່ຈີມິນ; ທ່ານນາງ Maria Georgieva Mizonova - ຜູ້ທີ່ປຶກສາຂອງສະຖານກົງສຸນລັດເຊຍ ປະຈຳນະຄອນໂຮ່ຈີມິນ ແລະ ທ່ານນາງ Natalia Borisovna Zolkina - ຜູ້ອຳນວຍການສູນລັດເຊຍ ປະຈຳນະຄອນໂຮ່ຈີມິນ, ໂດຍໄດ້ມີການປະກອບສ່ວນຢ່າງໃຫຍ່ຫຼວງສຳລັບການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນລັດເຊຍ ແລະ ຫວຽດນາມ.

ສະແດງຄວາມຮ ບ ນຄ ນຕ ທ ກໆຄ ນ ທ ໄດ ປະກອບສ ວນຢ າງຕ ງໜ າເຂ າ ໃນການພ ວພ ນຫວຽດນາມ ລ ດເຊຍ
ທ່ານນາງ ຫງວຽນເຟຶອງຫງ່າ - ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ສະແດງຄວາມຮູ້ບຸນຄຸນຕໍ່ທຸກໆຄົນ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າ ໃນການພົວພັນຫວຽດນາມ - ລັດເຊຍ. (ພາບ: TTXVN)

ເຂົ້າຮ່ວມພິທີມີການເຂົ້າຮ່ວມຂອງທ່ານນາງ ຫງວຽນເຟຶອງຫງ່າ - ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ; ຜູ້ຕາງໜ້າພະແນກການຕ່າງປະເທດນະຄອນໂຮ່ຈີມິນ, ຄະນະກຳມະການຊາວຫວຽດນາມຢູ່ຕ່າງປະເທດ ປະຈຳນະຄອນໂຮ່ຈີມິນ ແລະ ຜູ້ຕາງໜ້າບັນດາບໍລິສັດລັດເຊຍ ທີ່ດຳເນີນທຸລະກິດຢູ່ນະຄອນໂຮ່ຈີມິນ.

ຊົມເຊີຍບັນດາສ່ວນບຸກຄົນ ທີ່ໄດ້ຮັບລາງວັນສູງສຸດຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ, ທ່ານຮ່ວາງມິງເຍີນ - ປະທານສະມາຄົມມິດຕະພາບຫວຽດນາມ - ລັດເຊຍປະຈຳນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ ທ່ານ Aleksei Vladimirovich Popov ແລະ ທ່ານນາງ Maria Georgieva Mizonova ແລະ ທ່ານນາງ Natalia Borisovna Zolkina ໄດ້ປະກອບສ່ວນໃນຢ່າງຕັ້ງໜ້າ ແລະ ມີປະສິດທິຜົນໃນການປົກປັກຮັກສາ, ຮັດແໜ້ນ ແລະ ພັດທະນາສາຍພົວພັນມິດຕະພາບ ແລະ ການຮ່ວມມືແບບດັ້ງເດີມ, ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ ແລະ ສະຫະພັນລັດເຊຍ.

ທ່ານຮ່ວາງມິງເຍີນ ໄດ້ເນັ້ນໜັກວ່າ ໃນຂົງເຂດການທູດປະຊາຊົນ, ສະຖານກົງສູນໃຫຍ່ລັດເຊຍ, ຜູ້ທີ່ປຶກສາຂອງກົງສຸນໃຫຍ່ ແລະ ຜູ້ອຳນວຍການສູນລັດເຊຍປະຈຳນະຄອນໂຮ່ຈີມິນ ຍາມໃດກໍ່ເອົາໃຈໃສ່, ຊ່ວຍເຫຼືອ, ສະໜັບສະໜູນ, ສ້າງເງື່ອນໄຂ ແລະ ປະສານສົມທົບຢ່າງຕັ້ງໜ້າກັບສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈີມິນ, ສະມາຄົມມິດຕະພາບຫວຽດນາມ - ລັດເຊຍ ນະຄອນໂຮ່ຈີມິນ ເພື່ອປະຕິບັດບັນດາການເຄື່ອນໄຫວວັດທະນະທຳ, ສິລະປະ, ການວາງສະແດງທີ່ມີປະສິດທິຜົນ, ແລກປ່ຽນຄະນະຜູ້ແທນ…ເຊິ່ງປະກອບສ່ວນເຂົ້າໃນການເພີ່ມທະວີຄວາມເຂົ້າໃຈ ແລະ ຊຸກຍູ້ສາຍພົວພັນທີ່ດີງາມລະຫວ່າງປະຊາຊົນສອງປະເທດຫວຽດນາມ - ລັດເຊຍ.

ສະແດງຄວາມຂອບໃຈ ຕໍ່ສະຫະພັນບັນດາອົງການມິດຕະພາບຫວຽດນາມໃນການມອບຫຼຽນໄຊ, ທ່ານ Aleksei Vladimirovich Popov ສະແດງຄວາມພາກພູມໃຈຕໍ່ການປະກອບສ່ວນຂອງຕົນ ເຂົ້າໃນການເສີມຂະຫຍາຍ ແລະ ພັດທະນາສາຍພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານ ລະຫວ່າງສອງປະເທດ ແລະ ສາຍພົວພັນທີ່ດີລະຫວ່າງປະຊາຊົນຂອງສອງປະເທດ.

ທ່ານ Aleksei Vladimirovich Popov ໄດ້ຕີລາຄາສູງບັນດາການເຄື່ອນໄຫວການທູດປະຊາຊົນ ໂດຍສະຫະພັນບັນດາອົງການມິດຕະພາບຫວຽດນາມ ແລະ ບັນດາສະມາຄົມສະມາຊິກ, ປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ, ສ້າງສະພາບແວດລ້ອມທີ່ອຳນວຍໃຫ້ແກ່ການພັດທະນາ, ເຮັດໃຫ້ສາຍພົວພັນລະຫວ່າງລັດເຊຍ ແລະ ຫວຽດນາມ ເຂົ້າສູ່ລວງເລິກໃນທຸກລະດັບ.

ສະແດງຄວາມຮ ບ ນຄ ນຕ ທ ກໆຄ ນ ທ ໄດ ປະກອບສ ວນຢ າງຕ ງໜ າເຂ າ ໃນການພ ວພ ນຫວຽດນາມ ລ ດເຊຍ ກອງປະຊຸມທາງອອນລາຍ ການເຄືອຂ່າຍປະຕິບັດກົດລະບຽບ ອາຊຽນ - OECD

ຍສໝ - ຕອນບ່າຍວັນທີ 11 ສິງຫາ ຢູ່ຮ່າໂນ້ຍ, ຫ້ອງວ່າການລັດຖະບານຫວຽດນາມ ໄດ້ສົມທົບກັບອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD), ບັນດາສຳນັກ ແລະ ອົງການຈັດຕັ້ງສາກົນຈຳນວນໜຶ່ງໄດ້ຈັດກອງປະຊຸມຄັ້ງທຳອິດຂອງກອງປະຊຸມ ດ້ວຍຮູບການອອນລາຍກ່ຽວກັບເຄືອຂ່າຍການປະຕິບັດກົດລະບຽບອາຊຽນ - OECD ຄັ້ງທີ 6 ດ້ວຍຫົວຂໍ້ "ລະບຽບການທີ່ດີກວ່າສຳລັບການຟື້ນຕົວພາຍຫຼັງການລະບາດຂອງ COVID-19".

ສະແດງຄວາມຮ ບ ນຄ ນຕ ທ ກໆຄ ນ ທ ໄດ ປະກອບສ ວນຢ າງຕ ງໜ າເຂ າ ໃນການພ ວພ ນຫວຽດນາມ ລ ດເຊຍ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມທາງອອນລາຍ ອາຊຽນ - ການາດາ ຄັ້ງທີ 17

ຍສໝ - ວັນທີ 11 ສິງຫາ, ອົງການອາຊຽນ ແລະ ປະເທດການາດາ ໄດ້ຈັດກອງປະຊຸມສົນທະນາທາງອອນລາຍຄັ້ງທີ 17. ນີ້ແມ່ນກອງປະຊຸມປະຈຳປີ ໃນຂອບການພົວພັນຄູ່ເຈລະຈາອາຊຽນ - ການາດາ ເພື່ອແລກປ່ຽນ ແລະ ກຳນົດທິດທາງການຮ່ວມມືອາຊຽນ - ການາດາ, ແລກປ່ຽນການປະເມີນຜົນກ່ຽວກັບບັນຫາສາກົນ ແລະ ພາກພື້ນທີ່ມີຄວາມສົນໃຈເຊິ່ງກັນ ແລະ ກັນ, ແລະ ...

ສະແດງຄວາມຮ ບ ນຄ ນຕ ທ ກໆຄ ນ ທ ໄດ ປະກອບສ ວນຢ າງຕ ງໜ າເຂ າ ໃນການພ ວພ ນຫວຽດນາມ ລ ດເຊຍ ຫວຽດນາມ - ໄທ: ຄູ່ຮ່ວມມືທີ່ຍືນຍົງເພື່ອອະນາຄົດທີ່ຈະເລີນຮຸ່ງເຮືອງ

ຍສໝ - ມາຮອດປະຈຸບັນ, ໄທແມ່ນໜຶ່ງໃນ 10 ນັກລົງທືນຕ່າງປະເທດຢູ່ຫວຽດນາມດ້ວຍຍອດຈຳນວນເງິນລົງທຶນກ່ວາ 12.3 ຕື້ ໂດລາສະຫະລັດ, ປະກອບສ່ວນສ້າງວຽກເຮັດງານທຳໃຫ້ຄົນງານ ແລະ ພັດທະນາເສດຖະກິດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.