ການ​ນຳຂັ້ນສູງພັກ, ລັດຫຼາຍ​ປະ​ເທດ ໄວ້ອາໄລ ອະດີດ ເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ

21:25 | 14/08/2020

ຍ​ສ​ໝ - ການ​ຈາກ​ໄປ​ຂອງ ສະ​ຫາຍ ເລ​ຂາ​ຟຽວ ​ເປັນ​ການ​ສູນ​ເສຍອັນ​ໃຫຍ່ຫລວງຂອງ​ພັກ, ລັດ ແລະ ປະ​ຊາ​ຊົນ​ຫວຽດ​ນາມ; ຕະຫລອດ​ໄລ​ຍະຫລາຍ​ທົດ​ສະ​ວັດ​ທີ່​ຜ່ານ​ມາ, ສະ​ຫາຍ ເລຂາຟຽວໄດ້​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ໃຫຍ່ຫລວງເຂົ້າ​ໃນ​ພາ​ລະ​ກິດ​ສ້າງ​ສາພັດ​ທະ​ນາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຫວຽດ​ນາມ ເຮັດ​ໃຫ້​ປະ​ທ​ດ​ຊາດ​ຫວຽດ​ນາມ ມີ​ການ​ພັດ​ທະ​ນາຢ່າງ​ບໍ່​ຢຸດຢັ້ງ.

ການ ນຳຂ ນສ ງພ ກ ລ ດຫ າຍ ປະ ເທດ ໄວ ອາໄລ ອະດ ດ ເລຂາທ ການໃຫຍ ພ ກກອມມ ນ ດຫວຽດນາມ ທູດລາວ ປະຈຳ ສສ ຫວຽດນາມ ເຂົ້າວາງພວງມາລາ ແລະ ເຊັນປື້ມໄວ້ອາໄລ ສະຫາຍ ຫວູ ມາວ
ການ ນຳຂ ນສ ງພ ກ ລ ດຫ າຍ ປະ ເທດ ໄວ ອາໄລ ອະດ ດ ເລຂາທ ການໃຫຍ ພ ກກອມມ ນ ດຫວຽດນາມ ທ່ານ ຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມພິທີໄວ້ອາໄລ ທ່ານ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມ​ົນ​ຕີ​ລາວ ສີ​ສະ​ຫວາດ ແກ້ວ​ບຸນ​ພັນ
ການ ນຳຂ ນສ ງພ ກ ລ ດຫ າຍ ປະ ເທດ ໄວ ອາໄລ ອະດ ດ ເລຂາທ ການໃຫຍ ພ ກກອມມ ນ ດຫວຽດນາມ
ທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ເຂົ້າໄວ້ອາໄລ (ພາບ​: Kpl)

​ໃນວັນ​ທີ 14 ສິງ​ຫາ 2020, ການ​ນຳ​ຂັ້ນ​ສູງ​ພັກ ແລະ ລັດຖະບານ ແຫ່ງສປປ ລາວ ນຳ​ໂດຍ​ ສະ​ຫາຍ ບຸນ​ຍັງ ວໍ​ລະ​ຈິດ, ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​, ປະ​ທານ​ປະ​ເທດ​ແຫ່ງ ສ​ປ​ປ​ ລາວ ພ້ອ​ມ​ດ້ວຍ​ຄະ​ນະ ​​ເຂົ້າ​ວາງ​ພວງ​ມາ​ລາ​ ແລະ ຂຽນ​ປຶ້ມ​ໄວ້ອາໄລ ເຖິງດວງວິນ​ຍານ ສະ​ຫາຍ ເລຂາຟຽວ, ອະ​ດີດ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ, ທີ່​ສະ​ຖານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແຫ່ງສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ ປ​ະຈຳລາວ ທີ່ນະຄອນຫລວງວຽງຈັນ.

ໃນ​ປຶ້ມ​ໄວ້ອາໄລມີເນື້ອໃນຂຽນວ່າ: ຄະ​ນະບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ປະ​ຊາ​ຊົນ​ ປະ​ຕິ​ວັດ​ ລາວ, ສະ​ພາ​ແຫ່ງ​ຊາດ, ລັດ​ຖະ​ບານແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ, ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ມີ​ຄວາມ​ໂສກ​ເສົ້າ​ເສຍ​ດາຍ​ເປັນ​ຢ່າງຍິ່ງ ເມື່ອ​ໄດ້​ຮັບ​ຂ່າວ​ການ​ຈາກ​ໄປ​ຂອງ ສະ​ຫາຍ ເລຂາຟຽວ, ອະ​ດີດເລ​ຂາ​ທິ​ການ​ໃຫຍ່​ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ ກອມ​ມູ​ນິດຫວຽດ​ນາມ ໃນ​ວັນ​ທີ 7 ສິງຫາ 2020 ຜ່ານ​ມາ.

ການ​ຈາກ​ໄປ​ຂອງ ສະ​ຫາຍ ເລ​ຂາ​ຟຽວ ​ເປັນ​ການ​ສູນ​ເສຍອັນ​ໃຫຍ່ຫລວງຂອງ​ພັກ, ລັດ ແລະ ປະ​ຊາ​ຊົນ​ຫວຽດ​ນາມ ສູນ​ເສຍ​ນັກ​ປະ​ຕິ​ວັດ​ຜູ້​ອົງ​ອາດ​ກ້າ​ແກ່ນ​ບໍ່​ຍອມ​ຈຳ​ນົນ, ຜູ້​ນຳ​​ທີ່ເຄົາ​ລົບ​ຮັກ​ຂອງພັກ, ລັດ ແລະ ປະ​ຊາ​ຊົນ​ຫວຽດ​ນາມອ້າຍ​ນ້ອງ. ຕະຫລອດ​ໄລ​ຍະຫລາຍ​ທົດ​ສະ​ວັດ​ທີ່​ຜ່ານ​ມາ, ສະ​ຫາຍ ເລຂາຟຽວ ໄດ້​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ໃຫຍ່ຫລວງເຂົ້າ​ໃນ​ພາ​ລະ​ກິດ​ສ້າງ​ສາພັດ​ທະ​ນາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຫວຽດ​ນາມ ເຮັດ​ໃຫ້​ປະ​ທ​ດ​ຊາດ​ຫວຽດ​ນາມ ມີ​ການ​ພັດ​ທະ​ນາຢ່າງ​ບໍ່​ຢຸດຢັ້ງ.

ຢູ່ ກໍາປູເຈຍ, ຕາງໜ້າລັດຖະບານ, ພັກປະຊາຊົນ ກໍາປູເຈຍ, ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຂອງ ກໍາປູເຈຍ ໄດ້ເຂົ້າໄວ້ອາໄລ ແລະ ຂຽນໃສ່ປຶ້ມໄວ້ອາໄລ ທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ. ຕາງໜ້າປະຊາຊົນ ກໍາປູເຈຍ, ສະພາສູງ ກໍາປູເຈຍ, ທ່ານຮອງປະທານສະພາສູງ ກໍາປູເຈຍ Sim Ka ໄດ້ສະແດງຄວາມໂສກເສົ້າເສຍດາຍຢ່າງສຸດຊື້ງມາຍັງສະພາແຫ່ງຊາດ, ລັດຖະບານ, ປະຊາຊົນຫວຽດນາມ ພ້ອມດ້ວຍຄອບຄົວຍາດຕິພີ່ນ້ອງ ທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ.

ຕາງໜ້າບັນດາອົງການທຸຕານຸທູດ ແລະ ອົງການຈັດຕັ້ງສາກົນ ປະຈໍາ ກໍາປູເຈຍ ກໍໄດ້ເຂົ້າໄວ້ອາໄລ, ຂຽນໃສ່ປຶ້ມໄວ້ອາໄລ ແລະ ສະແດງຄວາມເຄົາລົບນັບຖື ພ້ອມກັບຄວາມໂສກເສົ້າເສຍດາຍ, ອາໄລອາວອນຢ່າງສຸດຊື້ງຕໍ່ການຈາກໄປຂອງ ທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ.

ກໍໃນວັນດຽວກັນ, ສະຖານທູດຫວຽດນາມ ປະຈໍາ ບັນດາປະເທດ ອິນໂດເນເຊຍ, ມາເລເຊຍ, ສິງກະໂປ, ຍີ່ປຸ່ນ, ສ.ເກົາຫຼີ, ອິນເດຍ ແລະ ລັດເຊຍ ກໍໄດ້ເອົາທຸງລົງເຄິ່ງເສົາ ແລະ ເປີດປຶ້ມໄວ້ອາໄລ ທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ.

ການ ນຳຂ ນສ ງພ ກ ລ ດຫ າຍ ປະ ເທດ ໄວ ອາໄລ ອະດ ດ ເລຂາທ ການໃຫຍ ພ ກກອມມ ນ ດຫວຽດນາມ ທູດລາວ ປະຈຳ ສສ ຫວຽດນາມ ເຂົ້າວາງພວງມາລາ ແລະ ເຊັນປື້ມໄວ້ອາໄລ ສະຫາຍ ຫວູ ມາວ

ຕອນ​ເຊົ້າ​ ວັນ​ທີ 3 ມິຖຸນາ 2020 ນີ້, ຄະນະ​ການນຳ​ສະຖານ​ເອກອັກຄະ​ລັດຖະທູດ, ນຳ​ໂດຍ​ສະຫາຍ​ ແສງ​ເພັດ ຮຸ່ງ​ບຸນ​ຍວງ ເອກອັກຄະ​ລັດຖະທູດ ວິສາມັນ ຜູ້​ມີ​ອຳນາດ​ເຕັມ ​ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ​ໄດ້​ຕາງໜ້າ​ໃຫ້​ແກ່​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ລາວ ເຂົ້າ​ວາງ​ພວງມາລາ ​ແລະ ​ເຊັນ​ປື້​ມ​ປື້ມໄວ້ອາໄລ ​ເພື່ອອາ​ໄລ​​ເຖິງ​ດວງ​ວິນຍານ​ຂອງ ສະຫາຍ ຫວູ ມາວ, ອະດິດກຳມະການ​ສູນ​ກາງ​ພັກ, ອະ​ດິດຫົວໜ້າ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ, ອະ​ດິດປະ​ທານ​ກຳມາ​ທິການ​ ຕ່າງປະ​ເທດ​ສະພາ​ແຫ່ງ​ຊາດ ​ແຫ່ງ ສສ ຫວຽດນາມ.

ການ ນຳຂ ນສ ງພ ກ ລ ດຫ າຍ ປະ ເທດ ໄວ ອາໄລ ອະດ ດ ເລຂາທ ການໃຫຍ ພ ກກອມມ ນ ດຫວຽດນາມ ທ່ານ ຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມພິທີໄວ້ອາໄລ ທ່ານ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມ​ົນ​ຕີ​ລາວ ສີ​ສະ​ຫວາດ ແກ້ວ​ບຸນ​ພັນ

ຍສໝ - ເມື່ອບໍ່ດົນມານີ້, ທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ເຂົ້າຮ່ວມພິທີໄວ້ອາໄລທ່ານ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມ​ົນ​ຕີ​ລາວ ສີ​ສະ​ຫວາດ ແກ້ວ​ບຸນ​ພັນ.

ການ ນຳຂ ນສ ງພ ກ ລ ດຫ າຍ ປະ ເທດ ໄວ ອາໄລ ອະດ ດ ເລຂາທ ການໃຫຍ ພ ກກອມມ ນ ດຫວຽດນາມ ຈັດຕັ້ງພິທີໄວ້ອາໄລ, ປົງອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ ລວມ 20 ຊຸດ

ຍສໝ - ໃນຕອນເຊົ້າວັນທີ 8 ພຶດສະພາ, ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນ ດົ່ງເຕິມ, ເມືອງບ໊າເຟືອກ, ແຂວງແທັງຮວ໊າ, ໄດ້ຈັດຕັ້ງພິທີໄວ້ອາໄລ, ປົງອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ ລວມ 20 ຊຸດ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.