ຍສໝ - ຕາມສະພາທີ່ປຶກສາການທ່ອງທ່ຽວ (TAB) ປະກາດໃນວັນທີ 18 ມັງກອນ, ນະຄອນດ່ານັ້ງ ນຳໜ້າປະເທດກ່ຽວກັບດັດຊະນີກຳລັງຄວາມສາມາດແກ່ງແຍ້ງ ການທ່ອງທ່ຽວ ດ້ວຍ 4,7 ຄະແນນ, ຖັດມາແມ່ນກວາງນິງ (4,68 ຄະແນນ), ແຂວງແຄ໋ງຮວ່າ (4,56 ຄະແນນ).
ໃນຂອບເຂດເວທີປາໄສການທ່ອງທ່ຽວອາຊຽນ (ATF) 2022, ວັນທີ 19 ມັງກອນ, ກຳປູເຈຍ ແລະ ສ.ເກົາຫຼີ ໄດ້ເປັນປະທານຮ່ວມກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ+ 3 (ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ) ຄັ້ງທີ 21. ຄະນະຜູ້ແທນຫວຽດນາມ ນໍາໂດຍທ່ານ ດວ່ານວັນຫວຽດ ຮອງລັດຖະມົນຕີກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວ.
ຍສໝ - ງານແຂ່ງຂັນ Motorkhana ຫວຽດນາມ 2021 ໂດຍບໍລິສັດສະມາຄົມກິລາລົດຍົນຈຳກັດ ຈັດຕັ້ງຢູ່ສະໜາມແຂ່ງຂັນ F1, ໂດຍມີການເຂົ້າຮ່ວມຂອງນັກກິລາ 40 ຄົນ.
ຍສໝ - ວັນທີ 17 ມັງກອນ, ພະແນກການທ່ອງທ່ຽວແຂວງ ກຽນຢາງ ໃຫ້ຮູ້ວ່າ ພາຍຫຼັງການປະຕິບັດໄລຍະທີ 1 ໂຄງການທົດລອງການທ່ອງທ່ຽວ “ໜັງສືຜ່ານແດນວັກຊິນ” ມາເປັນເວລາ 1 ເດືອນ, ນະຄອນຝຸກວັກ ໄດ້ຕ້ອນຮັບແຂກທ່ອງທ່ຽວປະມານ 1000 ຄົນ ທີ່ມາຈາກ ສ.ເກົາຫຼີ, ໄທ, ລາວ, ອຸດເບກິດສະຖານ ແລະ ກາຊັກສະຖານ. ໃນນັ້ນມີ 4 ກຸ່ມແຂກທ່ອງທ່ຽວສາກົນ ໄປຍັງຝຸກວັກ ດ້ວຍເຮືອບິນສ່ວນຕົວ.
ຍສໝ - ກົມການບິນຫວຽດນາມ ຫາກໍ່ຕົກລົງເພີ່ມຖ້ຽວບິນສາກົນຫຼາຍຖ້ຽວໄປຍັງຍີ່ປຸ່ນ, ສ.ເກົາຫຼີ, ໄຕ້ຫວັນ (ຈີນ) ແລະ ສິງກະໂປ.
ຍສໝ - ເຖິງວ່າຖືກຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດໂຄວິດ - 19 ແຕ່ມີຫຼາຍອົງການຈັດຕັ້ງ, ອົງການສື່ມວນຊົນທ່ອງທ່ຽວສາກົນ ຍັງຕີລາຄາ, ຈັດຮ່າໂນ້ຍເຂົ້າກຸ່ມບັນດານະຄອນທ່ອງທ່ຽວທີ່ດຶງດູດໃຈທີ່ສຸດໃນໂລກ.
ຍສໝ - ຫວ່າງແລ້ວນີ້, ກົມໃຫຍ່ກິລາກາຍຍະກຳ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສະຫຼຸບວຽກງານປີ 2021 ແລະ ຜັນຂະຫຍາຍໜ້າທີ່ປີ 2022 ຂອງ ກິລາ ຫວຽດນາມ.
ວາລະສານ Time ຂອງ ອາເມລິກາ ກໍໄດ້ເລືອກເອົາ ນະຄອນຫຼວງ ຮ່າໂນ້ຍ ເປັນ 1 ໃນ 3 ສະຖານທີ່ທ່ອງທ່ຽວຂອງ ຫວຽດນາມ ທີ່ນອນໃນກຸ່ມ 100 ສະຖານທີ່ທ່ອງທ່ຽວງາມທີ່ສຸດໃນໂລກ, ນັ້ນຄື: ນະຄອນ ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ, ຝູກວັກ (ກຽນຢາງ).
ພິທີໄຂງານວາງສະແດງ “ບຸນເຕັດໃນເມື່ອກ່ອນ” ເພື່ອແນໃສ່ວາດພາບສ່ວນໜຶ່ງຂອງບຸນປີໃໝ່ປະຈຳຊາດ ຫວຽດນາມ ຜ່ານເອກະສານທີ່ໄດ້ເກັບຮັກສາ.
ຍສໝ - ທ້ອງຖິ່ນທ່ອງທ່ຽວທີ່ສຳຄັນຫຼາຍແຫ່ງ ໃຫ້ບຸລິມະສິດປະຕິບັດບັນດາວິທີແກ້ໄຂ ເພື່ອແນໃສ່ເພີ່ມທະວີການດຶງດູດການລົງທຶນພື້ນຖານໂຄງລ່າງ, ຫັນບັນດາຜະລິດຕະພັນເພື່ອແນໃສ່ສ້າງການພັດທະນາແບບຍືນຍົງໃຫ້ແກ່ຂະແໜງເສດຖະກິດທົ່ວໄປນີ້.
ຍສໝ - ຍັງເຫຼືອອີກປະມານ 8 ວັນ, ບັນດາສັດນໍາໂຊກເສືອ ຈະຖືກມອບໄປຍັງຖະໜົນ ຍ່າງ ຫງວຽນເຫ້ວ (ເມືອງ 1) ເພື່ອປະຕິບັດຂອດຕິດຕັ້ງປະກອບຢູ່ຖະໜົນດອກໄມ້ໃນປີຂານ 2022.
ຍສໝ - ຕາມຂໍ້ມູນຂອງກົມໃຫຍ່ທ່ອງທ່ຽວ (ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ) ແລ້ວ, ນະຄອນ ຮ່າໂນ້ຍ ແມ່ນໜຶ່ງໃນ 3 ນະຄອນທີ່ຕາງໜ້າໃຫ້ຫວຽດນາມ ໄດ້ຮັບລາງວັນນະຄອນທ່ອງທ່ຽວສະອາດອາຊຽນ 2022 ທີ່ເວທີປາໄສການທ່ອງທ່ຽວອາຊີຕາເວັນອອກສຽງໃຕ້ - ATF ປີ 2022; ຈະຈັດຂຶ້ນແຕ່ວັນທີ 18-20 ມັງກອນ 2022, ຢູ່ນະຄອນ Sihanoukville, ປະເທດກຳປູເຈຍ.
ຍສໝ - ຕາມຂໍ້ມູນຂອງກົມໃຫຍ່ທ່ອງທ່ຽວ (ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ), ນະຄອນດ່າລາດ (ເລິມດົງ), ນະຄອນຫວຸງເຕົ່າ (ແຂວງບາເຣ້ຍ - ຫວຸງເຕົ່າ) ແລະ ນະຄອນ ຮ້າລອງ (ແຂວງກວາງນິງ) ແມ່ນ 3 ນະຄອນ ຕາງໜ້າໃຫ້ຫວຽດນາມ ໄດ້ຮັບລາງວັນນະຄອນທ່ອງທ່ຽວສະອາດອາຊຽນ 2022 ທີ່ເວທີປາໄສການທ່ອງທ່ຽວອາຊີຕາເວັນອອກສ່ຽງໃຕ້ - ATF 2022.
ຍສໝ - ຖ້ຳເຊີນດ່ອງ ແມ່ນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງແຂວງກວາງບິ່ງ, ຂຶ້ນກັບປ່າສະຫງວນແຫ່ງຊາດຟອງຍາ - ເກບ່າງ (ຕາແສງເຊີນແຈກ, ເມືອງໂບ້ແຈກ, ແຂວງກວາງບິ່ງ) ແລະແມ່ນສ່ວນໜຶ່ງຂອງລະບົບໃຕ້ດິນເຊື່ອມຕໍ່ຖ້ຳກວ່າ 150 ຖ້ຳຕ່າງໆຢູ່ຫວຽດນາມ ໃກ້ກັບຊາຍແດນລາວ.
ຍສໝ - ດ້ວຍວັດວາອາຮາມທີ່ພົ້ນເດັ່ນ ແລະຮູບແບບສະຖາປັດຕະຍະກຳທີ່ເປັນ ເອກະລັກສະເພາະ, ຊ໊ອກຈັງ ເຮັດໃຫ້ຫຼາຍຄົນແປກປະຫຼາດ ເມື່ອເຫັນແຫ່ງນີ້ ສວຍງາມ ຄືກັບທຸກແຫ່ງໃນປະເທດໄທ ຫຼື ກຳປູເຈຍ.
ວັນທີ 11 ມັງກອນ, ສະພາໃຫ້ຄໍາປຶກສາດ້ານການທ່ອງທ່ຽວ (TAB) ສົມທົບກັບຄະນະຄົ້ນຄວ້າພັດທະນາເສດຖະກິດພາກເອກະຊົນ (ຄະນະ IV) - ຂຶ້ນກັບສະພາໃຫ້ຄໍາປຶກສາກ່ຽວກັບການປະຕິຮູບລະບຽບການບໍລິຫານຂອງນາຍົກລັດຖະມົນຕີ ໄດ້ແຈ້ງໃຫ້ຊາບຜົນການສໍາຫຼວດທ່າອຽງ ແລະຄວາມຕ້ອງການໄປທ່ຽວໃນໄລຍະປັບຕົວຢ່າງປອດໄພ, ມີໄຫວພິບ, ຄວບຄຸມພະຍາດໂຄວິດ-19 ຢ່າງມີປະສິດທິຜົນ.
ຍສໝ - ບໍ່ພຽງແຕ່ໄດ້ປຽບເໝືອນດັ່ງ “ຊາປາແຫ່ງແຂວງເງ້ອານ”, “ດ່າລາດແຫ່ງແຂວງ ເງ້ອານ” ກໍ່ຕາມ, ເມືອງລົ໋ງ ຍັງໄດ້ຮູ້ຈັກເຖິງແມ່ນ “ເມືອງຮ້ອຍປີ” ເພາະວ່າລະດັບອາຍຸຍືນຂອງຊາວທ້ອງຖິ່ນຍາມໃດກໍ່ສູງ.
ຍສໝ - ໃນຊຸມວັນນີ້, ຖະໜົນຮ່າງມ໊າ ເຕັມໄປດ້ວຍສີແດງ ແລະສີເຫຼືອງ ຈາກໂຄມໄຟ, ຄຳກອນຄູ່ (ປະຕິຄູ່), ຊອງອັງເບົາ, ເຈົ້າພໍ່ຂຸນຄັງ ຫຼືສີຂຽວຂອງເຂົ້າຕົ້ມ... ທຸກສິ່ງທຸກຢ່າງ ສ້າງເປັນພາບທີ່ເຕັມໄປດ້ວຍສີສັນຕ້ອນຮັບປີໃໝ່ປະຈໍາຊາດປີຂານ 2022 ທີ່ໃກ້ຈະວຽນມາແລ້ວ.
ເວັບໄຊ FutsalPlanet ຫາກໍ່ປະກາດບັນຊີລາຍຊື່ທອບ “ຜູ້ເຝົ້າປະຕູ 10 ຄົນທີ່ດີເດັ່ນທີ່ສຸດຢູ່ໂລກໃນ ປີ 2021, ໃນນັ້ນມີ ໂຮ່ວັນອີ ຂອງທີມ futsal ຫວຽດນາມ.
ຍສໝ - ແຂວງ ກວາງນາມ ໄດ້ຈັດຕັ້ງປີທ່ອງທ່ຽວແຫ່ງຊາດ 2022 ຢ່າງເປັນທາງການ ດ້ວຍຫົວຂໍ້ “ກວາງນາມ - ເປັນສະຖານທີ່ທ່ອງທ່ຽວສີຂຽວ”. ຄາດວ່າພິທີໄຂງານວາງສະແດງຈະຈັດຂຶ້ນຢູ່ແຂວງກວາງນາມ ໃນເດືອນ ມີນາ 2022.
ຍສໝ - ສະຫະພັນບານເຕະ ອາຊີ (AFC) ຫາກໍ່ປະກາດບັນຊີລາຍຊື່ບັນດາທ່ານໝໍ ທີ່ໄດ້ຮັບການຍ້ອງຍໍສັນລະເສີນຢູ່ພິທີມອບລາງວັນ ການແພດ AFC ຄັ້ງທີ 3, ຫວຽດນາມ ມີທ່ານໝໍ 2 ຄົນ ມີຄວາມເປັນກຽດໄດ້ຮັບລາງວັນອຸທິດສ່ວນ 15 ປີ ຂອງຄະນະແພດໝໍ AFC ເຊິ່ງແມ່ນ ທ່ານໝໍ ຫງວຽນຈ້ອງຮ່ຽນ ແລະ ທ່ານໝໍ ນາງ ຟ້າມທິທຸຍ.
ທ່ານຜູ້ຟັງທີ່ເຄົາລົບ! ເຖິງວ່າເຄີຍ startup ດ້ວຍຫຼາຍໂຄງການກ່ຽວກັບເຕັກໂນໂລຢີຂໍ້ມູນຂ່າວສານ, ອຸປະກອນເອເລັກໂຕນິກກໍຕາມ, ແຕ່ ອ້າຍບ່າວ ຫງວຽນງອກມິງ ຍັງປະທັງໝົດ ແລ້ວກັບເມືອນະຄອນ ເກິ່ນເທີ startup ຄືນໃໝ່ ດ້ວຍຮູບແບບການບໍລິການທ່ອງທ່ຽວ ກະດານໂຕ້ຄື້ນ SUP (SUP paddle board) ຢູ່ແມ່ນ້ຳ ເຮົ້າ. ການຫັນທິດທີ່ໜ້າແປກໃຈນີ້ ໄດ້ນຳມາເຊິ່ງຜົນສຳເລັດໃນເບື້ອງຕົ້ນໃຫ້ແກ່ ຫງວຽນງອກມິງ ແລະ ຮູບແບບກິລານີ້ກໍພວມດຶງດູດເພື່ອນໜຸ່ມ ແລະ ແຂກທ່ອງທ່ຽວມາຄົ້ນຫາ, ລອງຫຼິ້ນເປັນຈຳນວນຫຼາຍ.
ລາຍການທ່ອງທ່ຽວຄົ້ນຫາ, ຢ້ຽມຊົມຮ່ອງຮອຍປະຫວັດສາດ, ທັດສະນີຍະພາບຢູ່ນະຄອນທຸດຶກ (ນະຄອນໂຮ່ຈີມິນ) ໃນລາຍການທ່ອງທ່ຽວຄົ້ນຫາ “ນະຄອນຢູ່ຟາກແມ່ນ້ຳສີຂຽວໃສ” ໄດ້ປະກອບສ່ວນຟື້ນຟູການທ່ອງທ່ຽວພາຍໃນຂອງນະຄອນໂຮ່ຈີມິນ.
ຫວຽດນາມ ເປັນໜຶ່ງໃນບັນດາປະເທດສົ່ງອອກເຂົ້າສານນອນໃນກຸ່ມແຖວໜ້າຂອງໂລກ. ຜະລິດຕະພັນກະເສດປະເພດຕ່າງໆ, ໃນນັ້ນຂະແໜງເຂົ້າສານ ນັບມື້ນັບຢັ້ງຢືນໄດ້ທີ່ຕັ້ງຂອງຕົນຕໍ່ການພັດທະນາເສດຖະກິດຂອງປະເທດຊາດ.
ຍສໝ - ຍັງເວລາເກືອບ 1 ເດືອນ ກໍ່ຈະຮອດບຸນປີໃໝ່ປະຈຳຊາດປີຂານ 2022, ເຂດທົ່ງຕົ້ນໝາກແປ້ນຂອງໝູ່ບ້ານຕົ້ນໝາກແປ້ນ ຕື໊ລຽນ (ຮ່າໂນ້ຍ) ໄດ້ສຸກເຫຼືອງ, ບັນຍາກາດຄຶກຄື້ນ, ການບົວລະບັດ ແລະ ປະດັບປະດາຕົ້ນໄມ້ປະດັບເພື່ອສະໜອງຕະຫຼາດໃນວັນບຸນປີໃໝ່ປະຈໍາຊາດ ໄດ້ມີຄວາມຄຶກຄື້ນ ໜາແໜ້ນ.
ຍສໝ - ປີນີ້ອາກາດໜາວ, ດອກຊາກຸຣະເບັ່ງບານເຕັມທີ່, ສວຍງາມທີ່ສຸດ. ທັງດ່າລາດ ລ້ວນແຕ່ມີສີຊົມຊື່ນເປັນສີບົວ, ເໝືອນດັ່ງຊຸດ “ນາງສາວ” ທີ່ປິວສະບັດຢ່າງສວຍງາມໃນຊຸດສີບົວ, ມີຄວາມເຍົ້າຍວນທີ່ເປັນໜ້າແປກ.
ຍສໝ - ລັດຖະບານໄດ້ເຫັນດີເພີ່ມເຕີມນະຄອນ ໂຮ່ຈີມິນ ແລະ ບິ່ງດິ້ງ ເຂົ້າໃນບັນຊີລາຍຊື່ບັນດາທ້ອງຖິ່ນທີ່ໄດ້ທົດລອງຕ້ອນຮັບນັກທ່ອງທ່ຽວສາກົນແຕ່ຕົ້ນປີນີ້, ພ້ອມກັບ 5 ທ້ອງຖິ່ນຕ່າງໆຄື: ດ່າໜັງ, ກຽນຢາງ, ແຄ໋ງຮ່ວາ, ກວາງນາມ ແລະ ກວາງນິງ.
ຍສໝ - ດິນແດນກາວເຊີນ ໄດ້ຮັບຂະໜານນາມວ່າ “ຊາປາ” ຂອງແທງຮວ່າ ເພາະອຸນຫະພູມຕ່ຳກວ່າເຂດອ້ອມຂ້າງ ແລະ ມີໝອກປົກຄຸມຕະຫຼອດປີ.
ຍສໝ - ເນື່ອງໃນໂອກາດບຸນປີໃໝ່ສາກົນ 2022, ນັກທ່ອງທ່ຽວມາຮ່າໂນ້ຍ ປະມານ 60.000 ເທື່ອຄົນ, ໃນນັ້ນສ່ວນຫຼາຍແມ່ນຢູ່ພາຍໃນປະເທດ.
ຍສໝ - ວັນທີ 3 ມັງກອນ, ທ່ານ ຫ່ວງທິເວື້ອງ ຫົວໜ້າຫ້ອງການວັດທະນະທຳ, ຂໍ້ມູນຂ່າວສານ ເທດສະບານຊາປ່າ (ແຂວງລ່າວກ່າຍ) ໃຫ້ຊາບວ່າ: ຈຳນວນນັກທ່ອງທ່ຽວທີ່ມາພັກຜ່ອນຕາມສະຖານທີ່ທ່ອງທ່ຽວແຫ່ງຊາດຊາປ່າ ນັບແຕ່ວັນທີ 1 ຫາ 3 ມັງກອນ 2022 ບັນລຸ 17.346 ເທື່ອຄົນ, ລາຍໄດ້ຈາກນັກທ່ອງທ່ຽວບັນລຸ 46 ຕື້ດົ້ງ, ເພີ່ມຂຶ້ນເຖິງ 7,8 ຕື້ດົ້ງ ທຽບໃສ່ໄລຍະພັກບຸນວັນຄຣິດສະມາດ (24 ຫາ 26 ທັນວາ 2021).