ຍສໝ - ວັນທີ 12 ພະຈິກ, ທ່ານ ເຈິ່ນກ໊ວກແຄ໊ງ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ໄດ້ມີການປະຊຸມຜ່ານລະບົບທາງໄກກັບທ່ານ Greg Hands ຮອງລັດຖະມົນຕີກະຊວງການຄ້າສາກົນອັງກິດ.
ຍສໝ- ທ່ານ Muhyiddin Yassin ນາຍົກລັດຖະມົນຕີມາເລເຊຍ ເນັ້ນໜັກວ່າ ມາເລເຊຍ ຊີ້ແຈ້ງວ່າ ບັນດາມາດຕະການແກ້ໄຂບັນຫາທະເລຕາເວັນອອກຕ້ອງສອດຄ່ອງກັບບັນດາຫຼັກການຂອງກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNLCOS) ປີ 1982.
ຍສໝ - ທ່ານນາຍົກລັດຖະມົນຕີ ສປປ.ລາວ ໄດ້ຮຽກຮ້ອງໃຫ້ບັນດາຜູ້ນຳອາຊຽນ ຕ້ອງການພະຍາຍາມ ເພື່ອຟື້ນຟູບັນດາພາກສ່ວນເສດຖະກິດທີ່ໄດ້ຮັບຜົນກະທົບຈາກພະຍາດ COVID-19 ແລະ ສືບຕໍ່ໃຫ້ການຮ່ວມມືໃນການຄົ້ນຄວ້າແລະ ພັດທະນາວັກຊີນປ້ອງກັນ ແລະ ຕ້ານພະຍາດ.
ຍສໝ - ໃນວັນທີ 13 ພະຈິກ, ອີງຕາມການປະກາດຂອງກະຊວງການຕ່າງປະເທດຫວຽດນາມ, ທ່ານ ຫງວຽນກ໋ວກຢູງ - ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ຮັບການອະນຸຍາດຈາກທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເຊິ່ງໄດ້ມອບເຂົ້າສານຈຳນວນ 1.000 ໂຕນ ໃຫ້ທ່ານ ຈັນທະພອນ ຄຳມະນີຈັນ ອຸປະທູດຊົ່ວຄາວ, ສະຖານເອກອັກ ຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ທີ່ນະຄອນຫລວງຮ່າໂນ້ຍ.
ຍສໝ - ທ່ານນາງເອກອັກຄະລັດຖະທູດ ການາດາ ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມໃນການປ້ອງກັນ, ສະກັດກັ້ນໂລກລະບາດ ໂຄວິດ - 19 ຂອງ ຫວຽດນາມທ່ານນາງເອກອັກຄະລັດຖະທູດ ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມໃນການປ້ອງກັນ, ສະກັດກັ້ນໂລກລະບາດ ໂຄວິດ - 19 ຂອງ ຫວຽດນາມ.
ຍສໝ - ໃນກອງປະຊຸມຄັ້ງນີ້, ບັນດາຜູ້ນຳອາຊຽນ ໄດ້ຕີລາຄາສູງຕໍ່ບົດບາດຂອງແມ່ຍິງ ທີ່ໄດ້ປະກອບສ່ວນອັນສຳຄັນ ເຂົ້າໃນຂະບວນການພັດທະນາ ກໍຄື ການຟື້ນຟູເສດຖະກິດ-ສັງຄົມ ຢູ່ພາກພື້ນອາຊຽນ ກໍຄື ໃນໂລກ ທ່າມກາງການລະບາດຂອງພະຍາດໂຄວິດ-19, ໂດຍສະເພາະ ການຮັບມືກັບພະຍາດໂຄວິດ-19, ຊຶ່ງແມ່ຍິງ ໄດ້ມີສ່ວນຮ່ວມ ເຂົ້າໃນຂະບວນການລວມຂອງອາຊຽນ.
ຍສໝ - ວັນທີ 12 ພະຈິກ, ຢູ່ສຳນັກງານກະຊວງ, ທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ມີການຕ້ອນຮັບທ່ານ Konstantin Vnukov - ເອກອັກຄະລັດຖະທູດລັດເຊຍ ມາອຳລາສິ້ນສຸດໜ້າທີ່ວຽກງານຢູ່ຫວຽດນາມ.
ເມື່ອບໍ່ດົນມານີ້, ທ່ານ ສົມຈິດ ປັນຍາສັກ, ຮອງເຈົ້າແຂວງອຸດົມໄຊ ພ້ອມດ້ວຍຄະນະຜູ້ແທນແຂວງອຸດົມໄຊ ໄດ້ໄປສະຖານກົງສູນໃຫຍ່ຫວຽດນາມ ປະຈໍາ ແຂວງຫຼວງພະບາງ ມອບເງິນຈໍານວນ 80 ລ້ານກີບ ເພື່ອສະໜັບສະໜູນພາກກາງຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນໍ້າຖ້ວມ.
ຍສໝ - ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມໄດ້ສະແດງຄວາມຂອບອົກຂອບໃຈໄປຍັງບັນດາປະເທດສະມາຊິກ ອາຊຽນ, ບັນດາຄູ່ຮ່ວມມື ແລະ ອົງການຈັດຕັ້ງສາກົນໄດ້ສະໜັບສະໜູນ ແລະ ຮ່ວມມືກັບຫວຽດນາມຢ່າງແໜ້ນແຟ້ນເພື່ອບັນລຸໄດ້ບັນດາໝາກຜົນນີ້.
ຍສໝ - ທ່ານ ຫຼີເຄືອສຽງ ນາຍົກລັດຖະມົນຕີຈີນ ຢັ້ງຢືນວ່າ ໂດຍບໍ່ຫົວຊາຕໍ່ໂລກລະບາດ ໂຄວິດ - 19, ການຄ້າ ອາຊຽນ - ຈີນຍັງຄົມເພີ່ມຂຶ້ນ ແລະ ອາຊຽນຈະແມ່ນຄູ່ຮ່ວມມືທາງການຄ້າ ໃຫຍ່ທີ່ສຸດຂອງ ຈີນ ເມື່ອວົງເງິນການຄ້າສອງສົ້ນ ໃນໄລຍະ 3 ເດືອນຕົ້ນປີ 2020 ເພີ່ມຂຶ້ນ 70% ເມື່ອທຽບໃສ່ໄລຍະດ່ຽວກັນຂອງປີ 2019.
ຍສໝ - ຮອງນາຍົກລັດຖະມົນຕີສອງທ່ານໄດ້ໃຫ້ຂໍ້ສັງເກດວ່າ: ເຖິງວ່າໄດ້ຮັບຜົນກະທົບຫຼາຍພໍສົມຄວນຈາກໂລກລະບາດ ໂຄວິດ - 19 ກໍ່ຕາມ, ແຕ່ການແລກປ່ຽນການຄ້າສອງຝ່າຍລະຫວ່າງ ຫວຽດນາມ - ສະຫະພັນລັດເຊຍໃນ 9 ເດືອນຕົ້ນປີ 2020 ມີສັນຍານຟື້ນຟູຢ່າງຕັ້ງໜ້າ ແລະ ບັນລຸໄດ້ລະດັບ 4,1 ຕື້ USD (ເພີ່ມຂຶ້ນ 13%ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019).
ຍສໝ - ທ່ານນາຍົກລັດຖະມົນຕີ ສະແດງຄວາມປິຕິຊົມຊື່ນ ແລະ ຕີລາຄາສູງບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງທ່ານເອກອັກຄະລັດຖະທູດໃນການປັບປຸງ ແລະ ເພີ່ມທະວີສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ - ລັດເຊຍ.
ຍສໝ - ສອງຝ່າຍຈະເພີ່ມທະວີການໂຄສະນາເຖິງປະຊາຊົນເພື່ອປະຕິບັດສັນຍາວ່າດ້ວຍລະບຽບການຄຸ້ມຄອງຊາຍແດນ ແລະດ່ານຊາຍແດນ; ບັນດາເອກະສານຂໍ້ຕົກລົງ ເຊິ່ງ ສອງຝ່າຍໄດ້ລົງນາມຢ່າງເຂັ້ມງວດ, ກໍ່ສ້າງ ຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະພ້ອມກັນພັດທະນາ.
ຍສໝ - ທ່ານພົນເອກ ຮວ່າງຊວນຈ໋ຽນ ໄດ້ຢັງຢືນວ່າ ໃນສະຖານະການໃດ, ສາຍພົວພັນລະຫວ່າງກອງທັບສອງປະເທດ ຍາມໃດກໍ່ເປັນຫຼັກແຫຼ່ງສຳຄັນຂອງສາຍພົວພັນຄູ່ຮ່ວມມືທະສາດຢ່າງຮອບດ້ານ ລະຫວ່າງຫວຽດນາມ-ຈີນ.
ຍສໝ - ບັນດາປະເທດພວມຊຸກຍູ້ການປະຕິບັດລະບຽບການຕ່າງໆພາຍໃນປະເທດ ເພື່ອສາມາດລົງນາມໃນວັນທີ 15 ພະຈິກ ຈະມາເຖິງ.ກ່ອນໜ້ານັ້ນ, ບັນດາປະເທດສະມາຊິກຢັ້ງຢືນເຖິງເປົ້າໝາຍ ຈະເຮັດໃຫ້ສຳເລັດກ່ຽວກັບການລົງນາມໃນສັນຍາ RCEP ໃນປີ 2020 ເພື່ອແນໃສ່ຊຸກຍູ້ລະບົບການຄ້າຫຼາຍຝ່າຍ, ຫັນການຄ້າ ແລະ ການລົງທຶນເປັນເສລີ ແລະ ກໍແມ່ນການປະກອບສ່ວນສຳຄັນເຂົ້າໃນວິວັດການຟື້ນຟູພາຍຫຼັງໂລກລະບາດຢູ່ພາກພື້ນ.
ຍສໝ - ໃນການໂອ້ລົມທາງໂທລະສັບ, ທ່ານລັດຖະມົນຕີ ໂຕເລິມ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືການປັບປຸງ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ກັບ ສະຫະພັນ ລັດເຊຍ ເປັນສຳຄັນ.
ຍສໝ - ບັນດານັກລົງທຶນຕ່າງປະເທດ ມີຄວາມປະທັບໃຈພິເສດຕໍ່ຈຳນວນຜູ້ທີ່ມີລາຍຮັບປານກາງນັບມື້ນັບຫຼາຍຂຶ້ນ, ເຂດເອກະຊົນມີຄວາມຟົດຟື້ນ ແລະ ພົນລະເມືອງໜຸ່ມກວ່ມເອົາສ່ວນຫຼາຍ. ມີຊາວຫວຽດນາມມີອາຍຸຕໍ່ກວາ 35 ປີກວມເອົາ70% ຍອດຈຳນວນປະຊາກອນ ຫວຽດນາມ.
ຍສໝ - ເວບໄຊໜັງສືພິມອອນໄລ "vientianetimes.org.la" ຂອງປະເທດລາວ ໃນວັນທີ 10 ພະຈິກ ໄດ້ລົງບົດຂຽນທີ່ຢັ້ງຢືນໃຫ້ຫູ້ວ່າ ບັນດາລັດຖະມົນຕີຕ່າງປະເທດອາຊຽນ ໄດ້ຕີລາຄາສູງຕໍ່ຄວາມກ້າວໜ້າ ໃນການເຊື່ອມເຂົ້າກັບຊຸມຊົນອາຊຽນ.
ຍສໝ - ບ້ວງເງິນໜູນຊ່ວຍຮີບດ່ວນລວມມີ ເງິນຈຳນວນ 150.000 ໂດລານິວຊີແລນ ຜ່ານ UNICEF ແລະ 20.000 ໂດລານິວຊີແລນ ໃຫ້ແກ່ກອງທຶນຮັບມືກັບໄພທຳມະຊາດຮີບດ່ວນຂອງອົງການວິໄສທັດ ໂລກ (World Vision).
ຍສໝ - ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ກໍ່ສະແດງຄວາມຊົມເຊີຍຕໍ່ບັນດາຜົນສຳເລັດທີ່ພົ້ນເດັ່ນຂອງ ຫວຽດນາມ ໃນການຮັບມືກັບໂລກລະບາດ ໂຄວິດ - 19 ຢ່າງມີປະສິດທິຜົນ, ຟື້ນຟູທ່າພັດທະນາເສດຖະກິດ ສັງຄົມ, ປະຕິບັດສຳເລັດບົດບາດເປັນປະທານອາຊຽນ 2020, ຜ່ານນັ້ນ, ໄດ້ເພີ່ມທະວີບົດບາດ, ທີ່ຕັ້ງຂອງ ຫວຽດນາມໃນພາກພື້ນ ແລະ ສາກົນຢ່າງບໍ່ຢຸດຢັ້ງ.
ຍສໝ - ຕອນເຊົ້າວັນທີ 10 ພະຈິກ, ຢູ່ກອງປະຊຸມສຸດຍອດອາຊຽນ 37 ໄດ້ດຳເນີນກອງປະຊຸມຄັ້ງທີ 28 ສະມັດຊາປະສານອາຊຽນ (ACC).
ຍສໝ - ທ່ານ Masataka Fujita, ເລຂາທິການໃຫຍ່ສູນອາຊຽນ - ຍີ່ປຸ່ນ (AJC)ໃຫ້ຮູ້ວ່າ ໃນຖານະທີ່ເປັນປະເທດທີ່ປະສົບຜົນສຳເລັດໃນການຄວບຄຸມການລະບາດຂອງ COVID-19, ຫວຽດນາມສາມາດນຳໜ້າບໍ່ພຽງແຕ່ໃນການຄວບຄຸມການລະບາດຂອງພະຍາດ, ແຕ່ຍັງສາມາດຟື້ນຕົວໃຫ້ເຂັ້ມແຂງໃນຂະນະທີ່ອີກຫຼາຍໆປະເທດຍັງປະສົບກັບຄວາມຫຍຸ້ງຍາກຈາກການໂລກລະບາດ COVID-19
ຍສໝ - ບັນດາຜູ້ແທນໄດ້ກວດກາຄວາມຄືບໜ້າການປະຕິບັດບັນດາຂໍ້ລິເລີ່ມຂອງ ອາຊຽນໃນການຮັບມື ກັບໂລກລະບາດ ໂຄວິດ - 19. ຕາມນັ້ນແລ້ວ, ກອງທຶນ ອາຊຽນຮັບມືກັບໂລກລະບາດ - 19 ໄດ້ສ້າງຕັ້ງຂຶ້ນທີ່ກອງປະຊຸມສຸດຍອດ ອາຊຽນ 36 ໄດ້ຮັບຄຳໝັ້ນສັນຍາປະກອບເງິນເປັນຈຳນວນກ່ວາ 10 ລ້ານ USD ຈາກບັນດາປະເທດອາຊຽນ ແລະ ຄູ່ຮ່ວມມື
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 67 ປີແຫ່ງວັນຊາດແຫ່ງລາຊະອານາຈັກ ກຳປູເຈຍ, ສູນກາງສະມາຄົມມິດຕະພາບຫວຽດນາມ - ກຳປູເຈຍ, ນະຄອນໂຮ່ຈິມິນ ໄດ້ຈັດຕັ້ງການພົບປະແລກປ່ຽນ “ເພີ່ມພຸນຄູນສ້າງຄວາມມິດຕະພາບ”.
ຍສໝ - ໃນບົດຂຽນ “ບົດບາດ ແລະ ທີ່ຕັ້ງຂອງຫວຽດນາມ ໃນການຮ່ວມມືລະຫວ່າງລັດເຊຍ - ອາຊຽນ”, ທ່ານປະລິນຍາເອກ Ekaterina Koldunova ຖືວ່າ, ເມື່ອຫວຽດນາມ ຮັບດຳລົງຕຳແໜ່ງປະທານອາຊຽນ ໃນປີ 2020 ອາດຈະປະກົດມີບັນດາຂົງເຂດຮ່ວມມືລະຫວ່າງລັດເຊຍ ແລະ ອາຊຽນ.
ຍສໝ - ໃນປີນີ້ສອງປະເທດກໍາລັງມານະພະຍາຍາມຊຸກຍູ້ການຄ້າສອງຝ່າຍໃຫ້ເພີ່ມຂຶ້ນແຕ່ 10-15% ເມື່ອທຽບໃສ່ປີກາຍ, ອາດຈະບັນລຸ 1 ຕື້ໂດລາສະຫະລັດ ຕາມແຜນການທີ່ວາງອອກ.
ຍສໝ - ທ່ານຮອງລັດຖະມົນຕີ ບຸຍວັນນາມ ໄດ້ຮັບເອົາ, ຕີລາຄາສູງ ແລະຍ້ອງຍໍສັນລະເສີນບັນດາອົງການ, ຫົວໜ່ວຍສະມາຊິກຂອງ ອະນຸຄະນະກຳມະການໄດ້ມານະພະຍາຍາມກະກຽມຢ່າງລອບຄອບຖີ່ຖ້ວນ, ພ້ອມແລ້ວທີ່ຈະຮັບປະກັຄວາມໝັ້ນຄົງ ແລະ ຄວາມປອດໄພໃຫ້ແກ່ກອງປະຊຸມສຸດຍອດອາຊຽນຄັ້ງທີ 37.
ຍສໝ - ທ່ານ Wojciech Gerwel ເອກອັກຄະລັດຖະທູດ ໂປໂລຍປະຈຳ ຫວຽດນາມ ມີຄວາມປາດຖະໜາຢາກບັນດາອະດີດນັກສຶກສາ, ພະນັກງານ ຫວຽດນາມ ທີ່ເຄີຍຮ່ຳຮຽນ, ເຮັດວຽກຢູ່ໂປໂລຍສືບຕໍ່ປະຕິບັດເປັນຢ່າງດີບົດບາດເປັນຂົວເຊື່ອມຕໍ່ການຮ່ວມມືມິດຕະພາບລະຫວ່ງປະຊາຊົນ ສອງປະເທດ.
ຍສໝ - ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ເສດຖະກິດຂອງ ຫວຽດນາມ ຈະເຕີບໂຕສູງ ແລະ ຄວາມຕ້ອງການດ້ານພະລັງງານແມ່ນໃຫຍ່ຫລວງທີ່ສຸດ ແລະ ແມ່ນກາລະໂອກາດການຮ່ວມມືໃຫຍ່ຫລວງໃຫ້ແກ່ບັນດານັກລົງທຶນທີ່ມີທ່າແຮງຂອງລັດເຊຍ ໃນຂົງເຂດນີ້.
ຍສໝ - ເມື່ອບໍ່ດົນມານີ້, ທີ່ນະຄອນ ເຊີນລາ, ຄະນະຕິດຕໍ່ທະຫານອາສະສາໝັກ ແລະ ຊ່ຽວຊານການທະຫານຫວຽດນາມຢູ່ລາວ ແຂວງເຊີນລາ ໄດ້ຈັດຕັ້ງພິທີ ສະເຫຼີມສະຫຼອງວັນມູນເຊື້ອທະຫານອາສາສະໝັກ ແລະຊ່ຽວຊານ ການທະຫານຫວຽດນາມ ຢູ່ລາວ ຄົບຮອບ 71 ປີ.