ຫວຽດນາມ ສ້າງເງື່ອນໄຂສະດວກໃຫ້ບັນດານັກລົງທຶນລັດ​ເຊຍ

16:26 | 09/11/2020

ຍ​ສ​ໝ - ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ເສດຖະກິດຂອງ ຫວຽດນາມ ຈະເຕີບໂຕສູງ ແລະ ຄວາມຕ້ອງການດ້ານພະລັງງານແມ່ນໃຫຍ່ຫລວງທີ່ສຸດ ແລະ ແມ່ນກາລະໂອກາດການຮ່ວມມືໃຫຍ່ຫລວງໃຫ້ແກ່ບັນດານັກລົງທຶນທີ່ມີທ່າແຮງຂອງລັດເຊຍ ໃນຂົງເຂດນີ້.

ຫວຽດນາມ ສ າງເງ ອນໄຂສະດວກໃຫ ບ ນດານ ກລ ງທ ນລ ດ ເຊຍ ທ້ອງ​ຖິ່ນ ລັດ​ເຊຍ​ຍົກ​ສູງ​ຄວາມ​ຫວັງ​ຮ່ວມ​ມື​ທາງ​ການ​ຄ້າ ກັ​ບ​ວິ​ສາ​ຫະ​ກິດ ຫວຽດ​ນາມ
ຫວຽດນາມ ສ າງເງ ອນໄຂສະດວກໃຫ ບ ນດານ ກລ ງທ ນລ ດ ເຊຍ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ລັດ​ເຊຍ​ເຂົ້າ​ຮ່ວມ​ໂຄງ​ການ ວັກ​ຊິນ ເພື່ອປ້ອງກັນ ໂລກລະບາດ Covid – 19
ຫວຽດນາມ ສ າງເງ ອນໄຂສະດວກໃຫ ບ ນດານ ກລ ງທ ນລ ດ ເຊຍ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໃຫ້ການຕ້ອນຮັບທ່ານ Mikhelson, ປະທານກຸ່ມບໍລິສັດ Novatek (ພາບ: TTXVN)

ລັດເຊຍຕອນບ່າຍວັນທີ 6 ພະຈິກ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Mikhelson, ປະທານກຸ່ມບໍລິສັດ Novatek ທີ່ພວມມີການຢ້ຽມຢາມ, ຊອກຮູ້ກາລະໂອກາດການລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ. ນີ້ແມ່ນໜຶ່ງໃນບັນດາກຸ່ມບໍລິສັດແຖວໜ້າຂອງລັດເຊຍ ໃນຂົງເຂດພະລັງງານ ພວມປາດຖະໜາຢາກລົງທຶນເຂົ້າໂຄງການສູນໄຟຟ້າ ການາ (ນິງທ້ວນ)

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ເສດຖະກິດຂອງ ຫວຽດນາມ ຈະເຕີບໂຕສູງ ແລະ ຄວາມຕ້ອງການດ້ານພະລັງງານແມ່ນໃຫຍ່ຫລວງທີ່ສຸດ ແລະ ແມ່ນກາລະໂອກາດການຮ່ວມມືໃຫຍ່ຫລວງໃຫ້ແກ່ບັນດານັກລົງທຶນທີ່ມີທ່າແຮງຂອງລັດເຊຍ ໃນຂົງເຂດນີ້. ໄປຄຽງຄູ່ກັບຂົງເຂດພະລັງງານ, ທ່ານ ຫງວຽນຊວັນຟຸກ ກໍ່ປາດຖະໜາຢາກໃຫ້ບັນດານັກລົງທຶນລັດເຊຍ ເປີດກ້ວາງການລົງທຶນເຂົ້າ ຫວຽດນາມ ໃນຫລາຍຂົງເຂດອື່ນໆ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ຕີ​ລາ​ຄາ​ສູງ​ກຳ​ລັງ​ຄວາມ​ສາ​ມາດ, ບົດ​ຮຽນ, ປະ​ສົບ​ການ​ຂອງ​ກຸ່ມ​ບໍ​ລິ​ສັດ Novatekໃນ​ຂົງ​ເຂດ​ພະ​ລັງ​ງານ ແລະ ໃຫ້​ຮູ້​ວ່າ ຖ້າ​ມີ​ຄວາມ​ຕັດ​ສິນ​ໃຈ ກຸ່ມ​ບໍ​ລິ​ສັດ ແລະ ບັນ​ດາ​ຄູ່​ຮ່ວມ​ມື​ມີ​ການ​ລົ​ງ​ທຶນ​ປະ​ສົບ​ຜົນ​ສຳ​ເລັດ​ຢູ່​ຫວຽດ​ນາມ. ຫວຽດ​ນາມ​ຍາມ​ໃດ​ກໍ່​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ບັນ​ດາ​ນັກ​ລົງ​ທຶນ​ລັດ​ເຊຍ, ໃນ​ນັ້ນ​ມີ​ກຸ່ມ​ບໍ​ລິ​ສັດ Novatek

ກ່ຽວກັບໂຄງການສູນໄຟຟ້າ ການາ (ນິງທ້ວນ), ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ ນີ້ແມ່ນໂຄງການໄຟຟ້າສຳຄັນຂອງ ຫວຽດນາມ ຕ້ອງການມີບັນດານັກລົງທຶນທີ່ມີກຳລັງຄວາມສາມາດດ້ານການເງິນ ແລະ ມີບົດຮຽນ.ທ່ານນ​າ​ນົກ​ລັດ​ຖະ​ມົນ​ຕີ​ໄດ້​ສະ​ເໜີ​ໃຫ້​ກຸ່ມ​ບໍ​ລິ​ສັດ Novatek ແລະ ບັນ​ດາ​ຄູ່​ຮ່ວມ​ມື​ເຮັດ​ວຽກ​ກັບ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ນິງ​ຖ້ວມ. ລັດຖະບານ ຫວຽດນາມ ຈະສ້າງເງື່ອນໄຂສະດວກ ເພື່ອໃຫ້ບັນດານັກລົງທຶນ ລັດເຊຍ ລົງທຶນເຂົ້າ ຫວຽດນາມ ຖືກຕາມຂໍ້ກຳນົດ.

ຫວຽດນາມ ສ າງເງ ອນໄຂສະດວກໃຫ ບ ນດານ ກລ ງທ ນລ ດ ເຊຍ ທ້ອງ​ຖິ່ນ ລັດ​ເຊຍ​ຍົກ​ສູງ​ຄວາມ​ຫວັງ​ຮ່ວມ​ມື​ທາງ​ການ​ຄ້າ ກັ​ບ​ວິ​ສາ​ຫະ​ກິດ ຫວຽດ​ນາມ

ຍ​ສ​ໝ - ກອງ​ປະ​ຊຸມ​ສຳ​ມະ​ນາ​ທາງ​ອອນ​ລາຍ ນອນ​ໃນ​ຂອບ​ເຂດ​ໂຄງ​ການ​ແຫ່ງ​ຊາດ ຂອງ ສະ​ຫະ​ພັນ ລັດ​ເຊຍ ທີ່​ມີ​ຊື່​ວ່າ “ການ​ໜູນ​ຊ່ວຍ​ຂໍ້​ລິ​ເລີ່ມ​ດຳ​ເນີນ​ທຸ​ລະ​ກິດ​ສ່ວນ​ຕົ​ວ ແລະ ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ​ແລະ​ກາງ”.

ຫວຽດນາມ ສ າງເງ ອນໄຂສະດວກໃຫ ບ ນດານ ກລ ງທ ນລ ດ ເຊຍ ເອກ​ອັກ​ຄະ​ລັດ​ຖະ​ທູດ ລັດ​ເຊຍ​ຕີ​ລາ​ຄາ​ສູງ​ບັນ​ດາ​ຄວາ​ມາ​ນະ​ພະ​ຍາ​ຍາມ​ຂອງ ຫວຽດ​ນາມ​ໃນ​ບົດ​ບາດ​ເປັນ​ປະ​ທານ ອາ​ຊຽນ

ຍ​ສ​ໝ - ທ່ານ Alexander Ivanov ເອກ​ອັກ​ຄະ​ລັດ​ຖະ​ທູດ ລັດ​ເຊຍ​ປະ​ຈຳ ອາ​ຊຽນໃຫ້​ຮູ້​ວ່າ ບັນ​ຫາ​ຮີບ​ດ່ວນ​ທີ່​ສຸດ​ໄດ້​ຮັບ​ການ​ຄວາມ​ສົນ​ໃຈ​ຢູ່ກອງ​ປະ​ຊຸມ​ແມ່ນ​ບັ້ນ​ຕໍ່​ສ​ູ້​ລວມ​ຕ້ານ​ໂລກ​ລະ​ບາດ Covid – 19 ແລະ ບັນ​ດາ​ຜົນ​ກະ​ທົບ​ຈາກ​ເສດ​ຖະ​ກິດ ສັງ​ຄົມ​ມາ​ຈາກ​ໂລກ​ລະ​ບາດ.

ຫວຽດນາມ ສ າງເງ ອນໄຂສະດວກໃຫ ບ ນດານ ກລ ງທ ນລ ດ ເຊຍ ຫວຽດນາມ ແລະ ລັດເຊຍປຶກສາຫາລືບັນດາໂຄງການລົງ​ທຶນບຸລິມະສິດແຖວໜ້າ ໃນສະ​ພາບ​ການ​ເກີດ​ໂລກ​ລະ​ບາດ COVID-19

ຍ​ສ​ໝ - ທີ່ການພົບປະ, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດບັນດາໂຄງການລົງທືນຮ່ວມໃນບັນຊີ​ລາຍ​ຊື່ບຸລິມະສິດ, ໃນນັ້ນມີການກໍ່ສ້າງສູນວິທະຍາສາດແລະເຕັກໂນໂລຢີນິດ​ເຄຼຍຢູ່ຫວຽດນາມ, ວຽກງານສ້າງຕັ້ງບັນດາບໍລິສັດຮ່ວມທຸລະກິດລົດໂອໂຕຢູ່ຫວຽດນາມໂດຍ​ມີ​ການເຂົ້າຮ່ວມຂອງບັນດາບໍລິສັດລັດເຊຍໃນການພັດທະນາລັດຖະບານອີເລັກໂຕ​ນິກຢູ່ຫວຽດນາມ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.