ອາ​ຊຽນ​ມຸ່ງ​ໄປ​ສູ່ການລົງນາມໃນສັນຍາ RCEP ໃນປີ 2020

10:30 | 12/11/2020

ຍ​ສ​ໝ - ບັນດາປະເທດພວມຊຸກຍູ້ການປະຕິບັດລະບຽບການຕ່າງໆພາຍໃນປະເທດ ເພື່ອສາມາດລົງນາມໃນວັນທີ 15 ພະຈິກ ຈະມາເຖິງ.ກ່ອນໜ້ານັ້ນ, ບັນດາປະເທດສະມາຊິກຢັ້ງຢືນເຖິງເປົ້າໝາຍ ຈະເຮັດໃຫ້ສຳເລັດກ່ຽວກັບການລົງນາມໃນສັນຍາ RCEP ໃນປີ 2020 ເພື່ອແນໃສ່ຊຸກຍູ້ລະບົບການຄ້າຫຼາຍຝ່າຍ, ຫັນການຄ້າ ແລະ ການລົງທຶນເປັນເສລີ ແລະ ກໍແມ່ນການປະກອບສ່ວນສຳຄັນເຂົ້າໃນວິວັດການຟື້ນຟູພາຍຫຼັງໂລກລະບາດຢູ່ພາກພື້ນ.

ອາ ຊຽນ ມ ງ ໄປ ສ ການລ ງນາມໃນສ ນຍາ rcep ໃນປ 2020 ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສູນ​​ອາ​ຊຽນ - ຍີ່​ປຸ່ນ ຕີ​ລາ​ຄາ​ສູງ​ບົດ​ບາດ​ເປັນ​ປະ​ທານ​ອາ​ຊຽນ​ຂອງ ຫວຽດ​ນາມ
ອາ ຊຽນ ມ ງ ໄປ ສ ການລ ງນາມໃນສ ນຍາ rcep ໃນປ 2020 ອາ​ຊຽນ​ຮ່ວມ​ແຮງ​ຮ່ວມ​ໃຈ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ Covid – 19
ອາ ຊຽນ ມ ງ ໄປ ສ ການລ ງນາມໃນສ ນຍາ rcep ໃນປ 2020
ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ເຈິ່ນ​ຕ໊ວນ​ແອັງ (ພາບ: Baoquocte.vn)

ໃນຂອບເຂດບັນດາການເຄື່ອນໄຫວກະກຽມໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 11 ພະຈິກ, ກອງປະຊຸມລັດຖະມົນຕີເສດຖະກິດ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໄດ້ດຳເນີນວາລະຈັດກຽມ ພາຍໃຕ້ຮູບການທາງອອນລາຍ. ທີ່ກອງປະຊຸມຂ່າວ ກ່ຽວກັບກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ວັນທີ 9 ພະຈິກ, ທ່ານ ຫງວຽນກວ໊ກຢຸງ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ, ຫົວໜ້າ SOM ອາຊຽນ ຫວຽດນາມ, ໃຫ້ຮູ້ວ່າ ປັດຈຸບັນການເຈລະຈາ ສັນຍາ RCEP ໄດ້ສຳເລັດແລ້ວ.

ບັນດາປະເທດພວມຊຸກຍູ້ການປະຕິບັດລະບຽບການຕ່າງໆພາຍໃນປະເທດ ເພື່ອສາມາດລົງນາມໃນວັນທີ 15 ພະຈິກ ຈະມາເຖິງ. ກ່ອນໜ້ານັ້ນ, ບັນດາປະເທດສະມາຊິກຢັ້ງຢືນເຖິງເປົ້າໝາຍ ຈະເຮັດໃຫ້ສຳເລັດກ່ຽວກັບການລົງນາມໃນສັນຍາ RCEP ໃນປີ 2020 ເພື່ອແນໃສ່ຊຸກຍູ້ລະບົບການຄ້າຫຼາຍຝ່າຍ, ຫັນການຄ້າ ແລະ ການລົງທຶນເປັນເສລີ ແລະ ກໍແມ່ນການປະກອບສ່ວນສຳຄັນເຂົ້າໃນວິວັດການຟື້ນຟູພາຍຫຼັງໂລກລະບາດຢູ່ພາກພື້ນ.

"ສັນຍາ RCEP ໄດ້ໃຊ້ເວລາເຈລະຈາຫຼາຍປີ, ເພື່ອເຫັນໄດ້ວ່າ ມັນມີຄວາມໝາຍຢ່າງໃຫຍ່ຫຼວງຕໍ່ພາກພື້ນ, ພິເສດໃນສະພາບການປັດຈຸບັນ ເມື່ອໂລກຖືກຜົນກະທົບຈາກໂລກລະບາດໂຄວິດ - 19. ການລົງນາມໃນສັນຍາ RCEP ຈະສ້າງກຳລັງແຮງ, ຄວາມຜັກດັນໃໝ່ໃຫ້ແກ່ການພັດທະນາການຄ້າໃນພາກພື້ນ. ການລົງນາມໃນສັນຍາສະບັບນີ້ ແມ່ນຄວາມຄອງຄອຍຂອງທຸກປະເທດ ແລະ ມີຄວາມໝາຍສຳລັບ ຫວຽດນາມ ເມື່ອເປັນປະທານ ອາຊຽນ 2020.”

ເມື່ອສັນຍາສະບັບດັ່ງກ່າວໄດ້ຮັບການລົງນາມ ຈະສ້າງຕະຫຼາດມີຂອບຂະໜາດຜູ້ບໍລິໂພກປະມານ 3,5 ຕື້ຄົນ ແລະ GDP ເກືອບ 49.000 ຕື້ USD, ເຊິ່ງກວມເອົາປະມານ 39% GDP ທົ່ວໂລກ. ແລະ​ກໍ່​ໃນວັນທີ 10 ພະຈິກ, ບັນດາລັດຖະມົນຕີເສດຖະກິດຂອງ 10 ປະເທດ ອາຊຽນ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ (MOU) ກ່ຽວກັບການປະຕິບັດບັນດາມາດຕະການຍົກເວັ້ນພາສີສຳລັບປະເພດສິນຄ້າທີ່ຈຳເປັນ ໃນກອງປະຊຸມສະມັດຊາປະຊາຄົມເສດຖະກິດ ອາຊຽນ (AEC) ຄັ້ງທີ 19 ເຊິ່ງຖືກຈັດຂຶ້ນຜ່ານຮູບການທາງອອນລາຍ.

ບົດບັນທຶກຊ່ວຍຈຳໄດ້ສະແດງໃຫ້ເຫັນບັນດາຄຳໝັ້ນສັນຍາລວມຂອງບັນດາປະເທດ ອາຊຽນ ກ່ຽວກັບການສ້າງເງື່ອນໄຂສະດວກໃຫ້ແກ່ການຈໍລະຈອນການຄ້າໃນພາກພື້ນ ສຳລັບບັນດາປະເພດສິນຄ້າທີ່ຈຳເປັນໃນຄວາມມານະພະຍາຍາມຕ້ານຄືນໂລກລະບາດໂຄວິດ - 19. ບົດບັນທຶກຊ່ວຍຈຳດັ່ງກ່າວ ແມ່ນສ່ວນໜຶ່ງຂອງແຜນການດຳເນີນງານຂອງ ອາຊຽນ ເພື່ອແນໃສ່ເພີ່ມທະວີ ແລະ ປັບປຸງການຮ່ວມມືດ້ານເສດຖະກິດ ແລະ ການເຊື່ອມຕໍ່ລະບົບມູນຄ່າ.

ໃນກອງປະຊຸມດັ່ງກ່າວ, ບັນດາລັດຖະມົນຕີ ອາຊຽນ ກໍປຶກສາຫາລື ແລະ ຮັບຮອງເອົາກອບແຜນການຟື້ນຟູຮອບດ້ານ ອາຊຽນ (ACRF) ເພື່ອແນໃສ່ຢັ້ງຢືນຄືນຄຳໝັ້ນສັນຍາສົມທົບກັນເພື່ອຫຼຸດຜ່ອນບັນດາຜົນກະທົບຫຍໍ້ທໍ້ ຍ້ອນໂລກລະບາດໂຄວິດ - 19 ກໍ່ຂຶ້ນສຳລັບພາກພື້ນ, ໃນສະພາບການທີ່ບັນດາປະເທດພວມເປີດປະຕູພື້ນຖານເສດຖະກິດຄືນໃໝ່ເທື່ອລະກ້າວ.

ອາ ຊຽນ ມ ງ ໄປ ສ ການລ ງນາມໃນສ ນຍາ rcep ໃນປ 2020 ຫວຽດ​ນາມ ມຸ່ງ​ໄປ​ສຸ່​ການ​ລົງ​ນາມ​ໃນ​ສັນ​ຍາ RCEP ໃນ​ທ້າຍ​ປີ 2020

ຍ​ສ​ໝ - ກ່າວຄຳເຫັນໄຂກອງປະຊຸມ, ທ່ານເຈິ່ນຕ໊ວນແອງ ຕີລາຄາສູງຕໍ່ບັນດາຄວາມມານະພະຍາຍາມຂອງບັນດານັກເຈລະຈາສັນຍາ RCEP ທີ່ບັນລຸໄດ້ນັບແຕ່ຕົ້ນປີມາຮອດປັດຈຸບັນ; ພ້ອມທັງເນັ້ນໜັກວ່າ ໂລກລະບາດໂຄວິດ - 19 ບໍ່ພຽງແຕ່ກໍ່ໃຫ້ເກີດວິກິດການດ້ານສາທາລະນະສຸກເທົ່ານັ້ນ ຫາກຍັງກໍ່ໃຫ້ເກີດວິກິດການດ້ານເສດຖະກິດ - ສັງຄົມ ອີກດ້ວຍ, ສະນັ້ນ ເພື່ອສາມາດຍູ້ໄວລະດັບຟື້ນຟູເສດຖະກິດນັ້ນ ບໍ່ແມ່ນເລື່ອງງ່າຍດາຍ ຖ້າຫາກວ່າພວກເຮົາບໍ່ມີບັນດາການກະທຳທີ່ຂ້ຽວຂາດນັບແຕ່ນີ້ເປັນຕົ້ນໄປ.

ອາ ຊຽນ ມ ງ ໄປ ສ ການລ ງນາມໃນສ ນຍາ rcep ໃນປ 2020 ສາດ​ສະ​ດາ​ຈານ​ຍີ່​ປຸ່ນ​ຍົກ​ອອກ​ບົດ​ບາດ​ຂອງ​ຫວຽດ​ນາມ​ໃນ​ວິ​ວ​ັດ​ແຫ່ງ​ກາ​ນ​ເຈ​ລະ​ຈາ RCEP

ຍ​ສ​ໝ - ທ່ານ ສາດ​ສະ​ດາ​ຈານ Ryo Ikebe ໄດ້​້​ເນັ້ນ​ໜັ້ກ​ວ່າ ໃນ​ຖາ​ນະ​ເປັນ​ສະ​ມາ​ຊິກ​ຂອງ ອາ​ຊຽນ, ຫວຽດ​ນາມ ໄດ້​ມີ FTA ດ້ວຍ​ບັນ​ດາ​ປະ​ເທດ​ເຂົ້າຮ່ວມ RCEP ທັງ​ໝົດ.

ອາ ຊຽນ ມ ງ ໄປ ສ ການລ ງນາມໃນສ ນຍາ rcep ໃນປ 2020 ອ​າ​ຊຽນມຸ່ງ​ໄປ​ສູ່​ເປົ້າ​ໝາຍ​​ລົງ​ນາມ RCEP ໃນ​ປີ 2020

ຍ​ສ​ໝ - ເມື່ອ​ທຽບ​ໃສ່​ກັບ​ບັນ​ດາຫຼັກ​ການ​ຂອງ​ອົງ​ການ​ການ​ຄ້າ​ໂລກ​ WTO, RCEP ໄດ້​ສົມ​ທົບ​ຢ່າງ​ສົມ​ດຸນ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ WTO+ ເພື່ອຫຼຸດ​ລົງ​ບັນ​ດາ​ຮົ້ວ​ກີດ​ຂວາງ​ທາງ​ການ​ຄ້າ​ຢູ່​ເຂດ​ຊາຍ​ແດນ ແລະ ບັນ​ດາ​ມາດ​ຕາ​ເພີ່ມ​ເຕີມ​ຂອງ WTO ເພື່ອ​ແນ​ໃສ່​ແກ້​ໄຂ​ບັນ​ດາ​ບັນ​ຫາ​ດ້ານ​ນິ​ຕິ​ກຳ​ລະ​ຫວ່າງ ຊາຍ​ແດນ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.