ອາ​ຊຽນ​ຮ່ວມ​ແຮງ​ຮ່ວມ​ໃຈ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ Covid – 19

19:31 | 10/11/2020

ຍ​ສ​ໝ - ບັນ​ດາ​ຜູ້​ແທນ​ໄດ້​ກວດ​ກາ​ຄວາມ​ຄືບ​ໜ້າ​ການ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ລິ​ເລີ່ມ​ຂອງ ອາ​ຊຽນ​ໃນ​ການ​ຮັບ​ມື ກັບ​ໂລກ​ລະ​ບາດ ໂຄວິດ - 19. ຕາມ​ນັ້ນ​ແລ້ວ, ກອງ​ທຶນ ອາ​ຊຽນ​ຮັບ​ມື​ກັບ​ໂລກ​ລະ​ບາ​ດ - 19 ໄດ້​ສ້າງ​ຕັ້ງ​ຂຶ້ນ​ທີ່ກອງ​ປະ​ຊຸມ​ສຸດ​ຍອດ ອາ​ຊຽນ 36 ໄດ້​ຮັບ​ຄຳ​ໝັ້ນ​ສັນ​ຍາ​ປະ​ກອບ​ເງິນ​ເປັນ​ຈຳ​ນວນ​ກ່​ວາ 10 ລ້ານ USD ຈາກ​ບັນ​ດາ​ປະ​ເທດ​ອາ​ຊຽນ ແລະ ຄູ່​ຮ່ວມ​ມື

ຫວຽດນາມ ຈະຊຸກຍູ້ການຮ່ວມມືລະຫວ່າງລັດເຊຍ-ອາຊຽນ
ກວດ​ກາ​ການກະ​ກ​ຽມ​ໃຫ້​ແກ່ກອງ​ປະ​ຊຸມ ສຸດຍອດອາ​ຊຽ​ນ​ຄັ້ງ​ທີ 37​
ອາ​ຊຽນ​ຮ່ວມ​ແຮງ​ຮ່ວມ​ໃຈ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ Covid – 19

ທ່ານ ຮອ​ງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຫງວຽນ​ກ໊ວກ​ຢຸງ​ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ. (ພາບ: Baoquocte.vn)

ວັນ​ທີ 9 ພ​ະ​ຈິກ 2020, ທ່ານ ຮອ​ງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຫງວຽນ​ກ໊ວກ​ຢຸງ​ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ​ທາງ​ອອນ​ລາຍ​ຄັ້ງ​ທີ 5 ກຸ່ມ​ປະ​ຕິ​ບັດ​ງານ​ລະ​ຫວ່າງ​ຂະ​ແໜງ ສ​ະ​ພາ​ປະ​ສານ​ງານ​ສະ​ມາ​ຄົມ​ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ) ກ່ຽວ​ກັບ​ບັນ​ດາ​ກໍ​ລະ​ນີ​ການ​ແພດ​ສາ​ທາ​ລ​ະ​ນະ ຢ່າງ​ຮີບ​ດ່ວນ (ACCWG-PHE).

ທີ່ກອງ​ປະ​ຊຸມ ບັນ​ດາ​ປະ​ເທ​ດ​ໄດ້​ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ການ​ເກີດ​ໂລກ​ລະ​ບາດ ໂຄວິດ - 19 ຄັ້ງ​ໃໝ່ ທີ່​ພວມ​ແຜ່​ລາມ​ໃນ​ຊຸມ​ຊົນ. ໃນ​ສະ​ພາບ​ການນີ້, ບັນ​ດາ​ປະ​ເທດ​ອີກ​ຄ​ັ້ງ​ໜຶ່ງ​ໄດ້​ເນັ້​ນຽ​ໜັກ​ເຖິງ ຄວາມ​ສຳ​ຄັນ​ຂອງ​ການ​ເຂົ້າ​ໃກ້​ “ນັບ​ທັງ​ທົ່ວ​ປະ​ຊາ​ຄົມ” ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ ແລະ ຄວບ​ຄຸມ​ໂລ​ກ​ລະ​ບາດ ແລະ ເຫັນ​ດີ​ເປັນ​ເອ​ກະ​ພາບ​ຈະ​ສະ​ເໜີ​ແນະ​ຕໍ່​ການ​ນຳ​ບັນ​ດາ​ປະ​ເທດ​ຮຽກ​ຮ້ອງ​ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ຂອງ​ບັນ​ດາ​ພາກ​ສ່ວນ​ທີ່​ແຕກ​ຕ່າງ​ກັນ ໃນ​ອາ​ຊຽນ​ເຂົ້າ​ຮ່ວມ​ການ​ຕໍ່​ສູ້​ຕ້ານ​ໂລກ​ລະ​ບາດ ໂຄວິດ - 19.

ບັນ​ດາ​ຜູ້​ແທນ​ໄດ້​ກວດ​ກາ​ຄວາມ​ຄືບ​ໜ້າ​ການ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ລິ​ເລີ່ມ​ຂອງ ອາ​ຊຽນ​ໃນ​ການ​ຮັບ​ມື ກັບ​ໂລກ​ລະ​ບາດ ໂຄວິດ - 19. ຕາມ​ນັ້ນ​ແລ້ວ, ກອງ​ທຶນ ອາ​ຊຽນ​ຮັບ​ມື​ກັບ​ໂລກ​ລະ​ບາ​ດ - 19 ໄດ້​ສ້າງ​ຕັ້ງ​ຂຶ້ນ​ທີ່ກອງ​ປະ​ຊຸມ​ສຸດ​ຍອດ ອາ​ຊຽນ 36 ໄດ້​ຮັບ​ຄຳ​ໝັ້ນ​ສັນ​ຍາ​ປະ​ກອບ​ເງິນ​ເປັນ​ຈຳ​ນວນ​ກ່​ວາ 10 ລ້ານ USD ຈາກ​ບັນ​ດາ​ປະ​ເທດ​ອາ​ຊຽນ ແລະ ຄູ່​ຮ່ວມ​ມື, ຄາດວ່າ, ທີ່ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ 37, ການ​ນຳ​ບັນ​ດາ​ປະ​ເທດ​ອາ​ຊຽນ​ກໍ່​ຈະ​ຖະ​ແຫຼງ​ເລີ່ມ​ດຳ​ເນີນ​ວິ​ວັດ​ການ​ສ້າງ​ສູນ​ອາ​ຊຽນ​ຕອບ​ສະ​ໜອງ​ບັນ​ດາ​ກໍ​ລະ​ນີ ACCWG-PHE.

ຫວຽດນາມ ຈະຊຸກຍູ້ການຮ່ວມມືລະຫວ່າງລັດເຊຍ-ອາຊຽນ

ຍ​ສ​ໝ - ໃນບົດຂຽນ “ບົດບາດ ແລະ ທີ່ຕັ້ງຂອງຫວຽດນາມ ໃນການຮ່ວມມືລະຫວ່າງລັດເຊຍ - ອາຊຽນ”, ທ່ານປະລິນຍາເອກ Ekaterina Koldunova ຖືວ່າ, ເມື່ອຫວຽດນາມ ຮັບດຳລົງຕຳແໜ່ງປະທານອາຊຽນ ໃນປີ 2020 ອາດຈະປະກົດມີບັນດາຂົງເຂດຮ່ວມມືລະຫວ່າງລັດເຊຍ ແລະ ອາຊຽນ.

ກວດ​ກາ​ການກະ​ກ​ຽມ​ໃຫ້​ແກ່ກອງ​ປະ​ຊຸມ ສຸດຍອດອາ​ຊຽ​ນ​ຄັ້ງ​ທີ 37​

ຍ​ສ​ໝ - ທ່ານ​ຮອ​ງ​ລັດ​ຖະ​ມົນ​ຕີ ບຸຍ​ວັນ​ນາມ ​ໄດ້​ຮັບ​ເອົາ, ຕີ​ລາ​ຄາ​ສູງ ແລະ​ຍ້ອງ​ຍໍ​ສັນ​ລະ​ເສີນ​ບັນ​ດາ​ອົງ​ການ, ຫົວ​ໜ່ວຍ​ສະ​ມາ​ຊິກ​ຂອງ ອະ​ນຸ​ຄະ​ນະກຳ​ມະ​ການ​ໄດ້​ມາ​ນະ​ພະ​ຍາ​ຍາມກະ​ກຽມ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ, ພ້ອມ​ແລ້ວ​ທີ່​ຈະ​ຮັບ​ປະ​ກັ​ຄວາມ​ໝັ້ນ​ຄົງ ແລະ ຄວາມ​ປອດ​ໄພ​ໃຫ້​ແກ່ກອງ​ປະ​ຊຸມ​​ສຸດຍອດ​ອາ​ຊຽນຄັ້ງ​ທີ 37.

ຊຸກຍູ້ການຫັນປ່ຽນພະລັງງານຢູ່ບັນດາປະເທດ ອາຊຽນ

ຍ​ສ​ໝ - ກອງປະຊຸມສຳມະນາແນໃສ່ແບ່ງປັນບົດຮຽນ ແລະ ບົດບາດຂອງບັນດາອົງການຈັດຕັ້ງພົນລະເຮືອນ ໃນການຊຸກຍູ້ການຫັນປ່ຽນພະລັງງານຢູ່ບັນດາປະເທດ ອາຊຽນ; ອັບເດດທ່າອ່ຽງຫັນປ່ຽນພະລັງງານໃນພາກພື້ນ ແລະ ທົ່ວໂລກ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.