ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ລັດເຊຍ ປະຈຳ ຫວຽດນາມ Konstantin Vnukov

09:41 | 13/11/2020

ຍ​ສ​ໝ - ທ່ານນາຍົກລັດຖະມົນຕີ ສະແດງຄວາມປິຕິຊົມຊື່ນ ແລະ ຕີລາຄາສູງບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງທ່ານເອກອັກຄະລັດຖະທູດໃນການປັບປຸງ ແລະ ເພີ່ມທະວີສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ - ລັດເຊຍ.

ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ​ລະ​ຫວ່າງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ​ຫວຽດ​ນາມ ແລະ ເລ​ຂາ​ສະ​ພາຄວາມໝັ້ນ​ຄົງ​ ສ​ະ​ຫະ​ພັນ ລັດ​ເຊຍ
ຫວຽດນາມ ຈະຊຸກຍູ້ການຮ່ວມມືລະຫວ່າງລັດເຊຍ-ອາຊຽນ
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ລັດເຊຍ ປະຈຳ ຫວຽດນາມ Konstantin Vnukov
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ລັດເຊຍ ປະຈຳ ຫວຽດນາມ Konstantin Vnukov (ພາບ: VGP)

ຕອນບ່າຍວັນທີ 11 ພະຈິກ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ລັດເຊຍ ປະຈຳ ຫວຽດນາມ Konstantin Vnukov ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດອາຍຸການ.

ທ່ານນາຍົກລັດຖະມົນຕີ ສະແດງຄວາມປິຕິຊົມຊື່ນ ແລະ ຕີລາຄາສູງບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງທ່ານເອກອັກຄະລັດຖະທູດໃນການປັບປຸງ ແລະ ເພີ່ມທະວີສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ - ລັດເຊຍ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ ສອງປະເທດມີການພົວພັນດ້ານການເມືອງທີ່ມີຄວາມໄວ້ວາງໃຈສູງ, ດ້ວຍການພົບປະແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ, ພິເສດແມ່ນຜູ້ແທນຂັ້ນສູງເປັນປະຈຳ, ໃນທຸກຊ່ອງທາງພັກ, ລັດ, ລັດຖະບານ ແລະ ສະພາແຫ່ງຊາດ. ການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດມີບັນດາບາດກ້າວພັດທະນາຢ່າງຕັ້ງໜ້າໃນໄລຍະຜ່ານມາ, ດ້ວຍວົງເງິນການຄ້າສອງສົ້ນເພີ່ມແຕ່ 2,5 ຕື້ USD ໃນປີ 2014 ຂຶ້ນເປັນ 4,5 ຕື້USD ໃນປີ 2019.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຖືວ່າ ສອງປະເທດຕ້ອງສືບຕໍ່ຍູ້ແຮງການຮ່ວມມືກ່ຽວກັບດ້ານເສດຖະກິດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ກ່ຽວກັບການພົວພັນດ້ານການຄ້າ, ສອງປະເທດຕ້ອງຊຸກຍູ້ເພື່ອມຸ່ງໄປເຖິງເປົ້າໝາຍບັນລຸໄດ້ 10 ຕື້ USD. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່ ເລື່ອງທ່ານ ປະ​ທານ Duma (ສະ​ພາ​ຕ່ຳ) ຈະ​ມາ​ຢ້ຽມ​ຢາມ ແລະ ຈັດ​ຕັ້ງ​ກອງ​ປະ​ຊຸມ​ລະ​ຫວ່າງ​ Duma ສະ​ຫະ​ພັນ​ລັດ​ເຊຍ ແລະ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໃນ​ທ້າຍ​ປີ 2020, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກໍ່​ສະ​ແດງ​ຄວາມ​ປາດ​ຖະ​ໜາ​ຢາກ​​ຕ້ອນ​ຮັບ​ທ່ານ ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລັດ​ເຊຍ​ໃນ​ການ​ມາ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ.

ໃນ​ຖາ​ນະ​ເປັນ​ປະ​ທານ​ອາ​ຊຽນ ປີ 2020. ຫວຽດ​ນາມ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ ແລະ ຊຸກ​ຍູ້​ການ​ພົ​ວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ລະ​ຫວ່າງ ອາ​ຊຽນ - ລັດ​ເຊຍ.

ສ່ວນທ່ານເອກອັກຄະລັດຖະທູດ ລັດເຊຍ ປະຈຳ ຫວຽດນາມ Konstantin Vnukov ໃຫ້ຮູ້ວ່າ ສະຫະພັນ ລັດເຊຍ ສະໜັບສະໜູນຫວຽດນາມ ໃນປີ ປະທານ ອາຊຽນ 2020 ແລະ ເຊື່ອໝັ້ນວ່າ ຫວຽດນາມ ປະຕິບັດບົດບາດໜ້າທີ່ໄດ້ເປັນຢ່າງດີ. ອາຊຽນ ແມ່ນໜຶ່ງໃນບັນດາບຸລິມະສິດໃນການຮ່ວມມືຂອງ ສະຫະພັນ ລັດເຊຍ ຢູ່ ພາກພື້ນ ອາຊີ - ປາຊີຟິກ. ໃນນັ້ນ, ຫວຽດນາມ ແມ່ນປະເທດແຖວໜ້າໃນ ອາຊຽນ ໃນການຮ່ວມມືດ້ານເສດຖະກິດ - ການຄ້າ ກັບ ລັດເຊຍ. ກ່ຽວກັບບັນຫາໂລກລະບາດໂຄວິດ - 19, ຝ່າຍ ລັດເຊຍ ຢາກໜູນຊ່ວຍ ຫວຽດນາມ ໃນການປ້ອງກັນ, ສະກັດກັ້ນໂລກລະບາດ, ໃນນັ້ນ ມີວັກຊິນ.

ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ​ລະ​ຫວ່າງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ​ຫວຽດ​ນາມ ແລະ ເລ​ຂາ​ສະ​ພາຄວາມໝັ້ນ​ຄົງ​ ສ​ະ​ຫະ​ພັນ ລັດ​ເຊຍ

ຍ​ສ​ໝ - ໃນການໂອ້ລົມທາງໂທລະສັບ, ທ່ານລັດຖະມົນຕີ ໂຕເລິມ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືການປັບປຸງ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ກັບ ສະຫະພັນ ລັດເຊຍ ເປັນສຳຄັນ.

ຫວຽດນາມ ຈະຊຸກຍູ້ການຮ່ວມມືລະຫວ່າງລັດເຊຍ-ອາຊຽນ

ຍ​ສ​ໝ - ໃນບົດຂຽນ “ບົດບາດ ແລະ ທີ່ຕັ້ງຂອງຫວຽດນາມ ໃນການຮ່ວມມືລະຫວ່າງລັດເຊຍ - ອາຊຽນ”, ທ່ານປະລິນຍາເອກ Ekaterina Koldunova ຖືວ່າ, ເມື່ອຫວຽດນາມ ຮັບດຳລົງຕຳແໜ່ງປະທານອາຊຽນ ໃນປີ 2020 ອາດຈະປະກົດມີບັນດາຂົງເຂດຮ່ວມມືລະຫວ່າງລັດເຊຍ ແລະ ອາຊຽນ.

ພະຍາດ COVID-19: ນຳສົ່ງພົນລະເມືອງ ຫວຽດນາມ 700 ຄົນຈາກ ລັດເຊຍ, ອາເມລິກາ ແລະ ຍີ່ປຸ່ນ ກັບຄືນປະເທດ

ຍສໝ - ຜູ້ໂດຍສານໃນຖ້ຽວບິນທີ່ຖືກຕິດຄ້າງຍ້ອນການລະບາດຂອງພະຍາດ COVID-19 ແລະ ກໍລະນີທີ່ປະສົບຄວາມຫຍຸ້ງຍາກໂດຍສະເພາະ, ເຊັ່ນ: ແມ່ຍິງຖືພາ, ເດັກນ້ອຍອາຍຸຕໍ່າກວ່າ 18 ປີ, ຄົນເຈັບປ່ວຍໜັກ, ແລະ ຜູ້ອອກແຮງງານໝົດກຳນົດວີຊາ ຫຼື ສັນຍາແຮງງານ, ນັກຮຽນທີ່ບໍ່ມີບ່ອນຢູ່ອາໄສ ຍ້ອນຫໍພັກອັດປະຕູ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.