ວົງເງິນການຄ້າສອງສົ້ນລະຫວ່າງຫວຽດນາມ ແລະລາວ ບັນລຸເກືອບ 740 ລ້ານໂດລາສະຫະລັດ

11:00 | 10/11/2020

ຍສໝ - ໃນປີນີ້ສອງປະເທດກໍາລັງມານະພະຍາຍາມຊຸກຍູ້ການຄ້າສອງຝ່າຍໃຫ້ເພີ່ມຂຶ້ນແຕ່ 10-15% ເມື່ອທຽບໃສ່ປີກາຍ, ອາດຈະບັນລຸ 1 ຕື້ໂດລາສະຫະລັດ ຕາມແຜນການທີ່ວາງອອກ.    

ວ ງເງ ນການຄ າສອງສ ນລະຫວ າງຫວຽດນາມ ແລະລາວ ບ ນລ ເກ ອບ 740 ລ ານໂດລາສະຫະລ ດ ວົງເງິນສົ່ງອອກ-ນໍາເຂົ້າລະຫວ່າງຫວຽດນາມ ແລະລາວ ໃນເດືອນ ສິງຫາ 2020: ຫວຽດນາມ ສົ່ງອອກເກີນດຸນ 10 ລ້ານໂດລາສະຫະລັດ
ວ ງເງ ນການຄ າສອງສ ນລະຫວ າງຫວຽດນາມ ແລະລາວ ບ ນລ ເກ ອບ 740 ລ ານໂດລາສະຫະລ ດ ຫວຽດນາມ: ການ​ສົ່ງ​ອອກ​ເຂົ້າສານ​ບັນລຸເກືອບ 2 ຕື້ໂດລາສະຫະລັດ ພາຍຫຼັງ 8 ​ເດືອນ ຕົ້ນປີ 2020
ວ ງເງ ນການຄ າສອງສ ນລະຫວ າງຫວຽດນາມ ແລະລາວ ບ ນລ ເກ ອບ 740 ລ ານໂດລາສະຫະລ ດ
ໄລ່ຮອດໝົດເດືອນກັນຍາ 2020, ວົງເງິນການຄ້າສອງສົ້ນລະຫວ່າງຫວຽດນາມ ແລະລາວ ບັນລຸເກືອບ 740 ລ້ານໂດລາສະຫະລັດ.ພາບປະກອບ

ການເຄື່ອນໄຫວສົ່ງອອກ-ນໍາເຂົ້າລະຫວ່າງສອງປະເທດກັບມາມີທ່າອ່ຽງເພີ່ມຂຶ້ນແມ່ນຍ້ອນມີບັນດາລະບຽບການຜ່ານດ່ານຢູ່ບາງດ່ານຊາຍແດນສາກົນ, ດ່ານທ້ອງຖິ່ນໄດ້ຮັບການຜ່ອນຜັນເພາະວ່າທັງສອງປະເທດລ້ວນແຕ່ສາມາດຄວບຄຸມພະຍາດໂຄວິດ-19 ໄດ້ເປັນຢ່າງດີ.

ຕາມຜູ້ຕາງໜ້າຫ້ອງການການຄ້າຫວຽດນາມ ປະຈໍາ ລາວ ແລ້ວ, ໄລ່ຮອດໝົດເດືອນກັນຍາ 2020, ວົງເງິນການຄ້າສອງສົ້ນລະຫວ່າງຫວຽດນາມ ແລະລາວ ບັນລຸເກືອບ 740 ລ້ານໂດລາສະຫະລັດ.ໃນນັ້ນ, ວົງເງິນສົ່ງອອກຈາກຫວຽດນາມ ໄປຍັງລາວ ແມ່ນເກືອບ 423 ລ້ານໂດລາສະຫະລັດ, ນໍາເຂົ້າຈາກລາວແມ່ນ 316 ລ້ານກວ່າໂດລາສະຫະລັດ. ລາວ ສົ່ງອອກໄປຍັງຫວຽດນາມສ່ວນຫຼາຍແມ່ນແຮ່ທາດ, ຜະລິດຕະພັນໄມ້ ແລະຜະລິດຕະພັນກະເສດ, ຄື: ຢາງພາລາ, ກາເຟ, ສາລີ, ມັນຕົ້ນ, ເຂົ້າສານ, ສັດລ້ຽງ ແລະນໍາເຂົ້າຈາກຫວຽດນາມແມ່ນນໍ້າມັນແອັດຊັງ, ຝຸ່ນ, ເຫຼັກກ້າ, ເຄື່ອງຈັກ, ອຸປະກອນໄຟຟ້າ, ວັດສະດຸກໍ່ສ້າງ ແລະເຄື່ອງອາໄຫຼ່. ຫວຽດນາມ ຍັງແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບ 3 ຂອງລາວ ແລະແມ່ນນັກລົງທຶນຕ່າງປະເທດໃຫຍ່ອັນດັບ 3 ຢູ່ລາວ, ຖັດຈາກໄທ ແລະຈີນ. ໃນປີນີ້ສອງປະເທດກໍາລັງມານະພະຍາຍາມຊຸກຍູ້ການຄ້າສອງຝ່າຍໃຫ້ເພີ່ມຂຶ້ນແຕ່ 10-15% ເມື່ອທຽບໃສ່ປີກາຍ, ອາດຈະບັນລຸ 1 ຕື້ໂດລາສະຫະລັດ ຕາມແຜນການທີ່ວາງອອກ.

ກ່ອນໜ້ານັ້ນ, ຄະນະກຳມະການຮ່ວມມື ລາວ-ຫວຽດ ນາມ ແລະຫວຽດນາມ-ລາວ ໄດ້ພົບປະເຮັດວຽກຮ່ວມກັນຢູ່ດ່ານສາກົນແດນສະຫວັນ-ລາວບາວ, ໂດຍພາຍໃຕ້ການເປັນປະທານຮ່ວມຂອງທ່ານ ຄໍາເຜີຍ ແກ້ວກິນນາລີ ຮອງປະທານຜູ້ປະຈຳການຄະນະກຳມະການຮ່ວມມືລາວ-ຫວຽດນາມ ແລະທ່ານ ຫງວຽນວັນ ຈຸງ ຮອງປະທານຜູ້ປະຈຳການຄະນະກຳມະການຮ່ວມມືຫວຽດນາມ-ລາວ.

ວ ງເງ ນການຄ າສອງສ ນລະຫວ າງຫວຽດນາມ ແລະລາວ ບ ນລ ເກ ອບ 740 ລ ານໂດລາສະຫະລ ດ
ພາບປະກອບ

ກອງປະຊຸມໃນຄັ້ງນີ້ແມ່ນມີຄວາມສຳຄັນຢ່າງຍິ່ງທີ່ທັງສອງຝ່າຍໄດ້ຮ່ວມກັນທົບທວນ ແລະສະຫລຸບຕີລາຄາຄືນສະພາບການຈັດຕັ້ງປະຕິບັດຍຸດທະສາດການຮ່ວມມືລາວ-ຫວຽດນາມ ໄລຍະ 10 ປີ (2011-2020) ແລະສັນຍາຮ່ວມມືໄລຍະ 5 ປີ (2016-2020) ຜ່ານມາ, ພ້ອມທັງປຶກສາຫາລືຍຸດທະສາດຮ່ວມມືໃນໄລຍະແຕ່ 2021-2030 ແລະແຜນຮ່ວມມື 5 ປີ (2021-2025) ໃຫ້ມີຄວາມເປັນເອກະພາບຮ່ວມກັນກ່ອນນໍາສະເໜີລັດຖະບານຂອງສອງປະເທດພິຈາລະນາ ເພື່ອນໍາເຂົ້າຜ່ານກອງປະຊຸມ ຂອງສອງຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະລັດຖະບານແຫ່ງ ສສ ຫວຽດນາມ ໃນທ້າຍປີ 2020.

ການພົບປະຄັ້ງນີ້, ສອງຝ່າຍໄດ້ຈັດຕັ້ງປະຕິບັດມາດຕະການປ້ອງກັນ ແລະຄວບຄຸມການລະບາດຂອງພະຍາດໂຄວິດ-19 ທີ່ສອງປະເທດ ໄດ້ກໍານົດຢ່າງເຂັ້ມງວດ. ຜ່ານການເຮັດວຽກຮ່ວມກັນ, ສອງຄະນະວິຊາການໄດ້ຕີລາຄາສູງຕໍ່ການຮ່ວມມືໃນໄລຍະຜ່ານມາ ແລະຈະສືບຕໍ່ພົບປະເຮັດວຽກຮ່ວມກັນຕື່ມເພື່ອປັບປຸງເນື້ອໃນເອກະສານໃຫ້ສໍາເລັດກ່ອນກອງປະຊຸມໃນທ້າຍປີ.

ວ ງເງ ນການຄ າສອງສ ນລະຫວ າງຫວຽດນາມ ແລະລາວ ບ ນລ ເກ ອບ 740 ລ ານໂດລາສະຫະລ ດ ຍອດວົງເງິນສົ່ງອອກ-ນຳເຂົ້າລະຫວ່າງຫວຽດນາມ ແລະລາວ ໃນ 6 ເດືອນຕົ້ນປີ 2020 ບັນລຸ 491,7 ລ້ານໂດລາສະຫະລັດ

ຍສໝ - ວົງເງິນການຄ້າລະຫວ່າງຫວຽດນາມ ແລະລາວ ໃນໄລຍະນີ້ຫຼຸດຜ່ອນຍ້ອນຜົນສະທ້ອນຈາກພະຍາດໂຄວິດ-19.

ວ ງເງ ນການຄ າສອງສ ນລະຫວ າງຫວຽດນາມ ແລະລາວ ບ ນລ ເກ ອບ 740 ລ ານໂດລາສະຫະລ ດ ວິສາຫະກິດຫວຽດນາມ ລົງທຶນຫຼາຍກ່ວາ 80 ລ້ານໂດລາສະຫະລັດ ຢູ່ ແຂວງຊຽງຂວາງ

ຍສໝ - ໃນໄລຍະດຽວກັນ (2011-2020), ຍອດຈຳນວນເງິນຊ່ວຍເຫລືອລ້າຂອງລັດຖະບານຫວຽດນາມໃຫ້ແກ່ແຂວງຊຽງຂວາງບັນລຸ 258.72 ຕື້ກີບ, ໃນຈຳນວນທັງໝົດ 17 ໂຄງການ.

ວ ງເງ ນການຄ າສອງສ ນລະຫວ າງຫວຽດນາມ ແລະລາວ ບ ນລ ເກ ອບ 740 ລ ານໂດລາສະຫະລ ດ ຕ້ານ COVID-19, ສະຫະລັດອາເມລິກາໄດ້ເພີ່ມເງິນ 128 ລ້ານໂດລາສະຫະລັດ ສຳລັບການຊ່ວຍເຫຼືອດ້ານການແພດທົ່ວໂລກ

ຍສໝ - ອີງຕາມ ທ່ານ Mike Pompeo ລັດຖະມົນຕີການຕ່າງປະເທດສະຫະລັດອາເມລິກາ, ສະຫະລັດອາເມລິກາໄດ້ເພີ່ມເງິນຊ່ວຍເຫລືອມະນຸດສະທຳ ແລະ ການແພດທົ່ວໂລກ 128 ລ້ານໂດລາ ເພື່ອຕໍ່ສູ້ຕ້ານກັບ COVID-19.

ໄຊພອນ

ເຫດການ
302 Found

Found

The document has moved here.