ກອງປະຊຸມສຸດຍອດຜູ້ນຳແມ່ຍິງ ອາຊຽນ

16:00 | 13/11/2020

ຍ​ສ​ໝ - ໃນກອງປະຊຸມຄັ້ງນີ້, ບັນດາຜູ້ນຳອາຊຽນ ໄດ້ຕີລາຄາສູງຕໍ່ບົດບາດຂອງແມ່ຍິງ ທີ່ໄດ້ປະກອບສ່ວນອັນສຳຄັນ ເຂົ້າໃນຂະບວນການພັດທະນາ ກໍຄື ການຟື້ນຟູເສດຖະກິດ-ສັງຄົມ ຢູ່ພາກພື້ນອາຊຽນ ກໍຄື ໃນໂລກ ທ່າມກາງການລະບາດຂອງພະຍາດໂຄວິດ-19, ໂດຍສະເພາະ ການຮັບມືກັບພະຍາດໂຄວິດ-19, ຊຶ່ງແມ່ຍິງ ໄດ້ມີສ່ວນຮ່ວມ ເຂົ້າໃນຂະບວນການລວມຂອງອາຊຽນ.

ກອງປະຊ ມສ ດຍອດຜ ນຳແມ ຍ ງ ອາຊຽນ ຫວຽດ​ນາມ ເຂົ້າ​ຮ່ວມ ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ອາຊຽນ - ຈີນ​​ ທາງ​ອອນ​ລາຍ
ກອງປະຊ ມສ ດຍອດຜ ນຳແມ ຍ ງ ອາຊຽນ ໄຂ​ກອງ​ປະຊຸມ​ກຸ່ມ​ເຈົ້າໜ້າທີ່ອາວຸ​ໂສ​ປ້ອງ​ກັນ​ປະ​ເທດ ອາຊຽນ
ກອງປະຊ ມສ ດຍອດຜ ນຳແມ ຍ ງ ອາຊຽນ
ກອງ ປະຊຸມສຸດຍອດຜູ້ນຳແມ່ຍິງ ອາຊຽນ

ໃນຕອນຄ່ຳວັນທີ 12 ພະຈິກ 2020 ທີ່ນະຄອນຫລວງວຽງຈັນ, ທ່ານ ທອງລຸນ ສີສຸລິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນຳແມ່ຍິງອາຊຽນ ພາຍໃຕ້ຫົວຂໍ້: ບົດບາດຂອງແມ່ຍິງໃນການສ້າງປະຊາຄົມອາຊຽນ ໃຫ້ມີຄວາມໜຽວແໜ້ນ, ເຂັ້ມແຂງ, ຍືນຍົງ ແລະ ຮອບດ້ານ ຫລັງໂຄວິດ-19 (ແບບທາງໄກ), ຊຶ່ງເປັນກອງປະຊຸມຜູ້ນຳແມ່ຍິງອາຊຽນຄັ້ງທຳອິດ ພາຍໃຕ້ການເປັນປະທານຂອງ ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ໂດຍມີບັນດາຜູ້ນຳອາຊຽນ, ຕາງໜ້າຜູ້ນຳຍິງອາຊຽນ, ຜູ້ຊ່ວຍພິເສດເລຂາທິການໃຫຍ່ ສປຊ ດ້ານການເງິນ ເພື່ອການພັດທະນາ, ຕາງໜ້າທະນາຄານໂລກ ເຂົ້າຮ່ວມ. ສຳລັບຕາງໜ້າຜູ້ນຳແມ່ຍິງລາວ ແມ່ນ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ເຂົ້າຮ່ວມ.

ໃນກອງປະຊຸມຄັ້ງນີ້, ບັນດາຜູ້ນຳອາຊຽນ ໄດ້ຕີລາຄາສູງຕໍ່ບົດບາດຂອງແມ່ຍິງ ທີ່ໄດ້ປະກອບສ່ວນອັນສຳຄັນ ເຂົ້າໃນຂະບວນການພັດທະນາ ກໍຄື ການຟື້ນຟູເສດຖະກິດ-ສັງຄົມ ຢູ່ພາກພື້ນອາຊຽນ ກໍຄື ໃນໂລກ ທ່າມກາງການລະບາດຂອງພະຍາດໂຄວິດ-19, ໂດຍສະເພາະ ການຮັບມືກັບພະຍາດໂຄວິດ-19, ຊຶ່ງແມ່ຍິງ ໄດ້ມີສ່ວນຮ່ວມ ເຂົ້າໃນຂະບວນການລວມຂອງອາຊຽນ, ໃນການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາແບບຍືນຍົງຢູ່ໃນພາກພື້ນ ແລະ ໃນໂລກ. ສຳລັບແຜນການໃນຕໍ່ໜ້າ, ອາຊຽນ ເຫັນດີສືບຕໍ່ເຊື່ອມສານບົດບາດຂອງແມ່ຍິງ ເຂົ້າໃນວຽກງານ ແລະ ກິດຈະກຳຕ່າງໆຂອງອາຊຽນລວມທັງ ການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ ຫລັງປີ 2025 ແລະ ແຜນຟື້ນຟູຮອບດ້ານຂອງອາຊຽນ ເພື່ອແນໃສ່ສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ສ້າງຄວາມເຂັ້ມແຂງຂອງແມ່ຍິງ ໂດຍສ້າງເງື່ອນໄຂ ແລະ ກາລະໂອກາດ ໃນການສ້າງຂີດຄວາມສາມາດໃຫ້ແກ່ແມ່ຍິງ, ສ້າງວຽກເຮັດງານທຳ ແລະ ການເຂົ້າເຖິງແຫລ່ງທຶນ ກໍຄື ເຕັກໂນໂລຊີທັນສະໄໝ ໂດຍສະເພາະ ໃນຍຸກດິຈິຕອນ ຫລື ອຸດສະຫະກຳ 4.0. ອາຊຽນ ເຫັນດີສືບຕໍ່ຮັດແໜ້ນການຮ່ວມມື ແລະ ສ້າງເຄືອຂ່າຍລະຫວ່າງແມ່ຍິງອາຊຽນ ກັບບັນດາອົງກອນແມ່ຍິງພາຍໃຕ້ຂອບອົງການສະຫະປະຊາຊາດ ແລະ ອົງກອນແມ່ຍິງ ໃນພາກພື້ນອື່ນໆໃນຂອບເຂດທົ່ວໂລກ.

ໃນໂອກາດນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ແລກປ່ຽນຄຳຄິດເຫັນ ໂດຍໄດ້ເນັ້ນໜັກສະເພາະແມ່ນບົດບາດການນຳພາຂອງແມ່ຍິງ ໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ການເພີ່ມທະວີການສົ່ງເສີມບົດບາດຂອງ ແມ່ຍິງໃນແຕ່ລະຂົງເຂດວຽກງານ ເພື່ອສ້າງຄວາມເຂັ້ມແຂງຮອບດ້ານໃຫ້ແມ່ຍິງພາຍຫລັງໂຄວິດ-19.

ໃນໂອກາດດຽວກັນ, ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ປະກອບຄຳເຫັນ ໂດຍຕີລາສູງຕໍ່ກັບການມີສ່ວນຮ່ວມຂອງແມ່ຍິງໃນທຸກຂົງເຂດ ແລະ ກິດຈະກຳຕ່າງໆຂອງອາຊຽນ ກໍຄື ການພັດທະນາເສດຖະກິດ-ສັງຄົມຂອງປະເທດ. ໃນໄລຍະຕໍ່ໜ້າ ເຫັນຄວນສືບຕໍ່ເພິ່ມທະວີບັນດາກົນໄກ, ແຜນງານ ແລະ ແຜນການຕ່າງໆ ທີ່ໄດ້ມີການເຊື່ອມສານບົດບາດ ຍິງ-ຊາຍ ໃຫ້ປະກົດເປັນຮູບປະທຳຢ່າງແທ້ຈິງ.

ກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ແບບທາງໄກ (ຜ່ານລະບົບວີດີໂອອອນລາຍ) ໄດ້ມີກອງປະຊຸມສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 17, ບັນດາຜູ້ນຳອາຊຽນ-ອີນເດຍ ໄດ້ຕີລາຄາສູງ ຕໍ່ຜົນສໍາເລັດ ໃນການຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນ-ອິນເດຍ ໄລຍະ 2016-2020, ໂດຍກວມເອົາ 3 ເສົາຄໍ້າການສ້າງປະຊາຄົມອາຊຽນ (ການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດ ທະນະທໍາ-ສັງຄົມ).

ທັງສອງຝ່າຍ ອາຊຽນ ແລະ ອິນເດຍ ເຫັນດີຈະສືບຕໍ່ຮ່ວມມືກັນ ໃນບັນດາຂະແໜງການບູລິມະສິດ ເປັນຕົ້ນ: ສາທາລະນະສຸກ ໂດຍສະເພາະການແລກປ່ຽນຂໍ້ມູນຂ່າວສານ ແລະ ບົດຮຽນທີ່ດີໃນການປ້ອງກັນ, ຮັບມື ແລະ ແກ້ໄຂການແຜ່ລະບາດພະຍາດໂຄວິດ-19 ລວມທັງການຮ່ວມມືກັນໃນການຄົ້ນຄວ້າ-ພັດທະນາ ແລະ ຜະລິດຢາປົວພະຍາດ ກໍ່ຄື ຢາວັກແຊັງຕ້ານໂຄວິດ-19 ແລະ ການຮັບປະກັນໃນການເຂົ້າເຖິງ ແລະ ສາມາດໄດ້ຮັບຢາປົວພະຍາດ ແລະ ຢາວັກແຊັງດັ່ງກ່າວ ຢ່າງທົ່ວເຖິງ; ການຟື້ນຟູເສດຖະກິດ ຫລັງໂຄວິດ-19; ການສຶກສາໂດຍການສະໜອງທຶນສຶກສາໄລຍະສັ້ນ ແລະ ໄລຍະຍາວ ແລະ ການແລກປ່ຽນດ້ານວັດທະນະທໍາ ລວມທັງ ການທ່ອງທ່ຽວ; ການຫັນໄປສູ່ເສດຖະກິດດິຈີຕອນ; ການເຊື່ອມຈອດອາຊຽນ ໂດຍສະເພາະ ການສືບຕໍ່ກໍ່ສ້າງທາງດ່ວນ ອິນເດຍ-ມຽນມາ-ໄທ ແລະ ຂະຫຍາຍມາ ສູ່ ສປປ ລາວ, ກໍາປູເຈຍ ແລະ ຫວຽດນາມ; ການຮັດແຄບຄວາມແຕກໂຕນ ດ້ານການພັດທະນາພາຍໃນອາຊຽນ ດ້ວຍການຈັດຕັ້ງປະຕິບັດ ແຜນປະຕິບັດງານໄອເອໄອ ສະບັບທີ 3 (2016-2020) ແລະ ສະບັບທີ 4 (2021-2025); ການພັດທະນາແບບຍືນຍົງ ລວມທັງການພັດທະນາຕົວເມືອງອັດສະລິຍະ ພາຍໃຕ້ເຄືອຂ່າຍຕົວເມືອງອັດສະລິຍະອາຊຽນ.

ກອງປະຊ ມສ ດຍອດຜ ນຳແມ ຍ ງ ອາຊຽນ ຫວຽດ​ນາມ ເຂົ້າ​ຮ່ວມ ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ອາຊຽນ - ຈີນ​​ ທາງ​ອອນ​ລາຍ

ຍ​ສ​ໝ - ທ່ານ ຫງວຽນ​ກ໊ວກ​ຢຸງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້​ຢັ້ງ​ຢືນວ່າ ອາ​ຊຽ​ນ​ໄດ້​ສະ​ແດງ​ຄວາມ​ຕັດ​ສິນ​ໃຈ​ດ້ານ​ການ​ເມືອງ​ຢູ່​ລະ​ດັບ​ສູ​ງ​ສຸດ, ຍູ້​ແຮງ​ການ​ກະ​ທຳ ແລະ ຮັບ​ມືລວມ​ ​ຕາມ​ເນື້ອ​ໃນ​ຈິດ​ໃຈ​ສະ​ໜິດ​ຕິດ​ພັນ ແລະ ເປັນ​ເຈົ້າ​ການ​ຮັບ​ມື​ຂອງ​ອາ​ຊຽນ​ໃນ​ປີ 2020.

ກອງປະຊ ມສ ດຍອດຜ ນຳແມ ຍ ງ ອາຊຽນ ໄຂ​ກອງ​ປະຊຸມ​ກຸ່ມ​ເຈົ້າໜ້າທີ່ອາວຸ​ໂສ​ປ້ອງ​ກັນ​ປະ​ເທດ ອາຊຽນ

ຍສໝ - ຕອນເຊົ້າວັນທີ 9 ມັງກອນ, ກອງປະຊຸມກຸ່ມເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ (ADSOM WG) ໄດ້ໄຂຂຶ້ນຢູ່ນະຄອນດ່າໜັງ ດ້ວຍການເຂົ້າຮ່ວມຂອງຜູ້ແທນຫຼາຍກວ່າ 80 ທ່ານ ເປັນຜູ້ຕາງໜ້າບັນດາອົງການວາງແຜນກໍານົດນະໂຍບາຍປ້ອງກັນຊາດຂອງ ກະຊວງປ້ອງກັນປະເທດ ຈາກ 10 ປະເທດ ອາຊຽນ ແລະ ຄະນະເລຂາທິການອາຊຽນ.

ກອງປະຊ ມສ ດຍອດຜ ນຳແມ ຍ ງ ອາຊຽນ ກອງ​ປະຊຸມ​ບັນດາ​ນັກວິທະຍາສາດໜຸ່ມ ອາຊຽນ 2019

ຍສໝ - ກອງປະຊຸມບັນດານັກວິທະຍາສາດໜຸ່ມ ອາຊຽນ 2019 ຖືກໄຂຂຶ້ນໃນຕອນເຊົ້າວັນທີ 2 ທັນວາ ຢູ່ຮ່າໂນ້ຍ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.