ກວດ​ກາ​ການກະ​ກ​ຽມ​ໃຫ້​ແກ່ກອງ​ປະ​ຊຸມ ສຸດຍອດອາ​ຊຽ​ນ​ຄັ້ງ​ທີ 37​

07:00 | 10/11/2020

ຍ​ສ​ໝ - ທ່ານ​ຮອ​ງ​ລັດ​ຖະ​ມົນ​ຕີ ບຸຍ​ວັນ​ນາມ ​ໄດ້​ຮັບ​ເອົາ, ຕີ​ລາ​ຄາ​ສູງ ແລະ​ຍ້ອງ​ຍໍ​ສັນ​ລະ​ເສີນ​ບັນ​ດາ​ອົງ​ການ, ຫົວ​ໜ່ວຍ​ສະ​ມາ​ຊິກ​ຂອງ ອະ​ນຸ​ຄະ​ນະກຳ​ມະ​ການ​ໄດ້​ມາ​ນະ​ພະ​ຍາ​ຍາມກະ​ກຽມ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ, ພ້ອມ​ແລ້ວ​ທີ່​ຈະ​ຮັບ​ປະ​ກັ​ຄວາມ​ໝັ້ນ​ຄົງ ແລະ ຄວາມ​ປອດ​ໄພ​ໃຫ້​ແກ່ກອງ​ປະ​ຊຸມ​​ສຸດຍອດ​ອາ​ຊຽນຄັ້ງ​ທີ 37.

ກວດ​ກາ​ການກະ​ກ​ຽມ​ໃຫ້​ແກ່ກອງ​ປະ​ຊຸມ ສຸດຍອດອາ​ຊຽ​ນ​ຄັ້ງ​ທີ 37​ ຫວຽດນາມ ຈັດ​ຕັ້ງ​ກອງ​ປ​ະ​ຊຸມ​ສຸດຍອດ​ອາ​ຊຽ​ນ​ຄັ້ງ​ທີ 37 ໃຫ້​ດີ​ທີ່​ສຸດ
ກວດ​ກາ​ການກະ​ກ​ຽມ​ໃຫ້​ແກ່ກອງ​ປະ​ຊຸມ ສຸດຍອດອາ​ຊຽ​ນ​ຄັ້ງ​ທີ 37​ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຈະເປັນປະທານກອງປະຊຸມຂັ້ນສູງອາຊຽນຄັ້ງທີ 37 ດຳເນີນແຕ່ວັນທີ 12-15 ພະຈິກ

ກວດ​ກາ​ການກະ​ກ​ຽມ​ໃຫ້​ແກ່ກອງ​ປະ​ຊຸມ ສຸດຍອດອາ​ຊຽ​ນ​ຄັ້ງ​ທີ 37​

ທ່ານພົນໂທ ບຸ່ຍວັນນາມ, ຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽ​ກ (ພາບ: TTXVN)

ຕອນບ່າຍວັນທີ 8 ພະຈິກ, ຢູ່ຮ່າໂນ້ຍ, ທ່ານພົນໂທ ບຸ່ຍວັນນາມ, ຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ; ຫົວໜ້າອະນຸກຳມະການປ້ອງກັນຄວາມສະຫງົບ - ສາທາລະນະສຸກ ອາຊຽນ 2020 ໄດ້ລົງກວດກາ, ສຳຫຼວດວຽກງານກະກຽມ, ຈັດຕັ້ງກອງປະຊຸມສຸດຍອດ ອາ​ຊຽ​ນ ຄັ້ງທີ 37 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ.

ພາຍຫຼັງ​ຮັບ​ຟັງ​ຜູ້​ຕາ​ງ​ໜ້າ​ບັນ​ດາ​ຫົວ​ໜ່ວຍ​ລາຍ​ງານ ແລະ ກວດ​ກາ​ໂດຍ​ກົງ, ສຳຫຼວດ​ວຽກ​ງານ​ກະ​ກ​ຽ​ມ​ການ​ປ້​ອງ​ກັນ​ຄວາມ​ສະ​ຫງົ​ບ, ສາ​ທາ​ລະ​ນະ​ສຸກ​ພາກ​ພື້ນ​ສູນກອງ​ປະ​ຊຸມ​ແຫ່ງ​ຊາດ, ທ່ານ​ຮອ​ງ​ລັດ​ຖະ​ມົນ​ຕີ ບຸຍ​ວັນ​ນາມ ​ໄດ້​ຮັບ​ເອົາ, ຕີ​ລາ​ຄາ​ສູງ ແລະ​ຍ້ອງ​ຍໍ​ສັນ​ລະ​ເສີນ​ບັນ​ດາ​ອົງ​ການ, ຫົວ​ໜ່ວຍ​ສະ​ມາ​ຊິກ​ຂອງ ອະ​ນຸ​ຄະ​ນະກຳ​ມະ​ການ​ໄດ້​ມາ​ນະ​ພະ​ຍາ​ຍາມກະ​ກຽມ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ, ພ້ອມ​ແລ້ວ​ທີ່​ຈະ​ຮັບ​ປະ​ກັ​ຄວາມ​ໝັ້ນ​ຄົງ ແລະ ຄວາມ​ປອດ​ໄພ​ໃຫ້​ແກ່ກອງ​ປະ​ຊຸມ​​ສຸດຍອດ​ອາ​ຊຽນຄັ້ງ​ທີ 37 ແລະ ບັນ​ດາ​ກອງ​ປະ​ຊຸມ​ສຸດຍອດ​ທີ່​ກ່ຽວ​ຂ້ອງ, ຮຽກ​ຮ້ອງ​ໃຫ້ບັນດາອົງການ, ຫົວໜ່ວຍທີ່ເປັນສະມາຊິກຂອງອະນຸຄະນະກຳມະການ ຕ້ອງອັບເດດ, ກຳແໜ້ນໄດ້ຂໍ້ມູນຂ່າວສານ ແລະ ສະພາບການຢ່າງເປັນປະຈຳ, ຕີລາຄາສຳຫຼວດກວດຄືນ, ປັບປຸງບັນດາແຜນການ, ການຮັບມື ແລະ ແກ້ໄຂບັນດາກໍລະນີທີ່ອາດຈະເກີດຂຶ້ນໃໝ່ໄດ້ຢ່າງທັນການ.

ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ຈະດຳເນີນຢູ່ ຮ່າໂນ້ຍ ຕາມຮູບການທາງອອນລາຍ ແຕ່ວັນທີ 12 ຫາວັນທີ 15 ພະຈິກ. ນີ້ແມ່ນເຫດການການເມືອງ, ການຕ່າງປະເທດສຳຄັນແຖວໜ້າ, ມີຄວາມໝາຍພິເສດ ແລະ ກໍແມ່ນເຫດການສິ້ນສຸດອາຍຸການປະທານ ອາຊຽນ 2020 ຂອງ ຫວຽດນາມ.

ຫວຽດນາມ ຈັດ​ຕັ້ງ​ກອງ​ປ​ະ​ຊຸມ​ສຸດຍອດ​ອາ​ຊຽ​ນ​ຄັ້ງ​ທີ 37 ໃຫ້​ດີ​ທີ່​ສຸດ

ຍ​ສ​ໝ - ສຳລັບກອງປະຊຸມສຸດຍອດດຳເນີນທຸລະກິດ ອາຊຽນ, ທ່ານນາຍົກລັດຖະມົນຕີໄດ້ຕັກເຕືອນວ່າ ຕ້ອງດຶງດູດ, ຮຽກຮ້ອງການຮ່ວມມືດຳເນີນທຸລະກິດຂອງວິສາຫະກິດ, ກະກຽມເນື້ອໃນໃຫ້ເປັນຢ່າງດີທີ່ສຸດ, ປຶກສາຫາລືຢ່າງລະອຽດ.ຕ້ອງ​ເປີດ​ກ້​ວາງ​ການ​ຕ້ອນ​ຮັບ​ບັນ​ດາ​ນັກ​ລົງ​ທຶນ, ວິ​ສາ​ຫະ​ກິ​ດ​ເນື່ອ​ງ​ໃນ​ໂ​ອ​ກາດນີ້, ເປັນ​ຕົ້ນ​ແມ່ນ​ໃນ​ສະ​ພາບ​ການ ຫວຽດ​ນາມ​ຄວບ​ຄຸມ​ສຳ​ເລັດ​ໂລກ​ລະ​ບາດ ໂຄວິດ - 19.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຈະເປັນປະທານກອງປະຊຸມຂັ້ນສູງອາຊຽນຄັ້ງທີ 37 ດຳເນີນແຕ່ວັນທີ 12-15 ພະຈິກ

ຍສໝ - ທີ່ການຖະແຫລງຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ,ທ່ານ ເຢືອງຮ່ວາຍນາມ ຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໄດ້ແຈ້ງໃຫ້ຊາບກ່ຽວກັບວັນເວລາ ແລະຮູບການຈັດຕັ້ງກອງປະຊຸມຂັ້ນສູງອາຊຽນ ຄັ້ງທີ 37.

ກອງ​ປະ​ຊຸມ​ ການ​ນຳ​ຂັ້ນ​ສູງຮັບ​ຜິດ​ຊອບ​ປະ​ຊາ​ຄົມ​ວັດ​ທະ​ນະ​ທຳ - ສັງ​ຄົມ ອາ​ຊຽນ ຄັ້ງ​ທີ 29

ຍ​ສ​ໝ - ທ່ານ​ນາງ​ ຮ່າ​ທິ​ມິງ​ດຶກ, ຮອງ​ຫົວ​ໜ້າ​ກົມ​ຮ່ວມ​ມື​ສາ​ກົນ, ກະ​ຊວງ​ແຮງງານ - ທະ​ຫານ​ເສຍ​ຄົງ​ຄະ, ສັງ​ຄົມ​ຫ​ວຽດ​ນາມ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ: ປີ 2020 ແມ່ນ​ປີ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຜັນ​ແປ, ມີ​ສິ່ງ​ທ້າ​ທາຍຫຼ​າຍ​ຢ່າງ ແຕ່​ກໍ່​ມີຫຼາຍ​ໂອ​ກາດ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.