ເພີ່ມທະວີຄວາມສາມັກຄີ, ມິດຕະພາບລະຫວ່າງປະຊາຊົນຫວຽດນາມ - ກຳປູເຈຍ - ລາວ

19:30 | 10/11/2020

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 67 ປີແຫ່ງວັນຊາດແຫ່ງລາຊະອານາຈັກ ກຳປູເຈຍ, ສູນກາງສະມາຄົມມິດຕະພາບຫວຽດນາມ - ກຳປູເຈຍ, ນະຄອນໂຮ່ຈິມິນ ໄດ້ຈັດຕັ້ງການພົບປະແລກປ່ຽນ “ເພີ່ມພຸນຄູນສ້າງຄວາມມິດຕະພາບ”.

ຊາວຫວຽດນາມ ອາໄສ ຢູ່ ກຳປູເຈຍ ບໍລິຈາກເງິນສະໜັບສະໜູນພໍ່ແມ່ປະຊາຊົນຢູ່ພາກກາງ ຫວຽດນາມ
ໄຕນີງ ໄດ້ຮັບນັກສຶກສາກຳປູເຈຍເກືອບ 500 ຄົນ ກັບຄືນມາຮໍ່າຮຽນ

ໂຄງການ “ເພີ່ມພຸນຄູນສ້າງຄວາມມິດຕະພາບ” ໄດ້ຮັບການຈັດຕັ້ງໂດຍສະມາຄົມມິດຕະພາບຫວຽດນາມ - ກຳປູເຈຍ ນັບແຕ່ປີ 2012.

ທີ່ໂຄງການແລກປ່ຽນຄັ້ງນີ້, ມີນັກສຶກສາກຳປູເຈຍ ຕື່ມອີກຈຳນວນ 17 ຄົນ ໄດ້ຮັບການລ້ຽງ ໂດຍຄອບຄົວລ້ຽງດູ, ນຳຈຳນວນນັກຮຽນກຳປູເຈຍອຸປະຖຳທັງໝົດ ຢູ່ນະຄອນໂຮ່ຈີມິນແມ່ນ 149 ຄົນ. ຈຳນວນນັກຮຽນ ກຳປູເຈຍ ທີ່ໄດ້ອຸປະຖຳໂດຍສະມາຄົມຢູ່ຮ່າໂນ້ຍປະຈຸບັນແມ່ນ 300 ຄົນ.

ເພີ່ມທະວີຄວາມສາມັກຄີ, ມິດຕະພາບລະຫວ່າງປະຊາຊົນຫວຽດນາມ - ກຳປູເຈຍ - ລາວ
ໂຄງການ “ເພີ່ມພຸນຄູນສ້າງຄວາມມິດຕະພາບ” ປີ 2020. (ພາບ: thoidai.com.vn)

ກ່າວຄຳເຫັນທີ່ການພົບປະແລກປ່ຽນ, ທ່ານ Than Vu Thy - ສະຖານກົງສູນໃຫຍ່ແຫ່ງລາຊະອານາຈັກ ກຳປູເຈຍ ຢູ່ນະຄອນໂຮ່ຈີມິນ ໄດ້ເນັ້ນໜັກວ່າ ໂຄງການ “ເພີ່ມພຸນຄູນສ້າງຄວາມມິດຕະພາບ” ແມ່ນກິດຈະກຳທີ່ມີຄວາມໝາຍມະນຸດສະທຳສູງ ແລະ ມີຄວາມໝາຍດ້ານການສຶກສາ, ແມ່ນຂົວເຊື່ອມຕໍ່ມິດຕະພາບໄລຍະຍາວ ລະຫວ່າງບັນດາລຸ້ນຄົນ ຂອງສອງປະເທດຫວຽດນາມ - ກຳປູເຈຍ.

ທ່ານດຣ ເລໂຮງລຽມ - ຮອງປະທານສະມາຄົມມິດຕະພາບສູນກາງຫວຽດນາມ - ກຳປູເຈຍ ໄດ້ກ່າວວ່າ ໂຄງການແລກປ່ຽນໄດ້ປະກອບສ່ວນເພີ່ມທະວີຄວາມສາມັກຄີ, ມິດຕະພາບລະຫວ່າງປະຊາຊົນຫວຽດນາມ - ກຳປູເຈຍ - ລາວ, ສ້າງກາລະໂອກາດໃຫ້ຊາວໜຸ່ມ ຂອງ 3 ປະເທດ ໄດ້ຮຽນຮູ້ກ່ຽວກັບປະເທດ, ຜູ້ຄົນ ແລະ ຄວາມເປັນມາຂອງສາຍພົວພັນທີ່ດີງາມ, ສະນັ້ນສືບຕໍ່ສົ່ງເສີມ ແລະ ຮັກສາເອກະລັກວັດທະນະທຳຂອງປະຊາຊາດ, ພ້ອມກັນເພີ່ມພຸນຄູນສ້າງຄວາມມິດຕະພາບລະຫວ່າງສາມປະເທດ ຫວຽດນາມ - ກຳປູເຈຍ - ລາວ.

ເພີ່ມທະວີຄວາມສາມັກຄີ, ມິດຕະພາບລະຫວ່າງປະຊາຊົນຫວຽດນາມ - ກຳປູເຈຍ - ລາວ
ຄະນະຜູ້ແທນໄດ້ບໍລິຈາກເງິນ ເພື່ອໜູນຊ່ວຍປະຊາຊົນຢູ່ບັນດາແຂວງພາກກາງຫວຽດນາມແກ້ໄຂຄວາມຫຍຸ້ງຍາກ. (ພາບ: thoidai.com.vn)

ທີ່ການພົບປະແລກປ່ຽນ, ຕອບສະໜອງຕາມການຮຽກຮ້ອງຂອງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ, ນາຍົກລັດຖະມົນຕີຫວຽດນາມ ແລະ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ກ່ຽວກັບການບໍລິຈາກເງິນ ເພື່ອໜູນຊ່ວຍປະຊາຊົນຢູ່ບັນດາແຂວງພາກກາງຫວຽດນາມ ຜ່ານຜ່າຜົນຮ້າຍຍ້ອນຜົນກະທົບຈາກໄພນ້ຳຖ້ວມ, ຄະນະຜູ້ແທນໄດ້ບໍລິຈາກເງິນ ເພື່ອໜູນຊ່ວຍປະຊາຊົນຢູ່ບັນດາແຂວງພາກກາງຫວຽດນາມແກ້ໄຂຄວາມຫຍຸ້ງຍາກ.

ແຂວງ ອານຢາງ ສສ.ຫວຽດນາມ ເພີ່ມທະວີການຮ່ວມມື ແລະ ສະໜັບສະໜູນບັນດາທ້ອງຖິ່ນຂອງກຳປູເຈຍ ໃນການປ້ອງກັນ ແລະຄວບຄຸມ ໂລກລະບາດ COVID-19

ໃນໄລຍະຜ່ານມາ, ຕໍ່ໜ້າສະພາບການການລະບາດຢ່າງສັບສົນຂອງ ໂລກລະບາດ COVID-19, ແຂວງ ອານຢາງ ສສ.ຫວຽດນາມ ແລະ ບັນດາທ້ອງຖິ່ນຂອງກຳປູເຈຍ ໄດ້ເພີ່ມທະວີການປະສານງານໃນການຄວບຄຸມພະຍາດ.

ມະຫາວິທະຍາໄລ ດ່ານັງ ໄດ້ເຊັນບົດບັນທຶກກ່ຽວກັບການບຳລຸງສ້າງຊັບພະຍາກອນມະນຸດໃຫ້ແກ່ລາວແລະ ກຳປູເຈຍ

ຍສໝ - ວັນທີ 22 ກັນຍານີ້, ພະແນກການຕ່າງປະເທດນະຄອນ ດ່ານັງ ແລະ ມະຫາວິທະຍາໄລ ດ່ານັງ ໄດ້ຈັດພິທີເຊັນບົດບັນທຶກຊ່ວຍຈຳ ກ່ຽວກັບການຮ່ວມມືໃນການບຳລຸງສ້າງຊັບພະຍາກອນມະນຸດ ໃຫ້ແກ່ລາວ ແລະ ກຳປູເຈຍ.

ກຳປູເຈຍ ມີແຜນຈະເປີດດ່ານຊາຍແດນສາກົນຕື່ມອີກ ກັບຫວຽດນາມ

ຍສໝ - ປະເທດກຳປູເຈຍ ຈະດຳເນີນກອງປະຊຸມລະດັບກະຊວງ ເພື່ອປຶກສາຫາລືກ່ຽວກັບການເປີດຕື່ມອີກ ປະຕູດ່ານຊາຍແດນສາກົນກັບຫວຽດນາມ ເພື່ອແກ້ໄຂການສັນຈອນຂົນສົ່ງບັນທຸກສິນຄ້າ ເນື່ອງຈາກຄວາມແອອັດແຮງຂອງຄູ່ປະຕູຊາຍແດນ Bavet - ໂມກບ່າຍ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.