ອາ​ຊຽ​ນ 37: ບັນ​ດາ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຮັບ​ຮອ​ງ​ເອົາ​ກອ​ງ​ທຶນ​ຮັບ​ມື ກັບ​ໂລກ​ລະ​ບາດ Covid – 19

08:20 | 11/11/2020

ຍ​ສ​ໝ - ຕອນ​ເຊົ້າ​ວັນ​ທີ 10 ພະ​ຈິກ, ຢູ່ກອງ​ປະ​ຊຸມ​ສຸດຍອດ​ອາ​ຊ​ຽນ 37 ໄດ້​ດຳ​ເນີນກອງ​ປະ​ຊຸມ​ຄັ້ງ​ທີ 28 ສະ​ມັດ​ຊາ​ປະ​ສານ​ອາ​ຊຽນ (ACC).

ກວດ​ກາ​ການກະ​ກ​ຽມ​ໃຫ້​ແກ່ກອງ​ປະ​ຊຸມ ສຸດຍອດອາ​ຊຽ​ນ​ຄັ້ງ​ທີ 37​
ຈັດ​ສົ່ງ​ພົນ​ລະ​ເມືອງ ຫວຽດ​ນາມ ເກືອບ 360 ຄົນ​ຈາກ​ອາ​ເມ​ລິ​ກາ ແລະ ສ.ເກົາຫຼີ​ ກັບ​ຄື​ນ​ປະ​ເທດ
ອາ​ຊຽ​ນ 37: ບັນ​ດາ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຮັບ​ຮອ​ງ​ເອົາ​ກອ​ງ​ທຶນ​ຮັບ​ມື ກັບ​ໂລກ​ລະ​ບາດ Covid – 19
ກອງ​ປະ​ຊຸມ​ຄັ້ງ​ທີ 28ສະ​ມັດ​ຊາ​ປະ​ສານ​ອາ​ຊຽນ (ACC) (ພາບ: Baoquocte.vn)

ພາຍຫຼັງ ກອງ​ປະ​ຊຸມ APSC 22, ບັນ​ດາ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຄັ້ງ​ທີ 28 ສະ​ມັດ​ຊາ​ປະ​ສານ​ອາ​ຊຽນ (ACC).

ທີ່ກອງ​ປະ​ຊຸມ, ບັນ​ດາ​ປະ​ເທດ​ໄດ້​ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ຂໍ້​ລິ​ເລີ່ມ​ໃນ​ການ​ຮ່ວມ​ມື​ຮັບ​ມື​ລວມ​ຂອງ​ອາ​ຊຽນ​ສຳ​ລັບ​ໂລກ​ລະ​ບາດ ໂຄວິດ -19. ບັນ​ດາ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄດ້​ເຫັນ​ດີ​ເປັນ​ເອກ​ະ​ພາບ​ຮັບ​ຮອງ​ເອົາ ແລະ ຍື່ນ​ສະ​ເໜີ​ ເອ​ກະ​ສານ, ມາດ​ຕະ​ປ່ຽບ​ທຽບ​ຂອງກອງ​ທຶນ ອາ​ຊຽນ ກ່ຽວ​ກັບ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ ໂຄວິດ - 19 ແລະ ສາງ​ສຳ​ຮອງວັດ​ສະ​ດູ​ການ​ແພດ​ໃນ​ພາກ​ພື້ນ, ກອບ​ຍຸດ​ທະ​ສາດ ອາ​ຊຽນ​ກ່ຽວ​ກັບ​ການ​ຮັບ​ມື​ກັບ​ບັນ​ດາ​ກໍ​ລະ​ນີ​ການ​ແພດ​ສາ​ທາ​ລະ​ນະ​ສຸກ ຮີ​ບ​ດ່ວນ ແລະ ໂຄງ​ການ​ຟື້ນ​ຟູ​ອາ​ຊຽນ​ໂດຍສັງເຂດຕໍ່​ກອງ​ປະ​ຊຸມ​ສຸດຍອ​ດ​ອາ​ຊຽນ ຄັ້ງ​ທີ 37.

ບັນ​ດາ​ລັດ​ຖະ​ມົນ​ຕີ​ກໍ່​ໄດ້​ໃຫ້​ຂໍ້​ສະ​ເໜີ​ບັນ​ດາ​ການ​ນຳ​ອາ​ຊຽນ​ວາງ​ອອກ​ຖະ​ແຫຼງ​ການ​ກ່ຽວ​ກັບ​ການ​ສ້າງກອບເສັ້ນ​ທາງ​ໄປ​ມາ ອາ​ຊຽນ ແລະ ປະ​ກາດ​ສ້າງ​ຕັ້​ງ​ສູນ​ອາ​ຊຽນ​ຕອບ​ສະ​ໜອງ​ບັນ​ດາ​ກໍ​ລະ​ນີ​ສຸກ​ເສີນ​ການ​ແພດ​ສາ​ທາ​ລະ​ນະ​ສຸກ​ຮີບ​ດ່ວນ, ພະ​ຍາດ​ຕິດ​ແປດ​ທີ່​ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນໃນ​ໂອ​ກາດນີ້.

ຄຽງ​ຄູ່​ກັນ​ນັ້ນ, ບັນ​ດາ​ປະ​ເທດ​ກໍ່​ໄດ້​ເຫັນ​ດີ​ເປັນ​ເອກ​ະ​ພາບ​ວ່າ ອາ​ຊຽນ​ຕ້ອງ​ມີ​ບັນ​ດາ​ບາດ​ກ້າວ​ຢ່າງ​ລະ​ອຽດ​ກ່​ວາ ເພື່ອ​ແນ​ໃສ່​ຍູ້​ແຮງ​ການ​ພັດ​ທະ​ນາ​ອາ​ນຸ​ພາກ​ພື້ນ, ໃນ​ນັ້ນ​ມີ​ອາ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ, ຕິດ​ພັນ​ເນື້ອ​ໃນ​ນີ້​ແມ່ນ​ການ​ພັດ​ທະ​ນາ​ລວມ​ຂອງ ອາ​ຊຽນ​ເປັນ​ຕົ້ນ​ແມ່ນ​ກັບ​ບັນ​ດາ​ແຜນ​ການ​ກະ​ທຳ​ຄື​ເພີ່ມ​ທ​ະ​ວີ​ການ​ຮ່ວມ​ສຳ​ພັນ​ອາ​ຊຽນ, ຂໍ້​ລິ​ເລີ່ມ​ເຊື່ອມ​ໂຍງ​ອາ​ຊຽນ…

ກອງ​ປະ​ຊຸມ ACC ຄັ້ງ​ທີ 28 ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຮັບ​ຮອງ​ເອົາ​ບົດ​ລາຍ​ງານ 11 ສະ​ບັບ ລວມ​ມີ​ບົດ​ລາຍ​ງານ​ຂອງ​ສະ​ມັດ​ຊາ​ປະ​ສານ​ງານ​ອາ​ຊຽນ, ບົດ​ລາຍ​ງານ​ຂອງ​ເລ​ຂາ​ທິ​ການ​ໃຫຍ່​ອາ​ຊຽນ ແລະ ບັນ​ດາ​ເສົ້າ​ຄຳ​ປະ​ຊາ​ຄົມ ແລະ ຈະ​ຍື່ນ​ສະ​ເໜີ​ຕໍ່​ບັນ​ດາ​ການ​ນຳ ຢູ່ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ຄັ້ງ​ທີ 37 ຮັບ​ເອົາ ແລະ ປະ​ກອບ​ຄຳ​ເຫັນ​ຊີ້​ນຳ.

ກວດ​ກາ​ການກະ​ກ​ຽມ​ໃຫ້​ແກ່ກອງ​ປະ​ຊຸມ ສຸດຍອດອາ​ຊຽ​ນ​ຄັ້ງ​ທີ 37​

ຍ​ສ​ໝ - ທ່ານ​ຮອ​ງ​ລັດ​ຖະ​ມົນ​ຕີ ບຸຍ​ວັນ​ນາມ ​ໄດ້​ຮັບ​ເອົາ, ຕີ​ລາ​ຄາ​ສູງ ແລະ​ຍ້ອງ​ຍໍ​ສັນ​ລະ​ເສີນ​ບັນ​ດາ​ອົງ​ການ, ຫົວ​ໜ່ວຍ​ສະ​ມາ​ຊິກ​ຂອງ ອະ​ນຸ​ຄະ​ນະກຳ​ມະ​ການ​ໄດ້​ມາ​ນະ​ພະ​ຍາ​ຍາມກະ​ກຽມ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ, ພ້ອມ​ແລ້ວ​ທີ່​ຈະ​ຮັບ​ປະ​ກັ​ຄວາມ​ໝັ້ນ​ຄົງ ແລະ ຄວາມ​ປອດ​ໄພ​ໃຫ້​ແກ່ກອງ​ປະ​ຊຸມ​​ສຸດຍອດ​ອາ​ຊຽນຄັ້ງ​ທີ 37.

ຈັດ​ສົ່ງ​ພົນ​ລະ​ເມືອງ ຫວຽດ​ນາມ ເກືອບ 360 ຄົນ​ຈາກ​ອາ​ເມ​ລິ​ກາ ແລະ ສ.ເກົາຫຼີ​ ກັບ​ຄື​ນ​ປະ​ເທດ

ຍ​ສ​ໝ - ພາຍຫຼັງ​ເຮືອ​ບິນ​ລົງ​ຈອດ​ຢູ່​ສະ​ໜາມ​ບິນ​ສາ​ກົນ ດ​່າ​ນັ້ງ, ຜູ້​ໂດຍ​ສານ​ທຸກ​ຄົນ​ໄດ້​ຮັບ​ການກວດ​ສຸ​ຂະ​ພາບ ແລະ ແຍກ​ຕົວ​ຕາມ​ຂໍ້​ກຳ​ນົດ.

ຫວຽດນາມ ຈັດ​ຕັ້ງ​ກອງ​ປ​ະ​ຊຸມ​ສຸດຍອດ​ອາ​ຊຽ​ນ​ຄັ້ງ​ທີ 37 ໃຫ້​ດີ​ທີ່​ສຸດ

ຍ​ສ​ໝ - ສຳລັບກອງປະຊຸມສຸດຍອດດຳເນີນທຸລະກິດ ອາຊຽນ, ທ່ານນາຍົກລັດຖະມົນຕີໄດ້ຕັກເຕືອນວ່າ ຕ້ອງດຶງດູດ, ຮຽກຮ້ອງການຮ່ວມມືດຳເນີນທຸລະກິດຂອງວິສາຫະກິດ, ກະກຽມເນື້ອໃນໃຫ້ເປັນຢ່າງດີທີ່ສຸດ, ປຶກສາຫາລືຢ່າງລະອຽດ.ຕ້ອງ​ເປີດ​ກ້​ວາງ​ການ​ຕ້ອນ​ຮັບ​ບັນ​ດາ​ນັກ​ລົງ​ທຶນ, ວິ​ສາ​ຫະ​ກິ​ດ​ເນື່ອ​ງ​ໃນ​ໂ​ອ​ກາດນີ້, ເປັນ​ຕົ້ນ​ແມ່ນ​ໃນ​ສະ​ພາບ​ການ ຫວຽດ​ນາມ​ຄວບ​ຄຸມ​ສຳ​ເລັດ​ໂລກ​ລະ​ບາດ ໂຄວິດ - 19.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.