ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຈລະຈາທາງໂທລະສັບກັບທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ

12:25 | 11/11/2020

ຍ​ສ​ໝ - ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ທອງ​ລຸນ ສີ​ສຸ​ລິດ ກໍ່​ສະ​ແດງ​ຄວາມ​ຊົ​ມ​ເຊີຍ​ຕໍ່​ບັນ​ດາ​ຜົນ​ສຳ​ເລັດ​ທີ່​ພົ້ນ​ເດັ່ນ​ຂອງ ຫວຽດ​ນາມ ໃນ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ ໂຄວິດ - 19 ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຟື້ນ​ຟູ​ທ່າ​ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ, ປະ​ຕິ​ບັດ​ສຳ​ເລັດບົດ​ບາດ​ເປັນ​ປະ​ທານອາ​ຊ​ຽນ 2020, ຜ່ານ​ນັ້ນ, ໄດ້​ເພີ່ມ​ທະ​ວີ​ບົດ​ບາດ, ທີ່​ຕັ້ງ​ຂອງ ຫວຽດ​ນາມ​ໃນ​ພາກ​ພື້ນ ແລະ ສາ​ກົນ​ຢ່າງ​ບໍ່​ຢຸດ​ຢັ້ງ.

ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ເຈລະຈາທາງໂທລະສ ບກ ບທ ານນາຍ ກລ ດຖະມ ນຕ ລາວ ທອງລ ນ ສ ສ ລ ດ ທ່ານ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ທອງລຸນ ສີສຸລິດເດີນທາງມາຮ່ວມພິທີໄວ້ອາໄລສະຫາຍ ເລຂາຟຽວ, ອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ
ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ເຈລະຈາທາງໂທລະສ ບກ ບທ ານນາຍ ກລ ດຖະມ ນຕ ລາວ ທອງລ ນ ສ ສ ລ ດ ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ສສ.ຫວຽດນາມ ໄດ້ມີການພົບປະເຈລະຈາ ກັບ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ສປປ.ລາວ
ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ເຈລະຈາທາງໂທລະສ ບກ ບທ ານນາຍ ກລ ດຖະມ ນຕ ລາວ ທອງລ ນ ສ ສ ລ ດ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຈລະຈາທາງໂທລະສັບກັບນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ

ຕອນ​ບ່າຍ​ວັນ​ທີ 10 ພະ​ຈິກ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ໄດ້​ມີ​ການ​ເຈ​ລະ​ຈາ​ທາງ​ໂທ​ລະ​ສັບ​ກັບ​ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ ລາວ ທອງ​ລຸນ​ ສີ​ສຸ​ລິດ ເພື່ອ​ແລກ​ປ່ຽນ​ກ່ຽວ​ກັບ​ການ​ຮ່ວມ​ມື​ສອງ​ຝ່າຍ​ລະ​ຫວ່າງ ຫວຽດ​ນາມ - ລາວ ແລະ ການ​ຮ່ວມ​ມື​ໃນ​ພາກ​ພື້ນ​ກ່ອນກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ ຄັ້ງ​ທີ 37.

ອີກ​ຄັ້ງ​ໜຶ່ງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສ​ປ​ປ.ລາວ ໄດ້​ສົ່ງ​ຄຳ​ຢື້​ຢາມ​ຖາມ​ຂ່າວ​ຂອງ​ການ​ນຳ​ພັກ, ລັດ, ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ລາວ​ໄປ​ຍັງ​ການ​ນຳ​ພັກ, ລັດ, ລັດ​ຖະ​ບານ ແລະ ປະ​ຊາ​ຊົນ ຫວຽດ​ນາມ ກ່ຽວ​ກັບ​ສະ​ພາບ​ການ​ນ້ຳ​ຖ້ວມ​ຢູ່​ບັນ​ດາ​ເຂດ​ພາກ​ກາງ​ຫວຽດ​ນາມ, ທ່ານ​ກໍ່​ຫວັງ​ວ່າ ຫວຽດ​ນາມ​ຈະ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ໄພ​ທຳ​ມ​ະ​ຊາດໂດຍ​ໄວ ແລະ ເຮັດ​ໃຫ້​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ກັບ​ຄືນ​ສູ່​ສະ​ພາບ​ການ​ທີ່​ເປັນ​ປົກ​ກະ​ຕິ​ໂດຍ​ໄວ.

ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ທອງ​ລຸນ ສີ​ສຸ​ລິດ ກໍ່​ສະ​ແດງ​ຄວາມ​ຊົ​ມ​ເຊີຍ​ຕໍ່​ບັນ​ດາ​ຜົນ​ສຳ​ເລັດ​ທີ່​ພົ້ນ​ເດັ່ນ​ຂອງ ຫວຽດ​ນາມ ໃນ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ ໂຄວິດ - 19 ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຟື້ນ​ຟູ​ທ່າ​ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ, ປະ​ຕິ​ບັດ​ສຳ​ເລັດບົດ​ບາດ​ເປັນ​ປະ​ທານອາ​ຊ​ຽນ 2020, ຜ່ານ​ນັ້ນ, ໄດ້​ເພີ່ມ​ທະ​ວີ​ບົດ​ບາດ, ທີ່​ຕັ້ງ​ຂອງ ຫວຽດ​ນາມ​ໃນ​ພາກ​ພື້ນ ແລະ ສາ​ກົນ​ຢ່າງ​ບໍ່​ຢຸດ​ຢັ້ງ. ສ່ວນ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽ​ນຊວັນ​ຟຸກ ໄດ້​ຕີ​ລາ​ຄ​າ​ສູງວ​ຽກ​ງານ​ບໍ​ລິ​ຫານ​ຂອງ​ລັດ​ຖະ​ບານ ລາວ​ໃນ​ການ​ປະ​ຕິ​ບັດ​ໄຊ​ຊະ​ນະ​ບັນ​ດາ​ມະ​ຕິ​ຂອງ​ພັກ, ນະ​ໂຍ​ບາຍຂອງ​ບັດ, ນຳປະ​ເທດ​ນັບ​ມື້​ນັບ​ພັດ​ທະ​ນາ, ມີ​ສະ​ຖຽນ​ລະ​ພາບ, ຈັດ​ຕັ້ງ​ສຳ​ເລັດ​ບັນ​ດາ​ກອງ​ປະ​ຊຸມ​ສຳ​ຄັນ​ໃນ​ບັນ​ດາ​ກອງ​ປະ​ຊຸມ​ສຳ​ຄັນ​ໃນ​ພາກ​ພື້ນ​ອາ​ນຸ​ພາກ​ພື້ນແມ່​ນ້ຳ​ຂອງ​ທີ່​ຜ່ານ​ມາ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຍົກ​ສູງ​ອິນ​ທິ​ພົນ​ຂອງ ລາວ​ໃນ​ພາກ​ພື້ນ ແລະ ປະ​ກອບ​ສ່ວນ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ຮ່ວມ​ສຳ​ຄັນ​ອາ​ນຸ​ພາກ​ພື້ນ.

ເນື່ອງ​ໃນ​ໂອ​ກາດນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ສົ່ງ​ຄຳ​ຢຶ້​ຢາມ​ຖາມ​ຂ່າວ​ໄປ​ເຖິງ ອຳ​ນາດ​ການ​ປົກ​ຄອງ, ປະ​ຊາ​ຊົນ​ແຂວງ​ສ​ະ​ຫວັນ​ນາ​ເຂດຂອງ​ລາວ ກ່ຽວ​ກັບ​ບັນ​ດາ​ຜົນ​ຮ້າຍ​ຢ້ອນຫຼັງ​ຢ່າງ​ໜັກ​ໜ່ວງ​ຈາກ​ນ້ຳ​ຖ້ວມ​ໃນ​ວົງ​ກ້​ວາງ​ທີ່​ເກີດ​ຂຶ້ນ​ຫວ່າງ​ແລ້ວນີ້.

ນາຍົກລັດຖະມົນຕີ ທັງສອງ ໄດ້ຢືນຢັນ ຍາມໃດກໍຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງສຸດແກ່ສາຍພົວພັນທີ່ຍິ່ງໃຫຍ່, ນ້ຳໃຈມິດຕະພາບແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ; ຕີລາຄາສູງການປະສານສົມທົບລະຫວ່າງ 2 ປະເທດໃນການຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືໃນບັນດາຂົງເຂດຫຼັກ​ແຫຼ່ງ ຄື ການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທຳ…

ເຫັນດີໃນສະພາບການທີ່ທັງຫວຽດນາມ ແລະ ລາວ ກໍລ້ວນແຕ່ສາມາດຄວບຄຸມໂລກລະບາດໂດຍພື້ນຖານ, ຄວນສ້າງເງື່ອນໄຂສະດວກໃຫ້ແກ່ການສັນຈອນໄປມາລະຫວ່າງ ປະຊາຊົນ ແລະ ການຂົນສົ່ງສິນຄ້າລະຫວ່າງ 2 ປະເທດ.

ບົນພື້ນຖານດັ່ງກ່າວ ຈະເປັນເອກະພາບກ່ຽວກັບວິທີເປີດບັນດາດ່ານຊາຍແດນທາງບົກຄືນໃໝ່ ແລະ ເຊື່ອມຕໍ່ຖ້ຽວບິນການຄ້າລະຫວ່າງ 2 ປະເທດ ພ້ອມທັງເພີ່ມທະວີການສົມທົບຜັນຂະຫຍາຍ ບັນດາໂຄງການຮ່ວມມືຈຸດສຸມລະຫວ່າງ 2 ປະເທດ. 2 ຝ່າຍໄດ້ເຫັນດີສືບຕໍ່ຮ່ວມມືກະກຽມບັນດາການເຄື່ອນໄຫວທີ່ສຳຄັນລະຫວ່າງ 2 ປະເທດໃນໄລຍະທີ່ຈະມາເຖິງ, ໃນນັ້ນມີກອງປະຊຸມຮ່ວມມືທະວີພາຄີຄັ້ງທີ 43 ລະຫວ່າງລັດຖະບານຫວຽດນາມ ແລະ ລາວ ແລະ ການປຶກສາຫາລືຂັ້ນລັດຖະມົນຕີການຕ່າງປະເທດຄັ້ງທີ 7; ສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວຢູ່ 2 ປະເທດເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນຊາດຂອງລາວ ແລະ 100ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ຂອງ​ທ່ານ ໄກ​ສອນ​ພົມ​ວິ​ຫານ (ເດືອນ ທັນ​ວາ 2020).

ນາຍົກລັດຖະມົນຕີທັງສອງໄດ້ຕີລາຄາສູງການສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນກັນລະຫວ່າງ 2 ປະເທດຢູ່ບັນດາເວທີພາກພື້ນ ແລະ ສາກົນ. ລາວຕີລາຄາສູງຜົນສຳເລັດຂອງຫວຽດນາມໃນບົດບາດເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020-2021, ເປັນປະທານອາຊຽນ 2020 ແລະ ຢືນຢັນສືບຕໍ່ຮ່ວມມືສະໜັບສະໜູນຫວຽດນາມຈັດຕັ້ງ ກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ຢ່າງສຳເລັດຜົນ.

ນາຍົກລັດຖະມົນຕີທັງສອງ ໄດ້ແບ່ງປັນຄວາມສຳຄັນຂອງການສືບຕໍ່ເພີ່ມທະວີຄວາມສາມັກຄີ, ເຫັນດີເຫັນພ້ອມຂອງອາຊຽນໃນບັນຫາທະເລຕາເວັນອອກ, ສົມທົບກັນໃນການເຈລະຈາເພື່ອບັນລຸກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຢ່າງມີປະສິດທິຜົນ ແລະ ແທດຈິງ ສອດຄ່ອງກັບກົດໝາຍສາກົນ ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບໃນພາກພື້ນ.

ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ເຈລະຈາທາງໂທລະສ ບກ ບທ ານນາຍ ກລ ດຖະມ ນຕ ລາວ ທອງລ ນ ສ ສ ລ ດ ທ່ານ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ທອງລຸນ ສີສຸລິດເດີນທາງມາຮ່ວມພິທີໄວ້ອາໄລສະຫາຍ ເລຂາຟຽວ, ອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ

ຄະນະຜູ້ແທນຂັ້ນສູງພັກ, ລັດຖະບານລາວ ນຳໂດຍ ສະຫາຍທອງລຸນ ສີສຸລິດ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ເດີນທາງມາຮ່ວມພິທີໄວ້ອາໄລສະຫາຍ ເລຂາຟຽວ, ອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຢູ່ນະຄອນຫຼວງຮ່າໂນ້ຍ, ສສ ຫວຽດນາມ.

ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ເຈລະຈາທາງໂທລະສ ບກ ບທ ານນາຍ ກລ ດຖະມ ນຕ ລາວ ທອງລ ນ ສ ສ ລ ດ ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ສສ.ຫວຽດນາມ ໄດ້ມີການພົບປະເຈລະຈາ ກັບ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ສປປ.ລາວ

ຍສໝ - ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານນາຍົກລັດຖະມົນຕີ ສສ.ຫວຽດນາມ ຫງວຽນຊວນຟຸກ, ວັນທີ 5 ກໍລະກົດ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ສປປ.ລາວ ແລະ ຄະນະຜູ້ແທນຂັ້ນສູງຂອງລັດຖະບານລາວ ໄດ້ເດີນທາງຢ້ຽມຢາມເຮັດວຽກທີ່ຫວຽດນາມ ໃນລະຫວ່າງແຕ່ວັນທີ 5 - 6 ມິຖຸນານີ້.

ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ເຈລະຈາທາງໂທລະສ ບກ ບທ ານນາຍ ກລ ດຖະມ ນຕ ລາວ ທອງລ ນ ສ ສ ລ ດ ຄຳຖະແຫຼງ ຂອງທ່ານທອງລຸນ ສີສຸລິດ, ນາຍົກລັດຖະມົນຕີກ່ຽວກັບສະພາບການສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງພະຍາດCOVID-19ຢູ່ ສປປ ລາວ

ໃນ​ໂອ​ກາດຖະແຫຼງ​ຂ່າວກ່ຽວກັບສະພາບການສະກັດ​ກັ້ນ ​ແລະ ຕ້ານ​ການ​ແຜ່​ລະບາດຂອງພະຍາດ​ໂຄວິດ-19ຢູ່ ສປປ ລາວເມື່ອ​ວັນ​ທີ15ເມ​ສາ2020ທີ່​ຫ້ອງວ່າ​ການ​ສຳ​ນັກ​ງາ​ນາ​ຍົກ​ລັດ​ຖະ​ມົນ​ຕີ,ທ່ານ​ທອງ​ລຸນ​ສີ​ສຸ​ລິດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ແຫ່ງ​ສ​ປ​ປ​ລາວໄດ້​ກ່າວ​ວ່າ:ລັດຖະບານ ຈຶ່ງຂໍໃຫ້ທຸກໆຄົນໃນທົ່ວສັງຄົມສືບຕໍ່ປະຕິບັດຢ່າງເຂັ້ມງວດ ແລະ ຖືກຕ້ອງຕາມຄຳສັ່ງ ເລກທີ 06/ນຍ, ລົງວັນທີ 29 ມີນາ 2020, ບັນດານິຕິກໍາ, ຂໍ້ແນະນໍາ ຂອງຄະນະສະເພາະກິດ ໃນການປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂ ການລະບາດຂອງ COVID-19 ຈະແກ່ຍາວໄປ ຕື່ມອີກ 14 ວັນ ...

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.