ຫວຽດນາມ - ຈີນ ໄດ້ຊຸກຍຸການຮ່ວມມືໃນຂົງເຂດດ້ານປ້ອງກັນຊາດ

10:41 | 12/11/2020

ຍສໝ - ທ່ານພົນເອກ ຮວ່າງຊວນຈ໋ຽນ ໄດ້ຢັງຢືນວ່າ ໃນສະຖານະການໃດ, ສາຍພົວພັນລະຫວ່າງກອງທັບສອງປະເທດ ຍາມໃດກໍ່ເປັນຫຼັກແຫຼ່ງສຳຄັນຂອງສາຍພົວພັນຄູ່ຮ່ວມມືທະສາດຢ່າງຮອບດ້ານ ລະຫວ່າງຫວຽດນາມ-ຈີນ.

ຫວຽດນາມ ຈ ນ ໄດ ຊ ກຍ ການຮ ວມມ ໃນຂ ງເຂດດ ານປ ອງກ ນຊາດ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານ ລະຫວ່າງຫວຽດນາມ - ຈີນ
ຫວຽດນາມ ຈ ນ ໄດ ຊ ກຍ ການຮ ວມມ ໃນຂ ງເຂດດ ານປ ອງກ ນຊາດ ຫວຽດນາມ - ຈີນ ສະເຫຼີມສະຫຼອງ 20 ປີ​ແຫ່ງ​ການ​ຮ່ວມມື​ຊາຍ​ແດນ​ທາງ​ບົກ​ຫວຽດ​ນາມ-ຈີນ

ຕອນແລງວັນທີ 10 ພະຈີກຢູ່ຮ່າໂນຍ, ທ່ານພົນເອກຮ່ວາງຊວນຈ໋ຽນ - ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ສະແດງຄວາມຊົນເຊີຍ ທ່ານ Xiong Bo - ເອກອັກຂະລັດຖະທຸດຈີນ ປະຈຳຫວຽດນາມ ແລະ ບັນດາພະນັກງານຂອງຄະນະ ໄດ້ມາຢ້ຽມຢາມ, ເຮັດວຽກນຳກະຊວງປ້ອງກັນປະເທດຫວຽດນາມ, ແລະ ເໜັ້ນໜັກວ່າ ໃນເວລາຜ່ານມາ, ເຖິງວ່າຖືກຮັບຜົນກະທົບຈາກໂລກລະບາດ COVID-19, ແຕ່ການຮ່ວມມືລະຫວ່າງສອງປະເທດ, ສອງກະຊວງກອງທັບ ຍັງສືບຕໍ່ ແລະ ພັດທະນາຢ່າງດີ; ປະຕິບັດຢ່າງດີຄວາມຮັບຮູ້ລວມຕາມການຊີ້ນໍາຂອງຜູ້ນຳຂັ້ນສູງຂອງພັກ,ລັດສອງປະເທດຫວຽດນາມ-ຈີນ; ຮັບປະກັນບັນດາເປົ້າໝາຍການຮ່ວມມື ຕາມແຜນການທີ່ວາງໄວ້ຂອງປີ 2020.

ຫວຽດນາມ ຈ ນ ໄດ ຊ ກຍ ການຮ ວມມ ໃນຂ ງເຂດດ ານປ ອງກ ນຊາດ
ທ່ານພົນເອກຮ່ວາງຊວນຈ໋ຽນ ແລະ ທ່ານ Xiong Bo - ເອກອັກຂະລັດຖະທຸດຈີນ ປະຈຳຫວຽດນາມ. (ພາບ: TTXVN)

ທ່ານເອກອັກຂະລັດຖະທຸດ Xiong Bo ໄດ້ສະແດງຄວາມຊົນເຊີຍ ທ່ານພົນເອກ ຮ່ວາງຊວນຈ໋ຽນ ໃນການຮັບໜ້າທີເປັນຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະ ສະແດງຄວາມຫວັງວ່າ ທ່ານພົນເອກຮ່ວາງຊວນຈ໋ຽນ ຈະສືບຕໍ່ມີການປະກອບສ່ວນໃນການພົວພັນການຮ່ວມມືລະຫວ່າງສອງປະເທດ, ໂດຍສະເພາະແມ່ນການຮ່ວມມືໃນດ້ານປ້ອງກັນຊາດ.

ທ່ານເອກອັກຂະລັດຖະທຸດ Xiong Bo ໄດ້ເໜັ້ນໜັກເຖິງວ່າ ໃນໄລຍະເວລາຜ່ານມາ, ເຊື້ອພະຍາດCOVID-19 ມີການຜັນແປຢ່າງສັບສົນ, ແຕ່ດ້ວຍບັນດາສາຍພົວພັນຮ່ວມມືອື່ນ, ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ ໄດ້ສືບຕໍ່ຍຸ້ແຮງດ້ວຍບັນດາວຽກງານທີ່ແທດກັບຕົວຈິງໃນເວລາໃກ້ໆນີ້ ແມ່ນການໂອ້ລົມທາງໂທລະສັບລະຫວ່າງ ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ແລະ ຫົວໜ້າພະແນກການເມືອງຄະນະກຳມະການ ການທະຫານສູນກາງຈີນ, ຫຼືກິດຈະກຳສະໜັບສະໜູນດ້ານການແພດ ເພື່ອຊ່ວຍເຫຼືອທະຫານໃນແຕ່ລະປະເທດ ໃນວຽກງານປ້ອງກັນ ແລະ ຕ້ານການລະບາດ COVID-19.

ຫວຽດນາມ ຈ ນ ໄດ ຊ ກຍ ການຮ ວມມ ໃນຂ ງເຂດດ ານປ ອງກ ນຊາດ ຫວຽດ​ນາມ ເພີ່ມທະວີການພົວພັນດ້ານປ້ອງກັນຊາດກັບ ສິງກະໂປ

ຍ​ສ​ໝ - ທີ່ກອງ​ປະ​ຊຸມ​ເຈ​ລະ​ຈາ​ນະ​ໂຍ​ບາຍ​ການ​ປ້ອງ​ກັນ​ຊາດ​ຂັ້ນ​ຮອງ​ລັດ​ຖະ​ມົນ​ຕີ ລະ​ຫ​ວ່າງ ສິງ​ກະ​ໂປ ແລະ ຫວຽດ​ນາມ , ສອງຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາ ຄວາມໝັ້ນຄົງ, ສິດເສລີໃນ, ການເດີນເຮືອການບິນ, ການແກ້ໄຂບັນດາບັນຫາຂັດແຍ້ງກັນໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS 1982) ແລະ ບັນດາຄຳໝັ້ນສັນຍາໃນພາກພື້ນ.

ຫວຽດນາມ ຈ ນ ໄດ ຊ ກຍ ການຮ ວມມ ໃນຂ ງເຂດດ ານປ ອງກ ນຊາດ ຫວຽດນາມ - ຈີນ ເຈລະຈາກ່ຽວກັບເຂດທະເລນອກອ່າວພາກເໜືອ ແລະຮ່ວມມືພ້ອມກັນພັດທະນາບົນທະເລ

ຍສໝ - ສອງຝ່າຍກໍ່ແລກປ່ຽນຢ່າງກົງໄປກົງມາກ່ຽວກັບສະພາບການທະເລຕາເວັນອອກໃນໄລຍະຜ່ານມາ, ເຫັນດີເປັນເອກະພາບເຄົາລົບຄວາມຮັບຮູ້ລວມຂອງການນຳຂັ້ນສູງສອງປະເທດຢ່າງເຂັ້ມງວດ.

ຫວຽດນາມ ຈ ນ ໄດ ຊ ກຍ ການຮ ວມມ ໃນຂ ງເຂດດ ານປ ອງກ ນຊາດ ປັບປຸງ ແລະ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງ ສອງປະເທດ ຫວຽດນາມ - ຈີນ

ພັກ, ລັດຖະບານຈີນ ຖືເປັນສຳຄັນຍິ່ງ ເລື່ອງການບໍ່ຢຸດປັບປຸງ ແລະ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຈີນ - ຫວຽດ ຢ່າງບໍ່ຢຸດຢັ້ງ; ຈີນພ້ອມແລ້ວທີ່ຈະຮ່ວມກັບ ຫວຽດນາມ ມານະພະຍາຍາມ, ກຳແໜ້ນທິດທາງໃຫຍ່ແຫ່ງການພັດທະນາການພົວພັນ ຈີນ - ຫວຽດນາມ

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.