ຫວຽດນາມ ຈະຊຸກຍູ້ການຮ່ວມມືລະຫວ່າງລັດເຊຍ-ອາຊຽນ

11:49 | 10/11/2020

ຍ​ສ​ໝ -  ໃນບົດຂຽນ “ບົດບາດ ແລະ ທີ່ຕັ້ງຂອງຫວຽດນາມ ໃນການຮ່ວມມືລະຫວ່າງລັດເຊຍ - ອາຊຽນ”, ທ່ານປະລິນຍາເອກ Ekaterina Koldunova ຖືວ່າ, ເມື່ອຫວຽດນາມ ຮັບດຳລົງຕຳແໜ່ງປະທານອາຊຽນ ໃນປີ 2020 ອາດຈະປະກົດມີບັນດາຂົງເຂດຮ່ວມມືລະຫວ່າງລັດເຊຍ ແລະ ອາຊຽນ.

ຫວຽດນາມ ຈະຊ ກຍ ການຮ ວມມ ລະຫວ າງລ ດເຊຍ ອາຊຽນ ຊຸກຍູ້ການຫັນປ່ຽນພະລັງງານຢູ່ບັນດາປະເທດ ອາຊຽນ
ຫວຽດນາມ ຈະຊ ກຍ ການຮ ວມມ ລະຫວ າງລ ດເຊຍ ອາຊຽນ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ພົບປະກັບຮອງປະທານສະພາສະຫະພັນ ລັດເຊຍ ແລະ ປະທານ Duma ແຫ່ງຊາດ ລັດເຊຍ
ຫວຽດນາມ ຈະຊ ກຍ ການຮ ວມມ ລະຫວ າງລ ດເຊຍ ອາຊຽນ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸ​ກຳ ​ປະ​ທານ​ອາ​ຊຽນ 2020 ​ເປັນ​ປະ​ທານກອງ​ປະ​ຊຸມ​ອອນ​ລາຍ​ຂັ້ນ​ສູງ​ພິ​ເສດ​ອາ​ຊຽນ​ກ່ຽວ​ກັບ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ ໂຄວິດ - 19 (ພາບ: TTXVN)

ໃນສະພາບທີ່ການຫວຽດນາມ ຮັບດຳລົງຕຳແໜ່ງເປັນປະທານອາຊຽນ ປີ 2020, ມີນັກຊ່ຽວຊານ, ນັກຮຽນຮູ້ລັດເຊຍ ຫຼາຍທ່ານໄດ້ສະແດງຄວາມເຊື່ອໝັ້ນກ່ຽວກັບບົດບາດຕັ້ງໜ້າຂອງຫວຽດນາມ ໃນການຊຸກຍູ້ການພົວພັນຮ່ວມມືລະຫວ່າງລັດເຊຍ - ອາຊຽນ.

ໃນບົດຂຽນ “ບົດບາດ ແລະ ທີ່ຕັ້ງຂອງຫວຽດນາມ ໃນການຮ່ວມມືລະຫວ່າງລັດເຊຍ - ອາຊຽນ”, ທ່ານປະລິນຍາເອກ Ekaterina Koldunova ຖືວ່າ, ເມື່ອຫວຽດນາມ ຮັບດຳລົງຕຳແໜ່ງປະທານອາຊຽນ ໃນປີ 2020 ອາດຈະປະກົດມີບັນດາຂົງເຂດຮ່ວມມືລະຫວ່າງລັດເຊຍ ແລະ ອາຊຽນ. ນັ້ນແມ່ນທິດທາງການຮ່ວມມື 2 ຝ່າຍລະຫວ່າງລັດເຊຍ - ຫວຽດນາມ ໃນບັນດາຂົງເຂດເສນາຮັກ, ການຮັບມືກັບສະພາບຮີບດ່ວນ, ການຮ່ວມມືດ້ານວິທະຍາສາດຕ້ານບັນດາຄວາມສ່ຽງທີ່ເກີດຈາກໂລກລະບາດ.

ໃນປື້ມທີ່ມີຊື່ວ່າ “ຫວຽດນາມ ບືນຕົວຂຶ້ນ”, ນັກຊ່ຽວຊານກ່ຽວກັບບັນດາບັນຫາສາກົນ Grigory Trofimchuk ໄດ້ໃຊ້ຫຼາຍໜ້າໃນປື້ມເພື່ອເຕື້ອງເຖິງບົດບາດຂອງຫວຽດນາມ ໃນການເຊື່ອມຕໍ່, ໂຄສະນາພາບພົດຂອງອາຊຽນ ບໍ່ພຽງແຕ່ຢູ່ລັດເຊຍ ເທົ່ານັ້ນ, ຫາກຍັງແມ່ນໃນຂອບເຂດທົ່ວໂລກອີກດ້ວຍ. ຫວຽດນາມ ແມ່ນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈຢ່າງແທດຈິງຂອງບັນດາປະເທດໃນປະຊາຄົມສາກົນ, ແມ່ນທິດທາງບຸລິມະສິດຂອງລັດເຊຍ ຢູ່ອາຊີ - ປາຊີຟິກ.

ລັດ​ເຊຍ ແລະ ຫວຽດ​ນາມ​ມີ​ມູນ​ເຊື້ອ​ແບ່ງ​ປັນ​ບັນ​ດາ​ການ​ຕີ​ລາ​ຄາ​ກ່ຽວ​ກັບຫຼາຍ​ບັນ​ຫາ​ຍຸດ​ທະ​ສາດ​ທີ່​ກ່ຽວ​ຂ້ອງ​ເຖິງ​ພາກ​ພື້ນ​ອາ​ຊີ - ປາ​ຊີ​ຟິກ ໃນ​ນັ້ນ ລັດ​ເຊຍໄດ້​ສະ​ໜັບ​ສະ​ໜູນ​ການ​ປະ​ຕິ​ບັດ​ຖະ​ແຫຼ​ງການປີ 2002 ກ່ຽວ​ກັບ​ວິທີ​ການ​ປະພຶດ​ຢູ່ ທະ​ເລ​ຕາ​ເວັນ​ອອກ​ (DOC) ຢ່າງ​ຄົບ​ຖ້ວນ, ໂດຍ​ໄດ້​ຈີນ​ແລະ​ບັນ​ດາ​ປະ​ເທດ​ອາ​ຊຽນ​ຮັບ​ຮອງ​ໃນ​ໃນ​ປີ 2002 ແລະ ສະ​ໜ​ັບສະ​ໜູນ​ການ​ເຊັນກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໂດຍ​ໄວ.ໃນ​ປີ​ເປັນ​ປະ​ທານ​ອາ​ຊຽນ ຫວຽດ​ນາມ​ຕ​້ອງ​ແກ້​ໄຂ​ບັນ​ດາ​ໜ້າ​ທີ່​ສັບ​ສົນ, ໃນ​ນັ້ນ​ມີ​ບັ້ນ​ຕ້ານ​ໂລກ​ລະ​ບາດ ໂຄວິດ - 19 ແລະ ປັບ​ຕົວ​ໃຫ້​ແທດ​ເໝາະ​ກັບ​ການ​ປ່ຽນ​ແປງ​ໂດຍ​ໄວ​ຂອງ​ສະ​ພາບ​ການ​ໃນ​ພາກ​ພື້ນ ແລະ ທົ່ວ​ໂລກ.

ຫວຽດນາມ ຈະຊ ກຍ ການຮ ວມມ ລະຫວ າງລ ດເຊຍ ອາຊຽນ ຊຸກຍູ້ການຫັນປ່ຽນພະລັງງານຢູ່ບັນດາປະເທດ ອາຊຽນ

ຍ​ສ​ໝ - ກອງປະຊຸມສຳມະນາແນໃສ່ແບ່ງປັນບົດຮຽນ ແລະ ບົດບາດຂອງບັນດາອົງການຈັດຕັ້ງພົນລະເຮືອນ ໃນການຊຸກຍູ້ການຫັນປ່ຽນພະລັງງານຢູ່ບັນດາປະເທດ ອາຊຽນ; ອັບເດດທ່າອ່ຽງຫັນປ່ຽນພະລັງງານໃນພາກພື້ນ ແລະ ທົ່ວໂລກ.

ຫວຽດນາມ ຈະຊ ກຍ ການຮ ວມມ ລະຫວ າງລ ດເຊຍ ອາຊຽນ ປະເທດລາວ ເປີດງານວາງສະແດງແນວທາງການພັດທະນາການທ່ອງທ່ຽວ ແບບຍືນຍົງອາຊຽນ 2020

ກະຊວງຖະແຫຼງຂ່າວ ວັດທະນະທຳແລະທ່ອງທ່ຽວ (ຖວທ) ຮ່ວມກັບຜູ້ປະກອບການດ້ານການທ່ອງທ່ຽວໄດ້ເປີດງານວາງສະແດງແນວທາງການພັດທະນາການທ່ອງທ່ຽວແບບຍືນຍົງອາຊຽນ 2020 ຂຶ້ນໂດຍການນໍາສະເໜີຜະລິດຕະພັນທີ່ເປັນມິດກັບສິ່ງແວດລ້ອມ ເພື່ອໂຄສະນາອາຊຽນ ໃຫ້ກາຍເປັນຈຸດໝາຍປາຍທາງການທ່ອງທ່ຽວທີ່ຍືນຍົງ.

ຫວຽດນາມ ຈະຊ ກຍ ການຮ ວມມ ລະຫວ າງລ ດເຊຍ ອາຊຽນ ປະເທດລາວ ຈັດຕັ້ງງານວາງສະແດງ ການພັດທະນາການທ່ອງທ່ຽວແບບຍືນຍົງ ອາຊຽນ 2020

ໃນ​ວັນ​ທີ 4 ພະຈິກ 2020 ຢູ່​ໂຮງ​ແຮມ​ຄລາວ​ພາ​ຊາ, ນະຄອນຫລວງ​ວຽງ​ຈັນ ​ໄດ້​ມີ​ພິທີ​ຖະ​ແຫລ​ງຂ່າວ​ງານ​ວາງສະ​ແດງ​ ແນວທາງ​ການ​ພັດທະນາ ​ການທ່ອງທ່ຽວ​ແບບ​ຍືນ​ຍົງ​ ອາ​ຊຽນ 2020, ​ໂດຍ​ການ​ຖະ​ແຫລ​ງຂອງ​ ທ່ານ ນາງ ພອນມະລີ ອິນທະ​ພົມ ຮອງ​ຫົວໜ້າ​ກົມ​ພັດທະນາ​ ການທ່ອງທ່ຽວ ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ, ພ້ອມ​ດ້ວຍ​ຜູ້ຕາງໜ້າ​ ຈາກ​ອົງການ​ສາກົນ​ຕ່າງໆ​ປະຈຳ​ລາວ ​ແລະ ...

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.