ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ຕ້ອນຮັບທ່ານ Konstantin Vnukov - ເອກອັກຄະລັດຖະທູດລັດເຊຍ

14:34 | 13/11/2020

ຍສໝ - ວັນທີ 12 ພະຈິກ, ຢູ່ສຳນັກງານກະຊວງ, ທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ມີການຕ້ອນຮັບທ່ານ Konstantin Vnukov - ເອກອັກຄະລັດຖະທູດລັດເຊຍ ມາອຳລາສິ້ນສຸດໜ້າທີ່ວຽກງານຢູ່ຫວຽດນາມ.

ທ ານຮອງນາຍ ກລ ດຖະມ ນຕ ຟ າມບ ງມ ງ ຕ ອນຮ ບທ ານ konstantin vnukov ເອກອ ກຄະລ ດຖະທ ດລ ດເຊຍ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ລັດເຊຍ ປະຈຳ ຫວຽດນາມ Konstantin Vnukov
ທ ານຮອງນາຍ ກລ ດຖະມ ນຕ ຟ າມບ ງມ ງ ຕ ອນຮ ບທ ານ konstantin vnukov ເອກອ ກຄະລ ດຖະທ ດລ ດເຊຍ ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ​ລະ​ຫວ່າງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ​ຫວຽດ​ນາມ ແລະ ເລ​ຂາ​ສະ​ພາຄວາມໝັ້ນ​ຄົງ​ ສ​ະ​ຫະ​ພັນ ລັດ​ເຊຍ

ທີ່ພິທີຕ້ອນຮັບ, ທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ສະແດງຄວາມຊົນເຊີຍ ທ່ານເອກອັກຂະລັດຖະທຸດ Vnukov ໄດ້ສຳເລັດຢ່າງດີໜ້າທີ່ວຽກງານຢູ່ຫວຽດນາມ, ຕີລາຄາສູງການປະກອບສ່ວນຂອງທ່ານເອກອັກຄະລັດຖະທູດ Vnukov ໃນການເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ລັດເຊຍ ແລະ ຮັກສາການປະສານສົມທົບຢ່າງແໜ້ນແຟ້ນ ລະຫວ່າງກະຊວງການຕ່າງປະເທດຂອງສອງປະເທດ.

ທ ານຮອງນາຍ ກລ ດຖະມ ນຕ ຟ າມບ ງມ ງ ຕ ອນຮ ບທ ານ konstantin vnukov ເອກອ ກຄະລ ດຖະທ ດລ ດເຊຍ
ທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄ ໄດ້ມີການຕ້ອນຮັບທ່ານ Konstantin Vnukov - ເອກອັກຄະລັດຖະທູດລັດເຊຍ. (ພາບ: baoquocte)

ໃນໄລຍະເວລາທ່ານເອກອັກຄະລັດຖະທູດ Vnukov ເຮັດວຽກ ຢູ່ ຫວຽດນາມ, ສອງຝ່າຍໄດ້ຈັດການສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ, 25 ປີແຫ່ງວັນເຊັນສົນທິສັນຍາບົນພື້ນຖານແຫ່ງມິດຕະພາບ, ໄດ້ລົງນາມໃນສັນຍາການຄ້າເສລີ ລະຫວ່າງຫວຽດນາມ ແລະ ສະຫະພັນເສດຖະກິດເອີຣົບ...

ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ເນັ້ນໜັກວ່າພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍ່ຈົດຈຳໄວ້ ແລະ ຮູ້ບຸນຄຸນຕໍ່ບັນດາການຊ່ວຍເຫຼືອທີ່ລ້ຳຄ່າ ເຊິ່ງປະຊາຊົນໂຊວຽດ ແລະ ປະຊາຊົນລັດເຊຍ ສະຫງວນໃຫ້ແກ່ປະຊາຊົນຫວຽດນາມ ໃນການຕໍ່ສູ້ເພື່ອເອກະລາດແຫ່ງຊາດ, ເອກະພາບແຫ່ງຊາດໃນໄລຍະຜ່ານມາ, ພ້ອມທັງການພັດທະນາປະເທດໃນອະນາຄົດ; ພ້ອມດຽວກັນນີ້, ທ່ານຟ້າມບິ່ງມິງ ຍັງສະແດງຄວາມຍິນດີຕໍ່ການພັດທະນາຢ່າງຕັ້ງໜ້າ ຂອງສາຍພົວພັນສອງຝ່າຍໃນປະຈຸບັນ, ໄດ້ຕີລາຄາສູງຕໍ່ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ການຮ່ວມມືຢ່າງໃກ້ຊິດລະຫວ່າງສອງປະເທດໃນຂົງເຂດທີ່ສຳຄັນ, ເຊັ່ນ: ນ້ຳມັນ ແລະ ອາຍແກັດ, ພະລັງງານ, ປ້ອງກັນຄວາມສະຫງົບ.

ທ່ານ ຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ກໍ່ໄດ້ຊົນເຊີຍບັນດາຜົນສຳເລັດທີ່ສອງປະເທດ ໄດ້ບັນລຸໃນການຮ່ວມມືເສດຖະກິດ, ບໍ່ຫົວຊາເຖິງບັນດາຜົນກະທົບທີບຂອງໂລກລະບາດ COVID-19, ວົງເງິນການຄ້າສອງປະເທດຍັງເພີມຂື້ນເກືອບ 13%, ຊີ້ແຈ້ງວ່າ ລັດຖະບານຫວຽເນາມ ປາດຖະໜາເພີມທະວີໃນການຮ່ວມມືລະຫວ່າງສອງປະເທດໃນຂົງເຂດນີ້.

ສ່ວນທ່ານເອກອັກຄະລັດຖະທູດ Konstantin Vnukov ໄດ້ຢືນຢັນວ່າ, ຫວຽດນາມ ແລະ ລັດເຊຍມີການພົວພັນສະໜິດສະໜົມ, ມິດຕະພາບ ແລະ ການຮ່ວມມືແບບພິເສດ, ພ້ອມທັງເນັ້ນໜັກວ່າ ການນຳຂັ້ນສູງ ແລະ ປະຊາຊົນລັດເຊຍ ເອົາໃຈໃສ່ເຖິງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ທີ່ກຳລັງພັດທະນາຢ່າງຕັ້ງໜ້າ ໃນທຸກໆດ້ານລະຫວ່າງສອງປະເທດຄືໃນປະຈຸບັນ. ທ່ານເອກອັກຄະລັດຖະທູດ Konstantin Vnukov ກໍ່ໄດ້ເນັ້ນໜັກວ່າ ໃນໄລຍະທີ່ຜ່ານມາ, ສອງຝ່າຍໄດ້ປະສານງານກັນຢ່າງມີປະສິດທິຜົນ ຢູ່ບັນດາເວທີປາໄສສາກົນ, ໂດຍສະເພາະຢູ່ສະພາຄວາມໝັ້ນຄົງສະຫະປະຊາຊາດ.

ທ່ານ ຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ຢັງຢືນວ່າ, ໃນຖະນະເປັນປະທານອາຊຽນ ປີ 2020, ຫວຽດນາມ ຍາມໃດກໍ່ສະໜັບສະໜຸນ, ຊຸກຍຸສາຍພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ລັດເຊຍ ແລະ ມີຄວາມຫວັງວ່າ ລັດເຊຍ ໄດ້ສືບຕໍ່ສົມທົບ, ສະໜັບສະໜູນຫວຽດນາມ ສຳລັດເປັນຢ່າງດີໃນໜ້າທີເປັນປະທານອາຊຽນ.

ທ ານຮອງນາຍ ກລ ດຖະມ ນຕ ຟ າມບ ງມ ງ ຕ ອນຮ ບທ ານ konstantin vnukov ເອກອ ກຄະລ ດຖະທ ດລ ດເຊຍ ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ​ລະ​ຫວ່າງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ​ຫວຽດ​ນາມ ແລະ ເລ​ຂາ​ສະ​ພາຄວາມໝັ້ນ​ຄົງ​ ສ​ະ​ຫະ​ພັນ ລັດ​ເຊຍ

ຍ​ສ​ໝ - ໃນການໂອ້ລົມທາງໂທລະສັບ, ທ່ານລັດຖະມົນຕີ ໂຕເລິມ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືການປັບປຸງ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ກັບ ສະຫະພັນ ລັດເຊຍ ເປັນສຳຄັນ.

ທ ານຮອງນາຍ ກລ ດຖະມ ນຕ ຟ າມບ ງມ ງ ຕ ອນຮ ບທ ານ konstantin vnukov ເອກອ ກຄະລ ດຖະທ ດລ ດເຊຍ ພະຍາດ COVID-19: ນຳສົ່ງພົນລະເມືອງ ຫວຽດນາມ 700 ຄົນຈາກ ລັດເຊຍ, ອາເມລິກາ ແລະ ຍີ່ປຸ່ນ ກັບຄືນປະເທດ

ຍສໝ - ຜູ້ໂດຍສານໃນຖ້ຽວບິນທີ່ຖືກຕິດຄ້າງຍ້ອນການລະບາດຂອງພະຍາດ COVID-19 ແລະ ກໍລະນີທີ່ປະສົບຄວາມຫຍຸ້ງຍາກໂດຍສະເພາະ, ເຊັ່ນ: ແມ່ຍິງຖືພາ, ເດັກນ້ອຍອາຍຸຕໍ່າກວ່າ 18 ປີ, ຄົນເຈັບປ່ວຍໜັກ, ແລະ ຜູ້ອອກແຮງງານໝົດກຳນົດວີຊາ ຫຼື ສັນຍາແຮງງານ, ນັກຮຽນທີ່ບໍ່ມີບ່ອນຢູ່ອາໄສ ຍ້ອນຫໍພັກອັດປະຕູ.

ທ ານຮອງນາຍ ກລ ດຖະມ ນຕ ຟ າມບ ງມ ງ ຕ ອນຮ ບທ ານ konstantin vnukov ເອກອ ກຄະລ ດຖະທ ດລ ດເຊຍ ຫວຽດນາມ ໄດ້ໃຫ້ການຊ່ວຍເຫຼືອມະນຸດສະທຳ ດ້ານອຸປະກອນການແພດ ໃຫ້ແກ່ລັດເຊຍ

ຍສໝ - ຕາມຂໍ້ມູນຈາກສະຖານທູດລັດເຊຍ ປະຈຳຫວຽດນາມ, ໃນວັນທີ 23 ຕຸລາ ຈຳນວນອຸປະກອນການແພດ ຊ່ວຍເຫຼືອມະນຸດສະທຳ ໄດ້ສົ່ງໄປເຖິງ Vladivostok, ລັດເຊຍ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.