ໜັງສືພິມປະເທດລາວ ໄດ້ລົງບົດຂຽນກ່ຽວກັບຄວາມກ້າວໜ້າ ໃນການເຊື່ອມເຂົ້າກັນຊຸມຊົນອາຊຽນ

14:43 | 11/11/2020

ຍສໝ - ເວບໄຊໜັງສືພິມອອນໄລ "vientianetimes.org.la" ຂອງປະເທດລາວ ໃນວັນທີ 10 ພະຈິກ ໄດ້ລົງບົດຂຽນທີ່ຢັ້ງຢືນໃຫ້ຫູ້ວ່າ ບັນດາລັດຖະມົນຕີຕ່າງປະເທດອາຊຽນ ໄດ້ຕີລາຄາສູງຕໍ່ຄວາມກ້າວໜ້າ  ໃນການເຊື່ອມເຂົ້າກັບຊຸມຊົນອາຊຽນ.

ໜ ງສ ພ ມປະເທດລາວ ໄດ ລ ງບ ດຂຽນກ ຽວກ ບຄວາມກ າວໜ າ ໃນການເຊ ອມເຂ າກ ນຊ ມຊ ນອາຊຽນ ກອງປະຊຸມ ສຸດຍອດ ອາຊຽນ ຄັ້ງທີ 37 ​ເປັນໂອກາດ ເພື່ອໃຫ້ອາຊຽນ ຕີລາຄາ ໂດຍສັງເຂບ ບັນດາໝາກຜົນ ຂອງບັນ ດາຄູ່ຮ່ວມມື ແລະ ວາງອອກ ບັນດາການກຳນົດທິດ ບຸລິມະສິດ ໃຫ້ແກ່ໄ
ໜ ງສ ພ ມປະເທດລາວ ໄດ ລ ງບ ດຂຽນກ ຽວກ ບຄວາມກ າວໜ າ ໃນການເຊ ອມເຂ າກ ນຊ ມຊ ນອາຊຽນ ບັນດາລັດຖະມົນຕີຕ່າງປະເທດອາຊຽນ ໄດ້ອອກຖະແຫຼງການວ່າດ້ວຍການຮັກສາສັນຕິພາບ ແລະ ສະຖຽນລະພາບໃນອາຊີຕາເວັນອອກສ່ຽງໃຕ້

ຕາມສຳນັກຂ່າວສານຫວຽດນາມ ປະຈຳ ນະຄອນຫຼວງວຽງຈັນ, ເວບອອນໄລ ຂອງລາວ "vientianetimes.org.la" ໃນຕອນບ່າຍວັນທີ 10 ພະຈິກ ມີບົດຂຽນ ເຊິ່ງໄດ້ຢັ້ງຢືນວ່າ ບັນດາລັດຖະມົນຕີຕ່າງປະເທດຂອງສະມາຄົມອາຊຽນ ໄດ້ຕີລາຄາສູງຄວາມກ້າວໜ້າ ໃນການເຊື່ອມເຂົ້າກັບຊຸມຊົນອາຊຽນ, ພ້ອມກັນນັ້ນທີ່ຢືນຢັນ ບົດບາດຂອງສະມາຄົມອາຊຽນ ໃນການສ້າງສາຍພົວພັນການຕ່າງປະເທດທີ່ເຂັ້ມແຂງ.

ໜ ງສ ພ ມປະເທດລາວ ໄດ ລ ງບ ດຂຽນກ ຽວກ ບຄວາມກ າວໜ າ ໃນການເຊ ອມເຂ າກ ນຊ ມຊ ນອາຊຽນ
ໃນຕອນບ່າຍວັນທີ 10 ພະຈິກ ມີບົດຂຽນ ເຊິ່ງໄດ້ຢັ້ງຢືນວ່າ ບັນດາລັດຖະມົນຕີຕ່າງປະເທດຂອງສະມາຄົມອາຊຽນ. (ພາບ: TTXVN)

ຕາມບົດຂຽນ ແລ້ວ, ໂດຍການຖະແຫຼງຂ່າວຂອງກະຊວງການຕ່າງປະເທດ ສປປ.ລາວ ໄດ້ກ່າວວ່າ ໃນກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຢ່າງບໍ່​ເປັນ​ທາງ​ການ ໃນວັນທີ 10 ພະຈິກ, ບັນດາລັດຖະມົນຕີ ໄດ້ຕີລາຄາການຈັດຕັ້ງປະຕິບັດບັນດາບຸລິມະສິດຂອງຫວຽດນາມ - ປະທານອາຊຽນໃນປີ 2020 ດ້ວຍຫົວຂໍ້ “ອາຊຽນ - ສະໜິດຕະພັນ ແລະ ເປັນເຈົ້າການຮັບມື” ເພື່ອຮັບມືກັບການລະບາດຂອງພະຍາດ COVID-19.

ທີ່ກອງປະຊຸມ, ບັນດາລັດຖະມົນຕີການຕ່າງປະເທດອາຊຽນ ໄດ້ແລກປ່ຽນກ່ຽວກັບຜົນປະໂຫຍດລວມໃນພາກພື້ນ ແລະ ໃນໂລກ; ປຶກສາຫາລື ແລະ ຕົກລົງກັນກ່ຽວກັບຫຼາຍບັນຫາ, ພ້ອມທັງວຽກງານພະລາທິການໃນການກະກຽມ ໃຫ້ແກ່ກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ.

ບັນດາລັດຖະມົນຕີ ໄດ້ສະແດງຄວາມເພິ່ງພໍໃຈຕໍ່ລະດັບຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດບັນດາບຸລິມະສິດຂອງປະເທດຫວຽດນາມ - ປະທານອາຊຽນໃນປີ 2020, ໃນນັ້ນມີການປ້ອງກັນ, ຕອບໂຕ້ ແລະ ແກ້ໄຂຕໍ່ການລະບາດຂອງພະຍາດ COVID-19.

ພາຍຫຼັງ ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ບໍ່ເປັນທາງການ, ທ່ານຟ້າມບິ່ງມິນ - ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ເປັນປະທານກອງປະຊຸມສະມັດຊາປະຊາຄົມການເມືອງ - ຄວາມໝັ້ນຄົງ ອາຊຽນ ຄັ້ງທີ 22. ກອງປະຊຸມດັ່ງກ່າວ ເພື່ອແນໃສ່ຈຸດປະສົງພິຈາລະນາບັນດາບົດລາຍງານຂອງບັນດາເສົາຄ້ຳ: ການເມືອງ - ຄວາມໝັ້ນຄົງ, ວັດທະນະທຳ - ສັງຄົມ, ເສດຖະກິດ, ຄວາມຄືບໜ້າໃນການສ້າງປະຊາຄົມ ອາຊຽນ; ພິຈາລະນາຄວາມຄືບໜ້າບັນດາຂໍ້ລິເລີ່ມກໍຄືບຸລິມະສິດຂອງ ຫວຽດນາມ ນັບແຕ່ຕົ້ນປີມານີ້.

ຕາມແຈ້ງການ, ກໍ່ໃນວັນທີ 10 ພະຈິກນີ້, ບັນດາລັດຖະມົນຕີການຕ່າງປະເທດອາຊຽນ ໄດ້ມີກອງປະຊຸມສະພາປະຊາຄົມການເມືອງ - ຄວາມໝັ້ນຄົງອາຊຽນຄັ້ງທີ 22 ແລະ ສະພາປະສານງານອາຊຽນຄັ້ງທີ 28.

ບົດຂຽນຍັງໄດ້ລະບຸອີກວ່າ: ພາຍຫຼັງການເຂົ້າຮ່ວມກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 28, ທ່ານລັດຖະມົນຕີການຕ່າງປະເທດລາວ ສະເຫຼີມໄຊ ກົມມະສິດ ຍັງໄດ້ເຂົ້າຮ່ວມພິທີເຊັນເອກະສານເພື່ອໃຫ້ປະເທດໂຄລົມເບຍ, ກູບາ ແລະ ອາຟຣິກາໃຕ້ ໄດ້ເຂົ້າຮ່ວມສົນທິສັນຍາມິດຕະພາບ ແລະ ຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້ (TAC).

ໜ ງສ ພ ມປະເທດລາວ ໄດ ລ ງບ ດຂຽນກ ຽວກ ບຄວາມກ າວໜ າ ໃນການເຊ ອມເຂ າກ ນຊ ມຊ ນອາຊຽນ ຫວຽດນາມກະກຽມໃຫ້ກອງປະຊຸມສຸດຍອດອາຊຽນ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງໃຫ້​ເປັນ​ຢ່າງ​ດີ

ຍ​ສ​ໝ - ບັນດາປະເທດພວມສົ່ງເສີມບັນດາລະບຽບການຢູ່ພາຍໃນເພື່ອສາມາດລົງນາມໃນວັນທີ 15 ພະຈິກຈະມາເຖິງ. ກ່ຽວກັບການພົວພັນລະຫວ່າງອາຊຽນ ແລະ ອາເມລິກາ ໃນສະພາບການທີ່ປະເທດອາເມລິກາ ຫາກໍ່ສິ້ນສຸດການເລືອກຕັ້ງປະທານາທິບໍດີ, ທ່ານຮອງລັດຖະມົນຕີ ຫງວຽນກ໊ວກຢຸງ ໃຫ້ຮູ້ວ່າ, ອາຊຽນ ຍາມໃດກໍ່ຊົມເຊີຍເລື່ອງ ອາເມລິກາ ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ.

ໜ ງສ ພ ມປະເທດລາວ ໄດ ລ ງບ ດຂຽນກ ຽວກ ບຄວາມກ າວໜ າ ໃນການເຊ ອມເຂ າກ ນຊ ມຊ ນອາຊຽນ ຫວຽດນາມ ຈະຊຸກຍູ້ການຮ່ວມມືລະຫວ່າງລັດເຊຍ-ອາຊຽນ

ຍ​ສ​ໝ - ໃນບົດຂຽນ “ບົດບາດ ແລະ ທີ່ຕັ້ງຂອງຫວຽດນາມ ໃນການຮ່ວມມືລະຫວ່າງລັດເຊຍ - ອາຊຽນ”, ທ່ານປະລິນຍາເອກ Ekaterina Koldunova ຖືວ່າ, ເມື່ອຫວຽດນາມ ຮັບດຳລົງຕຳແໜ່ງປະທານອາຊຽນ ໃນປີ 2020 ອາດຈະປະກົດມີບັນດາຂົງເຂດຮ່ວມມືລະຫວ່າງລັດເຊຍ ແລະ ອາຊຽນ.

ໜ ງສ ພ ມປະເທດລາວ ໄດ ລ ງບ ດຂຽນກ ຽວກ ບຄວາມກ າວໜ າ ໃນການເຊ ອມເຂ າກ ນຊ ມຊ ນອາຊຽນ ກອງປະຊຸມ ສຸດຍອດ ອາຊຽນ ຄັ້ງທີ 37 ​ເປັນໂອກາດ ເພື່ອໃຫ້ອາຊຽນ ຕີລາຄາ ໂດຍສັງເຂບ ບັນດາໝາກຜົນ ຂອງບັນ ດາຄູ່ຮ່ວມມື ແລະ ວາງອອກ ບັນດາການກຳນົດທິດ ບຸລິມະສິດ ໃຫ້ແກ່ໄ

ຍສໝ - ໃນວັນທີ 9 ພະຈິກ, ຢູ່ຮ່າໂນ້ຍ, ໄດ້ເກີດຂຶ້ນກອງປະຊຸມຈັດກຽມ ເຈົ້າໜ້າທີ່ອາວຸໂສອາຊຽນ; ກອງປະຊຸມຄັ້ງທີ 5 ຂອງກຸ່ມປະຕິບັດງານລະຫວ່າງຂະແໜງການ ຂອງສະພາປະສານງານອາຊຽນ ກ່ຽວກັບການຮັບມືສຳຫຼັບສະພາວະການສຸກເສີນດ້ານສາທາລະນະສຸກ…

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.