ຍສໝ - ບັນດາແບບເຮືອນມີເສົາໄມ້, ໂຄງຮ່າງສາມຫ້ອງກາງ ແລະ ສອງຫ້ອງຂ້າງ ພ້ອມກັບຫຼັງຄາມຸງດິນຂໍ ສອງຊັ້ນ, ອ້ອມຮອບດ້ວຍຮົ້ົ້ວຫີນທີ່ເຮັດຢ່າງພິຖີພິຖັນ... ໄດ້ສ້າງຄວາມປະທັບໃຈກັບນັກທ່ອງທ່ຽວເມື່ອມາຢ້ຽມຢາມໝູ່ບ້ານວັດທະນະທຳການທ່ອງທ່ຽວຊຸມຊົນຊົນເຜົ່າມົ້ງ ຢູ່ບ້ານ ປ່າວີຮ້າ, ຕາແສງ ປ່າວີ, ເມືອງແມ່ວວາກ, ແຂວງ ຮ່າຢາງ. ນີ້ແມ່ນພື້ນທີ່ມີລັກສະນະສະເພາະດ້ານວັດທະນະທຳຂອງຊາວເຜົ່າມົ້ງ, ພ້ອມກັນນັ້ນ ກໍແມ່ນຮູບແບບໜູນຊ່ວຍໃຫ້ຊາວເຜົ່າສ່ວນໜ້ອຍຢູ່ທີ່ນີ້ ເພື່ອລົບລ້າງຄວາມຫີິວ, ຫຼຸດຜ່ອນຄວາມທຸກຍາກ.
ຍສໝ - ກອງປະຊຸມໄດ້ຮັບຟັງບົດລາຍງານ, ປຶກສາຫາລື ແລະ ປະກອບຄຳຄິດຄຳເຫັນກ່ຽວກັບໝາກຜົນກອງປະຊຸມບັນດາອົງການທ່ອງທ່ຽວແຫ່ງຊາດ ອາຊຽນ; ໝາກຜົນການຈັດຕັ້ງປະຕິບັດແຜນການຍຸດທະສາດການທ່ອງທ່ຽວ ອາຊຽນ 2016 – 2025; ລາຍງານບັນດາບັນຫາທີ່ກ່ຽວຂ້ອງເຖິງອົງການຈັດຕັ້ງສາກົນ, ຄູ່ຮ່ວມມືອື່ນໆ.
ຍສໝ - ຕາມບົດລາຍງານສະບັບນີ້, ຂະແໜງການບິນ ຂອງ ຫວຽດນາມ ໄດ້ມີການຟື້ນຟູທີ່ເປັນໜ້າປະທັບໃຈ ພາຍຫຼັງຜ່ອນຜັນຂໍ້ຈຳກັດກ່ຽວກັບການທ່ອງທ່ຽວຍ້ອນພະຍາດໂຄວິດ - 19 ທັງຢູ່ພາຍໃນ ແລະ ຕ່າງປະເທດ.
ຍສໝ - ວັນທີ 16 ມັງກອນ, ທີ່ຮ່າໂນ້ຍ, Vietnam Airlines ແລະ Sentosa Development Corporation (SDC) ສິງກະໂປ ໄດ້ເຊັນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືໄລຍະປີ 2024-2025 ຢ່າງເປັນທາງການ.
ຍສໝ - ກ່ອນວັນເປີດງານຢ່າງເປັນທາງການ ເພື່ອຕ້ອນຮັບນັກທ່ອງທ່ຽວ, ສູນການເຄື່ອນໄຫວວັດທະນະທຳ ແລະ ວິທະຍາສາດວັດທະນະທຳ - ກວກຕືຢ໋າມ ໄດ້ດຳເນີນລາຍການປະສົບການກາງຄືນຂອງວັນໝຽວ - ກວັກຕືຢາມ ໃນຕອນຄ່ຳວັນທີ 29 ຕຸລາ.
ຍສໝ - ຕອນບ່າຍວັນທີ 16 ຕຸລາ, ພະແນກການທ່ອງທ່ຽວຮ່າໂນ້ຍ ໄດ້ສົມທົບກັບສະຫະພັນແມ່ຍິງ ຮ່າໂນ້ຍ ຈັດການຖະແຫຼງຂ່າວ ກ່ຽວກັບວັນບຸນຊຸດເສື້ອຍາວການທ່ອງທ່ຽວຮ່າໂນ້ຍ 2023. ວັນບຸນຈະໄດ້ດຳເນີນໃນລະຫວ່າງວັນທີ 27 – 29 ຕຸລາ, ຢູ່ຖະໜົນຍ່າງ ຢູ່ໜອງຮວ່ານກຽມ ແລະ ເຂດໃກ້ຄຽງ.
ຍສໝ - ຄາດວ່າແຜນການສົ່ງເສີມການທ່ອງທ່ຽວປີ 2024 ໂດຍອົງການທ່ອງທ່ຽວແຫ່ງຊາດຫວຽດນາມ ໄດ້ກ່າວເຖິງງານວາງສະແດງ, ໂຄງການສຳຫຼວດ ແລະ ແນະນຳການທ່ອງທ່ຽວຢູ່ຕະຫຼາດສາກົນ.
ຍສໝ - ໃນ 8 ເດືອນຕົ້ນປີ 2023, ນັກທ່ອງທ່ຽວສາກົນເຂົ້າປະເທດພວກເຮົາບັນລຸກວ່າ 7,8 ລ້ານເທື່ອຄົນ, ເກືອບຮອດເປົ້າໝາຍທັງປີ 2023. ການເລັ່ງລັດບັນດາຂະແໜງທ່ອງທ່ຽວທັງໝົດໃນຊຸມເດືອນມໍ່ໆມານີ້ໄດ້ເລີ່ມມີປະສິດທິຜົນຢ່າງຕັ້ງໜ້າ.
ຍສໝ - ເພື່ອໃຫ້ການທ່ອງທ່ຽວ ກ໋ວາງບິ່ງ ຟື້ນຟູໃນປີ 2022, ທາງແຂວງກໍ່ຍູ້ແຮງວຽກງານໂຄສະນາເຜີຍແຜ່ການທ່ອງທ່ຽວແຂວງ ກ໋ວາງບິ່ງ ໄປຍັງບັນດາຕະຫຼາດພາຍໃນປະເທດ ແລະ ສາກົນ ດ້ວຍຫຼາຍຮູບແບບ, ມີເນື້ອໃນອຸດົມສົມບູນ, ເປັນສະເພາະຕາມແຕ່ລະລຳດັບຂອງການຕະຫຼາດ ດ້ວຍຫົວຂໍ້ “ກ໋ວາງບິ່ງ - ສະຖານທີ່ທ່ອງທ່ຽວທຳມະຊາດ, ປອດໄພ ແລະ ມີຄວາມແຕກຕ່າງ”.
ຍສໝ - ທ່ານ ຫງວຽນວັນກ໋ວາງ, ເລຂາຄະນະພັກນະຄອນ ດ່ານັ້ງ ໄດ້ສະແດງຄວາມຫວັງຢາກເພີ່ມທະວີການຮ່ວມມືລົງທຶນ ແລະ ການທ່ອງທ່ຽວລະຫວ່າງ ດ່ານັ້ງ ແລະ ບັນດາທ້ອງຖິ່ນຂອງມາເລເຊຍ.
ຍສໝ - ງານຕະຫຼາດນັດມີການເຂົ້າຮ່ວມຂອງຮ້ານວາງສະແດງຂາຍສິນຄ້າ 300 ຮ້ານ ຂອງ 150 ວິສາຫະກິດທີ່ມາຈາກບັນາດແຂວງ, ນະຄອນໃນທົ່ວປະເທດ
ຍສໝ - ໂດຍຕັ້ງຢູ່ຫ່າງໄກຈາກຫາດຊາຍທີ່ມີຊື່ສຽງ, ບັນດານະຄອນໃຫຍ່ ແລະ ບັນດາມໍລະດົກໂລກ, ຊາປາ ແມ່ນເທດສະບານເຂດພູສູງທີ່ສະຫງົບສຸກ ຢູ່ແຂວງ ລາວກາຍ, ທາງທິດຕາເວັນຕົກສ່ຽງເໜືອຂອງ ຫວຽດນາມ.
ຍສໝ - ວັນທີ 06 ພຶດສະພາ, ຢູ່ນະຄອນຫຼວງ ພະນົມເປັນ, ປະເທດ ຈຳປູເຈຍ, ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫງວຽນວັນຮຸ່ງ ໄດ້ມີການພົບປະ, ເຮັດວຽກ ແລະ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ ກ່ຽວກັບການຮ່ວມມືດ້ານການທ່ອງທ່ຽວ ຫວຽດນາມ - ກຳປູເຈຍ ກັບທ່ານລັດຖະມົນຕີກະຊວງທ່ອງທ່ຽວ ກຳປູເຈຍ ທ່ານ Thong Khon.
ຍສໝ - ຢູ່ແຂວງ ຈ່າວິງ, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງ ໃຫ້ຮູ້ວ່າ ໃນຊຸມວັນຜ່ານມາ ແຕ່ວັນທີ 29 ເມສາ ຫາວັນທີ 3 ພຶດສະພາ, ຈຳນວນແຂກທ່ອງທ່ຽວມາ ຈາວິງ ກໍເພີ່ມຂຶ້ນຢ່າງແຮງ, ດ້ວຍ 85.000 ເທື່ອຄົນ (ເພີ່ມຂຶ້ນ 50.000 ເທື່ອຄົນ ເມື່ອທຽບໃສ່ປີກາຍ) ແລະ ສ້າງລາຍຮັບລວມທັງໝົດກວ່າ 46 ຕື້ດົ່ງ (ເກືອບ 2 ລ້ານ USD).
ຍສໝ - ທ່ານນາງ ເຈືອງທິຮົ່ງແຮ໊ງ, ຫົວໜ້າພະແນກການທ່ອງທ່ຽວນະຄອນດ່ານັ້ງ ໃຫ້ຮູ້ວ່າ ໂຄງການ “Enjoy Da Nang 2023” ຈະໄດ້ຮັບການປະຕິບັດດ້ວຍຮູບແບບໃໝ່, ຕອບສະໜອງຄວາມຕ້ອງການ, ຄວາມນິຍົມ ແລະ ທ່າອ່ຽງຂອງບັນດາປະເທດໃນປັດຈຸບັນ.
ຍສໝ - ວາລະສານ Forbes ເຊີດຊູລາວ ມີສະເໜ່ກ່ຽວກັບບັນດາສະຖານທີ່ວັດທະນະທຳ, ການລົງພຶດຕິກຳກາງແຈ້ງ ແລະ ຄວາມມີສະເໜ່ເໜືອການເວລາ” ສ່ວນຫຼາຍຍັງຮັກສາໄດ້ຄວາມປະຖົມປະຖານ ບໍ່ຖືກຜົນສະທ້ອນຈາກການຫັນເປັນການຄ້າ
ຍສໝ - ຄະນະກຳມະການປະຊາຊົນແຂວງໄດ້ສ້າງຕັ້ງຄະນະຈັດຕັ້ງພິທີບູຊາເຈົ້າຊີວິດຮຸ່ງ ແລະ ສັບປະດາວັດທະນະທຳ - ທ່ອງທ່ຽວເຂດດິນແດນບັນພະບຸລຸດ ປີ 2023 ໂດຍທ່ານ ໂຮ່ດ້າຍຢຸງ, ຮອງປະທານຄະນະກຳມະການປະຊາຊົນແຂວງເປັນຫົວໜ້າຄະນະ. ປັດຈຸບັນບັນດາຫົວໜ່ວຍພວມຕັ້ງໜ້າຜັນຂະຫຍາຍບັນດາໜ້າທີ່ຕາມແຜນການທີ່ວາງອອກ.
ຍສໝ - ກອງປະຊຸມໄດ້ດຳເນີນໄປພາຍຫຼັງ 1 ປີທີ່ ຫວຽດນາມ ໄດ້ເປີດປະຕູການທ່ອງທ່ຽວຄືນໃໝ່ (ວັນທີ 15/03/2022). ເຂົ້າຮ່ວມມີທ່ານຮອງນາຍົກລັດຖະມົນຕີ ເຈີ່ນຮົ່ງຮ່າ, ການນຳບັນດາກະຊວງ, ຂະແໜງການ, 63 ແຂວງ, ນະຄອນ, ສະມາຄົມການທ່ອງທ່ຽວ, ວິສາຫະກິດ ແລະ ບໍລິສັດການບິນ. Hội nghị diễn ra sau đúng 1 năm Việt Nam mở cửa du lịch trở lại (15/3/2022). Cùng dự có Phó Thủ tướng Trần Hồng Hà, lãnh đạo các bộ, ngành, 63 tỉnh, thành phố và các hiệp hội, doanh nghiệp về du lịch, các hãng hàng không.
ຍສໝ - ເຂົ້າຮ່ວມກອງປະຊຸມມີທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ; ບັນດາລັດຖະມົນຕີ, ຫົວໜ້າບັນດາກະຊວງ, ອົງການທຽບເທົ່າກະຊວງ, ອົງການຂຶ້ນກັບລັດຖະບານ; ປະທານຄະນະກຳມະການປະຊາຊົນແຂວງ, ນະຄອນ; ຜູ້ຕາງໜ້າບັນດາອົງການຈັດຕັ້ງ, ສະມາຄົມ, ວິສາຫະກິດລົງທຶນທຸລະກິດທ່ອງທ່ຽວ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງ; ຜູ້ຊ່ຽວຊານດ້ານເສດຖະກິດ.
ຍສໝ - ໂດຍໄດ້ຮັບການຕີລາຄາຢ່າງຕັ້ງໜ້າຈາກແຂກທ່ອງທ່ຽວ, ດ້ວຍຄະແນນສະເລ່ຍແຕ່ 4,5/5, ຫາດຊາຍໝີເຄ (ດ່ານັງ, ຫວຽດນາມ) ໄດ້ນອນໃນ Top 10 ຫາດຊາຍງາມທີ່ສຸດຢູ່ອາຊີ ປີ 2023 ຕາມການປະກາດຂອງ Tripadvisor , ເວັບໄຊແຖວໜ້າກ່ຽວກັບການໂປຼແກຼມການທ່ອງທ່ຽວ.