ການ​ທ່ອງ​ທ່ຽວ​ມາ​ນະ​ພະ​ຍາ​ຍາມ​ເລັ່ງ​ລັດ, ນັກ​ທ່ອງ​ທ່ຽວ​ສາ​ກົນ​ທີ່​ມາ​ຢ້ຽມ​ຢາມ​ຫວຽດ​ນາມ​ໃກ້​ຈະ​ບັນ​ລຸ​ເປົ້າ​ໝາຍ​ທັງ​ປີ 2023

00:00 | 01/09/2023

ຍສໝ - ໃນ 8 ເດືອນ​ຕົ້ນ​ປີ 2023, ນັກ​ທ່ອງ​ທ່ຽວ​ສາກົນ​ເຂົ້າ​ປະ​ເທດ​ພວກ​ເຮົາ​ບັນລຸ​ກວ່າ 7,8 ລ້ານ​ເທື່ອ​ຄົນ, ເກືອບ​ຮອດ​ເປົ້າ​ໝາຍ​ທັງ​ປີ 2023. ການ​ເລັ່ງລັດ​ບັນດາ​ຂະ​ແໜງ​ທ່ອງ​ທ່ຽວ​ທັງ​ໝົດ​ໃນ​ຊຸມ​ເດືອນ​ມໍ່ໆ​ມາ​ນີ້​ໄດ້​ເລີ່​ມມີ​ປະສິດທິ​ຜົນ​ຢ່າງ​ຕັ້ງໜ້າ.

ແຂວງດ່າ​ນັ້ງ ຍູ້​ແຮງ​ການ​ຮ່ວມ​ມື​ລົງ​ທຶນ, ການ​ທ່ອງ​ທ່ຽວ​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ ມາ​ເລ​ເຊຍ ແຂວງດ່າ​ນັ້ງ ຍູ້​ແຮງ​ການ​ຮ່ວມ​ມື​ລົງ​ທຶນ, ການ​ທ່ອງ​ທ່ຽວ​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ ມາ​ເລ​ເຊຍ
​ຮ້ານ​ວາງ​ສະ​ແດງ​ສິນ​ຄ້າ ຈຳນວນ 300 ຮ້​ານ​ຢູ່​ງານ​ຕະຫຼາດ​ນັດ​ສາ​ກົນ​ການ​ຄ້າ, ການ​ທ່ອງ​ທ່ຽວ ແລະ ກາ​ນ​ລົງ​ທຶນ​ແລວ ​ເສດ​ຖະ​ກິດ​ຕ​າ​ເວັນ​ອອກ​ຕາ​ເວັນ​ຕົກ ດ່າ​ນັ້ງ 2023 ​ຮ້ານ​ວາງ​ສະ​ແດງ​ສິນ​ຄ້າ ຈຳນວນ 300 ຮ້​ານ​ຢູ່​ງານ​ຕະຫຼາດ​ນັດ​ສາ​ກົນ​ການ​ຄ້າ, ການ​ທ່ອງ​ທ່ຽວ ແລະ ກາ​ນ​ລົງ​ທຶນ​ແລວ ​ເສດ​ຖະ​ກິດ​ຕ​າ​ເວັນ​ອອກ​ຕາ​ເວັນ​ຕົກ ດ່າ​ນັ້ງ 2023

ນັກທ່ອງທ່ຽວສາກົນບັນລຸເປົ້າໝາຍຕະຫຼອດປີ 2023

ບົດ​ລາຍ​ງານ​ສະ​ຖາ​ນະ​ການ​ເສດ​ຖະ​ກິດ-ສັງ​ຄົມ​ຂອງ​ກົມ​ສະ​ຖິ​ຕິ​ທົ່ວ​ໄປ​ໃນ​ວັນ​ທີ 29/8 ສະ​ແດງ​ໃຫ້​ເຫັນ​ວ່າ, ນັກ​ທ່ອງ​ທ່ຽວ​ສາ​ກົນ​ມາ​ຫວຽດ​ນາມ​ໃນ​ເດືອນ 8/2023 ບັນ​ລຸ 1,2 ລ້ານ​ເທື່ອ​ຄົນ. ​ໃນ 8 ເດືອນ​ຂອງ​ປີ 2023, ນັກ​ທ່ອງ​ທ່ຽວ​ສາກົນ​ເຂົ້າ​ປະ​ເທດ​ເຮົາ​ຈະ​ບັນລຸ 7,8 ລ້ານ​ເທື່ອ​ຄົນ, ປະມານ 97,5% ຂອງ​ຄາດໝາຍ​ຕ້ອນຮັບ​ແຂກ​ສາກົນ​ຂອງ​ປີ.

ສະ​ເພາະ​ໃນ​ເດືອນ 8/2023, ຫວຽດນາມ ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ສາກົນ 1.217.421 ຄົນ, ​ເພີ່ມ​ຂຶ້ນ 117.2% ​ເມື່ອ​ທຽບ​ໃສ່​ເດືອນ 7/2023, ​ໃນ 8 ​ເດືອນ​ຕົ້ນ​ປີ 2023, ຫວຽດນາມ ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ສາກົນ 7.830.953 ຄົນ, ​ເພີ່ມ​ຂຶ້ນ 543.5% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ. ໃນປີ 2022. ແນວໃດກໍ່ຕາມ, ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019 ກ່ອນການລະບາດຂອງພະຍາດໂຄວິດ-19, ຈໍານວນນັກທ່ອງທ່ຽວຕ່າງປະເທດເຂົ້າມາໃໝ່ແມ່ນເທົ່າກັບ 69.2%.

ການ​ທ່ອງ​ທ່ຽວ​ມາ​ນະ​ພະ​ຍາ​ຍາມ​ເລັ່ງ​ລັດ, ນັກ​ທ່ອງ​ທ່ຽວ​ສາ​ກົນ​ທີ່​ມາ​ຢ້ຽມ​ຢາມ​ຫວຽດ​ນາມ​ໃກ້​ຈະ​ບັນ​ລຸ​ເປົ້າ​ໝາຍ​ທັງ​ປີ 2023

ປັດຈຸບັນທົ່ວຂະແໜງທ່ອງທ່ຽວ ພວມມານະພະຍາຍາມຍູ້ໄວການຟື້ນຟູ, ເພີ່ມຄວາມໄວໃນການພັດທະນາການທ່ອງທ່ຽວຢ່າງມີປະສິດທິຜົນ, ຍືນຍົງ. ພິເສດ, ນັບແຕ່ວັນທີ 15 ສິງຫາ, ກົດໝາຍວ່າດ້ວຍດ້ານການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້າຍການເຂົ້າອອກເມືອງຂອງພົນລະເມືອງຫວຽດນາມ ແລະກົດໝາຍວ່າດ້້ວຍການເຂົ້າອອກເມືອງ, ຜ່ານແດນ, ພັກອາໄສຂອງຊາວຕ່າງປະເທດ ອາໄສຢູ່ຫວຽດນາມ ດ້ວຍການປ່ຽນແປງທີ່ສຳຄັນຫຼາຍຢ່າງກ່ຽວກັບນະໂຍບາຍວີຊາ ແລະ ໄລຍະເວລາພັກອາໄສຂອງຊາວຕ່າງປະເທດ ທີ່ອາໄສຢູ່ ຫວຽດນາມ ໄດ້ມີຜົນສັກສິດຢ່າງເປັນທາງການ.

ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ ຫວຽດນາມ (ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ) ພ້ອມ​ກັບ​ບັນດາ​ນັກ​ຊ່ຽວຊານ​ທ່ອງ​ທ່ຽວ​ລ້ວນ​ແຕ່​ໃຫ້​ຄຳ​ເຫັນ​ວ່າ: ບັນດາ​ການ​ຜັນ​ແປ​ໃນ​ແງ່​ດີ​ນີ້ ຈະ​ຊ່ວຍ​ເພີ່ມ​ທະວີ​ກຳລັງ​ແກ່ງ​ແຍ້​ງຂອງ​ການທ່ອງທ່ຽວ ຫວຽດນາມ ກັບ​ບັນດາ​ຈຸດໝາຍ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ, ຊ່ວຍ​ຍູ້​ແຮງ​ການ​ທ່ອງ​ທ່ຽວ ຫວຽດນາມ ຢ່າງ​ແຂງ​ແຮງ. .

ການ​ປ່ຽນ​ແປງ​ຢ່າງ​ເສລີ​ໃນ​ຂະ​ບວນການ​ວີ​ຊາ​ເພີ່ມ​ຂຶ້ນ ​ແລະ ​ເພີ່ມ​ທະວີ​ໄລຍະ​ພັກ​ເຊົາ​ຂອງ​ຊາວ​ຕ່າງປະ​ເທດ​ເຂົ້າ​ຫວຽດນາມ ​ແມ່ນ​ສັນຍານ​ທີ່​ດີ​ໃຫ້​ແກ່​ການທ່ອງທ່ຽວ​ໃນ​ສະພາບ​ການ​ຕ້ອນຮັບ​ແຂກ​ສາກົນ​ທີ່​ຈະ​ມາ​ເຖິງ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.