ຫວຽດ​ນາມ ​ຕ້ອນ​ຮັບ​ຈຳ​ນວນ​ແຂກ​ທ່ອງ​ທ່ຽວທີ່​ເພີ່ມ​ຂຶ້ນ​ສູງ ໃນ​​ຊ່ວງ​ເວ​ລາ​ວັນ​ພັກ​ການ 30 ເມ​ສາ, ວັນ​ທີ 1 ພຶດ​ສະ​ພາ

08:30 | 05/05/2023

ຍ​ສ​ໝ - ຢູ່ແຂວງ ຈ່າວິງ, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງ ໃຫ້ຮູ້ວ່າ ໃນຊຸມວັນຜ່ານມາ ແຕ່ວັນທີ 29 ເມສາ ຫາວັນທີ 3 ພຶດສະພາ, ຈຳນວນແຂກທ່ອງທ່ຽວມາ ຈາວິງ ກໍເພີ່ມຂຶ້ນຢ່າງແຮງ, ດ້ວຍ 85.000 ເທື່ອຄົນ (ເພີ່ມຂຶ້ນ 50.000 ເທື່ອຄົນ ເມື່ອທຽບໃສ່ປີກາຍ) ແລະ ສ້າງລາຍຮັບລວມທັງໝົດກວ່າ 46 ຕື້ດົ່ງ (ເກືອບ 2 ລ້ານ USD).

ຫວຽດ​ນາມ: ລາຍ​ຮັບ​ຈາກ​ຂະ​ແຫນງ​ທ່ອງ​ທ່ຽວ​ບັນ​ລຸ​ກ່​ວາ 8 ຕື້ USD ຫວຽດ​ນາມ: ລາຍ​ຮັບ​ຈາກ​ຂະ​ແຫນງ​ທ່ອງ​ທ່ຽວ​ບັນ​ລຸ​ກ່​ວາ 8 ຕື້ USD
ທ່ານ​ພົນ​ໂທ ຮ່​ວາງຊວັນ​ຈຽນ ໃຫ້​ການ​ຕ້ອນ​ຮັບ ທ່ານທີ່ປຶກສາຝ່າຍ​ທະຫານລາວ ປະ​ຈຳ ຫວຽດ​ນາມ ທ່ານ​ພົນ​ໂທ ຮ່​ວາງຊວັນ​ຈຽນ ໃຫ້​ການ​ຕ້ອນ​ຮັບ ທ່ານທີ່ປຶກສາຝ່າຍ​ທະຫານລາວ ປະ​ຈຳ ຫວຽດ​ນາມ
ຫວຽດ​ນາມ ​ຕ້ອນ​ຮັບ​ຈຳ​ນວນ​ແຂກ​ທ່ອງ​ທ່ຽວທີ່​ເພີ່ມ​ຂຶ້ນ​ສູງ ໃນ​​ຊ່ວງ​ເວ​ລາ​ວັນ​ພັກ​ການ 30 ເມ​ສາ, ວັນ​ທີ 1 ພຶດ​ສະ​ພາ
​ຫໍ​ພິ​ພິ​ທະ​ພັນ​ວັດ​ທະ​ນະ​ທຳ ຊົນ​ເຜົ່າ​ຂະ​ແມ ຢູ່​ຈ່າ​ວິງ (ພາ​ບ: dulichtravinh.com.vn)

ແຫຼ່ງຂ່າວຈາກພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງ ລາຍເຈົາ ໃຫ້ຮູ້ວ່າ: ໃນໂອກາດວັນພັກ ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ), ວັນກຳມະກອນສາກົນ (1 ພຶດສະພາ) ຜ່ານມາ, ແຂວງ ລາຍເຈົາ ໄດ້ຕ້ອນຮັບນັກທ່ອງທ່ຽວກວ່າ 40.000 ເທື່ອຄົນ, ເຊິ່ງເພີ່ມຂຶ້ນທົບ 2 ເທົ່າ ເມື່ອທຽບໃສ່ ໄລຍະດຽວກັນຂອງປີກາຍ, ໃນນັ້ນ ແຂກທ່ອງທ່ຽວສາກົນ ມີກວ່າ 1.300 ເທື່ອຄົນ. ທ່ານ ເຈິ່ນກວາງຄາງ, ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ລາຍເຈົາ ໃຫ້ຮູ້ວ່າ:

“ປີນີ້, ແຂກທ່ອງທ່ຽວ ບໍ່ພຽງແຕ່ເພີ່ມຂຶ້ນກ່ຽວກັບດ້ານຈຳນວນເທົ່ານັ້ນ, ຫາກແຂກທ່ອງທ່ຽວສ່ວນຫຼາຍແມ່ນມາຈາກຕະຫຼາດ ເຊິ່ງແຂວງ ລາຍເຈົາ ໄດ້ວາງອອກກ່ອນນັ້ນ. ບັນດາຜະລິດຕະພັນທ່ອງທ່ຽວ ທີ່ເປັນທ່າແຮງຂອງແຂວງນັ້ນ ກໍສ້າງຄວາມຈັບອົກຈັບໃຈແຂກທ່ອງທ່ຽວ. ຜ່ານນັ້ນ, ຢັ້ງຢືນໃຫ້ເຫັນວ່າ ທາງແຂວງ ມີກຳນົດທິດພັດທະນາການທ່ອງທ່ຽວທີ່ເໝາະສົມ. ພວກຂ້າພະເຈົ້າຈະສືບຕໍ່ໜູນຊ່ວຍບັນດາຮາກຖານດຳເນີນທຸລະກິດ ແລະ ສະໜອງການບໍລິການທ່ອງທ່ຽວ ຍົກສູງຄຸນນະພາບ, ໂຄສະຍາເຜີຍແຜ່ ເພື່ອສົ່ງເສີມການທ່ອງທ່ຽວຂອງແຂວງ ສູ່ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ສາກົນ”.

ຢູ່ແຂວງ ຈ່າວິງ, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງ ໃຫ້ຮູ້ວ່າ ໃນຊຸມວັນຜ່ານມາ ແຕ່ວັນທີ 29 ເມສາ ຫາວັນທີ 3 ພຶດສະພາ, ຈຳນວນແຂກທ່ອງທ່ຽວມາ ຈາວິງ ກໍເພີ່ມຂຶ້ນຢ່າງແຮງ, ດ້ວຍ 85.000 ເທື່ອຄົນ (ເພີ່ມຂຶ້ນ 50.000 ເທື່ອຄົນ ເມື່ອທຽບໃສ່ປີກາຍ) ແລະ ສ້າງລາຍຮັບລວມທັງໝົດກວ່າ 46 ຕື້ດົ່ງ (ເກືອບ 2 ລ້ານ USD).

ນອກ​ຈາກ​ການ​ຢ້ຽມ​ຊົມ​ຫໍ​ພິ​ພິ​ທະ​ພັນ​ວັດ​ທະ​ນະ​ທຳ ຊົນ​ເຜົ່າ​ຂະ​ແມ, ແຂກ​ທ່ອງ​ທ່ຽວ​ຍັງ​ໄດ້​ຮັບ​ຊົມ​ການ​ວາງ​ສະ​ແດງ "ກົນ​ດາວ - ຈາ​ວິງ ເຊື່ອມ​ຕໍ່​ວັດ​ທະ​ນະ​ທຳ​ ແລະ ການ​ທ່ອງ​ທ່ຽວ", ໄດ້​ຮັບ​ການ​ຕົວ​ບິນ ລົມ ທີ່​ໃຫຍ່ຫຼວງ​ຂອງ​ໂຄງ​ການ​ຜະ​ລິດ​ໄຟ​ຟ້າ​ແຮງ​ລົມ 5 ແຫ່ງ​ດ້ວຍ​ສະ​ມັດ​ຕະ​ພາບ 322 MW. ໄປ​ຄຽງ​ຄູ່​ກັນ​ນັ້ນ, ຫໍ​ບູ​ຊາ​ປະ​ທານ​ໂຮ່​ຈີ​ມິນ, ເຂດ​ທ່ອງ​ທ່ຽວ​ທຳ​ມະ​ຊາດ ຮ່​ວຽນ​ຄາ, ເຂດ​ທິດ​ທັດ​ທຳ​ມະ​ຊາດ​ລະ​ດັບ​ຊາດ ອາວ​ບ່າ​ອອມ, ສະ​ຖານ​ທີ່​ທ່ອງ​ທ່ຽວ​ວົງ​ຄະ​ນະ​ຍາດ ກົນ​ຈິມ ກໍ່​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ແຂກ​ທ່ອງ​ທ່ຽວ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.