ສາຍ​ການ​ບິນ​ຫວຽດ​ນາມ ຮ່ວມ​ມື​ຊຸກ​ຍູ້​ການ​ທ່ອງ​ທ່ຽວ​ລະ​ຫວ່າງ ຫວຽດ​ນາມ ແລະ ສິງ​ກະ​ໂປ

20:15 | 17/01/2024

ຍສໝ - ວັນທີ 16 ມັງກອນ, ທີ່ຮ່າໂນ້ຍ, Vietnam Airlines ແລະ Sentosa Development Corporation (SDC) ສິງກະໂປ ໄດ້ເຊັນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືໄລຍະປີ 2024-2025 ຢ່າງເປັນທາງການ.

ຮອງປະທານສະພາແຫ່ງຊາດລາວ: ໂຮງຮຽນມດຕະພາບ78 ປະ​ຕິ​ບັດ​ພາລະກຳ​ເຜີຍ​ແຜ່​ສາຍ​ພົວ​ພັນ​ແບບ​ພິ​ເສດ​ ຫວຽດ​ນາມ - ລາວ ເຖິງ​ລຸ້ນ​ໜຸ່ມໄດ້​ເປັນ​ຢ່າງ​ດີ ຮອງປະທານສະພາແຫ່ງຊາດລາວ: ໂຮງຮຽນມດຕະພາບ78 ປະ​ຕິ​ບັດ​ພາລະກຳ​ເຜີຍ​ແຜ່​ສາຍ​ພົວ​ພັນ​ແບບ​ພິ​ເສດ​ ຫວຽດ​ນາມ - ລາວ ເຖິງ​ລຸ້ນ​ໜຸ່ມໄດ້​ເປັນ​ຢ່າງ​ດີ
ເພີ່ມ​ທະ​ວີ​ການພົວ​ພັນ​​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ຮັດ​ແໜ້ນ​ສາຍ​ພົວພັນ​ມິດ​ຕະ​ພາບ ລະ​ຫວ່າງ​ ໄວ​ໜຸ່ມ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ ເພີ່ມ​ທະ​ວີ​ການພົວ​ພັນ​​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ຮັດ​ແໜ້ນ​ສາຍ​ພົວພັນ​ມິດ​ຕະ​ພາບ ລະ​ຫວ່າງ​ ໄວ​ໜຸ່ມ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ

ການຮ່ວມມືດ້ວຍຄວາມຫວັງວ່າຈະນຳມາເຊິ່ງຜົນປະໂຫຍດສູງສຸດໃຫ້ແກ່ລູກຄ້າ, ກໍ່ຄືປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ ລະຫວ່າງ ຫວຽດນາມ ແລະ ສິງກະໂປ. Vietnam Airlines ແລະ SDC ຈະພ້ອມກັນສ້າງບັນດາຜະລິດຕະພັນດ້ານການທ່ອງທ່ຽວ, ໂປໂມຊັ່ນຕ່າງໆ ເພື່ອໂຄສະນາໃຫ້ ເຊັນໂຕຊ່າ ປຽບເໝືອນສະຖານທີ່ທ່ອງທ່ຽວແຖວໜ້າ ແລະ ດຶງດູດຜູ້ໂດຍສານຂອງ Vietnam Airlines ໄປເກາະ ເຊັນໂຕຊ່າ, ສິງກະໂປ. ພ້ອມດຽວກັນນັ້ນ, ສອງຝ່າຍຈະປະສານສົມທົບກັນໃນບັນດາລາຍການໂຄສະນາສະຖານທີ່ທ່ອງທ່ຽວ ເຊັນໂຕຊ່າ ແລະ ບັນດາຜະລິດຕະພັນ, ການບໍລິການຂອງ Vietnam Airlines.

ສາຍ​ການ​ບິນ​ຫວຽດ​ນາມ ຮ່ວມ​ມື​ຊຸກ​ຍູ້​ການ​ທ່ອງ​ທ່ຽວ​ລະ​ຫວ່າງ ຫວຽດ​ນາມ ແລະ ສິງ​ກະ​ໂປ

Vietnam Airlines ແລະ Sentosa Development Corporation (SDC) ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມື

ໃນໂອກາດນີ້, ສອງຝ່າຍຕົກລົງຮ່ວມມືສ້າງໂປໂມຊັ່ນໃຫ້ສະເພາະຜູ້ໂດຍສານຂອງ Vietnam Airlines ເມື່ອບິນໄປ ສິງກະໂປ.

Vietnam Airlines ປັດຈຸບັນພວມດຳເນີນຖ້ຽວບິນຕົງໄປຍັງ ສິງກະໂປ ຈາກ ນະຄອນໂຮ່ຈິມິນ ແລະ ຮ່າໂນ້ຍ, ດ້ວຍ 28 ຖ້ຽວຕໍ່ອາທິດ.

ທ່ານ ດັ້ງ​ແອງ​ຕວນ, ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່​ບໍ​ລິ​ສັດ​ການ​ບິນ​ຫວຽດ​ນາມ ຖື​ວ່າ: ການ​ຮ່ວມ​ມື​ຈະ​ຊຸກ​ຍູ້​ກຳ​ລັງ​ແຮງ​ຂອງ​ບໍ​ລິ​ສັດ​ການ​ບິນ​ຫວຽດ​ນາມ ແລະ ບໍ​ລິ​ສັດ​ພັດ​ທະ​ນາ Sentosa. ຜ່ານ​ນັ້ນ, ພວກ​ຂ້າພະ​ເຈົ້າ​ບໍ່​ພຽງ​ແຕ່​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດອັນ​ພົ້ນ​ເດັ່ນ​ໃຫ້​ຜູ້​ໂດຍສານ​ທີ່​ເດີນທາງ​ລະຫວ່າງ ຫວຽດນາມ ​ແລະ ສິງກະ​ໂປ​ເທົ່າ​ນັ້ນ, ຫາກ​ຍັງ​ຊຸກຍູ້​ບົດບາດ​ເປັນ​ສາຍ​ການບິນ​ແຫ່ງ​ຊາດ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ແລກປ່ຽນ​ເສດຖະກິດ, ການ​ຄ້າ ​ແລະ ວັດທະນະທຳ​ລະຫວ່າງ 2 ປະ​ເທດ. ການ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມື​ກໍ່​ແມ່ນ​ພື້ນຖານ​ອັນ​ໜັກ​ແໜ້ນ​ເພື່ອ​ໃຫ້​ສອງ​ປະ​ເທດ​ກ້າວ​ໄປ​ສູ່​ການ​ຮ່ວມ​ມື​ຢ່າງ​ກວ້າງຂວາງ​ກວ່າ​ອີກ​ໃນ​ອະນາຄົດ”.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.