ສື່ມວນ​ຊົນ​ສາ​ກົນ​ໄດ້ຈັດ ຊາ​ປາ ​ນອນ​ໃນ​ກຸ່ມ 50 ເທດ​ສະ​ບານ​ນ້ອຍທີ່​ງາມ​ທີ່​ສຸດ​ໃນ​ໂລກ

10:25 | 11/05/2023

ຍ​ສ​ໝ - ໂດຍຕັ້ງຢູ່​ຫ່າງ​ໄກ​ຈາກ​ຫາ​ດ​ຊາຍ​ທີ່​ມີ​ຊື່​ສຽງ, ບັນ​ດາ​ນະ​ຄອນ​ໃຫຍ່ ແລະ ບັນ​ດາ​ມໍ​ລະ​ດົກ​ໂລກ, ຊາ​ປາ ແມ່ນ​ເທດ​ສະ​ບານ​ເຂດ​ພູ​ສູງ​ທີ່​ສະ​ຫງົບ​ສຸກ ​ຢູ່​ແຂວງ ລາວ​ກາຍ, ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ​ຂອງ ຫວຽດ​ນາມ.

ງານບຸນເສື້ອຍາວ​ເດັກ​ນ້ອຍ​ຫວຽດ​ນາມ ປີ 2022 ງານບຸນເສື້ອຍາວ​ເດັກ​ນ້ອຍ​ຫວຽດ​ນາມ ປີ 2022
ປົກ​ປ້ອງ​ເດັກ​ນ້ອຍ​ຕໍ່​ໜ້າ​ໄພ​ທຳ​ມະ​ຊາດ, ໂລກ​ລະ​ບາດ ປົກ​ປ້ອງ​ເດັກ​ນ້ອຍ​ຕໍ່​ໜ້າ​ໄພ​ທຳ​ມະ​ຊາດ, ໂລກ​ລະ​ບາດ
ສື່ມວນ​ຊົນ​ສາ​ກົນ​ໄດ້ຈັດ ຊາ​ປາ ​ນອນ​ໃນ​ກຸ່ມ 50 ເທດ​ສະ​ບານ​ນ້ອຍທີ່​ງາມ​ທີ່​ສຸດ​ໃນ​ໂລກ
ພາບ​ປະ​ກອບ: ກົມ​ໃຫຍ່​ການ​ທ່ອງ​ທ່ຽວ

ວາ​ລະ​ສານ​ການ​ທ່ອງ​ທ່ຽວ Condé Nast Traveler ຫວ່າງ​ມໍ່ໆ​ມາ​ນີ້ ໄດ້ມີການຄັດ​ເລືອກ​ 50 ເທດ​ສະ​ບານ​ນ້ອຍ​ທີ່ງາມ​ທີ່​ສຸດ​ໃນ​ໂລກ, ໃນ​ນັ້ນ​ມີ​ເທດ​ສະ​ບານ ຊາ​ປາ ຂອງ ຫວຽດ​ນາມ ຍ້ອນມີ​ຄວາມ​ດຶງ​ດູດ​ໃຈ ແລະ ​ສະ​ເໜ່​ສະ​ເພາະ​ສຳ​ລັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ.

ໂດຍຕັ້ງຢູ່​ຫ່າງ​ໄກ​ຈາກ​ຫາ​ດ​ຊາຍ​ທີ່​ມີ​ຊື່​ສຽງ, ບັນ​ດາ​ນະ​ຄອນ​ໃຫຍ່ ແລະ ບັນ​ດາ​ມໍ​ລະ​ດົກ​ໂລກ, ຊາ​ປາ ແມ່ນ​ເທດ​ສະ​ບານ​ເຂດ​ພູ​ສູງ​ທີ່​ສະ​ຫງົບ​ສຸກ ​ຢູ່​ແຂວງ ລາວ​ກາຍ, ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ​ຂອງ ຫວຽດ​ນາມ.

ຕ​າມ Condé Nast Traveler ແລ້ວ, ຊາ​ປາ ​ແມ່ນ​ສະ​ຖານ​ທີ່​ທີ່​ມີ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ໃຫຍ່​ໂຕ​ມະ​ໂຫ​ຖານ, ບັນ​ດາ​ນາ​ຂັ້ນ​ໄດ​ທີ່ກວ້າງ​ໃຫຍ່​ໄພ​ສານ, ນ້ຳ​ຕົກ​ຕາດ ແລະ ເສັ້ນ​ທາງ​ທີ່​ສວຍ​ງາມ. ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ສວຍ​ງາມ​ຢູ່​ອ້ອມ​ແອ້ມ​ເທດ​ສະ​ບານ ພວມ​ລໍ​ຖ້າ​ແຂກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​.

ໄປ​ຄຽງ​ຄູ່​ກັບການ​ຮັບ​ຊົມ​ທຳ​ມະ​ຊາດ​ທີ່​ສວຍ​ສົດ​ງົດ​ງາມ, ແຂກ​ທ່ອງ​ທ່ຽວ​ອາດ​ຈະ​ແບ່ງ​ເວ​ລາ​ເພື່ອ​ຄົ້ນ​ຫາ​ບັນ​ດາ​ສະ​ຖານ​ທີ່​ດຶງ​ດູດໃຈ​ທີ່​ບໍ່ອາດ​ພາດ​ໄດ້ ເມື່ອ​ມາ​ ຊາ​ປາ ​ຄື: check-in ຢູ່​ຫໍ​ບູ​ຊາ​ຫີນ ​ຊາ​ປາ, ຊື້​ເຄື່ອງ​ຢູ່​ເຂດ​ຕະຫຼາດ​ຊາ​ປາ, ຄົ້ນ​ຫາ​ກ່ຽວ​ກັບ​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນຢູ່ທີ່ນີ້ ຫຼື ໄປ​ຊົມ​ວິວ​ຢູ່​ເທດ​ສະ​ບານ...

ບຸນ​ຄົງ

ເຫດການ
302 Found

Found

The document has moved here.