ລາວ ໄດ້​ຮັບ​ການ​ຕີ​ລາ​ຄາ​ແມ່ນ​ປະ​ເທດທີ່​ມີ​ຄວາມ​ສະ​ເໝ່​ທີ່​ສຸດ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ ຈາກວາ​ລະ​ສານ Forbes

09:28 | 06/04/2023

ຍ​ສ​ໝ - ວາ​ລະ​ສານ Forbes ເຊີດ​ຊູ​ລາວ ​ມີ​​ສະ​ເໜ່​ກ່ຽວ​ກັບ​ບັນ​ດາ​ສະ​ຖານ​ທີ່​ວັດ​ທະ​ນະ​ທຳ, ການ​ລົງ​ພຶດ​ຕິ​ກຳກາງແຈ້ງ ແລະ ​ຄວາມມີສະ​ເໜ່​​ເໜືອການ​ເວ​ລາ” ​ສ່ວນຫຼາຍຍັງຮັກ​ສາ​ໄດ້​ຄວາມປະຖົມປະຖານ​ ບໍ່​ຖືກ​ຜົນ​ສະ​ທ້ອນ​ຈາກ​ການ​ຫັນ​ເປັນ​ການ​ຄ້າ

ມະ​ຫາ​ວິ​ທະ​ຍາ​ໄລ​ທິດ​ຕາ​ເວັນ​ອອກ Naples (​ອີ​ຕາ​ລີ) ໄດ້​ເລືອກ​ເອົາ​ພາ​ສາ ຫວຽດ​ ແມ່ນ​ພາ​ສາ​ຮຽນ​ທາງ​ການ ມະ​ຫາ​ວິ​ທະ​ຍາ​ໄລ​ທິດ​ຕາ​ເວັນ​ອອກ Naples (​ອີ​ຕາ​ລີ) ໄດ້​ເລືອກ​ເອົາ​ພາ​ສາ ຫວຽດ​ ແມ່ນ​ພາ​ສາ​ຮຽນ​ທາງ​ການ
Valentine ແມ່ນ​ໂອ​ກາດ​ເພື່ອ​ສະ​ແດງ​ຄວາມ​ຮັກ​ຕໍ່​ເມຍ ທີ່​ມີ​ບ້ານ​ເກີດ​ຫ່າງ​ຈາກ ຫວຽດ​ນາມ ກ່​ວາ 8000 ກີ​ໂລ​ແມັດ Valentine ແມ່ນ​ໂອ​ກາດ​ເພື່ອ​ສະ​ແດງ​ຄວາມ​ຮັກ​ຕໍ່​ເມຍ ທີ່​ມີ​ບ້ານ​ເກີດ​ຫ່າງ​ຈາກ ຫວຽດ​ນາມ ກ່​ວາ 8000 ກີ​ໂລ​ແມັດ
ພາບ​ປະ​ກອບ: baohatinh.vn
ພາບ​ປະ​ກອບ: baohatinh.vn

ຕາມວາ​ລະ​ສານ Forbes (ວາ​ລະ​ສານ​ທີ່​ມີ​ຊື່​ສຽງ​ຂອງ​ອາ​ເມ​ລິ​ກາ) ແລ້ວ, ເຖິງ​ວ່າ ລາວ​ບໍ່​ມີ​ທະ​ເລ ແຕ່​ປະ​ເທດ​ນີ້​ຍັງ​ມີ​ທິວ​ທັດ​ທຳ​ມະ​ຊາດ​ພູ​ຜາ​ປ່າ​ໄມ້​ທີ່​ໃຫຍ່​ໂຕ​ມະ​ໂຫ​ຖານ, ສວຍ​ງາມ​ທີ່​ສຸດ, ເຂດ​ທົ່ງ​ນາ​ທີ່​ອຸ​ດົມ​ສົມ​ບູນ​ມັ່ງ​ຄັ່ງ ແລະ ແມ່​ນ້ຳ​ຂອງ​ທີ່​ໂຣ​ແມນ​ຕິກ​ໄຫຼ່​ຜ່ານ, ພ້ອມ​ກັບ​ລະ​ບົບ​ນ້ຳ​ຕົກ​ຕາດ​ທາງ​ພາກ​ໃຕ້​ຂອງ​ປະ​ເທດ, ເຮັດ​ໃຫ້​ປະ​ເທດ​ລາວ​ກາຍ​ເປັນ​ປະ​ເທດທີ່​ມີ​​ສະ​ເໜ່​ທີ່​ສຸດ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້.

ວາ​ລະ​ສານ Forbes ເຊີດ​ຊູ​ລາວ ​ມີ​​ສະ​ເໜ່​ກ່ຽວ​ກັບ​ບັນ​ດາ​ສະ​ຖານ​ທີ່​ວັດ​ທະ​ນະ​ທຳ, ການ​ລົງ​ພຶດ​ຕິ​ກຳກາງແຈ້ງ ແລະ ​ຄວາມມີສະ​ເໜ່​​ເໜືອການ​ເວ​ລາ” ​ສ່ວນຫຼາຍຍັງຮັກ​ສາ​ໄດ້​ຄວາມປະຖົມປະຖານ​ ບໍ່​ຖືກ​ຜົນ​ສະ​ທ້ອນ​ຈາກ​ການ​ຫັນ​ເປັນ​ການ​ຄ້າ.

ບົດ​ຂ​ຽນ​ໄດ້​ເຕື້ອງ​ເຖິງ​ເມືອງ​ເກົ່າຫຼວງ​ພະ​ບາງ, ມໍ​ລະ​ດົກ​ໂລກ ໂດຍ UNESCO ຮັບ​ຮອງ​ເອົາ​ແຕ່​ປີ 1995 ເຊິ່ງ​ແມ່ນເມັດມະນີ​​ອັນ​ລ້ຳ​ຄ່າ​ຂອງ​ອາ​ຊີ​ຕ​າ​ເວັນ​ອອກ​ສ່ຽງ​ໃຕ້. ນະ​ຄອນ​ແຫ່ງ​ມໍ​ລະ​ດົກ​ນີ້​ຍັງ​ຮັກ​ສາ​ມໍ​ລະ​ດົກຫຼາຍ​ຢ່າງ ພ້ອມ​ກັບ​ຮີດ​ຄອງ​ປະ​ເພ​ນີ​ທີ່​ອຸ​ດົມ​ສົມ​ບູນ, ພາບ​​ຂອງ​ຄູ​ບາ ໄປບິນພະບາດໃນແຕ່ລະເຊົ້າ ພ້ອມ​ກັບ​ການທີ່​ປະ​ຊາ​ຊົນ​ທ້ອງ​ຖິ່ນຕັກບິນດ້ວຍເຂົ້າ​ໜຽວ, ເຂົ້າ​ໜົມ, ສ້າງເປັນ​ຄວາມ​ດຶງ​ດູດ​ໃຈ​ໃຫ້​ແກ່​ແຂກ​ທ່ອງ​ທ່ຽວ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.