ປະສົບການການເດີນທາງລາຍ​ການ​ທ່ອງ​ທ່ຽວ ວັນ​ໝຽວ - ກວັກ​ຕື​ຢາມ ຍາມ​ຄ່ຳ​ຄືນ

01:41 | 31/10/2023

ຍສໝ - ກ່ອນ​ວັນ​ເປີດ​ງານ​ຢ່າງ​ເປັນ​ທາງ​ການ ​ເພື່ອ​ຕ້ອນຮັບນັກທ່ອງທ່ຽວ, ສູນ​ການ​ເຄື່ອນ​ໄຫວ​ວັດທະນະ​ທຳ ​ແລະ ວິ​ທະ​ຍາ​ສາດ​ວັດ​ທະ​ນະ​ທຳ - ກວກ​ຕື​ຢ໋າມ ​ໄດ້​ດຳ​ເນີນ​ລາຍການ​ປະສົບ​ການ​ກາງຄືນ​ຂອງວັນ​ໝຽວ - ກວັກ​ຕື​ຢາມ ​ໃນ​ຕອນ​ຄ່ຳ​ວັນ​ທີ 29 ຕຸລາ.

ອົງ​ການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຫວຽດ​ນາມ​ວາງ​ແຜນ​ການ​ໂຄ​ສະ​ນາ​ປີ 2024 ອົງ​ການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຫວຽດ​ນາມ​ວາງ​ແຜນ​ການ​ໂຄ​ສະ​ນາ​ປີ 2024
ການ​ທ່ອງ​ທ່ຽວ​ມາ​ນະ​ພະ​ຍາ​ຍາມ​ເລັ່ງ​ລັດ, ນັກ​ທ່ອງ​ທ່ຽວ​ສາ​ກົນ​ທີ່​ມາ​ຢ້ຽມ​ຢາມ​ຫວຽດ​ນາມ​ໃກ້​ຈະ​ບັນ​ລຸ​ເປົ້າ​ໝາຍ​ທັງ​ປີ 2023 ການ​ທ່ອງ​ທ່ຽວ​ມາ​ນະ​ພະ​ຍາ​ຍາມ​ເລັ່ງ​ລັດ, ນັກ​ທ່ອງ​ທ່ຽວ​ສາ​ກົນ​ທີ່​ມາ​ຢ້ຽມ​ຢາມ​ຫວຽດ​ນາມ​ໃກ້​ຈະ​ບັນ​ລຸ​ເປົ້າ​ໝາຍ​ທັງ​ປີ 2023
ປະສົບການການເດີນທາງລາຍ​ການ​ທ່ອງ​ທ່ຽວ ວັນ​ໝຽວ - ກວັກ​ຕື​ຢາມ ຍາມ​ຄ່ຳ​ຄືນ
ປະສົບການການເດີນທາງລາຍ​ການ​ທ່ອງ​ທ່ຽວ ວັນ​ໝຽວ - ກວັກ​ຕື​ຢາມ ຍາມ​ຄ່ຳ​ຄືນ

ຕອນຄ່ຳວັນທີ 29 ຕຸລາ, ຢູ່ຮ່າໂນ້ຍ, ລາຍການທ່ອງທ່ຽວ ວັນໝຽວ - ກວັກຕືຢາມ ຍາມຄ່ຳຄືນ ດ້ວຍຫົວຂໍ້ “ສິ່ງຍອດຍິ່ງທາງດ້ານການຮຽນ” ໂດຍສູນການເຄື່ອນໄຫວວັດທະນະທຳ, ວິທະຍາສາດ ວັນໝຽວ - ກວັກຕືຢາມ ຈັດຕັ້ງ ໄດ້ເປີດຕົວຢ່າງເປັນທາງການ. ເມື່ອເຂົ້າຮ່ວມລາຍການທ່ອງທ່ຽວນີ້, ແຂກທ່ອງທ່ຽວຈະໄດ້ຄົ້ນຫາເຂດປູຊະນີຍະສະຖານໃນຕອນຄ່ຳ, ຊອກຮູ້ກ່ຽວກັບມູນເຊື້ອການຮຽນຂອງ ຫວຽດນາມ ຜ່ານບັນດາກິດຈະກຳ ທີ່ໝູນໃຊ້ເຕັກໂນໂລຢີ 3D Mapping ທີ່ເປັນເອກະລັກ. ຜ່ານນັ້ນ ກໍ່ຊ່ວຍໃຫ້ແຂກທ່ອງທ່ຽວຊອກຮູ້ກ່ຽວກັບມູນເຊື້ອເຄົາລົບນັບຖືຄູບາອາຈານ, ຖືເປັນສຳຄັນຕໍ່ກັບຜູ້ທີ່ມີຄວາມເກັ່ງກ້າສາມາດ, ກ່ຽວກັບປະຫວັດສາດແຫ່ງການສ້າງສາ ແລະ ພັດທະນາຂອງໂຮງຮຽນແຫ່ງທຳອິດຂອງ ຫວຽດນາມ ພາຍໃຕ້ສະໄໝລາຊາທິປະໄຕ. ນອກຈາກນັ້ນ, ແຂກທ່ອງທ່ຽວຍັງໄດ້ສຳຜັດກັບຜະລິດຕະພັນເຕັກໂນໂລຢີແວ່ນຕາສະເໝືອນຈິງ ແລະ ຮັບຊົມບັນດາລາຍການສະແດງສິລະປະພືິ້ນເມືອງອີກດ້ວຍ.

ປະສົບການການເດີນທາງລາຍ​ການ​ທ່ອງ​ທ່ຽວ ວັນ​ໝຽວ - ກວັກ​ຕື​ຢາມ ຍາມ​ຄ່ຳ​ຄືນ
ທ່ານ ເລ​ຊວນ​ກຽວ, ຫົວໜ້າ​ສູນກິດຈະກໍາວັດທະນະທໍາແລະວິທະຍາສາດ ວັນ​ໝຽວ - ກວັກ​ຕື​ຢາມ

“ອະນຸສາວະລີສະຖາປັດຕະຍະກຳ ແລະ ມໍລະດົກທຸກແຫ່ງກາຍເປັນທີ່ໜ້າປະທັບໃຈ ແລະ ຮຸ່ງເຫລື້ອມກວ່າປົກກະຕິ, ແຕ່ຍັງຄົງຮັກສາລັກສະນະອັນເລິກເຊິ່ງ ແລະ ລະອຽດອ່ອນຂອງເຂດມໍລະດົກທີ່ຖືວ່າເປັນໂຮງຮຽນແຫ່ງຊາດແຫ່ງທຳອິດຂອງຫວຽດນາມ. ທ່ານ ເລ​ຊວນ​ກຽວ, ຫົວໜ້າ​ສູນກິດຈະກໍາວັດທະນະທໍາແລະວິທະຍາສາດ ວັນ​ໝຽວ - ກວັກ​ຕື​ຢາມ ​ໃຫ້​ຮູ້​ວ່າ.

ເວລາເປີດປະຕູຮັບໃຊ້ລາຍການທ່ອງທ່ຽວດັ່ງກ່າວ ແມ່ນແຕ່ 19 ໂມງ ຫາເວລາ 22 ໂມງ 30 ນາທີ ຂອງມື້ວັນພຸດ, ວັນເສົາ ແລະ ວັນອາທິດ.

ເຫດການ
302 Found

Found

The document has moved here.