​ຮ້ານ​ວາງ​ສະ​ແດງ​ສິນ​ຄ້າ ຈຳນວນ 300 ຮ້​ານ​ຢູ່​ງານ​ຕະຫຼາດ​ນັດ​ສາ​ກົນ​ການ​ຄ້າ, ການ​ທ່ອງ​ທ່ຽວ ແລະ ກາ​ນ​ລົງ​ທຶນ​ແລວ ​ເສດ​ຖະ​ກິດ​ຕ​າ​ເວັນ​ອອກ​ຕາ​ເວັນ​ຕົກ ດ່າ​ນັ້ງ 2023

00:00 | 05/08/2023

ຍສໝ - ງານຕະຫຼາດນັດມີການເຂົ້າຮ່ວມຂອງຮ້ານວາງສະແດງຂາຍສິນຄ້າ 300 ຮ້ານ ຂອງ 150 ວິສາຫະກິດທີ່ມາຈາກບັນາດແຂວງ, ນະຄອນໃນທົ່ວປະເທດ

ຕອນຄ່ຳວັນທີ 3 ສິງຫາ, ຢູ່ສູນ ຕະຫຼາດນັດ ການວາງສະແດງ ດ່ານັ້ງ, ກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ການຄ້າ ໄດ້ສົມທົບກັບພະແນກອຸດສາຫະກຳ ການຄ້ານະຄອນດ່ານັ້ງ ໄຂງານຕະຫຼາດນັດສາກົນການຄ້າ - ການທ່ອງທ່ຽວ ແລະ ການລົງທຶນແລວເສດຖະກິດ ຕາເວັນອອກຕາເວັນຕົກ ດ່ານັ້ງ 2023.

​ຮ້ານ​ວາງ​ສະ​ແດງ​ສິນ​ຄ້າ ຈຳນວນ 300 ຮ້​ານ​ຢູ່​ງານ​ຕະຫຼາດ​ນັດ​ສາ​ກົນ​ການ​ຄ້າ, ການ​ທ່ອງ​ທ່ຽວ ແລະ ກາ​ນ​ລົງ​ທຶນ​ແລວ ​ເສດ​ຖະ​ກິດ​ຕ​າ​ເວັນ​ອອກ​ຕາ​ເວັນ​ຕົກ ດ່າ​ນັ້ງ 2023
ປະຊາຊົນມາຢ້ຽມຊົມ ແລະ ຊື້ສິນຄ້າຢູ່ ງານວາງສະແດງ (ພາບ: nhandan.vn)

ງານຕະຫຼາດນັດມີການເຂົ້າຮ່ວມຂອງຮ້ານວາງສະແດງຂາຍສິນຄ້າ 300 ຮ້ານ ຂອງ 150 ວິສາຫະກິດທີ່ມາຈາກບັນາດແຂວງ, ນະຄອນໃນທົ່ວປະເທດ, ຜູ້ຕາງໜ້າບາງປະເທດໃນແລວເສດຖະກິດຕາເວັນອອກຕາເວັນຕົກຄື: ລາວ, ໄທ. ງານຕະຫຼາດນັດຍັງມີການເຂົ້າຮ່ວມວາງສະແດງ, ແນະນຳຜະລິດຕະພັນຂອງບັນດາອົງການຕາງໜ້າທາງການທູດປະຈຳ ຫວຽດນາມ ແລະ ດ່ານັ້ງ ລວມມີສະຖານທູດບັນດາປະເທດ ຄື: ມຽນມາ, ຟີລິບປິນ, ການາດາ, ຮຸງກາຣີ, ອິນໂດເນເຊຍ, ສະຖານກົງສູນໃຫຍ່ ຈີນ ປະຈຳ ດ່ານັ້ງ, ສະຖານກົງສູນໃຫຍ່ ສ.ເກົາຫຼີປະຈຳ ດ່ານັ້ງ, ນະຄອນ Uiwang ຂອງ ສ.ເກົາຫຼີ ແລະ ວິສາຫະກິດ 10 ແຫ່ງມາຈາກໄທ.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.