ຫວຽດ​ນາມ ເຂົ້າ​ຮ່ວມ ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ທ່ອງ​ທ່ຽວ ອາ​ຊຽນ ຄັ້ງ​ທີ 27

09:46 | 25/01/2024

ຍສໝ - ກອງປະຊຸມໄດ້ຮັບຟັງບົດລາຍງານ, ປຶກສາຫາລື ແລະ ປະກອບຄຳຄິດຄຳເຫັນກ່ຽວກັບໝາກຜົນກອງປະຊຸມບັນດາອົງການທ່ອງທ່ຽວແຫ່ງຊາດ ອາຊຽນ; ໝາກຜົນການຈັດຕັ້ງປະຕິບັດແຜນການຍຸດທະສາດການທ່ອງທ່ຽວ ອາຊຽນ 2016 – 2025; ລາຍງານບັນດາບັນຫາທີ່ກ່ຽວຂ້ອງເຖິງອົງການຈັດຕັ້ງສາກົນ, ຄູ່ຮ່ວມມືອື່ນໆ.

ກອງ​ປະ​ຊຸມປຶກ​ສາ​ຫາ​ລື​ຂັ້ນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ - ລາວ ຄັ້ງ​ທີ 10 ກອງ​ປະ​ຊຸມປຶກ​ສາ​ຫາ​ລື​ຂັ້ນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ - ລາວ ຄັ້ງ​ທີ 10
ທ່ານ ຮ່າ​ກິມ​ງອກ​ ຮອງ​​ລັດ​ຖະ​ມົນ​ຕີ: ຫວຽດ​ນາມ ສືບ​ຕໍ່​ເສີມຂະຫຍາຍ “Soft power” ທ່ານ ຮ່າ​ກິມ​ງອກ​ ຮອງ​​ລັດ​ຖະ​ມົນ​ຕີ: ຫວຽດ​ນາມ ສືບ​ຕໍ່​ເສີມຂະຫຍາຍ “Soft power”

ກອງປະຊຸມໄດ້ຮັບຟັງບົດລາຍງານ, ປຶກສາຫາລື ແລະ ປະກອບຄຳຄິດຄຳເຫັນກ່ຽວກັບໝາກຜົນກອງປະຊຸມບັນດາອົງການທ່ອງທ່ຽວແຫ່ງຊາດ ອາຊຽນ; ໝາກຜົນການຈັດຕັ້ງປະຕິບັດແຜນການຍຸດທະສາດການທ່ອງທ່ຽວ ອາຊຽນ 2016 – 2025; ລາຍງານບັນດາບັນຫາທີ່ກ່ຽວຂ້ອງເຖິງອົງການຈັດຕັ້ງສາກົນ, ຄູ່ຮ່ວມມືອື່ນໆ.

ຄະນະຜູ້ແທນ ຫວຽດນາມ ໂດຍທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຫງວຽນວັນຮຸ່ງ ໄດ້ນຳພາຄະນະເຂົ້າຮ່ວມກອງປະຊຸມ. ກ່າວຄຳເຫັນນະທີ່ນີ້, ທ່ານລັດຖະມົນຕີ ຫງວຽນວັນຮຸ່ງ ຖືວ່າ ອາຊຽນ ແມ່ນພາກພື້ນທີ່ມີພື້ນຖານວັດທະນະທຳດົນນານ, ດ້ວຍງານບຸນຕ່າງໆທີ່ຫຼາກຫຼາຍສີສັນ. ເພື່ອຂຸດຄົ້ນໄດ້ປະສິດທິຜົນ ແລະ ສະແດງໄດ້ທ່າແຮງນີ້ໃຫ້ພົ້ນເດັ່ນນັ້ນ, ອາຊຽນ ສາມາດສົມທົບພ້ອມກັນໂຄສະນາຜະລິດຕະພັນການທ່ອງທ່ຽວ, ງານບຸນຕ່າງໆຢ່າງມີຈຸດສຸມກວ່າ, ແຕ່ລະປີ, ຄວນສຸມໃສ່ແນະນຳ ແລະ ຈັດຕັ້ງກິດຈະກຳສະເຫຼີມສະຫຼອງງານບຸນ ອາຊຽນ ຢູ່ບາງປະເທດສະມາຊິກຕາມຮູບແບບໝູນວຽນ. ທ່ານລັດຖະມົນຕີ ຫງວຽນວັນຮຸ່ງ ກໍສະເໜີໃຫ້ບັນດາປະເທດ ພ້ອມກັນສົ່ງເສີມ, ເພີ່ມທະວີການເຊື່ອມຈອດຄົມມະນາຄົມທາງການບິນ, ທາງບົກ, ທາງທະເລໃນພາກພື້ນ ແນໃສ່ຊຸກຍູ້ການທ່ອງທ່ຽວໃຫ້ລຸລ່ວງ ແລະ ສະດວກສະບາຍກວ່າ.

ຫວຽດ​ນາມ ເຂົ້າ​ຮ່ວມ ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ທ່ອງ​ທ່ຽວ ອາ​ຊຽນ ຄັ້ງ​ທີ 27

ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ທ່ອງ​ທ່ຽວ​ອາ​ຊຽນ+3 (ຈີນ, ສ​ເກົາ​ຫຼີ, ຍີ່​ປຸ່ນ) ໄດ້​ບັນ​ທຶກ 24 ກິດ​ຈະ​ກຳ​ກວມ 61,5% ຂອງ​ແຜນ​ງານ​ການ​ຮ່ວມ​ມື​ດ້ານ​ການ​ທ່ອງ​ທ່ຽວ​ອາ​ຊຽນ+3 (APT) ໄລ​ຍະ 2021-2025.

ກອງ​ປະຊຸມ​ໄດ້​ຮັບ​ຮູ້​ການ​ປະກອບສ່ວນ​ຢ່າງ​ບໍ່​ຢຸດ​ຢັ້ງ​ຂອງ​ຜູ້​ປະສານ​ງານ​ແຫ່ງ​ຊາດ​ໃນ​ການຈັດ​ຕັ້ງ​ປະຕິບັດ​ແຜນການ​ເຮັດ​ວຽກ ​ແລະ ຊຸກຍູ້​ໃຫ້​ອົງການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ອາ​ຊຽນ+3 ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ພັດທະນາ​ຊັບພະຍາກອນ​ມະນຸດ, ພັດທະນາ​ການທ່ອງທ່ຽວ​ແບບ​ຍືນ​ຍົງ, ການ​ຕະຫຼາດ ​ແລະ ການ​ຫັນປ່ຽນ​ຂະ​ແໜງ​ການທ່ອງທ່ຽວ​ດ້ວຍ​ເຕັກ​ໂນ​ໂລ​ຊີ​ດີ​ຈີ​ຕອນ. .

ກອງ​ປະຊຸມ​ຍັງ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ, ​ແຜນການ​ເຮັດ​ວຽກ APT ສະບັບ​ໃໝ່​ໄລຍະ​ຫຼັງ​ປີ 2025 ຈະ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ໃນ​ກອງ​ປະຊຸມ​ລັດຖະມົນຕີ​ທ່ອງ​ທ່ຽວ​ອາ​ຊຽນ+3 ຄັ້ງ​ທີ 25 ​ໃນ​ປີ 2026.

ພ້ອມ​ກັນ​ນັ້ນ, ມອບ​ໜ້າ​ທີ່​ໃຫ້​ອົງການ​ທ່ອງ​ທ່ຽວ​ແຫ່ງ​ຊາດ APT ຕີ​ລາຄາ​ການຈັດ​ຕັ້ງ​ປະຕິບັດ​ແຜນ​ວຽກ APT 2021-2025, ກຳນົດ​ທິດ​ບຸລິມະສິດ​ໄລຍະ​ຫຼັງ​ປີ 2025 ຕາມ​ແຜນ​ຍຸດ​ທະ​ສາດ​ການທ່ອງທ່ຽວ​ອາ​ຊຽນ (ATSP) ພາຍຫຼັງ​ປີ 2025…

ທີ່​ກອງ​ປະຊຸມ​ລັດຖະມົນຕີ​ການ​ທ່ອງ​ທ່ຽວ ອາ​ຊຽນ - ອິນ​ເດຍ, ບັນດາ​ຜູ້​ແທນ​ລ້ວນ​ແຕ່​ຮູ້ສຶກ​ດີ​ໃຈ​ທີ່​ວ່າ ອິນ​ເດຍ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຕະຫຼາດ​ສົ່ງ​ນັກ​ທ່ອງ​ທ່ຽວ​ທີ່​ເຕີບ​ໂຕ​ໄວ​ທີ່​ສຸດ​ໃນ​ພາກ​ພື້ນ. ​ໃນ​ປີ 2023, ນັກ​ທ່ອງ​ທ່ຽວ​ອິນ​ເດຍປະມານ 3,3 ລ້ານ​ເທື່ອ​ຄົນ​ຈະ​ມາ​ຢ້ຽມຢາມ​ອາ​ຊຽນ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.