ງານ​ບຸນເສື້ອ​ຍາວ​ການ​ທ່ອງ​ທ່ຽວ​ຮ່າ​ໂນ້ຍ 2023

12:46 | 18/10/2023

ຍສໝ - ຕອນບ່າຍວັນທີ 16 ຕຸລາ, ພະແນກການທ່ອງທ່ຽວຮ່າໂນ້ຍ ໄດ້ສົມທົບກັບສະຫະພັນແມ່ຍິງ ຮ່າໂນ້ຍ ຈັດການຖະແຫຼງຂ່າວ ກ່ຽວກັບວັນບຸນຊຸດເສື້ອຍາວການທ່ອງທ່ຽວຮ່າໂນ້ຍ 2023. ວັນບຸນຈະໄດ້ດຳເນີນໃນລະຫວ່າງວັນທີ 27 – 29 ຕຸລາ, ຢູ່ຖະໜົນຍ່າງ ຢູ່ໜອງຮວ່ານກຽມ ແລະ ເຂດໃກ້ຄຽງ.

ຊຸດເສື້ອຍາວ ຫວຽດນາມ ອວດອ້າງຄວາມງາມຢູ່ງານບຸນວັດທະນະທຳ Canberra ຄັ້ງທີ 25 ຊຸດເສື້ອຍາວ ຫວຽດນາມ ອວດອ້າງຄວາມງາມຢູ່ງານບຸນວັດທະນະທຳ Canberra ຄັ້ງທີ 25
ງານ​ບຸນ​ເສື້ອ​ຍາວ​ໄວ​ເດັກ​​ຫວຽດ​ນາມ-ມຸ່ງ​ໄປ​ສູ່​ເກົາ​ເຄົ້າ​ເຫງົ້າ​ກໍ ງານ​ບຸນ​ເສື້ອ​ຍາວ​ໄວ​ເດັກ​​ຫວຽດ​ນາມ-ມຸ່ງ​ໄປ​ສູ່​ເກົາ​ເຄົ້າ​ເຫງົ້າ​ກໍ

​ໂຄງການ​ທ່ອງ​ທ່ຽວ​ຮ່າ​ໂນ້ຍ Festival ເສື້ອ​ຍາວ 2023 ​ແມ່ນ​ການ​ເຄື່ອນ​ໄຫວ​ສືບ​ຕໍ່​ພັດທະນາ ​ແລະ ຊຸກຍູ້​ການທ່ອງທ່ຽວ​ຮ່າ​ໂນ້ຍ ຕິດ​ພັນ​ກັບ​ການ​ຊຸກຍູ້​ການທ່ອງທ່ຽວ ຫວຽດນາມ.

ງານ​ບຸນເສື້ອ​ຍາວ​ການ​ທ່ອງ​ທ່ຽວ​ຮ່າ​ໂນ້ຍ 2023

ງານ​ບຸນເສື້ອ​ຍາວ​ການ​ທ່ອງ​ທ່ຽວ​ຮ່າ​ໂນ້ຍ 2023

ໃນປີນີ້, ວັນບຸນໄດ້ດຶງດູດການເຂົ້າຮ່ວມຂອງນັກອອກແບບທີ່ມີຊື່ສຽງຫຼາຍທ່ານພ້ອມກັບບັນດາເຄື່ອງໝາຍການຄ້າຊຸດເສື້ອຍາວທີ່ມີຊື່ສຽງ. ມາທີ່ວັນບຸນຊຸດເສື້ອຍາວປີນີ້, ຊາວນະຄອນຫຼວງ ແລະ ແຂກທ່ອງທ່ຽວ ບໍ່ພຽງແຕ່ມີໂອກາດໄດ້ຮັບຊົມການວາງສະແດງຊຸດເສື້ອຍາວ, ການເດີນຂະບວນຊຸດເສື້ອ ເທົ່ານັ້ນ ຫາກຍັງໄດ້ເຊື່ອມຕົວກັບອາກາດຂອງລະດູໃບໄມ້ຫຼົ່ນທີ່ຟົດຟື້ນ, ເພີດເພີມກັບບັນຍາກາດບັນດາການສະແດງດົນຕີ - ສີລະປະ ທີ່ໄດ້ຮັບການຈັດຂຶ້ນຢ່າງພິຖີພິຖັນ. ທ່ານ ຫງວຽນຮົ່ງມິງ, ຮອງຫົວໜ້າພະແນກທ່ອງທ່ຽວຮ່າໂນ້ຍ ໃຫ້ຮູ້ວ່າ:

ເສື້ອຍາວໄດ້ຮັບການຊົມໃຊ້ຢ່າງກວ້າງຂວາງໃນດຳລົງຊີວິດ, ພິເສດແມ່ນສຳລັບການທ່ອງທ່ຽວ. ນັບແຕ່ທາງການບິນ ຈົນຮອດບັນດາຮາກຖານພັກອາໄສ ແລະ ບັນດາສະຖານທີ່ທ່ອງທ່ຽວ ຢູ່ໃສກໍ່ມີຮູບພາບຂອງຊຸດເສື້ອຍາວ. ເພາະສະນັ້ນ, ພວກຂ້າພະເຈົ້າເລືອກເອົາລາຍການສະແດງຊຸດເສື້ອຍາວການທ່ອງທ່ຽວ 2023 ເພື່ອແນໃສ່ດຶງດູດແຂກທ່ອງທ່ຽວມາຍັງຮ່າໂນ້ຍ ໃນຍາມລະດູໃບໄມ້ຫຼົ່ນ, ລະດູທີ່ສວຍງາມທີ່ສຸດຂອງ ຮ່າໂນ້ຍ. ຜ່ານນັ້ນກໍ່ສູ້ຊົນບັນລຸ ແລະ ລື່ນກາຍຄາດໝາຍເຊິ່ງພະແນກການທ່ອງທ່ຽວຮ່າໂນ້ຍ ວາງອອກໃນປີນີ້ແມ່ນດຶງດູດແຂກທ່ອງທ່ຽວ 23 ລ້ານເທື່ອຄົນ, ໃນນັ້ນ ແຂກພາຍໃນແມ່ນ 19 ລ້ານເທື່ອຄົນ ແລະ ແຂກສາກົນແມ່ນ 4 ລ້ານເທື່ອຄົນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.