ແຂກ​ທ່ອງ​ທ່ຽວໄດ້​ເລືອກ​ເອົາ​ຫາດ​ຊາຍ ໝີ​ເຄ ຂອງ ຫວຽດ​ນາມ ເຂົ້າ​ໃນ Top ຫາດ​ຊາຍ​ງາມ​ທີ່​ສຸດ​ ອາ​ຊີ

05:00 | 07/03/2023

ຍ​ສ​ໝ - ໂດຍ​ໄດ້​ຮັບ​ການ​ຕີ​ລາ​ຄາ​ຢ່າງ​ຕັ້ງ​ໜ້າ​ຈາກ​ແຂກ​ທ່ອງ​ທ່ຽວ, ດ້ວຍ​ຄະ​ແນ​ນ​ສະ​ເລ່ຍ​ແຕ່ 4,5/5, ຫາດ​ຊາຍ​ໝີ​ເຄ (ດ່າ​ນັງ, ຫວຽດ​ນາມ) ໄດ້​ນອນ​ໃນ Top 10 ຫາ​ດ​ຊາຍ​ງາມ​ທີ່​ສຸດ​ຢູ່​ອາ​ຊີ​ ​ປີ 2023 ຕາມ​ການ​ປະ​ກາດ​ຂອງ Tripadvisor , ເວັບ​ໄຊ​ແຖວ​ໜ້າ​ກ່ຽວ​ກັບ​ການ​ໂປຼແກຼມ​ການ​ທ່ອງ​ທ່ຽວ.

ຊຸກ​ຍູ້​ການ​ລົງ​ທຶນ, ການ​ທ່ອງ​ທ່ຽວ ແລະ ການ​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ​ລະ​ຫວ່າງ ຫວຽດ​ນາມ ແລະ ແຂ​ວງ ໜອງ​ບົວ ລຳ​ພູ (ໄທ) ຊຸກ​ຍູ້​ການ​ລົງ​ທຶນ, ການ​ທ່ອງ​ທ່ຽວ ແລະ ການ​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ​ລະ​ຫວ່າງ ຫວຽດ​ນາມ ແລະ ແຂ​ວງ ໜອງ​ບົວ ລຳ​ພູ (ໄທ)
ຫວຽດ​ນາມ ແລະ ຍີ່​ປຸ່ນ ຍູ້​ແຮງ​ບັນ​ດາ​ການ​ເຄຶ່ອນ​ໄຫວ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ນະ​ຄອນ​ໂຮ່​ຈີ​ມິນ ຫວຽດ​ນາມ ແລະ ຍີ່​ປຸ່ນ ຍູ້​ແຮງ​ບັນ​ດາ​ການ​ເຄຶ່ອນ​ໄຫວ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ນະ​ຄອນ​ໂຮ່​ຈີ​ມິນ
ແຂກ​ທ່ອງ​ທ່ຽວໄດ້​ເລືອກ​ເອົາ​ຫາດ​ຊາຍ ໝີ​ເຄ ຂອງ ຫວຽດ​ນາມ ເຂົ້າ​ໃນ Top ຫາດ​ຊາຍ​ງາມ​ທີ່​ສຸດ​ ອາ​ຊີ
ພາບ​ປະ​ກອບ

ຫາດ​ຊາຍ​ໝີ​ເຄ ​ຂຶ້ນ​ກັບ​ຕາແສງ​ເຟືອກ​ມີ, ເມືອງ​ເຊີນ​ຈ່າ​, ນະ​ຄອນ ດ່າ​ນັງ ມີ​ລວມ​ຍາວ​ປະ​ມານ 900 ແມັດ. ຫາດ​ຊາຍ​ມີ​ຊາຍ​ຂາວທີ່ຍາວຢຽດ, ແດດ​ເຫຼືອງ, ທະ​ເລ​ຂຽວ, ນ້ຳ​​ອຸ່ນ​ຕະຫຼອດ​ປີ ພ້ອມ​ກັບ​ຕົ້ນ​ໝາກ​ພ້າວ​ທີ່​ໂຣ​ແມນ​ຕິກ​ຢູ່​​ອ້ອມແອ້ມ. ແຂກ​ທ່ອງ​ທ່ຽວ​ສາມາດອາບ​ນ້ຳ​ທະ​ເລໄດ້​ເກືອບ​ຕະຫຼອດ​ປີ, ແຕ່​ເໝາະ​ສົມ​ທີ່​ສຸດ​ແມ່ນ​ລະ​ດູ​ແລ້ງ, ແຕ່​ເດືອນ​ເມ​ສາ​ ຫາ​ເດືອນ​ກັນ​ຍາ.

ທີ່ຫາດ​ຊາຍ​​ຍັງ​ພັດ​ທະ​ນາ​ບັນ​ດາ​ຮູບ​ແບບ​ຄື: ຕຶກ​ປາ, ສະກີນ້ຳ, ລ່ອງ​ເຮືອ​ຊົມ​ວິວ…ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງ​ການ​ຂອງ​ແຂກ​ທ່ອງ​ທ່ຽວ.

ຕາມ Tripadvisor ແລ້ວ, ບັນ​ຊີ​ລາຍຊື່​ອີງ​ຕາມ​ການ​ຄັດ​ເລືອກ​ຂອງ​ຜູ້​ອ່ານ, ນັກ​ຊ່ຽວ​ຊານ​ໃນ​ທົ່ວ​ໂລກ ໃນ 12 ເດືອນ​. ບັນ​ດາ​ປັດ​ໄຈ ໂດຍ​ຄະ​ນະ​ຈັດ​ຕັ້ງ​ວາງ​ອອກ​ນັ້ນ​ແມ່ນ ຕ້ອງ​ໄດ້​ເອົາ​ລົງ​ໃນ Tripadvisor ຢ່າງ​ໜ້ອຍ​ສຸດ 1 ປີ, ມີ​ຈຳ​ນວນການ​ເລືອກ​​ໃຫ້ຄະແນນສູງ​ທີ່​ສຸດ.

ໝີ​ເຄໄດ້​ຮັບ​ການ​ຕີລາຄາ​ເປັນ​ສະ​ຖາ​ນ​ທີ່​ສຸດຍອດ ດ້ວຍການກົດເລືອກ 1.273 ເທື່ອ ແລະ ສະ​ຖານ​ທີ່​ດີທີ່ສຸດ 876 ເທື່ອ. ແຂກ​ທ່ອງ​ທ່ຽວ​ອາ​ເມ​ລິ​ກາ​ຄົນ​ໜຶ່ງ​ຕີ​ລາ​ຄ​າ​ກ່ຽວ​ກັບ​ຫາດ​ຊາຍໝີ​ເຄ ​ໃນ Tripadvisor ວ່າ: ໝີ​ເຄ​ແມ່ນ​ຫາດ​ຊາຍ​ງາມ​ທີ່​ສຸດ​ຢູ່ ດ່າ​ນັງ. ມີຫຼາຍ​ສະ​ຖານ​ທີ່​ພັກ​ຕາມ​​ຖະ​ໜົນ​ຫົນທາງ. ຫາດ​ຊາຍ​ຍາມ​ໃດ​ກໍ່​ມີ​ພະ​ນັກ​ງານ​ກູ້​ໄພ​ກູ້​ຊີບ​ຕິດ​ຕາມຢ່າງໃກ້ຊິດ. ທິວ​ທັດ​ທຳ​ມະ​ຊາດ​ຢູ່​ຊາຍ​ແດນ​ແມ່ນ​ສວຍ​ງາມ​ທີ່​ສຸດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.