ຫວຽດ​ນາມ ແລະ ກຳ​ປູ​ເຈຍ ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ວ່າ​ດ້ວຍ​ການ​ຮ່ວມ​ມື​ດ້ານ​ການ​ທ່ອງ​ທ່ຽວ

09:20 | 08/05/2023

ຍສໝ - ວັນທີ 06 ພຶດສະພາ, ຢູ່ນະຄອນຫຼວງ ພະນົມເປັນ, ປະເທດ ຈຳປູເຈຍ, ທ່ານ​ລັດຖະມົນຕີ​​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຫງວຽນ​ວັນ​ຮຸ່ງ ​ໄດ້​ມີ​ການ​ພົບ​ປະ, ​ເຮັດ​ວຽກ ​ແລະ ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ ຫວຽດນາມ - ກຳປູ​ເຈຍ ກັບ​ທ່ານ​ລັດຖະມົນຕີ​ກະຊວງ​ທ່ອງ​ທ່ຽວ ກຳປູ​ເຈຍ ທ່ານ Thong Khon.

ສະ​ຖານ​ທູ​ດ ຫວຽດ​ນາມ ປະ​ຈຳ ກຳ​ປູ​ເຈຍ ຈັດ​ຕັ້ງ​ການກວດ​ປິ່ນ​ປົວ​ພະ​ຍາດ​ໂດຍບໍ່​ເສຍ​ຄ່າ​ໃຫ້​ແກ່​ປະ​ຊາ​ຊົນ​ກຳ​ປູ​ເຈຍ 500 ຄົນ ສະ​ຖານ​ທູ​ດ ຫວຽດ​ນາມ ປະ​ຈຳ ກຳ​ປູ​ເຈຍ ຈັດ​ຕັ້ງ​ການກວດ​ປິ່ນ​ປົວ​ພະ​ຍາດ​ໂດຍບໍ່​ເສຍ​ຄ່າ​ໃຫ້​ແກ່​ປະ​ຊາ​ຊົນ​ກຳ​ປູ​ເຈຍ 500 ຄົນ
ຫວຽດ​ນາມ ແລະ ກຳ​ປູ​ເຈຍ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ ຫວຽດ​ນາມ ແລະ ກຳ​ປູ​ເຈຍ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ

ວັນທີ 06 ພຶດສະພາ, ຢູ່ນະຄອນຫຼວງ ພະນົມເປັນ, ປະເທດ ຈຳປູເຈຍ, ໃນການຕ້ອນຮັບທ່ານລັດຖະມົນຕີກະຊວງວັດທະນະທຳ - ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຫງວຽນວັນຮຸ່ງ, ທ່ານລັດຖະມົນຕີກະຊວງທ່ອງທ່ຽວ - ປະທານຄະນະກຳມະການ Olympic ກຳປູເຈຍ Thong Khon ໄດ້ເນັ້ນໜັກວ່າ ທ່ານຕີລາຄາສູງຕໍ່ການນຳພາຂອງພັກຄອມມູນິດ ຫວຽດນາມ ແລະ ຍາມໃດກໍຖື ຫວຽດນາມ ແມ່ນເພື່ອນ, ເປັນອ້າຍນ້ອງກັນ ດ້ວຍຄວາມເຄົາລົບ ແລະ ຄວາມໄວ້ເນື້ອເຊື່ອໃຈ.

ຫວຽດ​ນາມ ແລະ ກຳ​ປູ​ເຈຍ ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ວ່າ​ດ້ວຍ​ການ​ຮ່ວມ​ມື​ດ້ານ​ການ​ທ່ອງ​ທ່ຽວ

ສ່ວນທ່ານລັດຖະມົນຕີ ຫງວຽນວັນຮຸ່ງ ຕີລາຄາວ່າ ການຜັນຂະຫຍາຍບົດບັນທຶກຮ່ວມມືໃນຂົງເຂດການທ່ອງທ່ຽວ ໃນຊຸມປີຜ່ານມາ ໄດ້ປະຕິບັດຢ່າງຖືກຕ້ອງຕາມເນື້ອໃນທີ່ໄດ້ຕົກລົງກັນໄວ້, ສອງຝ່າຍກໍສ້າງຫຼາຍຜະລິດຕະພັນທ່ອງທ່ຽວໃໝ່; ດຳເນີນຫຼາຍກິດຈະກຳເຄື່ອນໄຫວພົບປະແລກປ່ຽນ, ຮ່ວມມືກັນ.

ພາຍຫຼັງການເຮັດວຽກ, ລັດຖະມົນຕີສອງທ່ານໄດ້ລົງນາມໃນບົດບັນທຶກຊ່ວຍຈຳ ລະຫວ່າງກະຊວງວັດທະນະທຳ - ກິລາ ແລະ ທ່ອງທ່ຽວ ຫວຽດນາມ ແລະ ກະຊວງທ່ອງທ່ຽວ ກຳປູເຈຍ ກ່ຽວກັບການເພີ່ມທະວີການຮ່ວມມືໃນຂົງເຂດທ່ອງທ່ຽວ. ຕາມນັ້ນແລ້ວ, ສອງຝ່າຍຈະປັບປຸງ ແລະ ພັດທະນາການທ່ອງທ່ຽວ ເພື່ອຜົນປະໂຫຍດລວມຂອງສອງຝ່າຍ;

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.