ມີຫຼາຍ​ລາຍ​ການ​ທີ່​ພົ້ນ​ເດັ່ນ​ເພື່ອ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ໃນ​ໂອ​ກາດພິທີ​ບູຊາ​ເຈົ້າ​ຊີວິດ​ຮຸ່ງ

06:00 | 20/03/2023

ຍ​ສ​ໝ - ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ໄດ້​​ສ້າງຕັ້ງ​ຄະ​ນະ​ຈັດ​ຕັ້ງ​ພິທີ​ບູຊາ​ເຈົ້າ​ຊີວິດ​ຮຸ່ງ ແລະ ສັບ​ປະ​ດາ​ວັດ​ທະ​ນະ​ທຳ - ​ທ່ອງ​ທ່ຽວ​ເຂດ​ດິນ​ແດນ​ບັນ​ພະ​ບຸ​ລຸດ ປີ 2023 ໂດຍ​ທ່ານ ​ໂຮ່​ດ້າຍ​ຢຸງ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ກາ​ນ​ປະ​ຊາ​ຊົນ​ແຂວງ​ເປັນ​ຫົວ​ໜ້າ​ຄະ​ນະ. ປັດ​ຈຸ​ບັນ​ບັນ​ດາ​ຫົວ​ໜ່ວຍ​ພວມ​ຕັ້ງ​ໜ້າ​ຜັນ​ຂະ​ຫຍາຍ​ບັນ​ດາ​ໜ້າ​ທີ່​ຕາມ​ແຜນ​ການ​ທີ່ວາງ​ອອກ.

ນາ​ຍົກ​ລັດ​ຖະ​ມົນ​ຕີ: ນຳຫວຽດ​ນາມ​ເຂົ້າ​ໃນ​ກຸ່ມ 30 ປະ​ເທດ​ທີ່​ມີກຳລັງຄວາມ​ສາ​ມາດ​ໃນ​ການການ​ແກ່ງແຍ້ງ​ດ້ານ​ການ​ທ່ອງ​ທ່ຽວ​ແຖວ​ໜ້າ ນາ​ຍົກ​ລັດ​ຖະ​ມົນ​ຕີ: ນຳຫວຽດ​ນາມ​ເຂົ້າ​ໃນ​ກຸ່ມ 30 ປະ​ເທດ​ທີ່​ມີກຳລັງຄວາມ​ສາ​ມາດ​ໃນ​ການການ​ແກ່ງແຍ້ງ​ດ້ານ​ການ​ທ່ອງ​ທ່ຽວ​ແຖວ​ໜ້າ
ຊຸກ​ຍູ້​ການ​ລົງ​ທຶນ, ການ​ທ່ອງ​ທ່ຽວ ແລະ ການ​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ​ລະ​ຫວ່າງ ຫວຽດ​ນາມ ແລະ ແຂ​ວງ ໜອງ​ບົວ ລຳ​ພູ (ໄທ) ຊຸກ​ຍູ້​ການ​ລົງ​ທຶນ, ການ​ທ່ອງ​ທ່ຽວ ແລະ ການ​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ​ລະ​ຫວ່າງ ຫວຽດ​ນາມ ແລະ ແຂ​ວງ ໜອງ​ບົວ ລຳ​ພູ (ໄທ)
ພາບ​ປະ​ກອບ
ພາບ​ປະ​ກອບ: TTXVN

ວັນ​ທີ 16 ມີ​ນາ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ຝຸ​ເທາະ​ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຜັນ​ຂະ​ຫຍາຍ​ແຜນ​ການ​ຈັດ​ຕັ້ງ​ພິທີ​ບູຊາ​ເຈົ້າ​ຊີວິດ​ຮຸ່ງ ແລະ ສັບ​ປະ​ດາ​ວັດ​ທະ​ນະ​ທຳ​ - ​ທ່ອງ​ທ່ຽວ​ເຂດ​ດິນ​ແດນ​ບັນ​ພະ​ບູ​ລຸດ ​ປີ 2023.

ຕາມ​ນັ້ນ​ແລ້ວ, ເຫດ​ການ​ສຳ​ຄັນ​ໄດ້​ຮັບ​ການ​ຈັດ​ຕັ້ງ​ແຕ່​ວັນ​ທີ 20 – 29 ເມ​ສາ (ກົງ​ກັບ​ວັນ​ທີ 1 – 10 ມີ​ນາ ໄລ່ຕາມຈັນທະປະຕິທິນ) ເພື່ອ​ແນ​ໃສ່​ເຊີດ​ຊູ​ບັນ​ດາ​ຄຸນ​ຄ່າ​ມໍ​ລະ​ດົກ​ຂອງ​ຊາດ, ຢັ້ງ​ຢືນ​ຄຸນຄ່າ​ອັນ​ໃຫຍ່ຫຼວງ​ຂອງ​ການ​ເຫຼື້ອມ​ໄສ​ເຊື່ອ​ຖື​ສາ​ສະ​ໜາ ໃນ​ການ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ ແລະ ພິທີ​ບູຊາ​ເຈົ້າ​ຊີວິດ​ຮຸ່ງ ວັນ​ທີ 10 ເດືອນ 3 ໄລ່​ຕາມ​ຈັນ​ທະ​ປະ​ຕິ​ຖິນ, ອາ​ໄລ​ຫາ ແລະ ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຂອງ​ເຈົ້າ​ຊີ​ວິດ​ຮຸ່ງ​ພ້ອມ​ກັບ​ບັນ​ພະ​ບຸ​ລຸດ​ທີ່​ມີ​ຄຸນ​ງາ​ມຄວາມ​ດີໃນ​ການ​ສ້າງ​ສາປະ​ເທດ​ຊາດ.

ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ໄດ້​ສ້າງ​ຄະ​ນະ​ຈັດ​ຕັ້ງ​ພິທີ​ບູຊາ​ເຈົ້າ​ຊີວິດ​ຮຸ່ງ ແລະ ສັບ​ປະ​ດາ​ວັດ​ທະ​ນະ​ທຳ - ​ທ່ອງ​ທ່ຽວ​ເຂດ​ດິນ​ແດນ​ບັນ​ພະ​ບຸ​ລຸດ ປີ 2023 ໂດຍ​ທ່ານ​ ໂຮ່​ດ້າຍ​ຢຸງ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ກາ​ນ​ປະ​ຊາ​ຊົນ​ແຂວງ​ເປັນ​ຫົວ​ໜ້າ​ຄະ​ນະ. ປັດ​ຈຸ​ບັນ​ບັນ​ດາ​ຫົວ​ໜ່ວຍ​ພວມ​ຕັ້ງ​ໜ້າ​ຜັນ​ຂະ​ຫຍາຍ​ບັນ​ດາ​ໜ້າ​ທີ່​ຕາມ​ແຜນ​ການ​ທີ່ວາງ​ອອກ.

ເຂດ​ຮ່ອງຮອຍ​ປະ​ຫວັດ​ສາດ​ຫໍ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ ໄດ້​ສ້າງ​ແຜນ​ການ​ຈັດ​ຕັ້ງ​ບັນ​ດາ​​ພິ​ທີ, ຮັບ​ປະ​ກັນ​ຄວາມ​ເຂັ້ມ​ງວດ, ຄວາມ​ເປັນ​ກຽ​ດ, ເຄົາ​ລົບ​ນັບ​ຖື. ໄປ​ຄຽງ​ຄູ່​ກັນ​ນັ້ນກໍ່​ຍັງ​ມີ​ບັນ​ດາ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ​ຄື: ຕີ​ກ້ອງ, ຟ້ອນ​ສິງ​ໂຕ, ວັນ​ບຸນ​ຫໍ່ ແລະ ຕົ້ມ​ເຂົ້າ​ຕົ້ມ…ກໍ່​ໄດ້​ຮັບ​ການ​ຂຶ້ນ​ແຜ​ນ​ສະ​ເພາະ ແລະ ໄດ້​ມອບ​ໜ້າ​ທີ່​ໃຫ້​ແກ່​ແຕ່​ລະ​ຫົວ​ໜ່ວຍ​ຢ່າງ​ລະ​ອຽດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.