ສະພາແຫ່ງຊາດ ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມື

ສະພາແຫ່ງຊາດ ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມື

ຍສໝ - ຕອນ​ເຊົ້າ​ວັນ​ທີ 6 ມີນາ, ຢູ່​ແຂວງ​ ອຸດົມ​ໄຊ ທາງ​ພາກ​ເໜືອ​ຂອງ ​ລາວ, ໄດ້​ດຳ​ເນີນການສຳມະນາແລກປ່ຽນ​ວຽກ​ງານ​ຄັ້ງ​ທີ 12 ລະຫວ່າງ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ແລະ ຄະນະ​ເລຂາ​ສະພາ​ແຫ່ງ​ຊາດ ລາວ.

ກອງປະຊຸມຄັ້ງທີ 7 ມີປະລິມານນິຕິບັນຍັດໃຫຍ່ທີ່ສຸດນັບແຕ່ເລີ່ມຕົ້ນສະໄໝຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ມາຮອດປະຈຸບັນ

ກອງປະຊຸມຄັ້ງທີ 7 ມີປະລິມານນິຕິບັນຍັດໃຫຍ່ທີ່ສຸດນັບແຕ່ເລີ່ມຕົ້ນສະໄໝຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ມາຮອດປະຈຸບັນ

ຍສໝ - ຕອນ​ເຊົ້າ​ວັນ​ທີ 22 ກຸມພາ, ຢູ່​ຫໍ​ສະພາ​ແຫ່ງ​ຊາດ (ນະຄອນຫຼວງ​ ຮ່າ​ໂນ້ຍ), ທ່ານ ເຫວືອງດິງເຫ້ວ ກໍາມະການກົມ​ການ​ເມືອງ, ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ໄດ້​ເປັນ​ປະທານ​ ແລະ​ ກ່າວ​ຄຳ​ປາ​ໄສທີ່ພິທີເປີດ​ກອງ​ປະຊຸມຄັ້ງ​ທີ 30 ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ.

ຮອງປະທານສະພາແຫ່ງຊາດລາວ: ໂຮງຮຽນມດຕະພາບ78 ປະ​ຕິ​ບັດ​ພາລະກຳ​ເຜີຍ​ແຜ່​ສາຍ​ພົວ​ພັນ​ແບບ​ພິ​ເສດ​ ຫວຽດ​ນາມ - ລາວ ເຖິງ​ລຸ້ນ​ໜຸ່ມໄດ້​ເປັນ​ຢ່າງ​ດີ

ຮອງປະທານສະພາແຫ່ງຊາດລາວ: ໂຮງຮຽນມດຕະພາບ78 ປະ​ຕິ​ບັດ​ພາລະກຳ​ເຜີຍ​ແຜ່​ສາຍ​ພົວ​ພັນ​ແບບ​ພິ​ເສດ​ ຫວຽດ​ນາມ - ລາວ ເຖິງ​ລຸ້ນ​ໜຸ່ມໄດ້​ເປັນ​ຢ່າງ​ດີ

ໃນ​ບັນຍາກາດຂອງ​ການ​ຢ້ຽມຢາມ​ທີ່ຫວຽດນາມ, ວັນ​ທີ 5 ມັງກອນ 2024, ຄະນະ​ຜູ້​ແທນ ​ສະພາ​ແຫ່ງ​ຊາດ​ລາວ ນໍາ​ໂດຍ​ທ່ານ​​ຮອງ​ປະທານ ​ສະພາ​ແຫ່ງ​ຊາດ ​ຈະເລີີນ ເຢຍປາວເຮີ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ໂຮງຮຽນ​ມິດຕະພາບ T78.

ສະພາແຫ່ງຊາດລາວ ແລະແຂວງຮ່າຕິ້ງ (ຫວຽດນາມ) ແລກປ່ຽນບົດຮຽນໃນການສ້າງ ແລະ ປະຕິບັດນະໂຍບາຍ

ສະພາແຫ່ງຊາດລາວ ແລະແຂວງຮ່າຕິ້ງ (ຫວຽດນາມ) ແລກປ່ຽນບົດຮຽນໃນການສ້າງ ແລະ ປະຕິບັດນະໂຍບາຍ

ຍສໝ - ທີ່ການເຮັດວຽກ, ສະຫາຍ ເຈີ່ນເບົາຮ່າ ຮອງປະທານຄະນະກຳມະການປະຊາຊົນແຂວງຮ່າຕິ້ງ ໄດ້ແຈ້ງໃຫ້ຊາບບາງໝາກຜົນພົ້ນເດັ່ນໃນການພັດທະນາເສດຖະກິດ - ສັງຄົມຂອງແຂວງ ຮ່າຕິ້ງ ໃນໄລຍະຜ່ານມາ, ໝາກຜົນ, ບົດຮຽນປະສົບການໃນການດຶງດູດການລົງທຶນ, ໝາກຜົນການຮ່ວມມືກັບບັນດາທ້ອງຖິ່ນຂອງ ສປປ ລາວ. ສະຫາຍຮອງປະທານຄະນະກຳມະການປະຊາຊົນແຂວງ ໄດ້ສະເໜີບາງເນື້ອໃນເພື່ອແນໃສ່ສືບຕໍ່ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດ ແລະການຮ່ວມມືຮອບດ້ານຍາວນານລະຫວ່າງ ຫວຽດນາມ - ລາວ ເວົ້າລວມ, ລະຫວ່າງແຂວງ ຮ່າຕິ້ງ ແລະບັນດາແຂວງຂອງລາວ ເວົ້າສະເພາະ.

ສ້າງກຳລັງໜູນຊຸກຍູ້ການພົວພັນ ຫວຽດນາມ - ບຸນກາຣີ

ສ້າງກຳລັງໜູນຊຸກຍູ້ການພົວພັນ ຫວຽດນາມ - ບຸນກາຣີ

ຍສໝ - ສອງຝ່າຍໄດ້ຕີລາຄາສູງບັນດາບາດກ້າວພັດທະນາທີ່ຕັ້ງໜ້າໃນການຮ່ວມມືສອງຝ່າຍໃນທຸກຂົງເຂດ; ເຫັນດີສືບຕໍ່ຊຸກຍູ້ການຢ້ຽມຢາມ ແລະການພົົບປະຂັ້ນສູງ ແລະທຸກຂັ້ນໃນທຸກຊ່ອງທາງ, ຜັນຂະຫຍາຍບັນດາກົນໄກ ແລະຂໍ້ຕົກລົງຮ່ວມມືສອງຝ່າຍຢ່າງມີປະສິດທິຜົນ; ທ່ານ ຟ້າມມິງຈິ໊ງ ຫວັງວ່າ ນັບມື້ຈະນັບມີຫຼາຍວິສາຫະກິດ ແລະນັກລົງທຶນຂອງຫວຽດນາມ ແລະ ບຸນກາຣີ ລົງທຶນເຂົ້າຕະຫຼາດຂອງກັນ.

ທ່ານປະທານສະພາແຫ່ງຊາດ ບຸນກາຣີ: ເພື່ອນມິດຫວຽດນາມ ແມ່ນປັດໄຈສຳຄັນ, ຮັບປະກັນຜົນສຳເລັດຂອງການຮ່ວມມືລະຫວ່າງ 2 ປະເທດ

ທ່ານປະທານສະພາແຫ່ງຊາດ ບຸນກາຣີ: ເພື່ອນມິດຫວຽດນາມ ແມ່ນປັດໄຈສຳຄັນ, ຮັບປະກັນຜົນສຳເລັດຂອງການຮ່ວມມືລະຫວ່າງ 2 ປະເທດ

ຍສໝ - ຕອນຄ່ຳວັນທີ 7 ມັງກອນ, ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ທ່ານປະທານສະພາແຫ່ງຊາດ ບຸນກາຣີ Rossen Dimitrov Jeliazkov ໄດ້ມີການພົບປະກັບຜູ້ຕາງໜ້າຊາວ ຫວຽດນາມ ທີ່ໄດ້ຮ່ຳຮຽນ ແລະ ເຮັດວຽກຢູ່ ບຸນກາຣີ.

ສະພາແຫ່ງຊາດ ບຸນກາຣີ ໄດ້ເຊີດຊູ 6 ບຸກຄົນທີ່ໄດ້ປະກອບສ່ວນຫຼາຍຢ່າງໃຫ້ແກ່ການພົວພັນມິດຕະພາບ ຫວຽດນາມ - ບຸນກາຣີ

ສະພາແຫ່ງຊາດ ບຸນກາຣີ ໄດ້ເຊີດຊູ 6 ບຸກຄົນທີ່ໄດ້ປະກອບສ່ວນຫຼາຍຢ່າງໃຫ້ແກ່ການພົວພັນມິດຕະພາບ ຫວຽດນາມ - ບຸນກາຣີ

ຍສໝ - ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ ຫວຽດນາມ ​ຢ່າງ​ເປັນ​ທາງ​ການ, ຕອນ​ຄ່ຳ​ວັນ​ທີ 7 ມັງກອນ, ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ບຸນ​ກາຣີ Rossen Dimitrov Jeliazkov ​ໄດ້​ມີ​ການ​ພົບ​ປະ​ກັບ​ຊາວ​ ຫວຽດນາມ ທີ່​ເຄີຍຮ່ຳຮຽນ, ​ເຮັດ​ວຽກ​ຢູ່ ບຸນ​ກາຣີ. ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ໄດ້​ມອບ​ໃບ​ຍ້ອງຍໍ​ຂອງ​ສະພາ​ແຫ່ງ​ຊາດ ບຸນ​ກາຣີ ​ໃຫ້​ແກ່​ບຸກຄົນ ​ຫວຽດນາມ 6 ທ່ານ ທີ່​ມີ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຊຸກຍູ້​ການ​ພົວພັນ​ມິດຕະພາບ, ຄວາມ​ສາມັກຄີລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ.

ສົມທົບກັນຢ່າງແໜ້ນແຟ້ນໃນການສ້າງເອກະສານກ່ຽວກັບການພົວພັນລະຫວ່າງສະພາແຫ່ງຊາດສອງປະເທດ ຫວຽດນາມ ແລະລາວ

ສົມທົບກັນຢ່າງແໜ້ນແຟ້ນໃນການສ້າງເອກະສານກ່ຽວກັບການພົວພັນລະຫວ່າງສະພາແຫ່ງຊາດສອງປະເທດ ຫວຽດນາມ ແລະລາວ

ຍສໝ - ກ່ຽວຂ້ອງເຖິງການສັງລວມເອກະສານກ່ຽວກັບການພົວພັນລະຫວ່າງສະພາແຫ່ງຊາດສອງປະເທດ, ທ່ານ ບຸ່ຍວັນເກື່ອງ ຢືນຢັນວ່າ ການພົວພັນລະຫວ່າງສະພາແຫ່ງຊາດຫວຽດນາມ ກັບສະພາແຫ່ງຊາດລາວ ແມ່ນສ່ວນໜຶ່ງທີ່ສຳຄັນຂອງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ. ຝ່າຍຫວຽດນາມ ພ້ອມແລ້ວທີ່ຈະໜູນຊ່ວຍ ແລະສົມທົບກັນສະໜອງຂໍ້ມູນຂ່າວສານເພື່ອຊ່ວຍປະເທດລາວ ສ້າງເອກະສານກ່ຽວກັບປະຫວັດສາດຂອງສະພາແຫ່ງຊາດລາວ.

ສະພາແຫ່ງຊາດ ຫວຽດນາມ - ລາວ ຢືນຢັນຈະສືບຕໍ່ສົມທົບກັ ຊຸກຍູ້ການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ

ສະພາແຫ່ງຊາດ ຫວຽດນາມ - ລາວ ຢືນຢັນຈະສືບຕໍ່ສົມທົບກັ ຊຸກຍູ້ການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ

ຍສໝ - ຕອນ​ບ່າຍ​ວັນ​ທີ 4 ມັງກອນ​ນີ້, ຢູ່​ຫໍ​ສະພາ​ແຫ່ງ​ຊາດ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ເວືອງດິ່ງເຫາະ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ລາວ ຈະເລີນ ເຢຍປາວເຮີ.

ປັບປຸງຄວາມໄວ້ເນື້ອເຊື້ອໃຈ, ສະໜິດຕິດພັນລະຫວ່າງສະພາແຫ່ງຊາດ ຫວຽດນາມ-ລາວ

ປັບປຸງຄວາມໄວ້ເນື້ອເຊື້ອໃຈ, ສະໜິດຕິດພັນລະຫວ່າງສະພາແຫ່ງຊາດ ຫວຽດນາມ-ລາວ

ຍສໝ - ສະຫາຍຮອງປະທານສະພາແຫ່ງຊາດ ຫງວຽນຄັກດິ້ງ ໄດ້ເນັ້ນໜັກເຖິງການແລກປ່ຽນຄະນະຜູ້ແທນຂັ້ນສູງຢ່າງເປັນປະຈໍາ ແລະຈັດຕັ້ງຄະນະຜູ້ແທນແລກປ່ຽນບົດຮຽນ, ປະສົບການໃນການປະຕິບັດງານ, ກອງປະຊຸມສຳມະນາຫົວເລື່ອງສະເພາະ, ເຮັດວຽກໂດຍກົງລະຫວ່າງຄະນະກຳມາທິການ, ບັນດາອົງການຂອງສະພາແຫ່ງຊາດສອງປະເທດ ໄດ້ປະກອບສ່ວນ ນຳເອົາໝາກຜົນແຫ່ງການຮ່ວມມືລະຫວ່າງສອງຝ່າຍເຂົ້າສູ່ລວງເລິກ, ແທດຈິງ; ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈ, ຄວາມສະໜິດຕິດພັນລະຫວ່າງສອງສະພາແຫ່ງຊາດ.

ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບຮອງປະທານສະພາແຫ່ງຊາດລາວ

ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບຮອງປະທານສະພາແຫ່ງຊາດລາວ

ສະຫາຍປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເນັ້ນໜັກວ່າ ໃນປີ 2024, ລາວ ດໍາລົງຕໍາແໜ່ງເປັນປະທານອາຊຽນ ແລະປະທານ AIPA, ຫວຽດນາມ ຍາມໃດກໍ່ສະໜັບສະໜູນ, ໃຫ້ການຊ່ວຍເຫຼືອຈົນສຸດຄວາມສາມາດເພື່ອໃຫ້ລາວ ປະຕິບັດໜ້າທີ່ເປັນປະທານໃຫ້ປະສົບຜົນສໍາເລັດ. ເນື່ອງໃນໂອກາດນີ້, ສະຫາຍ ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກໍ່ໄດ້ສົ່ງຄໍາຢື້ຢາມຖາມຂ່າວເຖິງສະຫາຍ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ ແລະບັນດາສະຫາຍການນໍາສະພາແຫ່ງຊາດລາວ.

ທ່ານປະທານສະພາແຫ່ງຊາດ ບຸນກາຣີ Rossen Dimitrov Jeliazkov ຈະໄປຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ບຸນກາຣີ Rossen Dimitrov Jeliazkov ຈະໄປຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

ຍສໝ - ຕາມ​ການແຈ້ງການ​ຂອງກຳມາທິການການ​ຕ່າງປະ​ເທດ​ສະພາ​ແຫ່ງ​ຊາດ ບຸນ​ກາຣີ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ບຸນ​ກາຣີ Rossen Dimitrov Jeliazkov ຈະໄປຢ້ຽມຢາມ ຫວຽດນາມ ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 5 – 9 ມັງກອນ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ເຫວືອງດິງເຫ້ວ.

ການຢ້ຽມຢາມ ລາວ - ໄທ ຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ບັນລຸໄດ້ບັນດາຄາດໝາຍ, ຂໍ້ກຳນົດທີ່ວາງອອກທັງສອງຝ່າຍ ແລະ ຫຼາຍຝ່າຍ.

ການຢ້ຽມຢາມ ລາວ - ໄທ ຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ບັນລຸໄດ້ບັນດາຄາດໝາຍ, ຂໍ້ກຳນົດທີ່ວາງອອກທັງສອງຝ່າຍ ແລະ ຫຼາຍຝ່າຍ.

ຍສໝ - ຕອນ​ບ່າຍ​ວັນ​ທີ 10 ທັນວາ, ທ່ານ​ກຳມະການ​ກົມ​ການ​ເມືອງ, ປະທານ​ສະພາ​ແຫ່ງ​ຊາດ ເວືອງດິ່ງເຫວະ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ໄປ​ຮອດ​ສະໜາມ​ບິນ​ສາກົນ ໂນຍບາຍ, ສິ້ນ​ສຸດ​ການ​ເດີນທາງ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດສະພາ​ແຫ່ງ​ຊາດ​ສາມ​ຝ່າຍ​ຄັ້ງ​ທຳ​ອິດ ກຳປູເຈຍ-ລາວ-ຫວຽດນາມ (CLV); ຢ້ຽມຢາມ ແລະ ເຮັດວຽກຢູ່ລາວ; ຢ້ຽມຢາມ​ໄທ​ຢ່າງ​ເປັນ​ທາງ​ການ.

ບັນດາໝາກຜົນທີ່ພົ້ນເດັ່ນໃນການຢ້ຽມຢາມທາງລັດຖະກິດຢູ່ ລາວ ແລະ ໄທ ຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ

ບັນດາໝາກຜົນທີ່ພົ້ນເດັ່ນໃນການຢ້ຽມຢາມທາງລັດຖະກິດຢູ່ ລາວ ແລະ ໄທ ຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ

ຍສໝ - ກຳມະການ​ກົມ​ການ​ເມືອງ, ປະທານ​ສະພາ​ແຫ່ງ​ຊາດ ເວືອງດິ່ງເຫວະ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໄດ້​ສິ້ນ​ສຸດ​ການ​ເດີນທາງ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ສະພາ​ແຫ່ງ​ຊາດ ກຳປູ​ເຈຍ - ລາວ - ຫວຽດນາມ ຄັ້ງທີ 5 ​ໄດ້​ຮັບ​ຜົນສຳ​ເລັດ​ທີ່​ສຸດ; ຢ້ຽມຢາມ ແລະ ເຮັດວຽກຢູ່ລາວ; ຢ້ຽມຢາມ​ໄທ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 4-10 ທັນວາ 2023.

ທ່ານປະທານສະພາແຫ່ງຊາດ  ຫວຽດນາມ ເຫວືອງດິງເຫ້ວ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ Star Telecom

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຫວືອງດິງເຫ້ວ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ Star Telecom

ຍສໝ - ຕາມ​ຜູ້ຕາງໜ້າຂອງ​ສຳ​ນັກ​ຂ່າວສານ ​ຫວຽດ​ນາມ, ຕອນ​ເຊົ້າ​ວັນ​ທີ 7 ທັນວາ, ​ໃນ​ຂອບ​ເຂດ​ການປະຕິບັກງານເຂົ້າຮ່ວມກອງ​ປະຊຸມຂັ້ນສູງສະພາ​ແຫ່ງ​ຊາດ 3 ປະ​ເທດ ກຳປູ​ເຈຍ - ລາວ - ຫວຽດນາມ (CLV), ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ລາວ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ເຫວືອງດິງເຫ້ວ ໄດ້​ໄປ​ຢ້ຽມຢາມ​ບໍລິສັດ Star Telecom (Unitel) ໃນ​ກຸ່ມບໍລິສັດອຸດສາຫະກຳ - ​ໂທລະ​ຄົມ​ກອງທັບ (Viettel).

ສະພາແຫ່ງຊາດ ຫວຽດນາມ - ລາວ ຕ້ອງກໍ່ສ້າງບັນດາສະຖາບັນ, ກົດໝາຍເພື່ອສ້າງບັນດາບາດກ້າວບຸກທະລຸຮ່ວມກັນ

ສະພາແຫ່ງຊາດ ຫວຽດນາມ - ລາວ ຕ້ອງກໍ່ສ້າງບັນດາສະຖາບັນ, ກົດໝາຍເພື່ອສ້າງບັນດາບາດກ້າວບຸກທະລຸຮ່ວມກັນ

ຍສໝ - ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ເວືອງດິ່ງເຫວະ ໄດ້ຢືນຢັນ​ວ່າ, ສະພາ​ແຫ່ງ​ຊາດ ຫວຽດນາມ ສະໜັບສະໜູນ ​ແລະ ພ້ອມ​ແລ້ວ​ທີ່​ຈະ​ໃຫ້ການຊ່ວຍເຫຼືອ​ຢ່າງ​ສູງ​ສຸດ​ໃຫ້​ແກ່ ສປປ ລາວ ​ເພື່ອ​ຮັບ​ຮອງ​ເອົາ​ບົດບາດ​ເປັນ​ປະທານ​ອາ​ຊຽນ ​ແລະ ປະທານ AIPA ​ໃນ​ປີ 2024.

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຫວືອງດິງເຫ້ວ ໄດ້ພົບປະກັບປະຊາຄົມຊາວ ຫວຽດນາມ ຢູ່ ໄທ

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຫວືອງດິງເຫ້ວ ໄດ້ພົບປະກັບປະຊາຄົມຊາວ ຫວຽດນາມ ຢູ່ ໄທ

ຍສໝ - ຕອນ​ຄ່ຳ​ວັນ​ທີ 9 ທັນວາ, ຢູ່​ແຂວງ ອຸ​ດອນ​ທາ​ນີ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດນາມ ເຫວືອງດິງເຫ້ວ ໄດ້​ມີ​ການ​ພົບ​ປະ​ກັບ​ປະ​ຊາ​ຄົມ​ຊາວ ​ຫວຽດ​ນາມ ຢູ່ ໄທ.

ປະທານສະພາແຫ່ງຊາດ ເລີ່ມຕົ້ນການຢ້ຽມຢາມລາຊະອານາຈັກໄທ ຢ່າງເປັນທາງການ

ປະທານສະພາແຫ່ງຊາດ ເລີ່ມຕົ້ນການຢ້ຽມຢາມລາຊະອານາຈັກໄທ ຢ່າງເປັນທາງການ

ຍສໝ - ໃນຕອນ​ເຊົ້າ​ວັນ​ທີ 7 ທັນວາ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ເວືອງດິ່ງເຫວະ ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໄດ້​ໄປ​ຮອດ​ບາງກອກ, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ລາຊະ​ອານາຈັກ​ໄທ​ຢ່າງ​ເປັນ​ທາງ​ການ ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ໄທ Wan Muhamad Noor Matha.

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຫວືອງດິງເຫ້ວ ໄດ້ມີການພົບພະເຈລະຈາກັບທ່ານປະທານສະພາແຫ່ງຊາດ ໄທ ວັນ ມູຫະມັດ ນໍ ມະທາ

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຫວືອງດິງເຫ້ວ ໄດ້ມີການພົບພະເຈລະຈາກັບທ່ານປະທານສະພາແຫ່ງຊາດ ໄທ ວັນ ມູຫະມັດ ນໍ ມະທາ

ຍສໝ - ຕອນ​ບ່າຍ​ວັນ​ທີ 7 ທັນວາ, ຢູ່ນະຄອນຫຼວງ ​ບາງກອກ, ປະ​ເທດ​ໄທ, ທ່ານ​ປະທານ​ສະພາ​ຜູ້ແທນລາດຊະດອນ ໄທ ວັນ ມູຫະມັດ ນໍ ມະທາ (Wan Muhamad Noor Matha) ​ໄດ້​ເປັນປະທານທີ່ພິທີ​ຕ້ອນຮັບ​ຢ່າງ​ເປັນ​ທາງ​ການ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ເຫວືອງດິງເຫ້ວ ແລະ ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ ຫວຽດນາມ. ພາຍຫຼັງພິທີຕ້ອນຮັບ, ສອງຝ່າຍໄດ້ມີການພົບປະເຈລະຈາ.

ເຫດການ