ສະພາແຫ່ງຊາດ ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມື

08:36 | 08/03/2024

ຍສໝ - ຕອນ​ເຊົ້າ​ວັນ​ທີ 6 ມີນາ, ຢູ່​ແຂວງ​ ອຸດົມ​ໄຊ ທາງ​ພາກ​ເໜືອ​ຂອງ ​ລາວ, ໄດ້​ດຳ​ເນີນການສຳມະນາແລກປ່ຽນ​ວຽກ​ງານ​ຄັ້ງ​ທີ 12 ລະຫວ່າງ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ແລະ ຄະນະ​ເລຂາ​ສະພາ​ແຫ່ງ​ຊາດ ລາວ.

ກະຊວງປ້ອງກັນປະເທດ ຫວຽດນາມ - ລາວ - ກຳປູເຈຍ ເພີ່ມທະວີການຮ່ວມມື ກະຊວງປ້ອງກັນປະເທດ ຫວຽດນາມ - ລາວ - ກຳປູເຈຍ ເພີ່ມທະວີການຮ່ວມມື
ວິສາຫະກິດ ຍີ່ປຸ່ນ ເພີ່ມທະວີການຮ່ວມມື, ການລົງທຶນເຂົ້າໃນ ຫວຽດນາມ ວິສາຫະກິດ ຍີ່ປຸ່ນ ເພີ່ມທະວີການຮ່ວມມື, ການລົງທຶນເຂົ້າໃນ ຫວຽດນາມ

ໂດຍເຂົ້າຮ່ວມກອງປະຊຸມມີທ່ານນາງ ສຸທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ລາວ; ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສະ​ພາ​ແຫ່ງ​ຊາດ, ຜູ້ອຳນວຍການຫ້ອງວ່າການສະ​ພາ​ແຫ່ງ​ຊາດ ​ຫວຽດ​ນາມ ບຸ່ຍ​ວັນ​ເກືອງ; ທ່ານ​ນາງ ​ເລຂາທິການ​ໃຫຍ່​ສະພາ​ແຫ່ງ​ຊາດ ​ລາວ ພິງ​ຄຳ ​ລາ​ສີ​ມາ; ທ່ານ​ບຸນຄົງ ລາດຊະວົງ - ເລຂາ, ເຈົ້າແຂວງແຂວງ ອຸດົມໄຊ; ພ້ອມ​ກັບ​ບັນດາພະນັກງານ, ຫົວໜ່ວຍ ທີ່​ກ່ຽວຂ້ອງ​ຂອງ​ສອງ​ສະພາ​ແຫ່ງ​ຊາດ, ການ​ນຳ​ຫ້ອງ​ວ່າການ​ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ ​ແລະ ສະພາປະຊາຊົນ​ບາງ​ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ.

ກ່າວ​ຄຳປາໄສຊີ້ນຳທີ່​ກອງ​ປະຊຸມ, ທ່ານ​ນາງ ຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ລາວ ສຸ​ທອນ ​ໄຊ​ຍະ​ຈັກ ໄດ້ສະເໜີໃຫ້ຄະນະ​ເລຂາ​ສະພາ​ແຫ່ງ​ຊາດ, ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ແລະ ຄະນະ​ເລຂາ​ສະພາ​ແຫ່ງ​ຊາດ ລາວ ຕ້ອງການເພີ່ມທະວີການປະຕິບັດງານການ​ສົມທົບ​ກັນ​ ເພື່ອຄົ້ນ​ຄ້ວາບັນດາ​ເນື້ອ​ໃນ​ການ​ເຄື່ອນ​ໄຫວ, ​ແຜນການ​ລະອຽດ ​ແລະ ພ້ອມແລ້ວໃນ​ການສ້າງ​ເງື່ອນ​ໄຂ​ສະດວກ​ໃນ​ທຸກ​ຂົງເຂດ ເພື່ອ​ໃຫ້​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ຂອງ​ສອງ​ສະພາ​ແຫ່ງ​ຊາດ​ນັບ​ມື້​ນັບ​ທີ່ເລິກເຊິ່ງ ແລະ ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດຕົວ​ຈິງ​ໃຫ້​ແກ່​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ ຫວຽດນາມ - ລາວ.

ສະພາແຫ່ງຊາດ ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມື

ທັດສະນະຂອງກອງປະຊຸມ. (ພາບ: baohatinh)

ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ ​ໄດ້​ຮັບ​ຟັງ​ບົດ​ລາຍ​ງານ​ຕີ​ລາຄາ​ການ​ປະຕິບັດ​ເນື້ອໃນ​ສັນຍາ​ຮ່ວມ​ມື​ລະຫວ່າງ​ຄະນະ​ເລຂາ​ສະພາ​ແຫ່ງ​ຊາດ ​ລາວ ​ແລະ ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໄລຍະ 2022-2024; ສຸມໃສ່ແລກປ່ຽນປະສົບການໃນ 3 ຫົວຂໍ້, ດ້ວຍ 4 ບົດນຳສະເໜີແລກປ່ຽນປະສົບການກ່ຽວກັບການພັດທະນາຫໍສະໝຸດສະພາດິຈິຕອນ ແລະ ຂໍ້ລິເລີ່ມ, ປະສົບການໃນການສ້າງສາ ແລະ ພັດທະນາ ໂທລະພາບແຫ່ງຊາດ, ພ້ອມກັບ ຫຼາຍຄຳຄິດຄຳເຫັນກ່ຽວກັບເນື້ອໃນທີ່ກ່ຽວຂ້ອງ, ກັບຫຼາຍເນື້ອໃນທີ່ມີຄວາມໝາຍຢ່າງແທດຈິງ, ເພີ່ມເຕີມະສົບການເຊິ່ງກັນ ແລະ ກັນ ເພື່ອຍົກສູງກຳລັງຄວາມ​ສາມາດລັດຖະກອນ, ປະສິດທິ​ຜົນການປະຕິບັດງານເປັນເສນາທິການ ເພື່ອ​ຮັບ​ໃຊ້​ສະພາ​ແຫ່ງ​ຊາດ.

ທ່ານ​ເລຂາທິການ​ໃຫຍ່​ສະພາ​ແຫ່ງ​ຊາດ 2 ປະ​ເທດ ໄດ້ຕີ​ລາຄາ​ສູງ​ໝາກຜົນ​ການ​ຮ່ວມ​ມືໃນ​ໄລຍະ 2022 – 2024, ໂດຍ​ຖື​ວ່າ ການປະຕິບັດງານປະສົມຮັບ​ໃຊ້​ການ​ພົບພະແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ແລະ ທຸກຂັ້ນທີ່​ກ່ຽວຂ້ອງ​ລະຫວ່າງ​ສະພາ​ແຫ່ງ​ຊາດ​ສອງ​ປະ​ເທດ, ​ແລກປ່ຽນ​ວິຊາ​ສະ​ເພາະ, ຈັດ​ຕັ້ງກອງ​ປະຊຸມ​ຜ່ານ​ທາງ​ອອນໄລ, ກອງ​ປະຊຸມ​ແລກປ່ຽນ​ປະສົບ​ການ, ຄຸ້ມ​ຄອງ​ຫໍສະພາແຫ່ງຊາດ, ກໍ່ສ້າງ​ຫ້ອງທີ່ເປັນມູນເຊື້ອສະພາ​ແຫ່ງ​ຊາດ, ບຳລຸງ, ບຳລຸງ​ສ້າງ​ພະນັກງານ​ສືບ​ຕໍ່​ໄດ້​ຮັບ​ການປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ, ​ໃກ້​ຊິດ​ກັບ​ສະພາບ​ຕົວ​ຈິງ​ນັບ​ມື້​ນັບ​ກ້າວເຂົ້າສູ່ລວງເລິກ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ໜ້າທີ່ຂອງ​​ການ​ເມືອງ, ວິຊາ​ສະ​ເພາະ ແລະ ຮີດຄອງ​ປະ​ເພນີ​ອັນ​ຍາວ​ນານ​ຕາມ​ທິດທາງຊີ້​ນຳ​ຂອງ​ການ​ນຳ​ສະພາ​ແຫ່ງ​ຊາດ​ຂອງ​ສອງ​ປະ​ເທດ.

ກ່ຽວ​ກັບ​ແຜນການ​ຮ່ວມ​ມື​ໄລຍະ 2024-2026, 2 ຝ່າຍ ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ໃນການປະຕິບັດງານເປັນເສນາທິການ, ຮັບ​ໃຊ້​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ລະຫວ່າງ​ສອງ​ສະພາ​ແຫ່ງ​ຊາດ​ ທັງຂົງເຂດສອງ​ຝ່າຍ ​ແລະ ຫຼາຍ​ຝ່າຍ; ສືບ​ຕໍ່​ແລກປ່ຽນ​ປະສົບ​ການ​ຢ່າງ​ເປັນ​ປະຈຳ​ໃນການປະຕິບັດງານເປັນເສນາທິການ, ຮັບ​ໃຊ້​ການສ້າງສາກົດໝາຍ, ກວດກາ ​ແລະ ຕັດສິນ​ໃຈ​ກ່ຽວ​ກັບ​ບັນດາ​ບັນຫາ​ສຳຄັນ​ຂອງ​ປະ​ເທດ​ຕາມ​ໜ້າ​ທີ່, ສິດ​ອຳນາດ​ຂອງ​ສະພາ​ແຫ່ງ​ຊາດ; ສົມທົບ​ກັນ​ໃນ​ການປະຕິບັດງານເປັນເສນາທິການ, ຮັບ​ໃຊ້​ການ​ຕ້ອນຮັບບັນດາ​ຄະນະ​ຜູ້​ແທນການນຳ​ສະພາ​ແຫ່ງ​ຊາດ ​ແລະ ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ​ທຸກ​ຂັ້ນ ​ໃນ​ການ​ຢ້ຽມຢາມ 2 ຝ່າຍ; ສືບ​ຕໍ່​ຈັດ​ຕັ້ງ​ການ​ພົບ​ປະ​ແລກປ່ຽນ​ຄະນະ​ຜູ້​ແທນ, ຄະນະ​ຜູ້​ຊ່ຽວຊານ​ລະຫວ່າງ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ​ຫວຽດນາມ ​ແລະ ຄະນະ​ເລຂາ​ສະພາ​ແຫ່ງ​ຊາດ ລາວ; ສືບ​ຕໍ່​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ ​ແລະ ​ແລກປ່ຽນ​ການປະຕິບັດງານລະຫວ່າງ​ຄະນະ​ເລຂາ​ສະພາ​ແຫ່ງ​ຊາດ​ ລາວ ​ແລະ ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ​ ຫວຽດນາມ ໃນທຸກໆ 2 ປີຕໍ່ເທື່ອ.

ກ່ຽວ​ກັບວຽກງານການ​ຝຶກ​ອົບຮົມ​ພະນັກງານ, 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະພາບກັນ ຈະພິຈາລະນາການຈັດວາງ​ໃຫ້​ພະນັກງານ​ຂອງ​ສອງ​ອົງການໄປຝຶກງານ, ຄົ້ນຄ້ວາເຊິ່ງກັນ ​ແລະ ກັນ ຢ່າງແທດຈິງ; ສືບ​ຕໍ່​ວາງ​ແຜນການປະຕິບັດປັບປຸງ ເພື່ອຍົກສູງລະດັບພາສາ ຫວຽດນາມ​ ໃຫ້​ແກ່​ພະນັກງານ​ສະພາ​ແຫ່ງ​ຊາດ​ ລາວ ​ແລະ ພາສາ​ ລາວ ໃຫ້​ພະນັກງານ​ສະພາ​ແຫ່ງ​ຊາດ ​ຫວຽດນາມ ຢ່າງ​ເປັນປະຈຳ, ຕໍ່ເນື່ອງ; ສືບ​ຕໍ່​ສົມທົບ​ກັບ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ຂອງ​ສອງ​ປະ​ເທດ ​ໃນ​ການບຳລຸງ, ບຳລຸງ​ສ້າງ​ພະນັກງານ​ການບໍລິຫານ, ບຳລຸງ​ສ້າງຫຼັງມະຫາໃຫ້ແກ່ພະນັກງານ​ສະພາ​ແຫ່ງ​ຊາດ ​ລາວ; ຮ່ອມມືບຳລຸງ, ບຳລຸງ​ສ້າງ​ພະນັກງານ​ສະພາ​ແຫ່ງ​ຊາດ ​ລາວ ດ້ານ​ເຕັກນິກ, ​ເຕັກ​ໂນ​ໂລຢີ - ຂໍ້​ມູນ​ຂ່າວສານ ​ເພື່ອ​ຮັບ​ໃຊ້​ວຽກ​ງານ​ບໍລິຫານ, ຄຸ້ມ​ຄອງ, ບົວລະບັດ ແລະ ນຳ​ໃຊ້​ຫໍສະພາແຫ່ງຊາດໃໝ່...

ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ​ຫວຽດນາມ ຈະ​ໜູນ​ຊ່ວຍ​ຄະນະ​ເລຂາ​ສະພາ​ແຫ່ງ​ຊາດ​ ລາວ ​ໃນ​ການຈັດ​ຕັ້ງ​ສະມັດຊາໃຫຍ່ລະຫວ່າງລັດຖະສະພາສະມາຄົມບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 45 (AIPA - 45) ນັບແຕ່​ວັນ​ທີ 18-24 ຕຸລາ​ນີ້ ຢູ່​ນະຄອນຫຼວງ​ວຽງ​ຈັນ, ລາວ ​ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງອື່ນໆ...

ມິງດຶກ

ເຫດການ
302 Found

Found

The document has moved here.