ສະພາແຫ່ງຊາດ ບຸນກາຣີ ໄດ້ເຊີດຊູ 6 ບຸກຄົນທີ່ໄດ້ປະກອບສ່ວນຫຼາຍຢ່າງໃຫ້ແກ່ການພົວພັນມິດຕະພາບ ຫວຽດນາມ - ບຸນກາຣີ

12:46 | 06/01/2024

ຍສໝ - ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ ຫວຽດນາມ ​ຢ່າງ​ເປັນ​ທາງ​ການ, ຕອນ​ຄ່ຳ​ວັນ​ທີ 7 ມັງກອນ, ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ບຸນ​ກາຣີ Rossen Dimitrov Jeliazkov ​ໄດ້​ມີ​ການ​ພົບ​ປະ​ກັບ​ຊາວ​ ຫວຽດນາມ ທີ່​ເຄີຍຮ່ຳຮຽນ, ​ເຮັດ​ວຽກ​ຢູ່ ບຸນ​ກາຣີ. ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ໄດ້​ມອບ​ໃບ​ຍ້ອງຍໍ​ຂອງ​ສະພາ​ແຫ່ງ​ຊາດ ບຸນ​ກາຣີ ​ໃຫ້​ແກ່​ບຸກຄົນ ​ຫວຽດນາມ 6 ທ່ານ ທີ່​ມີ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຊຸກຍູ້​ການ​ພົວພັນ​ມິດຕະພາບ, ຄວາມ​ສາມັກຄີລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ.

ທ່ານປະທານສະພາແຫ່ງຊາດ ບຸນກາຣີ Rossen Dimitrov Jeliazkov ຈະໄປຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ທ່ານປະທານສະພາແຫ່ງຊາດ ບຸນກາຣີ Rossen Dimitrov Jeliazkov ຈະໄປຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ
ສະພາແຫ່ງຊາດ ຫວຽດນາມ ແລະ ສະພາແຫ່ງຊາດ ອາຟະລິກາໃຕ້ ເພີ່ມທະວີການແລກປ່ຽນ, ຮ່ວມມື ສະພາແຫ່ງຊາດ ຫວຽດນາມ ແລະ ສະພາແຫ່ງຊາດ ອາຟະລິກາໃຕ້ ເພີ່ມທະວີການແລກປ່ຽນ, ຮ່ວມມື

ເຫດການ​ໂດຍ​ສະມາຄົມ​ມິດຕະພາບ ​ຫວຽດນາມ - ບຸນ​ກາຣີ ສົມທົບ​ກັບ​ສະຖານທູດ ສາທາລະນະ​ລັດ ບູນກາຣີ ປະຈຳ ຫວຽດນາມ ຈັດ​ຕັ້ງ.

ກ່າວ​ຄຳປາໄສທີ່​ການ​ພົບ​ປະ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ບຸນ​ກາ​ຣີ Rossen Dimitrov Jeliazkov ຢືນ​ຢັນ​ຄວາມ​ຕິດພັນກັນຢ່າງສະໜິດສະໜົມໃນສາຍພົວພັນ ຫວຽດ​ນາມ - ບຸນ​ກາ​ຣີ. ​ເຖິງ​ວ່າ​ຢູ່​ຫ່າງ​ໄກ​ທາງດ້ານພູມີສາດ, ​ແຕ່​ປະຊາຊົນ​ສອງ​ປະ​ເທດ​ຍັງ​ມອບ​ຄວາມ​ອົບ​ອຸ່ນ, ສະໜິດສະໜົມ ​ແລະ ໝັ້ນແກ່ນໃຫ້​ແກ່​ກັນ.

“ໃນຊຸມປີ 70 ແລະ 80 ຂອງສະຕະວັດທີ່ຜ່ານມາ, ມີຊາວຫວຽດນາມ 30.000 ກວ່າຄົນ ໄດ້ໄປເຮັດວຽກ ແລະ ຮ່ຳຮຽນຢູ່ ບຸນກາຣີ, ຈາກນັ້ນ ກາຍເປັນນັກວິທະຍາສາດ, ຊ່ຽວຊານ, ວິສະວະກອນແຖວໜ້າຂອງ ຫວຽດນາມ. ເຂົາເຈົ້າເປັນເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ບຸນກາຣີ ແລະ ບຸນກາຣີ ປະຈຳ ຫວຽດນາມ” - ສະພາ​ແຫ່ງ​ຊາດ Rossen Dimitrov Jeliazkov ​ເນັ້ນ​ໜັກ​.

ສະພາແຫ່ງຊາດ ບຸນກາຣີ ໄດ້ເຊີດຊູ 6 ບຸກຄົນທີ່ໄດ້ປະກອບສ່ວນຫຼາຍຢ່າງໃຫ້ແກ່ການພົວພັນມິດຕະພາບ ຫວຽດນາມ - ບຸນກາຣີ

ທ່ານປະທານ​ສະພາ​ແຫ່ງ​ຊາດ ບຸນ​ກາຣີ Rosen Zhelyazkov ກ່າວ​ຄຳປາໄສ​ທີ່​ກອງ​ປະຊຸມ

ໂດຍຢ້ຳຄືນການຢ້ຽມຢາມ Bulgaria ຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຫວືອງດິງເຫ້ວ ເມື່ອເດືອນກັນຍາ 2023 ຜ່ານມາ, ທ່ານປະທານສະພາແຫ່ງຊາດ ບຸນກາຣີ ຖືວ່າ ບັນດາການເຄື່ອນໄຫວພົບປະແລກປ່ຽນຄະນະຜູ້ແທນລະຫວ່າງ 2 ປະເທດໄດ້ປະກອບສ່ວນປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືທີ່ມີປະສິດທິຜົນ, ແທດຈິງລະຫວ່າງ 2 ປະເທດ.

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ບຸນ​ກາຣີ ຖື​ວ່າ ບຸນ​ກາຣີ ​ແລະ ຫວຽດນາມ ພວມ​ຢູ່​ໃນ​ເສັ້ນທາງ​ພັດທະນາ​ຢ່າງ​ເຂັ້ມແຂງ​ ​ແລະ ຕ້ອງ​ຜັນ​ຂະຫຍາຍ​ການ​ຮ່ວມ​ມື​ໃນ​ລະດັບ​ສູງ​ໃໝ່. ທ່ານ​ຢືນຢັນ​ວ່າ, ຄວາມ​ສາມາດ​ບົ່ມ​ຊ້ອນ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ຍັງ​ມີ​ຫຼາຍ​ຢ່າງ. ບຸນ​ກາຣີ ສາມາດ​ເປັນ​ປະຕູ​ໃຫ້ ​ຫວຽດນາມ ເພື່ອ​ແຊກຊຶມທ້ອງຕະຫຼາດ ​ເອີ​ລົບ ​ແລະ ກົງກັນຂ້າມ ຫວຽດນາມ ກໍ່​ສາມາດ​ເປັນ​ຂົວ​ຕໍ່​ໃຫ້ ບຸນ​ກາຣີ ​ເຂົ້າ​ສູ່​ທ້ອງຕະຫຼາດ ອາ​ຊຽນ. ​ແລະ ພື້ນຖານ​ຄວາມ​ຈິງ​ໃຈ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະຫວ່າງ 2 ປະ​ເທດ ຈະ​ປະກອບສ່ວນ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ ບຸນ​ກາຣີ - ຫວຽດນາມ ​ໃຫ້​ເລິກ​ເຊິ່ງ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ໃນ​ທຸກ​ຂົງ​ເຂດ, ພິ​ເສດ​ແມ່ນ​ເສດຖະກິດ, ວັດທະນະທຳ, ການ​ສຶກສາ​...

​ໃນ​ວິວັດ​ການ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ບຸນ​ກາຣີ ​ເນັ້ນ​ໜັກ​ວ່າ ບັນດາ​ເພື່ອນ​ມິດ​ ຫວຽດນາມ ​ທີ່ເຄີຍ​ໄປ​ຮ່ຳຮຽນ, ເຮັດ​ວຽກ​ຢູ່ ບຸນ​ກາຣີ ​ແມ່ນ​ບັນດາ​ປັດ​ໄຈ​ສຳຄັນ, ຮັບປະກັນ​ຜົນສຳ​ເລັດ​ຂອງ​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ. ພ້ອມ​ກັນ​ນັ້ນ ກໍ່ຫວັງ​ວ່າ​ປະຊາ​ຄົມ​ແຫ່ງ​ນີ້​ຈະ​ນຳ​ເອົາ “ພື້ນຖານອັນ​ລ້ຳ​ຄ່າ” ຂອງ​ຕົນແມ່ນຄວາມຮູ້ສຶກ, ຄວາມ​ຮູ້, ປະສົບ​ການ​ຂອງຕົນທີ່ເຄີຍ​ໄປ​ຮ່ຳຮຽນ, ເຮັດ​ວຽກ​ຢູ່​ Bulgaria ​ເພື່ອເພີ່ມ​ທະວີ, ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ - Bulgaria ​ໃຫ້​ແໜ້ນ​ແຟ້ນກ່ວາ​ອີກ.

ມິງດຶກ

ເຫດການ
302 Found

Found

The document has moved here.