ສົມທົບກັນຢ່າງແໜ້ນແຟ້ນໃນການສ້າງເອກະສານກ່ຽວກັບການພົວພັນລະຫວ່າງສະພາແຫ່ງຊາດສອງປະເທດ ຫວຽດນາມ ແລະລາວ

14:07 | 05/01/2024

ສົມທົບກັນຢ່າງແໜ້ນແຟ້ນໃນການຫວຽດນາມ ແລະລາວ ສ້າງເອກະສານກ່ຽວກັບການພົວພັນລະຫວ່າງສະພາແຫ່ງຊາດສອງປະເທດ

ການແພດທະຫານສອງປະເທດ ຫວຽດນາມ ແລະລາວ ໄດ້ສົມທົບກັນຈັດຕັ້ງການກວດພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນຢູ່ເຂດຊາຍແດນ ການແພດທະຫານສອງປະເທດ ຫວຽດນາມ ແລະລາວ ໄດ້ສົມທົບກັນຈັດຕັ້ງການກວດພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນຢູ່ເຂດຊາຍແດນ
ປະທານສະພາແຫ່ງຊາດ ຫວຽດນາມ ແລະລາວ ເຂົ້າຮ່ວມການພົບປະກັບນັກສຶກສາລາວ ແລະຄູອາຈານຂອງໂຮງຮຽນມິດຕະພາບ T78 ລຸ້ນຕ່າງໆ ປະທານສະພາແຫ່ງຊາດ ຫວຽດນາມ ແລະລາວ ເຂົ້າຮ່ວມການພົບປະກັບນັກສຶກສາລາວ ແລະຄູອາຈານຂອງໂຮງຮຽນມິດຕະພາບ T78 ລຸ້ນຕ່າງໆ

ຕອນເຊົ້າວັນທີ 4 ມັງກອນ, ຢູ່ຫໍສະພາແຫ່ງຊາດ, ທ່ານ ບຸ່ຍວັນເກື່ອງ, ເລຂາທິການສະພາແຫ່ງຊາດ; ຫົວໜ້າຫ້ອງວ່າການສະພາແຫ່ງຊາດຫວຽດນາມ ໄດ້ເຮັດວຽກກັບທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດລາວ ພ້ອມດ້ວຍຄະນະປະຕິບັດງານ ກ່ຽວກັບວຽກງານສ້າງເອກະສານປະຫວັດສາດຂອງສະພາແຫ່ງຊາດ; ສັງລວມເອກະສານກ່ຽວກັບການພົວພັນລະຫວ່າງສະພາແຫ່ງຊາດສອງປະເທດ.

ສົມທົບກັນຢ່າງແໜ້ນແຟ້ນໃນການສ້າງເອກະສານກ່ຽວກັບການພົວພັນລະຫວ່າງສະພາແຫ່ງຊາດສອງປະເທດ ຫວຽດນາມ ແລະລາວ

ບັນຍາກາດທີ່ການເຮັດວຽກ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການເຮັດວຽກ, ທ່ານ ບຸ່ຍວັນເກື່ອງ ໃຫ້ຮູ້ວ່າ ການນຳສະພາແຫ່ງຊາດຫວຽດນາມ ຕີລາຄາສູງຕໍ່ການຢ້ຽມຢາມຫວຽດນາມ ຂອງທ່ານຮອງປະທານສະພາແຫ່ງຊາດ ຈະເລີນ ເຢຍປາວເຮີ ພ້ອມດ້ວຍຄະນະປະຕິບັດງານ; ຖືນີ້ແມ່ນສັນຍາລັກທີ່ສະແດງອອກໃຫ້ເຫັນຢ່າງມີຊີວິດຊີວາ ເຊິ່ງໄດ້ປະກອບສ່ວນເຮັດໃຫ້ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດເລິກເຊິ່ງຂຶ້ນຕື່ມ.

ທ່ານ ບຸ່ຍວັນເກື່ອງ ໃຫ້ຮູ້ວ່າ ຫ້ອງວ່າການສະພາແຫ່ງຊາດ ໄດ້ສົມທົບກັບບັນດານັກຊ່ຽວຊານແຖວໜ້າໃນຂົງເຂດວິທະຍາສາດປະຫວັດສາດການຮຽບຮຽງ ແລະຈັດພິມຈຳໜ່າຍຊຸດປຶ້ມປະຫວັດສາດຂອງສະພາແຫ່ງຊາດຫວຽດນາມ, ໄດ້ສ່ອງແສງໃຫ້ເຫັນວິວັດການສ້າງຕັ້ງ ແລະການພັດທະນາຂອງສະພາແຫ່ງຊາດຫວຽດນາມ ຜ່ານໄລຍະທາງແຫ່ງການພັດທະນາຂອງການປະຕິວັດຫວຽດນາມ.

ທ່ານ ບຸ່ຍວັນເກື່ອງ ໃຫ້ຮູ້ວ່າ ເພື່ອຍົກສູງວຽກງານສັງລວມຂໍ້ມູນຂ່າວສານ, ເອກະສານເພື່ອຮຽບຮຽງເປັນປຶ້ມກ່ຽວກັບປະຫວັດສາດຂອງສະພາແຫ່ງຊາດ, ຄວນໃຫ້ບຸລິມະສິດແກ່ການສະສົມເອກະສານທີ່ຍັງບໍ່ທັນມີ ເປັນຕົ້ນແມ່ນໃນໄລຍະສົງຄາມ, ເອກະສານຫຼາຍສະບັບຍັງຊອກບໍ່ເຫັນ; ຍູ້ແຮງການເຄື່ອນໄຫວພົບປະກັບຕົວພະຍານຫຼັກຖານປະຫວັດສາດ ແລະບັນດາການນຳຂອງສະພາແຫ່ງຊາດໃນແຕ່ລະໄລຍະເພື່ອແລກປ່ຽນ, ສຳພາດ, ບັນທຶກ, ຮັບໃຊ້ໃຫ້ແກ່ວຽກງານຮຽບຮຽງປຶ້ມ... ນອກຈາກນັ້ນ, ເອກະສານໃໝ່ທີ່ສະສົມມາໄດ້ນັ້ນ ຕ້ອງໄດ້ຮັບການກວດກາ, ຢັ້ງຢືນຕາມຂັ້ນຕອນ.

ກ່ຽວຂ້ອງເຖິງການສັງລວມເອກະສານກ່ຽວກັບການພົວພັນລະຫວ່າງສະພາແຫ່ງຊາດສອງປະເທດ, ທ່ານ ບຸ່ຍວັນເກື່ອງ ຢືນຢັນວ່າ ການພົວພັນລະຫວ່າງສະພາແຫ່ງຊາດຫວຽດນາມ ກັບສະພາແຫ່ງຊາດລາວ ແມ່ນສ່ວນໜຶ່ງທີ່ສຳຄັນຂອງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ. ຝ່າຍຫວຽດນາມ ພ້ອມແລ້ວທີ່ຈະໜູນຊ່ວຍ ແລະສົມທົບກັນສະໜອງຂໍ້ມູນຂ່າວສານເພື່ອຊ່ວຍປະເທດລາວ ສ້າງເອກະສານກ່ຽວກັບປະຫວັດສາດຂອງສະພາແຫ່ງຊາດລາວ.

ສ່ວນທ່ານຮອງປະທານສະພາແຫ່ງຊາດລາວ ຫວັງວ່າ ສະພາແຫ່ງຊາດຫວຽດນາມ ຈະສືບຕໍ່ແບ່ງປັນ ແລະປະກອບຄຳເຫັນໃນຂັ້ນຕອນການຮຽບຮຽງເພື່ອໃຫ້ສົມບູນແບບ; ສະເໜີໃຫ້ຄົ້ນຄວ້າ, ຈັດພິມຈຳໜ່າຍກ່ຽວກັບປຶ້ມປະຫວັດສາດແຫ່ງການພົວພັນທີ່ເປັນມູນເຊື້ອລະຫວ່າງສະພາແຫ່ງຊາດຂອງສອງປະເທດໃນໄລຍະຈະມາເຖິງ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.