ກອງປະຊຸມຄັ້ງທີ 7 ມີປະລິມານນິຕິບັນຍັດໃຫຍ່ທີ່ສຸດນັບແຕ່ເລີ່ມຕົ້ນສະໄໝຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ມາຮອດປະຈຸບັນ

18:52 | 22/02/2024

ຍສໝ - ຕອນ​ເຊົ້າ​ວັນ​ທີ 22 ກຸມພາ, ຢູ່​ຫໍ​ສະພາ​ແຫ່ງ​ຊາດ (ນະຄອນຫຼວງ​ ຮ່າ​ໂນ້ຍ), ທ່ານ ເຫວືອງດິງເຫ້ວ ກໍາມະການກົມ​ການ​ເມືອງ, ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ໄດ້​ເປັນ​ປະທານ​ ແລະ​ ກ່າວ​ຄຳ​ປາ​ໄສທີ່ພິທີເປີດ​ກອງ​ປະຊຸມຄັ້ງ​ທີ 30 ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ.

ກອງປະຊຸມຄັ້ງທີ 8 ຂອງກຸ່ມປະຕິບັດງານອາຊຽນ ກ່ຽວກັບທາດເຄມີ ແລະ ສິ່ງເສດເຫຼືອ ຈະດຳເນີນແຕ່ວັນທີ 5-7 ກໍລະກົດ ກອງປະຊຸມຄັ້ງທີ 8 ຂອງກຸ່ມປະຕິບັດງານອາຊຽນ ກ່ຽວກັບທາດເຄມີ ແລະ ສິ່ງເສດເຫຼືອ ຈະດຳເນີນແຕ່ວັນທີ 5-7 ກໍລະກົດ
ກອງປະຊຸມຄັ້ງທີ 28 ຄະນະປະຕິບັດງານພິເສດລັດຖະບານ ຫວຽດນາມ ແລະ ຄະນະປະຕິບັດງານພິເສດລັດຖະບານ ລາວ ກອງປະຊຸມຄັ້ງທີ 28 ຄະນະປະຕິບັດງານພິເສດລັດຖະບານ ຫວຽດນາມ ແລະ ຄະນະປະຕິບັດງານພິເສດລັດຖະບານ ລາວ

ທ່ານປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ເຫວືອງດິງເຫ້ວ ໃຫ້​ຮູ້​ວ່າ ກອງ​ປະ​ຊຸມປະຈຳເດືອນ​ກຸມ​ພາ​ນີ້ ຈະ​ພິ​ຈາ​ລະ​ນາ, ໃຫ້​ຄຳ​ເຫັນ ແລະ ກຳນົດກ່ຽວ​ກັບ 5 ເນື້ອ​ໃນ. ຕາມ​ນັ້ນ​ແລ້ວ, ຄະນະປະຈຳສະພາແຫ່ງຊາດ ຈະ​ປະກອບ​ຄຳ​ເຫັນກ່ຽວກັບການອະພິປາຍ, ຮັບເອົາ, ດັດປັບຮ່າງກົດໝາຍວ່າດ້ວຍການ​​ສຳເນົາເອກະສານ (ສະບັບປັບປຸງ) . ນີ້​ແມ່ນ​ໜຶ່ງ​ໃນ 9 ຮ່າງ​ກົດໝາຍ​ ທີ່​ໄດ້​ຮັບ​ການ​ປະກອບ​ຄຳ​ເຫັນ​ຈາກ​ສະພາ​ແຫ່ງ​ຊາດ​ໃນ​ກອງ​ປະຊຸມ​ຄັ້ງ​ທີ 6 ​ແລະ ຄາດ​ວ່າ​ ຈະ​ໄດ້​ຮັບ​ການ​ພິຈາລະນາ​ຮັບຮອງ​​ໃນ​ກອງ​ປະຊຸມ​ຄັ້ງ​ທີ 7 (ພຶດສະພາ 2024). ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ຊີ້​ແຈ້ງວ່າ, ພາຍຫຼັງກອງປະຊຸມ​ຄັ້ງ​ທີ 6, ອົງການທີ່ເປັນປະທານຮຽບຮຽງ ​ແລະ ອົງການເປັນປະທານກວດກາສືບສວນ ໄດ້​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ດັດປັບຮ່າງກົດໝາຍວ່າດ້ວຍການ​​ສຳເນົາເອກະສານ (ສະບັບປັບປຸງ) ຢ່າງລະອຽດລະອໍ.

"ໃນກອງປະຊຸມມື້ນີ້ ໄດ້​ສະເໜີໃຫ້ຄະນະປະຈຳ, ບັນດາສະຫາຍທີ່ສຸມໃສ່ໃຫ້ຄຳເຫັນກ່ຽວກັບບາງບັນຫາທີ່ສໍາຄັນທີ່ສຸດຂອງກົດຫມາຍ. ພິເສດ ແມ່ນບັນດາການກຳນົດກ່ຽວກັບການປະຕິບັດການແບ່ງຊັ້ນຂັ້ນ, ການແບ່ງສິດອຳນາດທີ່ເຂັ້ມງວດໃນການເຄື່ອນໄຫວວຽກງານ​​ສຳເນົາເອກະສານ ແຕ່​ຍັງ​ຮັບປະກັນ​ລັກສະນະສຸມໃສ່ເປັນເອກະພາບ ແລະ ​ບັນຫາແບ່ງປັນການເຊື່ອມຕໍ່ຂໍ້ມູນທີ່ກ່ຽວຂ້ອງກັບຂົງເຂດນີ້”, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ໃຫ້​ຮູ້​.

ກອງປະຊຸມຄັ້ງທີ 7 ມີປະລິມານນິຕິບັນຍັດໃຫຍ່ທີ່ສຸດນັບແຕ່ເລີ່ມຕົ້ນສະໄໝຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ມາຮອດປະຈຸບັນ

ທ່ານປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ເຫວືອງດິງເຫ້ວ ກ່າວຄຳປາໄສທີ່ກອງປະຊຸມ

ຕາມ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ແລ້ວ, ມີ​ຫຼາຍ​ຂະ​ແໜງ, ຫຼາຍ​ຂັ້ນ, ມີບັນດາຂົງເຂດສະ​ເພາະ​ຄື: ການ​ທູດ, ຕຳ​ຫຼວດ, ກອງທັບ… ມີການ​ແບ່ງຊັ້ນ​ຂັ້ນ​, ການ​ແບ່ງ​ອຳນາດຢ່າງ​ເຂັ້ມງວດ ​ແຕ່​ຍັງ​ຕ້ອງ​ຮັບ​ປະ​ກັນລັກສະນະ​ຄຸ້ມ​ຄອງ ແລະ ເປັນເອກະພາບ. ນອກຈາກນັ້ນ, ບັນຫາຂອງການສະໜອງຂໍ້ມູນ, ເຊື່ອມຕໍ່, ແບ່ງປັນຂໍ້ມູນແນວໃດໃນຂົງເຂດສຳເນົາເອກະສານ ແມ່ນບັນຫາທີ່ສໍາຄັນທີ່ສຸດ. ພິ​ເສດ, ຕາມ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ແລ້ວ ແມ່ນຕ້ອງຍູ້ແຮງ, ເສີມຂະຫຍາຍບັນດາຄຸນ​ຄ່າ​ຂອງ​ເອ​ກະ​ສານສຳເນົາ. ການສຳເນົາບໍ່ພຽງແຕ່ເພື່ອສຳເນົາ, ສຳເນົາແມ່ນມີເປົ້າໝາຍ, ມີມູນຄ່າເພີ່ມໃນເວລາທີ່ສຳເນົາ​ເອ​ກະ​ສານ.

​ເນື້ອ​ໃນ​ທີ 2 ​ແມ່ນ​ຄະນະປະຈຳສະພາແຫ່ງຊາດ ຈະ​ປະກອບ​ຄຳ​ເຫັນເທື່ອທຳອິດສຳລັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ປັບປຸງ, ເພີ່ມ​ເຕີມ​ບາງ​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍການອາລັກຂາ. ນີ້​ແມ່ນ​​ຮ່າງ​ກົດໝາຍ ທີ່ໄດ້ຮັບຮອງ​​ໃນ​ປີ 2017 ໂດຍສະພາ​ແຫ່ງ​ຊາດ​ແຕ່​ຕ້ອງການ​ການ​ປັບປຸງ, ​ເພີ່ມ​ເຕີມ​ຢ່າງ​ຮີບ​ດ່ວນ ເພື່ອ​ຫັນເປັນກົດບັນຍັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ທົ່ວປະເທດຄັ້ງ​ທີ 13 ຂອງ​ພັກ. ຕາມ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ແລ້ວ, ດ້ວຍ​ວຽກ​ງານກະກຽມມາ​ຮອດ​ປະຈຸ​ບັນ, ຄະນະກຳມະການປະຈຳສະພາແຫ່ງຊາດ ກໍຍັງ​ໄດ້​ພິຈາລະນາ, ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ຄວາມ​ອາດສາມາດຍື່ນຕໍ່​ສະພາແຫ່ງຊາດພິຈາລະນາຮັບຮອງ​ເອົາ​ໃນ​ກອງ​ປະຊຸມ.

ຄະນະປະຈຳສະພາແຫ່ງຊາດ ຈະພິຈາລະນາຂໍ້ສະເໜີຂອງອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບການມອບເພີ່ມເຕີມຈຳນວນພະນັກງານໄອຍະກອນຂອງອົງການໄອຍະການປະຊາຊົນ. ຄະນະປະຈຳສະພາແຫ່ງຊາດ ພິຈາລະນາ​ລາຍ​ງານ​ວຽກ​ງານຂໍຄວາມເປັນທຳຂອງປະຊາຊົນ ຂອງ​ສະພາ​ແຫ່ງ​ຊາດ ​ເດືອນ ​ມັງກອນ 2024 (ໃນນັ້ນ ມີວຽກ​ງານຂໍຄວາມເປັນທຳຂອງປະຊາຊົນ​ໃນ​ເດືອນ ​ທັນວາ 2023). ກອງ​ປະຊຸມ ​ກໍ່ຈະ​ປະກອບ​ຄຳ​ເຫັນ​ສະຫລຸບ​ກອງ​ປະຊຸມວິສາມັນຄັ້ງທີ 5, ສະພາ​ແຫ່ງ​ຊາດ​ຊຸດ​ທີ XV; ໃນນັ້ນ ຈະຕີລາຄາຄວາມໝາຍ, ຄວາມສຳຄັນຂອງກອງປະຊຸມ ເມື່ອໄດ້ມີການຮັບຮອງເອົາລັດຖະນະໂຍບາຍທີ່ສຳຄັນ, ພິເສດ ແມ່ນກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ), ກົດໝາຍວ່າດ້ວຍບັນດາອົງການສິນເຊື່ອ (ສະບັບປັບປຸງ).

ໂດຍ​ເນັ້ນ​ໜັກ​ເຖິງ​ເວລາ​ສັ້ນ, ຫຼາຍປະລິມານວຽກງານ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ໃຫຮູ້ວ່າ ຄາດ​ວ່າກອງ​ປະຊຸມ​ຄັ້ງ​ທີ 7 ຂອງ​ສະພາ​ແຫ່ງ​ຊາດ​ມາ​ນີ້ ຈະ​ພິຈາລະນາ, ໄດ້​ຮັບ​ຮອງເອົາຮ່າງ​ກົດໝາຍ 9 ຮ່າງ​, ບາງຮ່າງມະຕິ ແລະ ປະກອບ​ຄຳ​ເຫັນ​​ຄັ້ງ​ທຳ​ອິດ​ ພ້ອມກັບປະມານຮ່າງ​ກົດໝາຍອື່ນ 12 ຮ່າງ​

"ຈຳນວນ​ຮ່າງ​ກົດໝາຍ​ ທີ່​ໄດ້​ຮັບຮອງເອົາ, ປະກອບ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ຄັ້ງ​ນີ້ ຈະ​ແມ່ນໃຫຍ່ທີ່ສຸດນັບ​ແຕ່​ຕົ້ນສະໄໝ​ມາ​ຮອດ​ປະຈຸ​ບັນ", ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ກ່າວ​ ແລະ ໃຫ້ຮູ້ວ່າ ທ່ານ​ນາຍົກລັດຖະມົນຕີ ​ໄດ້​ລົງ​ນາມ​ໃນ​ເອກະສານ​ມອບ​ໝາຍ​ຄວາມ​ຮັບຜິດຊອບ​ໃຫ້​ບັນດາ​ອົງການ, ​ອົງການຈັດຕັ້ງ, ບຸກຄົນທີ່ກ່ຽວຂ້ອງກ່ຽວກັບເນື້ອໃນທັງຫມົດທີ່ກ່ຽວຂ້ອງກັບກອງປະຊຸມຄັ້ງທີ 7.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.