ທ່ານປະທານສະພາແຫ່ງຊາດ ບຸນກາຣີ: ເພື່ອນມິດຫວຽດນາມ ແມ່ນປັດໄຈສຳຄັນ, ຮັບປະກັນຜົນສຳເລັດຂອງການຮ່ວມມືລະຫວ່າງ 2 ປະເທດ

08:45 | 08/01/2024

ຍສໝ - ຕອນຄ່ຳວັນທີ 7 ມັງກອນ, ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ທ່ານປະທານສະພາແຫ່ງຊາດ ບຸນກາຣີ Rossen Dimitrov Jeliazkov ໄດ້ມີການພົບປະກັບຜູ້ຕາງໜ້າຊາວ ຫວຽດນາມ ທີ່ໄດ້ຮ່ຳຮຽນ ແລະ ເຮັດວຽກຢູ່ ບຸນກາຣີ.

ສະມາຄົມມິດຕະພາບຫວຽດນາມ - ລາວ ໄດ້ສົມທົບກັນໃນການຊຸກຍູ້ການຮ່ວມມືລະຫວ່າງນັກທຸລະກິດໜຸ່ມຂອງ 2 ປະເທດ ສະມາຄົມມິດຕະພາບຫວຽດນາມ - ລາວ ໄດ້ສົມທົບກັນໃນການຊຸກຍູ້ການຮ່ວມມືລະຫວ່າງນັກທຸລະກິດໜຸ່ມຂອງ 2 ປະເທດ
ນາຍົກລັດຖະມົນຕີ 2 ປະເທດຫວຽດນາມ ແລະ ລາວ ໄດ້ເປັນສັກຂີພິຍານພິທີລົງນາມໃນບັນດາເອກະສານຮ່ວມມືລະຫວ່າງ 2 ປະເທດ ນາຍົກລັດຖະມົນຕີ 2 ປະເທດຫວຽດນາມ ແລະ ລາວ ໄດ້ເປັນສັກຂີພິຍານພິທີລົງນາມໃນບັນດາເອກະສານຮ່ວມມືລະຫວ່າງ 2 ປະເທດ

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ບຸນ​ກາຣີ Rossen Dimitrov Jeliazkov ​ໄດ້​ສະ​ແດງ​ຄວາມປິຕິຊົມ​ຊື່ນ​ທີ່​ໄດ້​ພົບ​ປະ​ກັບ​ບັນດາ​ເພື່ອນ​ມິດ​ຫວຽດນາມ ​ທີ່​ເຄີຍ​ຮ່ຳຮຽນ ​ແລະ ​ເຮັດ​ວຽກ​ຢູ່ ບຸນ​ກາຣີ. ຕາມທ່ານ Rossen Dimitrov Jeliazkov ແລ້ວ, ໃນຊຸມປີ 1950 – 1980, ມີປະມານ 30.000 ຄົນເຄີຍຮ່ຳຮຽນ, ອອກແຮງງານຢູ່ ບຸນກາຣີ ແລະ ປະຈຸບັນມີຊາວ ຫວຽດນາມ ປະມານ 1.000 ຄົນພວມຮ່ຳຮຽນ ແລະ ດຳລົງຊີວິດຢູ່ເຂດດິນແດນ Roses.

ທ່ານປະທານສະພາແຫ່ງຊາດ ບຸນກາຣີ: ເພື່ອນມິດຫວຽດນາມ ແມ່ນປັດໄຈສຳຄັນ, ຮັບປະກັນຜົນສຳເລັດຂອງການຮ່ວມມືລະຫວ່າງ 2 ປະເທດ
ທ່ານປະທານ​ສະພາ​ແຫ່ງ​ຊາດ ບຸນ​ກາຣີ Rossen Dimitrov Jeliazkov ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ. (ທີ່ມາ: VNA)

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ບຸນ​ກາຣີ ​ໃຫ້​ຮູ້​ວ່າ: ຜ່ານ​ການ​ພົບ​ປະ​ກັບ​ບັນດາ​ການ​ນຳ​ຫວຽດນາມ ກໍ່​ຄື​ບັນດາ​ອົງການ, ບຸກຄົນ​​ຫວຽດນາມ, ທ່ານ​ຮູ້ສຶກໄດ້​ເຖິງ​​ນ້ຳໃຈ​ຄວາມຮັກແພງທີ່​ດີທີ່​ລັດ ​ແລະ ປະຊາຊົນ ຫວຽດນາມ ມອບໃຫ້​ບຸນ​ກາຣີ; ພ້ອມ​ກັນ​ນັ້ນ, ທ່ານ​ຍັງ​ເນັ້ນ​ໜັກ​ວ່າ: ​ເຖິງ​ວ່າ​ສອງ​ປະ​ເທດ​ຢູ່​ຫ່າງ​ໄກ​ກັນ, ​ແຕ່ກໍ່​ຮ່ວມກັນແບ່ງປັນບັນດາຄຸນຄ່າ​ປະຫວັດສາດ​ລວມ, ຮ່ວມກັນໜູນຊ່ວຍ​ເຊິ່ງກັນ ​ແລະ ກັນ​ໃນ​ບັນດາການຕໍ່ສູ້ປົດ​ປ່ອຍ​ຊາດ, ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ​ກໍ່ຄືຂະ​ບວນການ​ສ້າງສາ ​ແລະ ພັດທະນາ​ປະ​ເທດຊາດ. ປະຈຸ​ບັນ, ການ​ພົວພັນ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ​ຍັງ​ຄົງໄດ້ຮັບການ​ຮັກສາ ​ແລະ ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ.

ຕາງໜ້າ​ໃຫ້​ຊາວ​ຫວຽດນາມ ​ທີ່​ໄປ​ຮ່ຳຮຽນ ​ແລະ ​ເຮັດ​ວຽກ​ຢູ່ ບູນກາຣີ, ທ່ານ ຫງວຽນ​ເຈື່ອງ​ເຊີນ, ຮອງ​ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ບຸນ​ກາຣີ ​ໄດ້​ສະ​ແດງ​ຄວາມ​ເປັນ​ກຽດ​ທີ່​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ບຸນ​ກາຣີ Rossen Dimitrov Jeliazkov ​ໄດ້ສະຫຼະ​ເວລາ​ພົບ​ປະ ​ແລະ ​ມອບ​ໃບ​ຍ້ອງຍໍ​ຂອງ​ສະພາ​ແຫ່ງ​ຊາດ ບຸນ​ກາຣີ ​ໃຫ້​ບັນດາ​ບຸກຄົນ​ທີ່​ມີ​ຜົນງານ​ດີ​ເດັ່ນ​ໃນ​ການ​ພົວພັນ​ທາງ​ການ​ທູດ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ ​ແລະ ການ​ຮ່ວມ​ມື​ໃນ​ຫຼາຍ​ດ້ານ​ລະຫວ່າງ​ປະຊາຊົນ​ຫວຽດນາມ ​ແລະ ບຸນ​ກາຣີ.

ທ່ານ​ຮອງ​ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ບຸນ​ກາຣີ ​ແບ່ງປັນ​ວ່າ: ​ໃນ​ຊຸມ​ປີ​ທີ່​ຮ່ຳຮຽນ ​ແລະ ​ເຮັດ​ວຽກ​ຢູ່ ບູນກາຣີ, ບັນດາ​ນັກ​ສຶກສາ ​ແລະພະນັກງານ​ ຫວຽດນາມ ຍາມ​ໃດ​ກໍ່​ໄດ້​ຮັບ​ການ​ສົນໃຈ, ໜູນ​ຊ່ວຍ ​ແລະ ຕຸ້ມລຸມ​ຈາກ​ບັນດາ​ຄູ​ອາຈານ ​ແລະ ປະຊາຊົນ ບຸນ​ກາຣີ ​ເວົ້າລວມ. ສະ​ນັ້ນ, ຊາວ​ຫວຽດ​ນາມ ທີ່​ເຄີຍ​ຮ່ຳ​ຮຽນ ແລະ ເຮັດ​ວຽກ​ຢູ່ ບຸນ​ກາ​ຣີ ຍາມ​ໃດ​ກໍ່​ຕີ​ລາ​ຄາ​ສູງ​ການ​ຊ່ວຍ​ເຫຼືອ​ຂອງ​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ ບູນ​ກາ​ຣີ. ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ຊາວ​ຫວຽດນາມ ​ທີ່​ໄປ​ຮ່ຳຮຽນ ​ແລະ ​ເຮັດ​ວຽກ​ຢູ່ ບູນກາຣີ ຍາມ​ໃດ​ກໍ່​ຮັກສາ​ຮູບພາບ​ຂອງ​ບຸນ​ກາຣີ ​ໃນ​ດວງ​ໃຈ, ​ເຕົ້າ​ໂຮມ​ກັນ​ຢູ່​ສະມາຄົມ​ມິດຕະພາບ ຫວຽດນາມ - ບຸນ​ກາຣີ ​ເພື່ອ​ເຄື່ອນໄຫວແນໃສ່ຮັດແໜ້ນ​ ແລະ ພັດທະນາ, ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດໃຫ້ຍິ່ງກວ່າເກົ່າ.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.