ເພີ່ມທະວີການຮ່ວມມືຄົ້ນຄວ້າວິທະຍາສາດນິຕິບັນຍັດ ຫວຽດນາມ-ລາວ

00:00 | 03/01/2024

ເພີ່ມທະວີການຮ່ວມມືຄົ້ນຄວ້າວິທະຍາສາດນິຕິບັນຍັດຫວຽດນາມ-ລາວ

ເພີ່ມທະວີການຮ່ວມມືມິດຕະພາບລະຫວ່າງແຂວງກວາງນິງ ແລະ 3 ແຂວງພາກເໜືອຂອງລາວ ເພີ່ມທະວີການຮ່ວມມືມິດຕະພາບລະຫວ່າງແຂວງກວາງນິງ ແລະ 3 ແຂວງພາກເໜືອຂອງລາວ
ເພີ່ມທະວີການແລກປ່ຽນ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ໂປໂລຍ ໃນຂົງເຂດການເງິນ ເພີ່ມທະວີການແລກປ່ຽນ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ໂປໂລຍ ໃນຂົງເຂດການເງິນ

ຕອນບ່າຍວັນທີ 3 ມັງກອນ, ຢູ່ສຳນັກງານຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ, ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດລາວ ໄດ້ມາຢ້ຽມຢາມ ແລະເຮັດວຽກກັບສະຖາບັນຄົ້ນຄວ້ານິຕິບັນຍັດ.

ເພີ່ມທະວີການຮ່ວມມືຄົ້ນຄວ້າວິທະຍາສາດນິຕິບັນຍັດ ຫວຽດນາມ-ລາວ

ບັນຍາກາດທີ່ການເຮັດວຽກ. ພາບ: daibieunhandan.vn

ໂດຍຕີລາຄາສູງ ແລະສະແດງຄວາມປະທັບໃຈຕໍ່ຜົນງານທີ່ສະຖາບັນຄົ້ນຄວ້ານິຕິບັນຍັດ ບັນລຸໄດ້ໃນໄລຍະຜ່ານມາ, ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດລາວ ຫວັງວ່າ ສະຖາບັນຄົ້ນຄວ້ານິຕິບັນຍັດ ຈະແບ່ງປັນບົດຮຽນປະສົບການກັບສະຖາບັນຄົ້ນຄວ້ານິຕິກຳ ຂອງສະພາແຫ່ງຊາດລາວ, ເປັນຕົ້ນແມ່ນບົດຮຽນປະສົບການໃນການຄົ້ນຄ້ວາ, ສ້າງ ແລະຮຽບຮຽງປຶ້ມປະຫວັດສາດມູນເຊື້ອຂອງສະພາແຫ່ງຊາດລາວ ນັບແຕ່ເມື່ອສ້າງຕັ້ງມາຮອດປະຈຸບັນ.

ທ່ານ ຈະເລີນ ເຢຍປາວເຮີ ຢືນຢັນວ່າ ສຳລັບສະພາແຫ່ງຊາດລາວ, ການກໍ່ສ້າງ ແລະປັບປຸງກົດໝາຍແມ່ນໜ້າທີ່ສຳຄັນ ແລະຮີບດ່ວນ. ຜ່ານການແບ່ງປັນຂອງທ່ານ ຫງວຽນວັນຫຽນ ຫົວໜ້າສະຖາບັນຄົ້ນຄວ້ານິຕິບັນຍັດ ຂອງສະພາແຫ່ງຊາດຫວຽດນາມ ກໍ່ສາມາດເຫັນໄດ້ເຖິງຄວາມສຳຄັນຂອງສະຖາບັນຄົ້ນຄວ້ານິຕິບັນຍັດໃນການຄົ້ນຄວ້າ ແລະຮັບໃຊ້ການເຄື່ອນໄຫວນິຕິບັນຍັດ ຂອງສະພາແຫ່ງຊາດ. ທ່ານຮອງປະທານສະພາແຫ່ງຊາດລາວ ຫວັງວ່າ ໃນໄລຍະຈະມາເຖິງ, ສະຖາບັນຄົ້ນຄວ້ານິຕິບັນຍັດຂອງສອງສະພາແຫ່ງຊາດສອງປະເທດ ສືບຕໍ່ຮ່ວມມືຢ່າງແທດຈິງ ແລະມີປະສິດທິຜົນ; ເພີ່ມທະວີການແລກປ່ຽນ ແລະ ແບ່ງປັນບົດຮຽນປະສົບການໃນການຈັດຕັ້ງ, ເຄື່ອນໄຫວ, ຄົ້ນຄວ້າວິທະຍາສາດດ້ານນິຕິບັນຍັດ.

ທີ່ການເຮັດວຽກ, ສອງຝ່າຍກໍໄດ້ແລກປ່ຽນ ແລະແບ່ງປັນບົດຮຽນຕົວຈິງໃນຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານ ຫງວຽນວັນຫຽນ ຫົວໜ້າສະຖາບັນຄົ້ນຄວ້ານິຕິບັນຍັດ ຂອງສະພາແຫ່ງຊາດຫວຽດນາມ ເຊື່ອໝັ້ນວ່າ ດ້ວຍບັນດາບັນຫາທີ່ໄດ້ຮັບການແລກປ່ຽນຢ່າງລະອຽດ, ເປີດເຜີຍ, 2 ຝ່າຍຈະມີຂໍ້ມູນຂ່າວສານ ແລະ ບົດຮຽນອັນລ້ຳຄ່າຕື່ມອີກເພື່ອນຳໃຊ້ເຂົ້າໃນການຈັດຕັ້ງ ແລະການເຄື່ອນໄຫວຂອງສະພາແຫ່ງຊາດແຕ່ລະປະເທດ, ໃນນັ້ນມີວຽກງານສັງລວມຂໍ້ມູນຂ່າວສານ ແລະ ເອກະສານຕ່າງໆ ເພື່ອຮັບໃຊ້ການຮຽບຮຽງປຶ້ມປະຫວັດສາດຂອງສະພາແຫ່ງຊາດ.

ບູນມີ

ເຫດການ